ຂ່າວຄືບໜ້າຫຼ້າສຸດ ຂອງຄົນງານລາວ ຊື່ວ່າ ທ້າວ ອາລຸນ ຫຼື ຊື່ຫຼິ້ນ “ຈ່ອຍ” ພົມມະລາດ ອາຍຸ 24 ປີ, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງໄປເຮັດວຽກເປັນກັມມະກອນ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ຈົນລາວຖືກຈັບ ໃນວັນທີ 8 ເດືອນ 6 ປີ 2021. ພາຍຫຼັງສິ້ນສຸດຄະດີ ໃນວັນທີ 13 ເດືອນເມສາ ປີ 2022 ຈຶ່ງຖືກຍ້າຍໄປຢູ່ຄ້າຍຄຸມຂັງ ທີ່ມີ “ບາລັນຕິກ” ຣັັຖ ກະດະ ພາກເໜືອຂອງປະເທດມາເລເຊັຽ ແລະປັດຈຸບັນ ກໍາລັງລໍທາງການມາເລເຊັຽ ສົ່ງກັບປະເທດລາວ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຽ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ມິຖຸນາ 2023 ວ່າ:
“ຊອກຫາເພິ່ນເຫັນແລ້ວ ເພາະວ່າຕອນແລກ ຂະເຈົ້າແຈ້ງມາວ່າບໍ່ມີ ກະເລີຍໃຫ້ຂະເຈົ້າໄປຊອກຄືນອີກເທື່ອນຶ່ງ ຢູ່ບ່ອນລາວສົ່ງມາຫັ້ນແຫຼະ ມີແຕ່ຕອນນີ້ ກໍາລັງດໍາເນີນການຊິສົ່ງລາວກັບ ເພາະວ່າ ໄດ້ປະສານກັບທາງຄອບຄົວເພິ່ນຢູ່ ລະກະໄດ້ແຈ້ງ ເຣື່ອງລາຄາປີ້ຍົນຄ້າວໆ ໃຫ້ທາງຄອບຄົວຮັບຮູ້ແລ້ວ ຄິດວ່າ ຄືຊິສົ່ງໂຕລາວກັບໄວໆນີ້ແຫຼະ.”
ທ່ານກ່າວຕື່ມອີກວ່າ:
“ກ່ອນໜ້ານີ້ ທີ່ວ່າ ບໍ່ມີທ້າວອາລຸນ ຢູ່ບ່ອນຄ້າຍຄຸມຂັງດັ່ງກ່າວ ກໍຍ້ອນວ່າ ທາງເຈົ້າໜ້າທີ່ມາເລເຊັຽ ຄິດວ່າ ລາວເປັນຄົນສັນຊາຕພະມ້າ ບໍ່ແມ່ນຄົນລາວ ສ່ວນວັນ ເວລາ ທີ່ຈະສົ່ງທ້າວອາລຸນ ກັບລາວນັ້ນ ກໍແລ້ວແຕ່ທາງເຈົ້າໜ້າທີ່ ຂອງມາເລເຊັຽ ຖ້າຂະເຈົ້າແຈ້ງມາ ກໍຈະມີແຕ່ ບອກຄອບຄົວເພິ່ນວ່າ ຂະເຈົ້າຊິພ້ອມສົ່ງລາວເມືອຕອນໃດ.”
ພາຍຫຼັງຈາກ ທີ່ທາງຄອບຄົວ ຂອງທ້າວ ອາລຸນ ໄດ້ຮັບຂ່າວຈາກເຈົ້າໜ້າທີ່ ສະຖານທູດລາວ ປະຈໍາປະເທດມາເລເຊັຽ ວ່າຊອກເຫັນ ທ້າວອາລຸນແລ້ວ ທາງຄອບຄົວ ທັງດີໃຈ ແລະຕົກໃຈ.
