ປະຊາຊົນ ຖືກຍາດວຽກ, ຖືກຍາດທີ່ດິນ
2023.06.27
ມີຄົນຈາກປະເທດເພື່ອນບ້ານ ເຂົ້າມາຍາດແຍ່ງອາຊີບຄົນລາວ ຫຼາຍຢ່າງ ບໍ່ວ່າການຂາຍເຄື່ອງຍ່ອຍ, ຮ້ານເສີບສວຍ ແລະ ຮ້ານອາຫານ. ນອກຈາກນີ້ ຍັງມີການຍາດແຍ່ງທີ່ດິນ ຂອງປະຊາຊົນນໍາ ເຊິ່ງຖືວ່າ ເປັນຫົວໃຈ ຂອງການເຮັດອາຊີບ ຊາວກະສິກັມ ຂອງປະຊາຊົນ.
ປະຊາຊົນ ຢູ່ແຂວງພາກໃຕ້ຂອງລາວ ທ່ານນຶ່ງ ໄດ້ໃຫ້ສໍາພາດວ່າ:
“ຢູ່ເວົ້າເລື່ອງຍາດຄັນວ່າ ເຂດໃນເມືອງມັນກະພວກເສຖກິຈ ພວກຄ້າຂາຍ ກະກວມເອົາພວກນັ້ນພຸ້ນແຫຼະໝົດ ມັນກະກວມເອົາພວກນັ້ນແຫຼະໝົດ ຄື ຢູ່ຂີ້ນາກຫັ້ນແຫຼະເນາະ. ເອົາໂຕຈິງໂລດ ຮ້ານຕລາດມີແຕ່ຈີນໝົດ ຂອງມາແຕ່ບ້ານມັນ ຄືຢູ່ປາກເຊຄືກັນ ກະຕິດໂຕໜັງສືຈີນຢູ່ຫັ້ນແຫຼະ.”
ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:
“ເຂົາຂາຍເຄື່ອງ ປະເພດເຄື່ອງນໍາໃຊ້ ໃນບ້ານເຮົາດຽວນີ້ ເປັນນັອດ, ເປັນຕູ້ ຢັນພັດລົມ ເປັນຂອງມັນໝົດນ່າ. ບັນຫາທີ່ດິນ ຄືຊິໄປເຂດມັນ. ມັນເຊົ່າ ຄືລົງເວີນບຶກ ຈັ່ງຊີ້.”
ປະຊາຊົນ ທ່ານນີ້ ກ່າວເວົ້າກ່ຽວກັບບັນຫາທີ່ດິນວ່າ:
“ມັນກະຊໍ່າຍາດແຍ່ງ ມັນຍັງບໍ່ວ່າ ຕັ້ງມັນມາເອົາໂລດ ບ່ອນດີດີ ມັນກະເອົາໃຫ້ເຈົ້າໜີຫັ້ນຕີ້ ທີ່ດິນອຸດົມສົມບູນ ມີດິນ ຢູ່ທ່າກະມີແຫ່ງທໍາມາຫາກິນ ຈັ່ງຊີ້ນ່າ ບ່ອນມັນສະດວກສະບາຍ ແລະ ກະເສັ້ນທາງຄືທາງຢາງ ມັນກະເອົາຫັ້ນຕີ້.”
ທາງການລາວ ໄດ້ອອກລະບຽບການ ກ່ຽວກັບການຮັກສາອາຊີບສງວນ ໄວ້ໃຫ້ຄົນລາວ ແຕ່ ກໍເປັນພຽງແຕ່ເອກະສານ ທີ່ບໍ່ມີຜົລບັງຄັບໃຊ້ ໃນໂຕຈິງ.
ນັກທຸຣະກິຈ ທ່ານນຶ່ງ ໄດ້ໃຫ້ສໍາພາດ ຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ໂອ້ມັນກະຫຼາຍຫັ້ນແຫຼວ. ສງວນ, ມັນສງວນໃນເຈັ້ຽ ມັນບໍ່ສງວນໃນການປະຕິບັດກ ມັນເສືອກະດາດ ທັງນັ້ນນ່າ ໃນເຈັ້ຽກະຂຽນໃສ່ເຈັ້ຽໄວ້ ຂຽນປະກາດອອກມາ ລະກະບໍ່ເຮັດ.”
