ບໍຣິສັດຈີນ ຈະດຳເນີນໂຄງການ ນຳໃຊ້ເຕັກໂນໂລຈີ ປູກເຂົ້າ 3 ຣະດູ ຢູ່ທ່າແຂກ
2023.06.26

ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ (Sino-Agri International Potash) ມີແຜນຈະເຮັດໂຄງການໃໝ່ ໂດຍເປັນໂຄງການນໍາໃຊ້ ເຕັກໂນໂລຈີ ຮູບແບບໃໝ່ ໃນການປູກເຂົ້າ 3 ຣະດູ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍຈະໃຊ້ຮູບແບບ ກະສິກັມ ຂອງລາວ ແລະນໍາເຂົ້າເຕັກໂນໂລຈີ ໃນການປູກເຂົ້າພັນປະສົມ ທີ່ກ້າວໜ້າສຸດຂອງຈີນ, ແຕ່ໂຄງການດັ່ງກ່າວ ຍັງບໍ່ທັນໄດ້ຣິເຣີ່ມເຮັດເທື່ອ ຕ້ອງສຶກສາຂໍ້ມູນ ແລະສໍາຣວດເນື້ອທີ່ດິນກ່ອນ ຕ້ອງເຮັດຫຼາຍຂັ້ນຕອນ ບັນຫາໃຫຍ່ນຶ່ງ ກໍຄື ເຂດບ້ານດັ່ງກ່າວ ມີດິນຂອງຊາວບ້ານ ຈໍານວນນຶ່ງທີ່ຈະຖືກຜົລກະທົບ ເຊິ່ງກໍຕ້ອງສອບຖາມຊາວບ້ານກ່ອນ ວ່າຈະຍິນຍອມ ຫຼືບໍ່ ເນື່ອງຈາກທາງບໍຣິສັດຈີນ ຕ້ອງການດິນປູກເຂົ້າ 3 ຣະດູ ປະມານ 100 ເຮັກຕ້າຣ໌.
ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 26 ມິຖຸນາ ນີ້ວ່າ:
“ມີແຕ່ວາງການ ວ່າຈະເຮັດ ບໍຣິສັດຂອງຈີນ ວ່າເອີ່ ຂ້ອຍຕ້ອງການປະມານເທົ່ານັ້ນ ເທົ່ານີ້ ບໍ່ແມ່ນເປັນ 100 ພຸ້ນບໍ ຂ້ອຍໄດ້ຍິນຄ້າວໆ ບໍ່ທັນໄດ້ລະອຽດອອກມາ ມີແຕ່ເວົ້າກັນທັມມະດາທໍ່ນີ້ຊື່ໆ ຍັງບໍ່ທັນໄດ້ມີການ ຈັດຕັ້ງປະຕິບັດເທື່ອ ຍັງຫຼາຍອັນ ເພາະວ່າ ດິນມັນເປັນດິນຣັຖຈໍານວນນຶ່ງ ດິນປະຊາຊົນຈໍານວນນຶ່ງ ຄັນແມ່ນເຂົາເອົາ ນາຊາວບ້ານກໍຈະບໍ່ໄດ້ເຮັດ ບໍ່ຮູ້ວ່າ ປະຊາຊົນຈະໃຫ້ຈີນ ຫຼືບໍ່ ກໍຍັງບໍ່ຮູ້ອີກ ດິນເຂົາຫັ້ນນ່າ.”
ຂະນະດຽວກັນ ໃນກາງເດືອນ ມິຖຸນາ ປີ 2023 ທີ່ຜ່ານມາ ຢູ່ກອງປະຊຸມສັມມະນາ ສຶກສາຄວາມເປັນໄປໄດ້ ຂອງໂຄງການປູກເຂົ້າ 3 ຣະດູດັ່ງກ່າວ ກໍໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຜແນກກະສິກັມ ແລະປ່າໄມ້ ແຂວງຄໍາມ່ວນ ຮ່ວມກັບ 2 ບໍຣິສັດຂອງຈີນ ຄື ບໍຣິສັດຮ່ວຍຮົວ ອາຫານ ປະຈໍາວັນ ຈໍາກັດ ແລະບໍຣິສັດຮ່ວຍຮົວ ລົງທຶນ ກະສິກັມ ຈໍາກັດ ເພື່ອສຶກສາຄວາມເປັນໄປໄດ້ ຂອງໂຄງການ ປູກເຂົ້າ 3 ຣະດູ.
