ການແກ້ໄຂບັນຫາ ອອກໃບຕາດິນຂອງລັດຖະບານ ບໍ່ໄດ້ຕາມເປົ້າໝາຍ

ຈຳປາທອງ
2024.06.24
ການແກ້ໄຂບັນຫາ ອອກໃບຕາດິນຂອງລັດຖະບານ ບໍ່ໄດ້ຕາມເປົ້າໝາຍ ທີ່ດິນເຂດເມືອງທ່າ ແຂກທີ່ນັກລົງທຶນຈີນໄດ້ຮັບສຳປະທານ ເພື່ອສ້າງເປັນສະຖານບັນເທີງ. ເດືອນກຸມພາ 2024.
RFA

ທາງການລາວ ມີແຜນທີ່ຈະຂຶ້ນທະບຽນ ແລະອອກໃບຕາດິນຖາວອນ ໃຫ້ປະ ຊາຊົນລາວ 300,000 ຕອນ ໃນປີ 2024 ນີ້, ແຕ່ມາເຖິງເດືອນມິຖຸນານີ້ ສາມາດປະຕິບັດໄດ້ພຽງ 67,489 ຕອນ ຫຼືເທົ່າກັບ 22% ເທົ່ານັ້ນ, ເຮັດໃຫ້ປະຊາຊົນໄດ້ຮັບຄວາມຫຍຸ້ງຍາກ ຮວມທັງເລື່ອງດິນໄຮ່, ດິນສວນ.

ດັ່ງປະຊາຊົນຜູ້ໜຶ່ງ ຢູ່ແຂວງຫົວພັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນານີ້ວ່າ:

ເອີ! ຍັງບໍ່ທັນໄດ້ ດິນໄຮ່ດິນສວນນ່າ ມີແຕ່ພາກລັດ ຂັ້ນເທິງມີໂອກາດມີເວລາ ທີ່ວ່າມີເງື່ອນໄຂແລ້ວກະລົງມາແທກໃຫ້ປະຊາຊົນ. ປະຊາຊົນກະມີແຕ່ຮ້ອງຂໍນີ້ແລ້ວ ກະຢູ່ນໍາພາກລັດຂັ້ນເທິງ. ມີເຮືອນມີຊານ ສ້າງສາພັດທະນາໄປ. ມັນສະດວກສະບາຍໄປ ມີການເທົ່າທຽມ ຊາວບ້ານມັນຕາມຫລັງຫັ້ນນ່າ.

ທ່ານກ່າວຕື່ມວ່າ ການຂຶ້ນທະບຽນ ແລະອອກໃບຕາດິນຖາວອນໃຫ້ປະຊາຊົນ ທາງການຄວນຈະຈັດຕັ້ງປະຕິບັດ ໃຫ້ຄືກັນທົ່ວປະເທດ, ປະຊາຊົນຕ່າງກໍມີດິນໄຮ່ ດິນສວນ ທີ່ເປັນມໍລະດົກຕົກທອດມາ ແຕ່ທາງການບໍ່ເອົາໃຈໃສ່ເທົ່າທີ່ຄວນ ເຮັດໃຫ້ຊັກຊ້າ ໂດຍອ້າງວ່າຂາດງົບປະມານ ໃນການໄປວັດແທກ ແລະດໍາເນີນເອກະສານຕ່າງໆ.

ຢູ່ແຂວງຄໍາມ່ວນ ປະຊາຊົນນາງໜຶ່ງ ກໍຮຽກຮ້ອງໃຫ້ທາງການ ເອົາໃຈໃສ່ແກ້ໄຂເລື່ອງທີ່ວ່ານີ້ໃຫ້ແລ້ວໝົດ ເພາະປະຊາຊົນຈໍານວນຫລວງຫລາຍ ບໍ່ມີໃບຕາດິນຖາວອນ, ຫຍຸ້ງຍາກຫລາຍ ແລະວ່າ ນັກທຸລະກິດ ເປັນຕົ້ນນັກທຸລະກິດຈີນ ແລະນັກທຸລະກິດຫວຽດນາມ ເຂົ້າມາລົງທຶນໃນໂຄງການຕ່າງໆ ເຊັ່ນປູກພືດ, ລ້ຽງສັດ, ສ້າງໂຮງຈັກ, ໂຮງງານ ຍາດແຍ່ງເອົາດິນປະຊາຊົນໄປຫລາຍ, ເຮັດໃຫ້ບໍ່ມີບ່ອນທໍາມາຫາກິນ, ບາງຄົນ ຈໍາຕ້ອງໄດ້ຫັນໄປປະກອບອາຊີບອື່ນ, ດີ້ນຮົນຫາລາຍໄດ້ລ້ຽງຕົນເອງ ແລະຄອບຄົວ, ຈໍານວນໜຶ່ງ ກໍໄປເປັນກໍາມະກອນ ຢູ່ເມືອງໃຫຍ່ ເຊັ່ນເມືອງທ່າແຂກ, ຈໍານວນໜຶ່ງກໍໄປຫາເຮັດວຽກຢູ່ປະເທດໄທ, ປະຊາຊົນໄດ້ຮັບຄວາມຫຍຸ້ງຍາກ ຍ້ອນບໍ່ມີໃບຕາດິນ.

