ຣັຖບານ ຄຸມເງິນເຟີ້ ບໍ່ຢູ່

ອຸ່ນແກ້ວ
2023.06.21
ຣັຖບານ ຄຸມເງິນເຟີ້ ບໍ່ຢູ່ ທ່ານ ບຸນເຫລືອ ສິນໄຊວໍລະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຂຶ້ນຕອບຄໍາຖາມ ສະມາຊິກສະພາແຫ່ງຊາຕ ໃນວັນທີ 28 ມິ ຖຸນາ 2022.
ຂໍຂອບໃຈຮູບພາບຈາກ: KPL

ປັດຈຸບັນ, ເງິນກີບເຟີ້ຢ່າງຕໍ່ເນື່ອງ ເຊິ່ງອັດຕຣາແລກປ່ຽນເງິນກີບ ຕໍ່ເງິນບາທຢູ່ທີ່ 600 ກີບຕໍ່ 1 ບາທ, ແລະ 22,000​ ປາຍ ກີບ ຕໍ່ 1 ໂດລ້າຣ໌.

ນັກທຸຣະກິຈ  ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ປັດຈຸບັນນີ້ ເງິນບາທຂຶ້ນຮອດ 600 ກີບ ຕໍ່ 1 ບາທ ແລະ 22,000​ ກີບຕໍ່ 1 ໂດລ້າຣ໌ ແລ້ວ, ອີງຕາມອັດຕຣາແລກປ່ຽນ ຢູ່ຮ້ານແລກປ່ຽນນອກລະບົບ.​

ນັກທຸລະກິຈ ທ່ານນີ້ ໄດ້ກ່າວຕື່ມວ່າ ອັດຕຣາຢູ່ທະນາຄານ ຕໍ່າກວ່ານີ້ ແຕ່ ເວລາໄປແລກເງິນ ຢູ່ຮ້ານແລກປ່ຽນ ໃນລະບົບ ຫຼື ຢູ່ທະນາຄານ ເຂົາເຈົ້າບໍ່ແລກໃຫ້.​

ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:

ຊິໃຫ້ມັນລົງ ມັນຄືຊິບໍ່ລົງດອກ ມັນມີແຕ່ຊິຂຶ້ນໄປໜ້າເລີຍໆ ຄ່າເງິນ ຄ່າອາຫານການກິນຫັ້ນແຫຼະ ຜູ້ນໍາບໍ່ເປັນຫຍັງ ແຕ່ປະຊາຊົນ ມັນຊິຕາຍລະ ຜູ້ນໍາເຂົາຂາຍສັມປະທານ ແຕ່ຄົນລາວ ຮູ້ແຕ່ວ່າຫຼັ່ງໄຫຼໄປຕ່າງປະເທດນີ້ຫຼາຍ ໄປໄທຍເບາະ ໄປເກົາຫຼີ ໄປຍິປຸ່ນ.

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

ສໍາລັບຂ້ອຍກະປະຢັດໄດ້ກະປະຢັດຫັ້ນແຫຼະ ຄ່າໃຊ້ຈ່າຍມັນກະຫຼາຍຫັ້ນນ່າ ແຕ່ວ່າເຮົາກະພະຍາຍາມ ບໍ່ໄປຫຼິ້ນກິນຟູມເຟືອຍ ຫັ້ນນ່າ ມີແຕ່ເຊບຕີ້ໄວ້ກັບຄອບຄົວ ແມ່ນຫຍັງຫັ້ນລະ ຕອນແລງນີ້ລະ ກະມາວຽກຫັ້ນລະ ຄັນໄປເລາະໄປຫຍັງເງິນກະພໍດີເລີຍ.”

ເຈົ້າໜ້າທີ່ຜູ້ທີ່ເຮັດວຽກ ດ້ານພັທນາ ທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

“ເງິນເຟີ້ ມັນຊໍ່າລົມຫາຍໃຈ, ຫາຍໃຈເຂົ້າກະປ່ຽນ, ຫາຍໃຈອອກກະປ່ຽນ. ປ່ຽນທຸກມື້ ຜູ້ໃຫຍ່ເພິ່ນກະວ່າເປັນນໍາຫຍັງເກາະ ບໍ່ແມ່ນແຕ່ບ້ານເຮົາ ເພິ່ນວ່າ ບ່ອນອື່ນ ໂລກອື່ນກະເປັນ ຖືວ່າອັນນຶ່ງ ກະແມ່ນຄວາມເພິ່ນຢູ່ເນາະ, ແຕ່ວ່າ ເຮົານີ້ຕີ້ ບໍ່ສາມາດເຮັດຫຍັງໄດ້ນ່າ. ຂຶ້ນນໍາເຂົາເອົາລອຍກະໂທງ ລອຍໄປທາງໃດກະໄປຫັ້ນແຫຼະ.

