ພາກທຸລະກິດ ໃນລາວ ຈະຂຶ້ນຄ່າແຮງງານ

ຄົນງານຊາວລາວທີ່ເຮັດວຽກຢູ່ປະເທດໄທ ຈຳນວນຫຼາຍ ລໍຖ້າຂຶ້ນນລົດໂດຍສານ ທີ່ສະຖານີຂົນສົ່ງໝໍຊິດ ນະຄອນຫຼວງບາງກອກ ປະເທດໄທ ເພື່ອເດີນທາງກັບໄປສະຫຼອງບຸນປີໃໝ່ລາວ. ວັນທີ 12 ເມສາ 2024.
ຄົນງານຊາວລາວທີ່ເຮັດວຽກຢູ່ປະເທດໄທ ຈຳນວນຫຼາຍ ລໍຖ້າຂຶ້ນນລົດໂດຍສານ ທີ່ສະຖານີຂົນສົ່ງໝໍຊິດ ນະຄອນຫຼວງບາງກອກ ປະເທດໄທ ເພື່ອເດີນທາງກັບໄປສະຫຼອງບຸນປີໃໝ່ລາວ. ວັນທີ 12 ເມສາ 2024. (RFA)

0:00 / 0:00

ພາກທຸລະກິດໃນລາວ ກໍາລັງພິຈາລະນາປັບຂຶ້ນຄ່າແຮງງານ ເພື່ອໃຫ້ສອດຄ່ອງກັບອັດຕາເງິນກີບເຟີ້ ແລະຄ່າຄອງຊີບໃນປັດຈຸບັນ ທີ່ສູງຂຶ້ນນໍາເລື້ອຍໆ.

ບັນຫາທີ່ວ່ານີ້ ພາກທຸລະກິດໃນລາວ ໄດ້ສະເໜີຂຶ້ນເງິນເດືອນຂັ້ນຕໍ່າ, ຄ່າເຮັດວຽກລ່ວງເວລາ ແລະຄ່າສະວັດດິການຕ່າງໆ ໃຫ້ຄົນງານ ຍ້ອນຕ້ອງການດຶງດູດ ຄົນງານລາວ ເຮັດວຽກນໍາ ແລະແກ້ໄຂບັນຫາການຂາດເຂີນແຮງງານຢູ່ລາວ.

ກ່ຽວກັບເລື່ອງນີ້ ເຈົ້າຂອງໂຮງງານຕັດຫຍິບຂະໜາດນ້ອຍ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ຄົນງານຕັດຫຍິບຢູ່ໂຮງງານຂອງນາງ ໄດ້ເງິນເດືອນປະມານ 2 ລ້ານ ຫາ 4 ລ້ານກີບ ຄືສູງກວ່າຄ່າແຮງງານຂັ້ນຕໍ່າຢູ່ລາວ, ນອກ ຈາກນັ້ນ ຍັງມີຄ່າສະຫວັດດີການຕ່າງໆນໍາອີກ ເປັນຕົ້ນ ແມ່ນຄ່ານໍ້າມັນໃສລົດ.

ຖ້າວ່າຈະປັບຂຶ້ນຫລາຍກວ່ານີ້ ກໍຕ້ອງໄດ້ເບິ່ງຫລາຍປັດໄຈ ເປັນຕົ້ນລາຄາສິນຄ້າ ທີ່ທາງໂຮງງານຈໍາໜ່າຍ ແລະຕົ້ນທຶນການຜະລິດ.

ດັ່ງທີ່ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶດສະພານີ້ວ່າ:

“ຄັນຊິຂຶ້ນຄ່າແຮງງານບໍ່ ມັນຕ້ອງເບິ່ງການຈໍາໜ່າຍສິນຄ້າຂອງເຮົາເນາະຫັ້ນນ່າ ຄັນຖ້າວ່າເຮົາສາມາດຈໍາໜ່າຍລາຄາຂຶ້ນຕາມທ້ອງຕະຫລາດເນາະ ຊ້ວງນີ້ວັດຖຸເຮົາກໍແພງຫັ້ນນ່າ ຖ້າວ່າເຮົາເພີ້ມລາຄາໂຕນີ້ໄດ້ ເຮົາຈັ່ງຄ່ອຍສາມາດເພີ້ມໃຫ້ຄົນງານເຮົາໄດ້ ຄັນເຮົາຂາຍໃນລາຄາທີ່ມັນຖືກ ແຕ່ເຮົາສິຕ້ອງຈ້າງແພງເນາະ ມັນຄືບໍ່ລອດຫັ້ນນ່າ ກໍຕ້ອງໄດ້ເບິ່ງທັງ 2 ຝ່າຍ.”