ດັ່ງທີ່ນາງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແມ່ນແຫລະໆ ບໍ່ໄດ້ມີ ຄືຂອງແມ່ນີ້ ກະບໍ່ໄດ້ມີເລີຍ ໃບຖາ ວອນຫັ້ນ ໄປເຮັດກາບໍ່ໄດ້ບາດນີ້ ເມືອງກະບໍ່ອອກໃຫ້ເຮົາເລີຍໄດ໋ ຍັງປະມານ 3 ເຮັກຕ້າແມ່ຫັ້ນດຽວນີ້ ດິນດົງແຫລະ ປູກສວນມັນຕົ້ນແຫລະ ສວນໄມ້ຢາງພາລານີ້ແຫລະ. ເອີ ແຕ່ກີ້ແຕ່ກ່ອນຫັ້ນແຫລະ ເຂົາບໍ່ໄດ້ເຮັດ ຄິດວ່າມັນຊິບໍ່ໄດ້ເປັນລາຄາແບບນີ້ ເຮັດແຕ່ໄຮ່ແຕ່ນາຫັ້ນແຫລະ ແມ່ຈັ່ງວ່າຫຍູ້ງຢູ່ດຽວນີ້ນະ.

ແລະປະຊາຊົນຜູ້ໜຶ່ງ ຢູ່ແຂວງບໍລິຄໍາໄຊ ກໍເວົ້າໃນມື້ດຽວກັນນີ້ວ່າ ມີປະຊາຊົນຫລາຍຄອບຄົວ ທີ່ຢູ່ເຂດຫ່າງໄກ, ເຂດພູດອຍ ຍັງບໍ່ໄດ້ຂຶ້ນທະບຽນ ແລະບໍ່ມີໃບຕາດິນ ຍ້ອນຕ້ອງໄດ້ເສຍຄ່າທໍານຽມ ໃຫ້ທາງການ, ເຮັດໃຫ້ຜູ້ທຸກຍາກ ບໍ່ມີເງິນ ບໍ່ສົນໃຈທີ່ຈະເຮັດ.

ຂະເຈົ້າມາເຮັດຕາດິນຖາວອນໃຫ້ ກະມີແຕ່ເຮືອນເນາະ ດິນໄຮ່ດິນສວນຫັ້ນ ທາງເມືອງຂະເຈົ້າລົງມາເຮັດ ແຕ່ວ່າທາງເມືອງລົງມາເຮັດລະໄດ້ເສັຽເງິນ ເພິ່ນລະເກັບເງິນ ເພິ່ນບໍ່ໄດ້ນະໂຍບາຍໃຫ້ຫັ້ນນ່າ ຈໍານວນໜຶ່ງຫັ້ນເຂົາກະເຮັດເນາະ ຈໍານວນໜຶ່ງເຂົາກະບໍ່ເຮັດຊີ້ນ່າ ແບບຜູ້ໃດເຂົ້າໃຈເຂົາລະອຽດ ແບບຜູ້ໃດບໍ່ເຂົ້າໃຈ ເຂົາລະບໍ່ເຮັດຈັ່ງຊີ້ນ່າ.

ຄ່າທໍານຽມຂຶ້ນທະບຽນ ແລະອອກໃບຕາດິນຖາວອນ ທີ່ວ່ານັ້ນ ກໍມີຄ່າບໍລິການສໍາຫລວດ-ວັດແທກທີ່ດິນ: ດິນປຸກສ້າງ ແລະດິນກະສິກໍາ 70,000 ກີບຕໍ່ຕອນ, ຄ່າທໍານຽມຂຶ້ນທະບຽນທີ່ດິນ-ໃບຕາດິນຖາວອນ ດິນປຸກສ້າງ ແລະດິນກະສິກໍາ 15,000 ກີບຕໍ່ໃບ.

ຄ່າສໍາຫລວດ ແລະວັດແທກດິນປຸກສ້າງ ແມ່ນ 100 ກີບຕໍ່ຕາແມັດ, ດິນກະສິກໍາ 150,000 ກີບຕໍ່ເຮັກຕາ ແລະຍັງມີຄ່າບໍລິການອື່ນໆອີກ.