ອາຊີບທີ່ເຫັນໄດ້ ເປັນຊີວິດ ປະຈໍາວັນ ທີ່ຄົນຢູ່ປະເທດເພື່ອນບ້ານ ເຂົ້າມາຍາດແຍ່ງ ຢູ່ໃນລາວ ກໍຄື ການຄ້າ-ຂາຍ ຍ່ອຍ ແລະ ເສີມສວຍ.
ປະຊາຊົນ ຊາວສວັນນະເຂດ ທ່ານນຶ່ງ ໄດ້ກ່າວວ່າ:
“ມັນກະຮ້ານເສີມສວຍເນາະ ແຕ່ລະແຂວງ ມັນກະຄ້າຍໆ ຄື ກັນເນາະ ຢູ່ສວັນຄືກັນ.”
ໃນໄລຍະ ວິກິຈເສຖກິຈ, ພວກພໍ່ຄ້າ ແມ່ຄ້າ ທີ່ເປັນຄົນປະເທດ ເພື່ອນບ້ານ ຫຼາຍຄົນ ກໍພາກັນໜີກັບບ້ານ ເພາະວ່າ ສິນຄ້າແພງ ແລະ ເງິນກີບ ກໍເຟີ້.
ເຈົ້າໜ້າທີ່ ບໍານານທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ດຽວນີ້ ຄົນວຽດນາມທີ່ມາຄ້າຂາຍ ແລະ ມາຫາກິນ ຢູ່ປະເທດລາວ ພາກັນກັບເມືອບ້ານຫຼາຍ ຍ້ອນວ່າ ເງິນເຟີ້. ເງິນລາວເຟີ້ ເທົ່າກັນກັບເງິນວຽດນາມ ພວກເຂົາກະເລີຍບໍ່ຢູ່ລາວ.”
ທີ່ຜ່ານມາ, ທາງການລາວ ອອກລະບຽບການ ກ່ຽວກັບການຂຶ້ນບັນຊີ ປະເພດທຸຣະກິຈ ສງວນໄວ້ໃຫ້ພົລເມືອງລາວ.
ກະຊວງ ອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ໃນວັນທີ 13 ກໍຣະກະດາ 2015 ເພື່ອສັກສາບາງປະເພດ ທຸຣະກິຈ ທີ່ມີຄວາມສໍາຄັນ ຈໍາເປັນສໍາລັບຄົນລາວ.
ແຈ້ງການໄດ້ລະບຸອີກຂໍ້ທີ 1. ວ່າ: “ປະເພດທຸຣະກິຈສງວນໄວ້ ສໍາລັບພົລເມືອງລາວ ແມ່ນປະເພດທຸຣະກິຈ ທີ່ເປັນມູນເຊື້ອ ຍາວນ້ານ ຂອງປະຊາຊົນບັນດາເຜົ່າ, ປະເພດທຸຣະກິຈ ບໍ່ຈໍາເປັນຕ້ອງໃຊ້ຄວາມຮູ້ສູງ ຫຼື ທຶນຮອນຫຼາຍ ໃນການປະກອບທຸຣະກິຈ ຫຼື ທຸຣະກິຈບາງປະການ ທີ່ຣັຖປະສົງຢາກສງວນໄວ້ສໍາລັບພົລເມືອງລາວ ເພື່ອຮັກສາໄວ້ ເຊິ່ງທຸຣະກິຈ ທີ່ມີຄວາມສໍາຄັນ ຈໍາເປັນ ຫຼື ທຸຣະກິຈ ເປັນເອກະລັກຂອງຊາຕ ໃຫ້ຢູ່ຄູ່ຄົນລາວ ສ້າງວຽກເຮັດ.”