ຣັຖບານ ຈະປັບໂຄງສ້າງໜີ້, ເລື່ອນສຳລະໜີ້ຕ່າງປະເທດ
2023.06.27
ຣັຖບານລາວ ມີໜີ້ສິນຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ສະຫະຣັຖ ຫຼື ຄິດເປັນ 68.1% ຂອງ GDP ໃນນີ້ຍັງບໍ່ລວມໜີິີ້ສິນ ຈາກທະນາຄານ ແລະ ບໍຣິສັດເອກະຊົນ ພາຍໃນປະເທດ ອີງຕາມບົດຣາຍງານ ເສຖກິຈ ປະຈຳປີ 2022 ຂອງທະນາຄານ ແຫ່ງຊາຕລາວ.
ຈໍານວນໜີ້ສິນ ມະຫາສານນີ້ ໄດ້ກາຍເປັນບັນຫາຫຍຸ້ງຍາກ ໃຫ້ກັບຣັຖບານລາວ ເພາະບໍ່ສາມາດຫາເງິນມາຊຳລະ ຄືນໄດ້ຕາມກຳນົດ ຈົນເຮັດໃຫ້ຣັຖບານລາວ ຕ້ອງໄປເຈຣະຈາ ດັດແກ້ໂຄງສ້າງໜີ້ສິນ ແລະ ເລື່ອນໄລຍະເວລາ ການຊຳລະໜີ້ອອກໄປຕື່ມ.
ດັ່ງ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີ ກ່າວຕໍ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 26 ມິຖຸນານີ້ວ່າ:
“ຣັຖບານໄດ້ສືບຕໍ່ເອົາໃຈໃສ່ ເປັນພິເສດ ຕໍ່ການຄຸ້ມຄອງ ແລະແກ້ໄຂໜີ້ສິນ ໄປຕາມຂອບແຜນທີ່ກຳນົດໄວ້ ແລະສາມາດປະຄັບປະຄອງ ໃນການຊຳລະໜີ້ສິນ ໄດ້ຮັບປະກັນບໍ່ໃຫ້ຕົກ ເຂົ້າໃນປະເທດ ບໍ່ສາມາດຊຳລະໜີ້ສິນໄດ້ ໂດຍໄດ້ສຸມໃສ່ແກ້ໄຂໜີ້ສິນ ຕ່າງປະເທດດ້ວຍການເຈຣະຈາ ດັດແກ້ໂຄງສ້າງໜີ້ ແລະເລື່ອນໄລຍະເວລາ ຊຳລະໜີ້ ອອກໄປຕື່ມ.”
ນັບແຕ່ປີ 2019 ເປັນຕົ້ນມາ ຣັຖບານລາວ ຕ້ອງຊຳລະໜີ້ສິນ ຕ່າງປະເທດ ເພີ່ມຂຶ້ນຫຼາຍກ່ວາ 1 ຕື້ ໂດລ້າຣ໌ ສະຫະຣັຖຕໍ່ປີ ຈາກປົກກະຕິບໍ່ເກີນ 160 ລ້ານໂດລ້າຣ໌ ສະຫະຣັຖ ຕໍ່ປີ ແລະ ໃນຈຳນວນນີ້ຍັງບໍ່ລວມການຊຳລະໜີ້ສິນ ພາຍໃນ. ສ່ວນປະເທດທີ່ຣັຖບານລາວ ຈະມີການດັດແກ້ ໂຄງສ້າງໜີ້ສິນ ແລະເລື່ອນໄລຍະເວລາ ການຊຳລະໜີ້ ອອກໄປຕື່ມນັ້ນ ຄາດວ່າ ຈະເປັນຈີນເພາະປັດຈຸບັນ ຣັຖບານລາວມີໜີ້ສິນ ກັບຈີນສູງກ່ວາ 40% ຂອງ GDP ຈາກການກູ້ຢືມ ມາລົງທຶນພັທນາໂຄງສ້າງ ພື້ນຖານ ແລະສ້າງແຫຼ່ງພະລັງງານ.
ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີ ກະຊວງການເງິນ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕ ໃນມື້ດຽວກັນວ່າ ຣັຖບານລາວພະຍາຍາມ ແກ້ໄຂບັນຫາໜີ້ສິນ ຕ່າງປະເທດ ທີ່ນັບມື້ນັບຈະເພີ່ມຂຶ້ນ ໂດຍການຈັດເກັບລາຍຮັບ ບໍ່ໃຫ້ເກີດການຮົ່ວໄຫຼ, ປາບປາມການສໍ້ຣາສບັງຫຼວງ, ການຂາຍຊັບສິນຂອງຣັຖ ແລະ ການປະຕິບັດ ນະໂຍບາຍປະຢັດ.