ດັ່ງເອື້ອຍຂອງທ້າວ ອາລຸນ ໄດ້ເລົ່າໃຫ້ວິທຍຸ ເອເຊັຽ ເສຣີ ຟັງ ໃນວັນທີ 23 ມິຖຸນາ 2023 ວ່າ:
“ປະມານ 9 ໂມງເຄິ່ງນີ້ແຫຼະ ມັນຊິໄດ້ 10 ໂມງຍັງນີ້ແຫຼະ ພໍດີເຫັນອັນນັ້ນ ລາວສົ່ງຂໍ້ຄວາມມາ ເຫັນຮູບ ທ້າວຈ່ອຍ ທັງດີໃຈ ທັງຕົກໃຈຫັ້ນແຫຼະ ແນວຕື່ນນອນ ໄດ້ຍິນຂໍ້ຄວາມດັງ ກະເລີຍວ່າ ເຂົ້າເບິ່ງ ເຫັນຮູບກະຕົກໃຈໜ້ອຍນຶ່ງຫັ້ນນ່າ ບໍ່ຄຶດບໍ່ຝັນວ່າ ເອີ່ຊິເປັນຄວາມຈິງຫັ້ນນ່່າ ຕອນແລກລາວກະວ່າ ບໍ່ພໍ້ ບໍ່ຫຍັງ ຊື່ຂອງທ້າວອາຫຼອກອາລຸນ ເຮົາກໍເອີ່ ໝົດຫວັງ ບາດນີ້ ລາວກະວ່າ ຊິພຍາຍາມຊອກຫາຕື່ມ ລະກະເຫັນລາວ ສົ່ງຮູບສົ່ງຫຍັງ ກະດີໃຈ ແມ່ຫັ້ນລາວກໍາລັງນອນ ພໍດີໃຫ້ລາວເບິ່ງຮູບ ວ່າເອີ່ ເຂົາເຫັນລະເດີ້ລູກຊາຍແມ່ອິ່ຫຍັງ ອີ່ກະດີອົກດີໃຈ ກະຕື່ນນອນປັບ ລະລາວໄປບອກພໍ່ ພໍ່ກະດີໃຈ ວ່າເອີ່ ເຫັນລະກະດີ ເຮົາກະກຽມເງິນກຽມຄໍາ ລາວວ່າຊິ.”
ນາງກ່າວຕື່ມອີກວ່າ ສໍາລັບເຣື່ອງຄ່າປີ້ເຣືອບິນ ຈາກມາເລເຊັຽ ມາລາວ ທາງເຈົ້າໜ້າທີ່ສະຖານທູດ ເພິ່ນກໍໄດ້ແຈ້ງມາໃຫ້ຮູ້ຄ້າວໆແລ້ວ:
“ຊິຫາປີ້ຍົນທີ່ຖືກທີ່ສຸດ ລາວວ່າ ລະກະຊິປະສານ ທາງເຈົ້າໜ້າທີ່ເຂົາທາງນັ້ນແນ່ ແລ້ວລາວກະວ່າ ຄັນປະສານແລ້ວ ອິຫຍັງແລ້ວ ແລ້ວລາວຊິໂທຫາໃໝ່ ກະຊິສົ່ງ ສິກຽມເອກກະສອກ ກະສານນີ້ແຫຼະ ລາວວ່າ.”
ໃນຂະນະທີ່ ຜູ້ເປັນເອື້ອຍ ຂອງທ້າວອາລຸນ ອີກຄົນນຶ່ງ ກໍກ່າວວ່າ:
“ກະດີໃຈຫັ້ນລະ ກະແມ່ນ ບໍ່ຄິດ ບໍ່ຝັນຫັ້ນແຫຼະ ວ່າຊິໄດ້ຂ່າວອີ່ຫຍັງຫັັນນ່າ ຄັນວ່າຊິໄດ້ ກະຊິແມ່ນທາງນ້ອງປະສານງານໃຫ້ ອັນນີ້ກະຄືວ່າ ປຶບປັບ ຄືວ່າໃນຄວາມຝັນ ອິຫຍັງນິ່ ຈັກຢ່າງນິ່ແຫຼະ ກະດີໃຈຫັ້ນລະ ຄຶດວ່າມັນຕາຍແລ້ວ ປານນີ້ ບໍ່ຮູ້ຂ່າວອິິຫຍັງ.”