ແລະເຈົ້າຂອງໂຮງງານຜະລິດນໍ້າດື່ມ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນາງນຶ່ງກໍເວົ້າວ່າ ໂຮງງານນໍ້າດື່ມຫລາຍແຫ່ງ ຂາດເຂີນຄົນງານ ດັ່ງນັ້ນຈຶ່ງໄດ້ປັບຄ່າແຮງງານ-ເງິນເດືອນ ຂຶ້ນເປັນປະມານ 3 ລ້ານກີບ ເພື່ອດຶງດູດຄົນງານ ໃຫ້ມາເຮັດວຽກນໍາ ແລະສະມາຄົມນໍ້າດື່ມ ຕ້ອງໄດ້ປັບຂຶ້ນລາຄານໍ້າດື່ມຂຶ້ນ 2 ພັນກີບຕໍ່ຕຸກ ໃນເດືອນເມສາທີ່ຜ່ານມາ ຍ້ອນຕົ້ນທຶນການຜະດິດສູງຂຶ້ນ.

ສ່ວນວ່າ ຄ່າແຮງງານ ຈະຖືກປັບເພີ່ມຂຶ້ນເທົ່າໃດນັ້ນ ນາງກໍບໍ່ຮູ້, ແຕ່ກໍອາດຈະແມ່ນ 3 ລ້ານກີບຢ່າງຕໍ່າ.

ດັ່ງທີ່ນາງກ່າວວ່າ:

“ເອື້ອຍກໍຍັງບໍ່ຮູ້ເທື່ອ ເພາະວ່າຂຶ້ນໃຫ້ 2 ພັນກີບເລີ້ມຂຶ້ນເດືອນ 4 ນີ້ມາ ກໍຍັງບໍ່ຮູ້ເທື່ອ ຕອບບໍ່ໄດ້ ກໍພໍໄດ້ແຍງຫັ້ນແຫລະ ເພາະບາງຄົນໃຫ້ເງິນເດືອນສູງແລ້ວເຂົາກໍໄປ ສິຫລາຍກວ່າ 3 ລ້ານພຸ້ນແຫລະ 3 ລ້ານຫັ້ນແຫລະຢ່າງຕໍ່າ.”

ໃນຂະນະທີ່ຄົນງານລາວ ທີ່ກໍາລັງຊອກຫາວຽກເຮັດ ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ຜູ້ນຶ່ງເວົ້າວ່າ ຕົນຢາກໄປເຮັດວຽກ ຢູ່ປະເທດໄທ ຄືກັນກັບຄົນອື່ນໆ ຍ້ອນໄດ້ເງິນຫລາຍກວ່າເຮັດວຽກຢູ່ລາວ ແລະວ່າ ເຫັນດີນໍາພາກທຸລະກິດລາວ ທີ່ຈະປັບຂຶ້ນເງິນເດືອນຂອງຄົນງານ ຊຶ່ງເງິນເດືອນທີ່ຕ້ອງການນັ້ນ ຄືປະມານ 4 ລ້ານຫາ 5 ລ້ານກີບ ຈຶ່ງຈະພໍກຸ້ມກິນ, ຖ້າແມ່ນ 3 ລ້ານປາຍ ກໍຈະກຸ້ມແຕ່ຜູ້ດຽວ.

ດັ່ງທີ່ທ່ານກ່າວວ່າ:

“ຄັນວ່າໄດ້ ມັນກໍໄດ້ຄືກັນ ແຕ່ວ່າຕອນນີ້ເງິນກໍເຟີ້ແຫລະ ມັນກໍຂຶ້ນກັບເງິນບາດ ມັນກໍໄດ້ຫລາຍກວ່າຢູ່ລາວ 4 ລ້ານ 5 ລ້ານ ເງິນເດືອແນ 3 ລ້ານປາຍ ຄັນແມ່ນຜູ້ດຽວກໍກຸ້ມຢູ່ ແຕ່ວ່າຫລາຍຄົນອາດຈະບໍ່ກຸ້ມ.”

