ຂຶ້ນລາຄານ້ຳມັນ ກະທົບພາກທຸຣະກິຈ-ພາກປະຊາຊົນ
2023.06.27
ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ລົງວັນທີ 21 ມິຖຸນາ 2023 ປັບຂຶ້ນລາຄານໍ້າມັນໃນຂອບເຂດທົ່ວປະເທດ ປະກອບດ້ວຍ ນໍ້າມັນແອັດຊັງພິເສດ 95 ປັບຂຶ້ນ ລິດລະ 1,050 ກີບ, ນໍ້າແອັດຊັງທັມມະດາ ປັບຂຶ້ນ ລິດລະ 560 ກີບ ແລະນໍ້າມັນກາຊ້ວນ ປັບຂຶ້ນ ລິດລະ 550 ກີບ. ການຂຶ້ນລາຄານໍ້າມັນເຊື້ອເພີງ ສົ່ງຜົລໃຫ້ລາຄານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ມີການປັບຂຶ້ນດັ່ງນີ້:
- ລາຄານໍ້າມັນ ແອັດຊັງພິເສດ ຈາກລິດລະ 25,720 ກີບ ຂຶ້ນເປັນ 26,770 ກີບ,
- ລາຄານໍ້າມັນ ແອັດຊັງທັມມະດາ ຈາກລິດລະ 20,110 ກີບ ຂຶ້ນເປັນ 20,670 ກີບ ແລະ
- ລາຄານໍ້າມັນກາຊ້ວນ ຈາກລິດລະ 17,260 ກີບ ຂຶ້ນເປັນ 17,810 ກີບ.
ໂດຍລາຄາໃໝ່ນີ້ ເຣີ່ມໃຊ້ຕັ້ງແຕ່ວັນທີ 22 ມິຖຸນາ 2023 ເວລາ 6 ໂມງເຊົ້າທີ່ຜ່ານມາ ແລະການປັບລາຄາເທື່ອນີ້ ແມ່ນເປັນເທື່ອທີ 4 ຂອງເດືອນມິຖຸນາ ເຊິ່ງເຈົ້າຂອງປໍ້ານໍ້າມັນ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ ລາຄານໍ້າມັນນີ້ ຍັງຖືວ່າແພງ ຍ້ອນເດືອນນີ້ ມີການປັບຂຶ້ນຕລອດ ແລະຄາດວ່າອາທິດໜ້າ ຈະປັບຂຶ້ນອີກ.
ດັ່ງທ່ານກ່າວ ຕໍ່ວິທຍຸ ເອເຊັຽ ໃນວັນທີ 23 ມິຖຸນາ ນີ້ວ່າ:
“ກະແພງແທ້ແຫຼະ ປັບຂຶ້ນຕລອດ ຊ່ວງນີ້ມັນຂຶ້ນຫຼາຍ ເດືອນນີ້ນ່າ ປົກກະຕິແຫຼະ ເຂົາຈົ່ມ ເພາະວ່າ ລາຄານໍ້າມັນຂຶ້ນສູງ ດຽວນີ້ກາຊ້ວນ ກະຊ້ວນເຂົ້າ 18 (ພັນ) ແລ້ວເດ້ 17,000 ປາຍແລ້ວເດ້ ແອັດຊັງ ກໍ 20,000 ແລ້ວເດ້ (ອາທິດໜ້າ) ໄດ້ຍິນຂ່າວຄາວວ່າ ຈະຂຶ້ນແທ້ລະ (ເພາະ) ເງິນບາທຂຶ້ນ ໂດລ້າຣ໌ ຂຶ້ນ.”
ຂະນະທີ່ ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທີ່ເຮັດວຽກປະຈໍາ ແລະຄ້າຂາຍອ໋ອນລາຍນ໌ ກ່າວວ່າ ລາຄານໍ້າມັນທີ່ຖືກປັບຂຶ້ນ ເຮັດໃຫ້ຕົ້ນທຶນ ໃນການໃຊ້ຊີວິດປະຈໍາວັນສູງຂຶ້ນ ຍ້ອນຕ້ອງໃຊ້ຣົຖທຸກມື້.
ດັ່ງທ່ານກ່າວວ່າ:
“ກາຊ້ວນ ກໍປະມານ 18,000 ອາທິດນຶ່ງ ກໍຊິເຕີມຄັ້ງນຶ່ງ ກໍສໍາລັບພະນັກງານ ທຽວວຽກ-ທຽວການ ກໍເປັນ. ເຮົາໄດ້ເຕີມ ໄດ້ໃຊ້ທຸກມື້ ສະເພາະຂົນສົ່ງ ກໍແຫ່ງກະທົບຫຼາຍ ຕົ້ນທຶນເນາະ ຕົ້ນທຶນກໍແພງຂຶ້ນ ທຽວວຽກ. ເປັນເງິນກໍເພີ່ມຂຶ້ນ ໄປສົ່ງນັ້ນ ສົ່ງນີ້ ສົ່ງຂອງ ກໍຕ້ອງໃຊ້ນໍ້າມັນຣົຖໄປສົ່ງ.”
ການປັບຂຶ້ນລາຄານໍ້າມັນ ສົ່ງຜົລກະທົບຕໍ່ ຄົນເຮັດທຸຣະກິຈ ກ່່່ຽວກັບການຂົນສົ່ງຫຼາຍ ເຮັດໃຫ້ຄ່າໃຊ້ຈ່າຍ ໃນການຕື່ມນໍ້າມັນ ເພີ່ມຂຶ້ນກວ່າ 2 ເທົ່າ.
