ປະກາດຂາຍ ກິຈການ ກາສິໂນ ສວັນຣີສອດ
2023.06.16
ເມື່ອບໍ່ດົນມານີ້ ບໍຣິສັດ ມາເກົາ ເລເຈນ ພັທນາ ຈຳກັດ (Macau Legend Development Ltd) ຈາກເຂດປົກຄອງພິເສດ ມາເກົາຂອງປະເທດຈີນ ໄດ້ປະກາດຂາຍກາສິໂນ ສວັນເລເຈນ ແລະ ຣີສອດ ທີ່ຢູ່ບ້ານໜອງເດີ່ນ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ໃຫ້ແກ່ນັກທຸຣະກິຈຊາວ ຢີ່ປຸ່ນ ຊື່ ທ່ານ ຊຸນໂດະ ໂຍຊິນາຣິ (Shundp Yoshinari) ໃນມູນຄ່າ 45 ລ້ານໂດລ້າຣ໌ ສະຫະຣັຖ ໂດຍໃຫ້ເຫດຜົລຂອງການຂາຍດັ່ງກ່າວ ທາງກາສິໂນ ປະສົບບັນຫາຂາດ ທຶນປະມານ 77 ລ້ານໂດລ້າຣ໌ ສະຫະຣັຖ ໃນປີ 2022 ຍ້ອນຜົລກະທົບ ຂອງໂຄວິດ-19 ແລະ ການປິດດ່ານຊາຍແດນໃນໄລຍະຜ່ານມາ. ອີງຕາມການຣາຍງານ ຂອງສຳນັກຂ່າວ The Laotian Times ເມື່ອວັນທີ 15 ມິຖຸນາ 2023.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງກາສິໂນ ສວັນເລເຈນ ແລະຣີສອດ ຢູ່ແຂວງ ສວັນນະເຂດ ເພື່ອຖາມຣາຍລະອຽດ ເພີ່ມຕື່ມ ເຊິ່ງພະນັກງານປະຈຳກາສິໂນ ທ່ານນຶ່ງກ່າວວ່າ ສຳລັບການປະກາດຂາຍດັ່ງກ່າວນັ້ນ ທ່ານກໍບໍ່ຮູ້ຣາຍລະອຽດ ຄັກແນ່ ແລະກໍບໍ່ສາມາດເວົ້າເຖິງເຣື່ອງດັ່ງກ່າວໄດ້ ເຊິ່ງສາມາດເວົ້າໄດ້ພຽງວ່າປັດຈຸບັນ ກາສິໂນແຫ່ງນີ້ຍັງເປີດໃຫ້ບໍຣິການ ປົກກະຕິໃນຊື່ກາສິໂນສວັນເລເຈນ ແລະ ຣີສອດ.
ດັ່ງພະນັກງານທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:
“ຢູ່ກາສິໂນ ສວັນຣີສອດໂອຍໂຕນີ້ເຮົາບໍ່ຮູ້ເດີ້ ໂຕນີ້ເນາະເປັນພະນັກງານ Reception ເນາະໂຕນີ້ເຮົາບໍ່ຮູ້ເດີ້.”
ໃນຂະນະທີ່ພະນັກງານ ຫ້ອງການກາສິໂນສວັນ ເລເຈນ ແລະ ຣີສອດ ນາງນຶ່ງທີ່ປະຈຳຢູ່ສນາມບິນ ສະກົນນະຄອນ ປະເທດໄທຍ ກ່າວວ່າຍານາງເອງ ກໍບໍ່ຮູ້ຂໍ້ມູນຄັກແນ່ກ່ຽວກັບການປະກາດຂາຍດັ່ງກ່າວ ແຕ່ປັດຈຸບັນກໍຍັງມີນັກທ່ອງທ່ຽວ ຊາວໄທຍ ແລະຊາວຕ່າງປະເທດ ຈຳນວນຫຼາຍທີ່ເດີນທາງ ມາຈາກສນາມບິນ ສະກົນນະຄອນ ຫຼືໜ້າດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ 2 ຢູ່ແຂວງມຸກດາຫານ ເພື່ອໄປຍັງ ກາສິໂນ ສວັນ ເລເຈນ ແລະ ຣີສອດ ໂດຍໃຊ້ບໍຣິການຣົຖຮັບສົ່ງ ຂອງກາສິໂນ.
ດັ່ງຍານາງກ່າວວ່າ:
(ໄທຍ) “ໂອແມ່ນແລ້ວຄົນລາວ ຊ່ວງນີ້ວັນເສົາ-ອາທິດ ພໍດີເລີຍສ່ວນຫຼາຍແມ່ນຄົນຕ່າງປະເທດ ກັບຄົນໄທຍ ພວກເຮົາກາຍິນດີ ຕ້ອນຮັບຢູ່ແລ້ວ ມີການບໍຣິການຮັບສົ່ງຈາກສນາມບິນ ຫຼືໜ້າດ່ານຂົວມິຕພາບ ທາງເຮົາຈະມີຣົຖໄປຮັບເລີຍ.”