ເວົ້າເຖິງເລື່ອງການຂຶ້ນທະບຽນ ແລະການອອກໃບຕາດິນຖາວອນ ໃຫ້ປະຊາຊົນ, ເຈົ້າໜ້າທີ່ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງວຽງຈັນ ເວົ້າໃນມື້ວັນທີ 24 ມິຖຸນານີ້ວ່າ ບໍ່ຍາກ, ແຕ່ຕ້ອງໄດ້ໃຊ້ຈ່າຍ, ເສຍເງິນແດ່, ບາງຄັ້ງ ປະຊາຊົນຕ້ອງໄດ້ຈ່າຍຄ່ານໍ້າມັນລົດ ແລະຄ່າອາຫານການກິນໃຫ້ເຈົ້າໜ້າທີ່ທີ່ໄປປະຕິບັດງານ.

ບໍ່ໆຍາກເນາະ ເພາະວ່າຂະເຈົ້າມອບໃຫ້ເມືອງແລ້ວເດ້ດຽວນີ້ ມອບໃຫ້ເມືອງອອກໃຫ້ເລີຍເນາະ. ໂອ້ ໄດ້ເສັຽເງິນ ໄດ້ເສັຽເນາະ ແຕ່ວ່າ ຄັນອອກໄປຕາມຂອງລວມລະກະໄດ້ເສັຽໜ້ອຍເນາະ ເລື້ອງເສັຽຫັ້ນໄດ້ເສັຽເນາະ ເສັຽຄ່າຂະເຈົ້າວັດແທກ ຄ່ານໍ້າມັນຂະເຈົ້າມາຫັ້ນ ເນາະ ປ່ວຍການຂະເຈົ້າວ່າຊັ້ນສາ ແມ່ນແຫລະ ມີຈໍານວນນຶງຍັງບໍ່ທັນໄດ້ເນາະ ມີແຕ່ໃບແຈ້ງຫັ້ນເນາະ.

ກ່ຽວກັບເລື່ອງທີ່ວ່ານີ້ ຍານາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະ ຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ກ່າວຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 13 ມິຖຸນານີ້ວ່າ ທາງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ກໍໄດ້ຊຸກຍູ້ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ຍ້ອນທີ່ດິນ ທີ່ຍັງເຫລືອໃນການຂຶ້ນທະບຽນ ແລະອອກໃບຕາດິນຖາວອນນັ້ນ ແມ່ນຍັງເປັນດິນກະສິກໍາ ແລະປ່າໄມ້ ຊຶ່ງມີຂະໜາດກວ້າງຂວາງ ແລະຕ້ອງໃຊ້ເວລາ ໃນການວັດແທກຫລາຍ. ນອກຈາກນັ້ນ ການຮັບຮູ້ສິດໃນການນໍາໃຊ້ທີ່ດິນ ຫາກໍ່ໄດ້ຖືກຮັບຮອງຈາກຄະນະປະຈໍາ ສະພາແຫ່ງຊາດ ແລະກໍາລັງກຽມຜັນຂະຫຍາຍຢູ່ຫລາຍແຂວງ ເພິ່ມຂັ້ນຕອນໃນການອອກໃບຕາດິນ, ການມອບວຽກໃຫ້ເມືອງ, ໃຫ້ແຂວງ ຍັງໃຊ້ເວລາກວດກາເຕັກນິກ ແລະແກ່ຍາວ ບໍ່ສາມາດເຊັນໃບຕາດິນ, ການສໍາຫລວດ ວັດແທກຕອນດິນ ແມ່ນມີຫລາຍ ແຕ່ການເຊັນໃບຕາດິນອອກ ແມ່ນມີໜ້ອຍ.

ອີງຕາມລາຍງານຂອງ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ສໍາມະໂນຕອນດິນ ທີ່ເກັບກໍາໄດ້ທັງໝົດໃນທົ່ວປະເທດ ມີ 3 ລ້ານປາຍຕອນ, ໄດ້ຂຶ້ນທະບຽນ ແລະອອກໃບຕາດິນແລ້ວ 1.5 ລ້ານປາຍຕອນ, ສ່ວນທີ່ເຫລືອ ແມ່ນຢູ່ໃນແຜນການສູ້ຊົນປະຕິບັດ ຊຶ່ງເປັນການຍາກ ທີ່ຈະປະຕິບັດໃຫ້ສໍາເລັດ ໃນປີ 2025 ຕາມແຜນການ ຂອງລັດຖະບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.