ດັ່ງຜູ້ປະກອບການ ຂັບຣົຖຕູ້ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ແພງ ຜົລກະທົບຕໍ່ການຂົນສົ່ງນີ້ແຫຼະ ຄົມມະນາຄົມຂົນສົ່ງ ເພາະຂ້ອຍເປັນຣົຖໂດຍສານ ສະເພາະແຕ່ຄ່ານໍ້າມັນ ເພາະວ່າ ເຮົາແລ່ນເປັນຣົຖສາຍທາງ ປະຈໍາທາງ ແຕ່ຕົ້ນທາງໄປຫາປາຍທາງ ໄປ-ກັບ ມັນກໍໝົດຢູ່ລ້ານກວ່າແລ້ວ 1,500,000-1,600,000. ໄປ-ກັບກະດາຍ ແລະຄືເມື່ອກ່ອນໄປກັບແທ້ ມັນກໍ 800,000. ດຽວນີ້ ມັນຕົກຢູ່ 1,600,000.”
ນອກຈາກນີ້ ລາຄານໍ້າມັນ ຍັງສົ່ງຜົລຕໍ່ລາຄານໍາເຂົ້າສິນຄ້າ ນໍາເຂົ້າຄືກັນ ເປັນຕົ້ນ ອາຫານທະເລ ທີ່ຕ້ອງນໍາເຂົ້າຈາກໄທຍ ແລະວຽດນາມ ເຮັດໃຫ້ລາຄາອາຫານທະເລສູງຂຶ້ນ ຍ້ອນຕົ້ນທຶນທີ່ສູງຂຶ້ນ.
ດັ່ງພໍ່ຄ້າ ຂາຍອາຫານທະເລ ຢູ່ແຂວງຄໍາມ່ວນ ທ່ານນຶ່ງ ກ່າວວ່າ:
“ແມ່ນລະ ຂຶ້ນກັບຄ່າຂົນສົ່ງ ບາງມື້ບາງເທື່ືອ ໄປເອົາກະຂະເຈົ້າ ກໍໄລ່ລາຄາໃໝ່ ຄືໄປເອົາແຕ່ລະງວດ ລາຄາມັນບໍ່ໄດ້ຄືກັນແດ່ ລູກຄ້າກໍບໍ່ຢາກຊື້ປານໃນເນາະ ມັນແພງ ຖ້າເປັນກຸ້ງ ໂຕທີ່ຂະເຈົ້າປອກແລ້ວ ຖືກໂລລະ 120,000 ລະ ແຕ່ກ່ອນມັນລາຄາບໍ່ສູງປານນີ້ ກໍຂາຍງ່າຍຢູ່ ແຕ່ວ່າ ລາຄາ ມາທຸກມື້ນີ້ ລາຄາມັນສູງ ຂາຍກໍຍາກ ເຂົາກໍບວກທັງຄ່ານໍ້າມັນ ຄ່າຂົນສົ່ງ ຄ່າຫຍັງຫຼາຍໆຢ່າງ.”
ວິທຍຸ ເອເຊັຽ ເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່ຽວກັບເຣື່ອງນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້ ໃນມື້ວັນທີ 23 ມິຖຸນາ 2023 ອີງຕາມອັດຕຣາແລກປ່ຽນ ຂອງທະນາຄານ ການຄ້າຕ່າງປະເທດລາວ ທີ່ເງິນກີບລາວ ອ່ອນຄ່າລົງອີກ ທຽບໃສ່ເງິນຕຣາຕ່າງປະເທດ ເປັນຕົ້ນ 1 ບາທ(ໄທຍ) ຢູ່ທີ່ 563 ກີບ ແລະ 1 ໂດລ້າຣ໌ສະຫະຣັຖ ຢູ່ທີ່ 19,101 ກີບ.
ການປັບຂຶ້ນ ລາຄານໍ້າມັນເທື່ອນີ້ ເປັນເທື່ອທີ 4 ຂອງເດືອນມິຖຸນາ 2023 ໂດຍກ່ອນໜ້ານີ້ ເມື່ອວັນທີ 1 ມິຖຸນາ ລາຄານ້ຳມັນແອັດຊັງພິເສດ ປັບຂຶ້ນ ລິດລະ 60 ກີບ, ລາຄານ້ຳມັນ ແອັດຊັງທັມມະດາ ປັບລົງ ລິດລະ 50 ກີບ ແລະ ລາຄານ້ຳມັນກາຊ້ວນ ບໍ່ມີການປັບລາຄາ, ຕໍ່ມາ ໃນວັນທີ 8 ມິຖຸນາ ລາຄານ້ຳມັນແອັດຊັງພິເສດ ປັບຂຶ້ນ ລິດລະ 440 ກີບ, ລາຄານ້ຳມັນແອັດຊັງທັມມະດາ ປັບຂຶ້ນ ລິດລະ 300 ກີບ, ແລະ ລາຄານ້ຳມັນກາຊ້ວນ ປັບຂຶ້ນ ລິດລະ 160 ກີບ ແລະ ໃນວັນທີ 15 ມິຖຸນາ ລາຄານ້ຳມັນແອັດຊັງພິເສດ ປັບຂຶ້ນອີກ ລິດລະ 400 ກີບ, ລາຄານ້ຳມັນແອັດຊັງທັມມະດາ ປັບຂຶ້ນອີກ ລິດລະ 390 ກີບ, ແລະ ລາຄານ້ຳມັນກາຊ້ວນ ປັບຂຶ້ນອີກ ລິດລະ 200 ກີບ.