ຂະນະທີ່ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງທ່າແຂກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ທ່ານເອງ ກໍຍັງບໍ່ທັນຮູ້ຣາຍລະອຽດ ກ່ຽວກັບເຣື່ອງໂຄງການປູກເຂົ້າ 3 ຣະດູ ຢູ່ເຂດບ້ານຊຽງແຫວນເທື່ອ ເພາະການຈະເຂົ້າມາລົງທຶນໃນລາວ ສ່ວນໃຫຍ່ກໍຕ້ອງຜ່ານຂັ້ນແຂວງກ່ອນ.
“ກະບໍ່ຮູ້ເພິ່ນແຫຼະ ອັນນີ້ບໍ່ໄດ້ຜ່ານໄທເຮົາເລີຍເດ້ ເກືອກາລີ້ນ່າ ໂຄງການເຂົາເຮັດເອງ ແຕ່ວ່າ ເຂົາພົວພັນຜ່ານທາງແຂວງ ກະຊິບໍ່ຮູ້ປານໃດ ໄດ໋ນີ້.”
ດ້ານເຈົ້າໜ້າທີ່ທ້ອງຖິ່ນ ເມືອງທ່າແຂກ ທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງການປູກເຂົ້າ 3 ຣະດູນີ້ ຣາຍລະອຽດຍັງບໍ່ຮູ້ເທື່ອເຊັ່ນກັນ, ແຕ່ທີ່ຜ່ານມາ ບໍຣິສັດຂອງຈີນດັ່ງກ່າວ ໄດ້ເຂົ້າມາເຊົ່າດິນຊາວບ້ານ ໃນເຂດບ້ານດັ່ງກ່າວເພື່ອປູກພືດໃນເຮືອນຮົ່ມ ປະເພດຜັກ ແລະອື່ນໆ ແລ້ວກໍສົ່ງໃຫ້ບໍຣິສັດຂອງຈີນດ້ວຍກັນ ຮັບຊື້ອີກເທື່ອນຶ່ງ ໂດຍທາງບໍຣິສັດຂອງຈີນດັ່ງກ່າວ ກໍມີການຈ້າງແຮງງານພາຍໃນບ້ານ ໃຫ້ເປັນຄົນງານ ຄາດວ່າຈະຂຍາຍໃນສ່ວນບ່ອນນີ້ຕື່ມ:
“ບໍ່ຮູ້ຄືກັນເດີ້ ໂຕນີ້ ມີແຕ່ເພິ່ນເຮັດປູກຜັກ ປູກຫຍັງ ເພິ່ນກໍເຮັດໄດ້ຫຼາຍປີ ເປັນໂຄງການພັທນາຂອງແຂວງ ບໍຣິສັດເອົາດິນເອົາດອນ ເຮັດເຮືອນຮົ່ມເຮືອນຫຍັງ ສນັບສະນຸນຄົບໝົດຫັ້ນແຫຼະ ການລົງທຶນສົ່ງໃຫ້ໂຮງງານຈີນບໍ່ເນາະ ເອົາແຮງານເຮົາໄປປູກ ເຂົາກໍຈ້າງເງິນເດືອນ ແຮງງານຢູ່ພາຍໃນບ້ານນ່າ.”