ສໍາລັບຜູ້ເປັນອ້າຍ ທີ່ຮູ້ຂ່າວວ່າ ເຈົ້າໜ້າທີ່ສະຖານທູດລາວ ຢູ່ປະເທດມາເລເຊັຽ ຊອກເຫັນທ້າວ ອາລຸນແລ້ວ ກໍສຸດທີ່ຈະດີໃຈ.
ດັ່ງທ່ານກ່າວວ່າ:
“ຕາມຮູບເພິ່ນ ຮູບເພິ່ນສົ່ງມາໃຫ້ນີ້ ແມ່ນ 100 ເລີຍ ກະແມ່ນ 100% ແຫຼະ ສຸດດີໃຈຫັ້ນລະ ແຕ່ວ່າທໍາອິດ ກະບໍ່ເຫັນຮູບ ມີແຕ່ນ້ອງສາວສົ່ງມາໃຫ້ ເພາະວ່າເພິ່ນກະຢູ່ບ້ານ ມາເຫັນນ້ອງສາວສົ່ງມາໃຫ້ ວ່າເຫັນຮູ້ຣາຍລະອຽດ ລະພໍດີ ມາໄລຍະນຶ່ງ ພໍດີມາເຫັນຮູບຫັ້ນແຫຼະ ທີ່ເພິ່ນສົ່ງມາໃຫ້ ກະໂອ້ ໂຄດດີໃຈແຫຼະ ດີໃຈສຸດໆແຫຼະ.
ນອກຈາກນີ້ ອ້າຍຂອງທ້າວ ອາລຸນ ພົມມະລາດ ກໍຍັງຂໍຝາກຄວາມຂອບໃຈ ເຖິງເຈົ້າໜ້າທີ່ສະຖານທູດລາວ ປະຈໍາປະເທດມາເລເຊັຽ ນໍາດ້ວຍ:
“ອັນນີ້ກະຂອບໃຈຫຼາຍໆ ທາງເຈົ້າໜ້າທີ່ສະຖານທູດ ເພິ່ນກະໄດ້ຊອກຄົ້ນ ຫານ້ອງຊາຍໄດ້ພໍ້ໄດ້ເຫັນແລ້ວ ຂໍຂອບໃຈເພິ່ນເທື່ອນຶ່ງ ເປັນທີ່ດີໝົກດີໃຈສຸດໆຫັ້ນແຫຼະ ຈົນນອນບໍ່ຫຼັບຫັ້ນແຫຼະ ຮູບນ້ອງຊາຍ ເພິ່ນສົ່ງມາໃຫ້ ດີໃຈ ອະຫຼີອະຫຼໍຫັ້ນແຫຼະ ບໍ່ມີຫຍັງຊິຕອບສນອງບຸນຄຸນເພິ່ນ ກະຂໍໃຫ້ເພິ່ນ ມີອາຍຸໝັ້ນຂວັນຍືນ ເຮັດວຽກເຮັດງານເດີນແມ່ນແລ່ນສະດວກ ໃຫ້ໄດ້ເປັນເຈົ້າເປັນນາຍ ລໍ້າລວຍທີ່ສຸດຫັ້ນແຫຼະ.”
ກ່ຽວກັບກໍຣະນີ ຂອງອາລຸນ ຫຼື ມີຊື່ຫຼິ້ນ ວ່າ “ຈ່ອຍ” ພົມມະລາດ ນີ້, ເປັນຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງໄປເຮັດວຽກເປັນກັມມະກອນ ຢູ່ສວນຢາງພາຣາ ທີ່ປະເທດມາເລເຊັຽ ໄດ້ປະມານ 4 ປີ ແລ້ວຖືກຕໍາຣວດຈັບ ປັດຈຸບັນ ກໍາລັງລໍຖ້າທາງການມາເລເຊັຽ ສົ່ງໂຕກັບປະເທດລາວ. ສະບາຍດີ