ເມື່ອປີກາຍ 2023 ລັດຖະບານລາວ ໄດ້ຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 1.6 ລ້ານກີບຕໍ່ເດືອນ, ແຕ່ກໍຍັງຖືວ່າ ບໍ່ກຸ້ມກິນຢູ່. ດັ່ງນັ້ນຈຶ່ງເຮັດໃຫ້ ຄົນງານລາວຈໍານວນຫລວງຫລາຍ ພາກັນຫລັ່ງໄຫລໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນປະເທດໄທ.

ເພື່ອແກ້ໄຂບັນຫາການຂາດເຂີນແຮງງານ ບໍ່ໃຫ້ຄົນງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດ ພາກທຸລະກິດ ໄດ້ປຶກສາຫາລືກັນ ປັບຂຶ້ນຄ່າແຮງງານ ໃນຂະ ນະທີ່ທາງການໄດ້ກໍານົດໃຫ້ຄ່າແຮງງານຂັ້ນຕໍ່າ 1.6 ລ້ານກີບ ຊຶ່ງມັນບໍ່ກຸ້ມກິນ ຢູ່ບໍ່ໄດ້.

ດັ່ງເຈົ້າໜ້າທີ່ພະແນກແຮງງານ ແລະສະວັດດິການສັງຄົມ ຜູ້ຂໍສະ ຫງວນຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:

"ສໍາລັບທາງການຫັ້ນ ຄ່າແຮງຂັ້ນ ຕໍ່າເພິ່ນກໍຢູ່ໃນລະດັບ 1 ,600,000 ເນາະ ບາດນີ້ຄັນເຈົ້າສິອີງໃສ່ສະພາບເສດຖະກິດທຸກມື້ນີ້ ຄັນໄປໃຫ້ 1 ,600,000 ມັນກໍຢູ່ບໍ່ໄດ້ເນາະ ກໍເລີຍໃຫ້ຫົວໜ່ວຍທາງແຮງງານຫັ້ນ ພິຈາລະນາປັບຕົວເອງຂຶ້ນວ່າ ຈະສາມາດໃຫ້ເຂົາໄດ້ສໍ່າໃດເພື່ອບໍ່ໃຫ້ເຂົາເຈົ້າ ບໍ່ມີການເຄື່ອນຍ້າຍແຮງງານຫັ້ນນ່າ. "

ທ່ານກ່າວຕື່ມວ່າ ປັດຈຸບັນ ລັດຖະກອນບາງສ່ວນ ກໍໄດ້ຂໍອອກການ ໄປເຮັດວຽກນໍາເອກກະຊົນ ທີ່ໄດ້ເງິນຫລາຍກວ່າ ແຕ່ການອອກນັ້ນ ກໍຍັງບໍ່ຫລາຍປານໃດ ຍ້ອນລັດຖະບານ ໄດ້ເພີ່ມເງິນໃຫ້ ນອກຈາກເງິນເດືອນຂັ້ນພື້ນຖານແລ້ວ.

ເມື່ອກ່ອນໜ້ານີ້ ຄືໃນມື້ວັນທີ 28 ມີນາ ທີ່ຜ່ານມາ ກະຊວງແຮງງານ ແລະສະ ຫວັດດີການສັງຄົມ ໄດ້ອອກແຈ້ງການ ແນະນໍາໄປຍັງຄົນງານລາວ ທີ່ເຮັດວຽກຢູ່ປະເທດໄທ ແລະຈະເດີນທາງກັບປະເທດລາວ ໃນໄລຍະງານບຸນປີໃໝ່ລາວ ປີ 2024 ໃຫ້ພວກເຂົາເຈົ້າ ພິຈາລະນາ ຊອກວຽກງານເຮັດ ຢູ່ພາຍໃນປະເທດ ເພື່ອແກ້ໄຂບັນຫາ ການຂາດເຂີນແຮງງານ.