ດ້ານຊາວບ້ານ ໃນເມືອງທ່າແຂກ ທ່ານນຶ່ງ ກໍກ່າວວ່າ ໃນເຂດ້ານຊຽງແຫວນ ກໍບໍ່ໄດ້ໄກຈາກໂຕເມືອງທ່່າແຂກຫຼາຍ ສ່ວນໃຫຍ່ຊາວບ້ານເຂດນັ້ນ ກໍເຮັດນາເຂົ້າ ເຮັດໄຮ່ ແລະເຮັດສວນກັນປົກກະຕິ ແລະຖ້າເຂົ້າໄປສຶກ ກໍເປັນເຂດປ່າ ຖ້າບໍຣິສັດຂອງຈີນດັ່ງກ່າວ ຈະມາເອົາດິນຊາວບ້ານໄປປູກເຂົ້າ 3 ຣະດູ ແນ່ນອນວ່າ ກໍຕ້ອງມີດິນຂອງຊາວບ້ານຖືກຜົລກະທົບແນ່ນອນ ເຊິ່ງພາກຣັຖກໍຄວນໂອ້ລົມ ກັບຊາວບ້ານກ່ອນ ວ່າຊາວບ້ານ ຍອມ ຫຼືບໍ່ ຫຼື ຫາດິນທໍາກິນໃຫ້ເຂົາເຈົ້າ ບ່ອນໃໝ່:
“ມັນກໍມີຜົລກະທົບຕໍ່ ປະຊາຊົນຫັ້ນແຫຼະ ມັນເປັນນາເຂົາເດ້ ເພາະວ່າ ແບບຄັນເອົາດິນໄປ ມັນກໍຍາກປະຊາຊົນເຂົາເຮັດໄຮ່ ເຮັດສວນຫັ້ນນ່າ ຄັນບໍ່ມີດິນເຂົາກໍບໍ່ມີໄຮ່ ບໍ່ມີສວນ ບໍ່ມີເຂົ້າກິນຫັ້ນນ່າ ບາງບ່ອນ ຄັນເຂົ້າໄປເລິກຫຼາຍ ກໍເປັນປ່າແດ່ຫັ້ນນ່າ ຄັນມີນາໃໝ່ໃຫ້ເຂົາ ເວົ້ານໍາເຂົາເບິ່ງ ວ່າເຂົາຈະຕົກລົງ ໃຫ້ເອົາດິນໂຕນັ້ນໃຫ້ບໍ່ຫັ້ນນ່າ.”
ຊາວບ້ານເມືອງທ່າແຂກ ທ່ານນຶ່ງ ກໍໄດ້ກ່າວວ່າ ເຂດດິນຢູ່ບ້ານຊຽງແຫວນ ສ່ວນໃຫຍ່ເປັນເຂດທີ່ ຊາວບ້ານບຸກເບີກເຮັດໄຮ່ເຮັດນາ ເຊິ່ງຖ້າບໍຣິສັດຈີນມາເອົາດິນຊາວບ້ານ ເຂົາເຈົາກໍຈະຫຍຸ້ງຍາກຢູ່ ພາກຣັຖ ກໍຕ້ອງມີຂໍ້ຕົກລົງກັນກ່ອນ ເພາະຊາວບ້ານທີ່ຖືກຜົລກະທົບ ຈະບໍ່ຍອມແນ່ນອນ.
“ໂອ້ ດຽວນີ້ ຈີນເພິ່ນກໍາລັງເຮັດຜັກ ປອດສານພິດຢູ່ ຜັກອໍການິກ ເຊົ່າເປັນປີ ປີລະເທົ່ານັ້ນເທົ່ານີ້ ກໍເຊັນສັນຍາກັນ ກໍາລັງຈະຂຍາຍຕິ ກະມັນເປັນເຂດທີ່ແບບວ່າ ໃກ້ໂຕເມືອງ ອອກຈາກນັ້ນມາ ມັນກໍເປັນທົ່ງໄຮ່ທົ່ງນາ ຂອງປະຊາຊົນຫັ້ນແຫຼະ ມັນຊຽງແຫວນນ່າ ມັນຈະເປັນປ່າ ທີ່ແບບວ່າ ບຸກເບີກ ປະຊາຊົນເພິ່ນກໍຈະບໍ່ຍອມດອກ ໂຕນີ້ນ່າ.”
ກ່ອນໜ້ານີ້ ໃນວັນທີ 28 ພຶສຈິກາ ປີ 2022 ທາງການລາວ ກໍໄດ້ອະນຸມັດ ໃຫ້ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ເຂົ້າມາສໍາຣວດແຮ່ເກືອໂປຕາສ ແລະຕັ້ງໂຕງງານ ຢູ່ບ້ານໜອງຫຼົ່ມ ເມືອງໜອງບົກ ແຂວງຄໍາມ່ວນ ປະມານ 4,850 ເຮັກຕ້າຣ໌ ເຊິ່ງປະຊາຊົນຈໍານວນນຶ່ງ ຢູ່ບ້ານໜອງຫຼົ່ມ ແລະບ້ານອ້ອມຂ້າງ ກໍບໍ່ເຫັນດີ ທີ່ຈະໃຫ້ບໍຣິສັດຈີນ ເຂົ້າມາຣວດ ເພາະກັງວົນໃຈວ່າ ຈະສູນເສັຍທີ່ດິນກະສິກັມ ທໍາກິນ ຂອງເຂົາເຈົ້າ ແລະຜົລກະທົບ ຕໍ່ສິ່ງແວດລ້ອມ, ຕໍ່ຊຸມຊົນ ທີ່ຈະຕາມມາ.