ນອກຈາກນີ້ ມີຍັງມີການຂາຍຮຸ້ນ ແລະ ຍຸບບາງຣັຖວິສາຫະກິຈ ຕາມແຜນປະຕິຮູບ ຂອງຣັຖບານລາວສືບເນື່ອງ ຈາກສະພາບ ຂອງຣັຖວິສາຫະກິຈ ບາງຫົວໜ່ວຍບໍ່ມີຄວາມເຂັ້ມແຂງ, ຂາດທຶນຕໍ່ເນື່ອງ ແລະ ສ້າງໜີ້ສິນ ໂດຍບໍ່ຄຳນຶງເຖິງຄວາມສາມາດ ໃນການຊຳລະ ແລະ ກາຍເປັນພາລະແບກຫາບ ແກ່ຣັຖບານ.
ດັ່ງທ່ານໄດ້ກ່າວຕອນໜຶ່ງວ່າ:
“ກໍໄດ້ສຸມໃສ່ຊຳລະໜີ້ສິນ ພາຍໃນ ແລະຕ່າງປະເທດ ຕາມຂໍ້ຜູກພັນສັນຍາ, ສຸມໃສ່ປະຕິບັດນະໂຍບາຍປະຢັດ ແລະຕ້ານການຟຸມເຟືອຍ ງົບປະມານແຫ່ງຣັຖ, ການປະຕິຮູບຣັຖວິສາຫະກິຈ ຈຳນວນ 19 ຫົວໜ່ວຍໃນນັ້ນ 1 ຫົວໜ່ວຍຈະຂາຍຫຸ້ນ ອອກແລະ 4 ຫົວໜ່ວຍຈະຍຸບເລີກ ຕາມແຜນທີ່ໄດ້ກຳນົດໄວ້.”
ສຳລັບຣັຖວິສາຫະກິຈ ທີ່ຣັຖບານລາວຈະຂາຍຫຸ້ນອອກນັ້ນ ຄືຣັຖວິສາຫະກິຈສນອງວັດຖຸ ເທັກນິກເຊິ່ງປັດຈຸບັນ ຣັຖບານຖືຫຸ້ນຢູ່ 100% ແລະ ອີກ 4 ຫົວໜ່ວຍວິສາຫະກິຈ ທີ່ຣັຖບານລາວຈະຍຸບ ຄືຣັຖວິສາຫະກິຈ ນໍ້າມັນເຊື້ອໄຟດາຟີ (DAFI), ຣັຖວິສາຫະກິຈຝ້າຍລາວ, ບໍຣິສັດ ວິສະວະກັມສ້ອມແປງເຮືອບິນ (LESCO) ແລະ ຣັຖວິສາຫະກິຈ ຂົນສົ່ງນໍ້າມັນເຊື້ອໄຟລາວ.
ດຣ. ຄໍາເຈນ ວົງໂພສີ, ຣັຖມົນຕຣີກະຊວງ ແຜນການ ແລະການລົງທຶນ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕວ່າ ຈຳນວນໜີ້ສິນ ມະຫາສານຈົນ ບໍ່ສາມາດຊຳລະໜີ້ຄືນໄດ້ ຕາມກຳນົດ ແລະຕ້ອງເລື່ອນການຊຳລະໜີ້ ອອກໄປຕືື່ມ ນັ້ນໄດ້ສົ່ງຜົລຢ່າງໜັກ ຕໍ່ເສຖກິຈ-ສັງຄົມ ໃນປັດຈຸບັນເພາະຣັຖບານ ບໍ່ສາມາດມີເງິນລົງທຶນ ພຽງພໍທີ່ຈະໄປພັທນາ ດ້ານຕ່າງໆໄດ້ຕາມແຜນການ ເພື່ອໃຫ້ປະເທດລາວ ບັນລຸເປົ້າໝາຍການພັທນາ ແບບຍືນຍົງ ຈຳນວນ 18 ເປົ້າໝາຍ ຕາມແນວທາງຂອງອົງການ ສະຫະປະຊາຊາຕ ກຳນົດໄວ້.
ດັ່ງທ່ານໄດ້ກ່າວຕອນໜຶ່ງວ່າ:
“ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ ໄດ້ສະສົມມາຫຼາຍປີ ບວກກັບເສຖກິຈ ແຫ່ງຊາຕ ຂອງພວກເຮົາ ແມ່ນຍັງອ່ອນນ້ອຍຫຼາຍ ອັນໄດ້ເປັນສີ່ງທ້າທາຍ ແລະຜົລກະທົບ ທາງກົງ ແລະທາງອ້ອມ ຕໍ່ການພັທນາເສຖກິຈ-ສັງຄົມ ຂອງປະເທດ.”
ຕໍ່ກັບຄຳກ່າວຣາຍງານ ຂອງຣັຖບານລາວ ໃນກອງປະຊຸມຄັ້ງນີ້ ກໍເຮັດໃຫ້ຊາວລາວ ຈຳນວນໜຶ່ງ ຮູ້ສຶກຜິດຫັວງ ຕໍ່ການເຮັດວຽກ ຂອງຣັຖບານລາວ ເພາະເຫັນວ່າ ຣັຖບານລາວຍັງບໍ່ໄດ້ເອົາໃຈໃສ່ ທີ່ຈະແກ້ບັນຫາຕ່າງໆ ດີເທົ່າທີ່ຄວນໂດຍສະເພາະ ເຣື່ອງການແກ້ໄຂບັນຫາ ສະພາບເງິນເຟີ້ ແລະເງິນກີບອ່ອນຄ່າ.
