ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ຈາກແຂວງຫົວພັນ ສເນີໃຫ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 1,800,000-2,000,000 ກີບ ຕໍ່ເດືອນ. ໃນວັນທີ 27 ມິຖຸນາ 2023, ທ່ານ ສະຖາບັນດິດ ອິນສີຊຽງໃໝ່, ສະມາຊິກສະພາແຫ່ງຊາຕ ແຂວງຫົວພັນ ໄດ້ສເນີ ຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ ວ່າ ພາກຣັຖຄວນພິຈາຣະນາ ປັບຄ່າແຮງງານຂັ້ນຕໍ່າ ໃຫ້ຢູ່ໃນລະດັບ 1,800,000-2,000,000 ກີບຕໍ່ເດືອນ.
ທ່ານ ກ່າວຕື່ຶມອີກວ່າ ຄ່າແຮງງານຂັ້ນຕໍ່າຢູ່ທີ່ 1,300,000 ກີບ ຕໍ່ເດືອນທີ່ປັບຂຶ້ນ ໃນເດືອນພຶສພາ 2023 ບໍ່ສອດຄ່ອງ ກັບສະພາບເສຖກິຈ ໃນປັດຈຸບັນ ຍ້ອນວ່າ ປະເທດລາວ ຍັງປະສົບບັນຫາເງິນເຟີຢ່າງໜັກ ແລະ ຄ່າຄອງຊີບສູງ.
ພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ. ເຈົ້າໜ້າທີ່ກັມມະບານລາວ ທ່ານນຶ່ງ ໄດ້ກ່າວວ່າ:
“ເຮົາກໍບໍ່ທັນ ສາມາດຕົກລົງກັນໄດ້ເທື່ອ ວ່າ ຊິໄດ້ ຫຼື ບໍ່ໄດ້ຫັ້ນ ເພາະວ່າ ການສເນີໝົດຫັ້ນນ່າ. ບໍ່ແມ່ນຜູ້ດຽວນີ້ ຊິຂຶ້ນຄ່າແຮງຂັ້ນຕໍ່າ. ຂນາດ 1,800,000-2,000,000 ເຮົາຕ້ອງລົງໄປເກັບກໍາຂໍ້ມູນ ຢູ່ຕາມທ້ອງຕລາດຫັ້ນ. ສິນຄ້າເປັນເປັນແນວໃດ ແຕ່ລະແຂວງ ມາເຕົ້າໂຮມກັນ ມັນຈຶ່ງສາມາດສະເລັ່ຽໄດ້ ມັນກໍຍັງຍາກຢູ່.”
ຊາວລາວທ່ານນຶ່ງ ກໍເຫັນວ່າ ການປັບຂຶ້ນຄ່າແຮງງານ ຂັ້ນຕໍ່າຢູ່ທີ 1,800,000 ເໝາະສົມ:
“ໂຕນີ້ໃນຄວາມຄິດເຫັນ ຂອງເຮົາ ກໍເຫັນດີ ລ້ານ 8 ຂຶ້ນໄປ ນ່າຈະໂອເຄຢູ່ ເພາະວ່າ ໃນຊ້ວງເວລານີ້ເນາະ ຄ່າຄອງຊີບ ຫຼື ວ່າ ຄ່າຫຍັງຕ່າງໆ ມັນກໍຂຶ້ນ ເພາະວ່າ ເງິນເດືອນບໍ່ຂຶ້ນ ກໍຈະເປັນບັນຫາ ແລ້ວກະຫຍຸ້ງຍາກຫຼາຍ ເພາະວ່າ ເຂົາເຈົ້າໄລ່ຕາມເງິນບາທ ແລ້ວກໍເງິນໂດລ້າຣ໌.”
ຄ່າແຮງງານບໍ່ສູງ ເຮັດໃຫ້ຊາວໜຸ່ມຫຼາຍຄົນ ທີ່ຮຽນບໍ່ຈົບມັທຍົມຕອນປາຍ ພາກັນໜີໄປເຮັດວຽກຢູ່ປະເທດໄທຍ.
ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ:
“ກະເຫັນຢູ່ດີໆ ເພາະວ່າ ແບບເຣດເງິນ ມັນສູງຫັ້ນນ່າ ເງິນດ້າມລ້ານ ກໍບໍ່ຢາກກຸ້ມ ຫັ້ນນ່າ ເພາະວ່າ ເຂົາຍາກໝາກແພງ ເດ້ ຊ້ວງນີ້. ເງິນເຟີ້ ແນວນີ້ ບາງຄົນກະຮຽນ ມ.4 - ມ.5 ກໍພາກັນອອກໄປເຮັດງານ ຢູ່ໄທຍ ໝົດເລີຍ. ຮຽນໄປ ຖ້າເງິນບໍ່ເຖິງ ກໍບໍ່ມີຄວາມໝາຍຫຍັງ.”
ສ່ວນວ່າ ຜູ້ປະກອບການຊາວລາວ ກໍເຫັນວ່າ ຄ່າຄອງຊີບມັນສູງຂຶ້ນ ຜູ້ປະກອບການ ກໍບໍ່ຢາກຈ່າຍຄ່າຈ້າງແພງ.
ຜູ້ປະກອບການ ທ່ານນຶ່ງ ໄດ້ກ່າວວ່າ:
“ຈໍາເປັນກໍຕ້ອງໄດ້ເຮັດ ຄ່າຄອງຊີບມັນສູງ ຜູ້ປະກອບການ ກໍບໍ່ຢາກເສັຽ ຜູ້ເຮັດກໍບໍ່ຢາກເຮັດ ຄັນຖືກຫຼາຍຫັ້ນນ່າ ຄົນແລກເງິນ. ບາດນີ້ ແຮ່ງແພງເງິນຫັ້ນນ່າ ວ່າແຕ່ລົງ ກໍບໍ່ໄດ້ລົງເດ້ ທີ່ຈິງເງິນຍັງເຟີ້ ຕ້ອງແກ້ໂຕນີ້ແຫຼະ ໃຫ້ເງິນມາຢູ່ 50 ໄດ້ກໍບໍ່ໄດ້ໄປ ອັນນີ້ມັນ 5ປາຍ 6 ຢູ່ [5 ແສນປາຍ 6 ແສນ].”
ຜູ້ປະກອບການ ອີກທ່ານນຶ່ງ ກໍກ່າວວ່າ ຖ້າຂຶ້ນຈ້າງຮອດ 1,800,000-2,000,000 ກີບ, ມັນກໍສູງເກີນໄປ, ແຕ່ ຖ້າຂຶ້ນຢູ່ທີ່ 1,600,000 ພໍຈະຈ່າຍຄ່າແຮງງານໄຫວຢູ່.
“ໃນແງ່ຜູ້ປະກອບການ ລ້ານ 6 ພໍເປັນໄປໄດ້ ຫາ 2 ລ້ານ ພໍເປັນໄປໄດ້ ມັນກໍຊິຍາກແດ່ຫັ້ນນ່າ. ປັບໂຕທໍາອິດຫັ້ນແຫຼະ ຜູ້ປະກອບການ ກໍຢາກເສັຽໜ້ອຍ ທີ່ສຸດຫັ້ນສ່າ. ຂັ້ນຕໍ່າ ລ້ານ 6 ກະຄືຊິບໍ່ສູງເກີນໄປ ແລ້ວພະນັກງານ ກໍຕ້ອງໄດ້ປະຢັດແດ່ ຫັ້ນແຫຼະ.”
ຢ່າງໃດກໍຕາມ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກສາພາແຫ່ງຊາຕ ແຂວງຫົວພັນ ກໍຍັງສເນີ ຕໍ່ກອງປະຊຸມສະພາ ໃຫ້ທາງທະນາຄານກາງ ຂອງລາວ ຄວນເຂັ້ມງວດຕື່ມກວ່ານີ້ ໃນການເອົາໃຈໃສ່ແກ້ໄຂບັນຫາເງິນເຟີ້ ເຖິງວ່າ ທີ່ຜ່ານມາຈະປິດຮ້ານແລກປ່ຽນ ໄປຫຼາຍຮ້ານກໍຕາມ ແຕ່ປັດຈຸບັນ ການໃຊ້ເງິນກີບ ໃນລາວກໍຍັງບໍ່ຈິງຈັງເທື່ອ ຈະຕ້ອງລະດົມໃຫ້ທົ່ວສັງຄົມ ຫັນມາໃຊ້ເງິນກີບ ພາຍໃນປະເທດ ຢ່າງຈິງຈັງໃຫ້ຫຼາຍຂຶ້ນ ເພື່ອຈະສາມາດແກ້ໄຂ ບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າ ໄດ້.