ເຈົ້າໜ້າທີ່ທ່ານນີ້​ກ່າວຕື່ມວ່າ:

ບັນຫາມັນຫັ້ນນ່າ ຄືຂ້ອຍເຄີຍເວົ້າຫັ້ນແຫຼະ ເຈົ້າທຸກເນາະ ເຈົ້າທຸກລະ ເຈົ້າຕິດໜີ້ ມັນກະຊໍ່າຄົນໆ ນຶ່ງເນາະ ເຈົ້າຕິດໜີ້ລະ ເຈົ້າຍັງຟູມເຟືອຍຢູ່ ມັນກະໜັກໄດ໋.

ວິທຍຸ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ທະນາຄານ ແຫ່ງ ສປປ ລາວ ເພື່ອຖາມຣາຍລະອຽດກ່ຽວກັບບັນຫາ ເງິນເຟີ້ ແຕ່ເຈົ້າໜ້າທີ່ ບໍ່ຮັບໂທຣະສັບ.

ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ ໃນວັນທີ 21 ມິຖຸນາ ທີ່ຜ່ານມາ, ອັດຕຣາເງິນກີບກັບເງິນໂດລ້າຣ໌ ຢູ່ທີ່ 18,657 ກີບ ຕໍ່ 1 ໂດລ້າຣ໌ ສ່ວນວ່າເງິນກີບກັບເງິນບາທ ຢູ່ທີ່ 534 ກີບ ຕໍ່ 1 ບາທ.

ໃນນັ້ນເປັນອັດຕຣາ ແລກປ່ຽນທີ່ທະນາຄານ ແຫ່ງ ສປປ ລາວ ໄດ້ກໍານົດອອກມາ ແຕ່ນັກທຸຣິກິຈ ຄົນດຽວກັນນີ້ ກ່າວວ່າ ບໍ່ສາມາເອົາເງິນກີບ ໄປແລກເອົາເງິນບາທ ແລະ ເງິນໂດລ້າຣ໌ ຕາມທີ່ອັດຕຣາທະນາຄານກໍານົດ ເຊິ່ງຕ້ອງໄປແລກປ່ຽນ ຢູ່ຮ້ານແລກປ່ຽນ ເງິນຕຣານອກລະບົບ ໃນອັດຕຣາທີ່ສູງກວ່າທະນານຄານ. ຂໍ້ມູນຂອງທະນາຄານແຫ່ງ ສປປ ລາວ ໄດ້ລະບຸວ່າ ອັດຕຣາເງິນເຟີ້ ໃນເດືອນເມສາ ຢູ່ທີ່ 39.89%, ສ່ວນວ່າ ເດືອນພຶສພາ ອັດຕຣາເງິນເຟີ້ ຢູ່ທີ່ 38.86%.

ເຖິງຢ່າງໃດກໍຕາມ, ທະນານຄານແຫ່ງ ສປປ ລາວ ໄດ້ອອກຂໍ້ລົງໃນວັນທີ 19 ມິຖຸນາ 2023 ເພື່ອກໍານົດ ອັດຕຣາແລກປ່ຽນ ເງິນຕຣາ ຕ່າງປະເທດຄື:

  • ກໍານົດອັດຕຣາແລກປ່ຽນ ສໍາລັບການຊື້ ຫຼື ຂາຍເງິນກີບ ກັບເງິນໂດລາຣ໌ ສະຫະລັຖ ໄດ້ໃນຂອບບໍ່ເກີນ ± 7.5% ທຽບໃສ່ອັດຕາແລກປ່ຽນ ອ້າງອີງທີ່ກົມນະໂຍບາຍ ເງິນຕຣາ ປະກາດອອກ ໃນແຕ່ລະວັນ ແລະ ສ່ວນຕ່າງ ລະຫວ່າງອັດຕຣາຊື້-ອັດຕຣາຂາຍ ບໍ່ເກີນ 2%.
  • ກໍານົດໃຫ້ສ່ວນຕ່າງ ລະຫວ່າງອັດຕຣາຊື້ ແລະ ອັດຕຣາຂາຍ ບໍ່ເກີນ 2% ສໍາລັບການແລກປ່ຽນເງິນກີບ ກັບ ເງິນບາທ, ເງິນຢວນ, ເງິນຢູໂຣ ແລະ ສະກຸນເງິນອື່ນໆ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.