ສ່ວນບັນຫາການເປັນໜີ້ ຕ່າງປະເທດຫຼາຍນັ້ນ ສາເຫດສໍາຄັນ ຣັຖບານລາວ ບໍ່ມີການຕິດຕາມ-ກວດກາງົບປະມານ ແລະງົບປະມານ ຮົ່ວໄຫຼ ຖ້າຫາກຣັຖບາລາວ ໝົດທາງທີ່ຫາເງິນ ມາຊຳລະຄືນ ແລ້ວກໍຈຳເປັນທີ່ຈະຕ້ອງຂາຍຮຸ້ນ ຫຼື ຊັບສິນມີຄ່າ ຂອງປະເທດ ກໍຈະບໍ່ຄັດຄ້ານ ເພື່ອໃຊ້ໜີ້.
ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 27 ມິຖຸນານີ້ວ່າ:
“ເຣື່ອງການຄຸ້ມຄອງ ຣັຖວິສາຫະກິຈໂຕນີ້ ຜູ້ໃດກາບໍ່ໄດ້ຮໍ່າຮຽນມາສູງ ບໍ່ມີບ່ອນໃດທີ່ວ່າຊິມາກວດກາ ຄືນຈຶ່ງເຮັດໃຫ້ລາຍໄດ້ຂອງພັກ-ຣັຖ ໃນແຕ່ລະປີມັນສູນເສັຍຊັ້ນ ມັນໄປບໍ່ລອດເປັນໜີ້ສິນ ຕ່າງປະເທດຄວາມເຫັນສ່ວນໂຕ ກາບໍ່ເຫັນດີຫັ້ນແລ້ວເວົ້າລວມ ແລ້ວມັນໄປບໍ່ລອດເປັນການຈຳເປັນອັນນີ້.”
ສ່ວນຊາວລາວ ໃນແຂວງບໍ່ແກ້ວ ກ່າວວ່າຢາກໃຫ້ຣັຖບານລາວ ໄດ້ລົງພື້ນທີ່ເບິ່ງສະພາບໂຕຈິງ ໃຫ້ໄດ້ເຫັນຄວາມທຸຍາກ, ການດິ້ນຮົນ ໃນການທຳມາຫາກິນ ເພື່ອສູ້ຊົນກັບສະພາບ ເສຖກິຈ-ການເງິນ ໃນປັດຈຸບັນ ໂດຍສະເພາະບັນຫາເຣື່ອງເງິນເຟີ້ ຮຸນແຮງທີ່ເຮັດໃຫ້ລາຄາສິນຄ້າ ເພີ່ມສູງຂຶ້ນນັບມື້.
ດັ່ງຊາວລາວ ທ່ານນີ້ກ່າວວ່າ:
“ເຂົາ (ຣັຖບານ) ກາເຫັນໃຈເຮົາແນ່ວ່າເນາະ ຄ່າໃຊ້ຈ່າຍ ມັນກາສູງບາດນີ້ ຄືໄປຕລາດນີ້ ເງິນໜຶ່ງແສນກີບ ບໍ່ໄດ້ຫຍັງເລີຍທຽບໃສ່ແຕ່ເກົ່າ ຕອນເງິນຍັງບໍ່ເຟີ້ ນ່າດຽວນີ້ມັນຍາກແລ້ວ.”
ກ່ອນໜ້ານີ້ ບໍຣິສັດ ປະກັນໄພ Credendo ຂອງຢູໂຣບກໍໄດ້ຣາຍງານວ່າ ປະເທດລາວອາຈບໍ່ສາມາດ ຊຳລະໜີ້ສິນ ໄດ້ຕາມເປົ້າໝາຍ ແລະຍັງມີທ່າອ່ຽງ ທີ່ອາຈຜິດນັດ ຊຳລະໜີ້ສິນ ກັບຕ່າງປະເທດ ແລະບໍຣິສັດເອກະຊົນ ເນື່ອງຈາກປະເທດລາວ ກຳລັງຢູ່ໃນສະພາບເສຖກິຈ ຕົກຕໍ່າບວກກັບພາວະເງິນເຟີ້ ແລະເງິນກີບອ່ອນຄ່າ. ເມື່ອປີ 2021 ທະນຄານໂລກ ໄດ້ອອກຣາຍງານ ໂດຍລະບຸວ່າ ຜົລຜລິດມວນລວມ ຫຼື GDP ຂອງລາວໃນປີ 2021 ມີຢູ່ປະມານ 18.83 ຕື້ໂດລ້າຣ໌ສະຫະຣັຖ.