ສ່ວນຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງສວັນນະເຂດທ່ານນຶ່ງກ່າວວ່າ ຜູ້ທີ່ໄປຫຼິ້ນພະນັນ ຮູບແບບຕ່າງໆ ຢູ່ກາສິໂນສວັນ ເລເຈນ ແລະ ຣີສອດ ໃນປັດຈຸບັນນັ້ນເມື່ອເບິ່ງພາບລວມແລ້ວຖືວ່າ ມີການຫຼຸດລົງກ່ອນໄລຍະການແຜ່ຣະບາດ ຂອງໂຄວິດ-19 ຈຶ່ງອາຈຈະເປັນສາເຫດໜຶ່ງ ທີ່ເຮັດໃຫ້ຜົລປະກອບການກາສິໂນ ຫຼຸດລົງຈົນຕ້ອງມີການປະກາດຂາຍໃຫ້ແກ່ຜູ້ ໃໝ່ເຂົ້າມາບໍຣິຫານ.
ດັ່ງທ່ານກ່າວວ່າ:
“ມີຢູ່ເຫັນມີຄົນມາຫຼິ້ນຢູ່ໃດຄົນກາບໍ່ໄດ້ຫຼາຍຄືແຕ່ກີ້ດອກ ເຄີຍໄປສົ່ງຄົນຢູ່ດົນໆ ເທື່ອແມ່ນມັນກາບໍ່ຫຼາຍ ຄືແຕ່ກີ້ໂຕຂາຍກາສິໂນຫັ້ນ ໂຕນີ້ເຮົາບໍ່ຮູ້ໃດ.”
ສ່ວນຊາວບ້ານ ຢູ່ນະຄອນໄກສອນ ພົມວິຫານ ນາງນຶ່ງກ່າວວ່າ ສໍາລັບແຂກ ແລະລູກຄ້າທີ່ມັກເຂົ້າໄປຫຼິ້ນຢູ່ກາສິໂນ ດັ່ງກ່າວ ສ່ວນຫຼາຍແມ່ນຄົນຕ່າງປະເທດ ໂດຍສະເພາະຄົນໄທຍ, ຄົນວຽດນາມ ແລະ ຄົນຈີນ ແລະ ກໍມີຄົນລາວ ອີກຈຳນວນໜຶ່ງ ທີ່ເຂົ້າໄປຫຼິ້ນພະນັນດັ່ງກ່າວ ເຊິ່ງສ່ວນໃຫຍແມ່ນຄົນລາວ ທີ່ມີຖານະລໍ້າລວຍ.
ດັ່ງຍານາງກ່າວວ່າ:
“ຕ່າງປະເທດເຫັນສ່ວນຫຼາຍນ່າ ຈີນຫຍັງພວກມີພາສປອດໃດ ເຂົ້າໃຫ້ໄປຫຼິ້ນບໍ່ມີພາສປອດໄປຫຼິ້ນບໍ່ໄດ້ ຕ່າງປະເທດແຫຼະຫຼິ້ນໄດ້ ຄົນລາວກາຫຼິ້ນໄດ້ ຜູ້ໃດມີເງິນກາໄປໄດ້ນ່າ.”
ນັກວິຊາການ ດ້ານການທ່ອງທ່ຽວ ຢູ່ແຂວງສວັນນະເຂດຢືນຢັນວ່າ ສຳລັບລູກຄ້າສ່ວນຫຼາຍທີ່ເຂົ້າມາຫຼິ້ນ ພະນັນຢູ່ກາສິໂນດັ່ງກ່າວ ສ່ວນໃຫຍ່ແມ່ນຄົນໄທຍ ຮອງລົງມາແມ່ນ ຊາວວຽດນາມ ແລະ ຊາວຈີນ ແຕ່ກໍຍັງມີຄົນລາວອີກຫຼາຍຄົນ ທີ່ລັກເຂົ້າໄປຫຼິ້ນພະນັນຄືກັນ ເຖິງແມ່ນທາງກາສິໂນ ດັ່ງກ່າວເຄີຍຫ້າມບໍ່ໃຫ້ຄົນລາວ ໄປຫຼິ້ນກໍຕາມແຕ່ໃນທາງປະຕິບັດແລ້ວ ຖືວ່າຫ້າມບໍ່ໄດ້.
ດັ່ງຍານາງກ່າວວ່າ:
“ສ່ວນຫຼາຍຢູ່ກາສິໂນ ແມ່ນຄົນໄທຍສ່ວນຫຼາຍຖືວ່າ 80% ແມ່ນຄົນໄທຍຄົນລາວເຮົາ ກາມີຄືກັນເຂົາກາຫຼິ້ນນຳແຕ່ວ່າ ເພິ່ນຊິຫ້າມແຕ່ເຂົາກາລັກມາຫຼິ້ນ ກາມີມາກາສິໂນ ແລ້ວເພິ່ນມັນມາໃນນາມແບບ ເປັນກາສິໂນເລີຍ ໂດຍກົງເລີຍມີຣົຖຂອງກາສິໂນ ໂດຍກົງເລີຍຄັນວ່າມາກາສິໂນແນ່ໄປຫຼິ້ນ ບ່ອນອື່ນແນ່ແມ່ນເພິ່ນມາແບບ ເປັນສ່ວນໂຕໃດເປັນທ່ອງທ່ຽວ.”
ຕາມການຣາຍງານ ຂອງສໍານັກຂ່າວ The Laotian Times ໄດ້ລະບຸຕື່ມວ່າ ສຳລັບການຊື້-ຂາຍກາສິໂນ ສວັນ ເລເຈນ ແລະ ຣີສອດນັ້ນຄາດວ່າ ຈະມີການເຊັນສັນຍາຊື້-ຂາຍພາຍໃນເດືອນສິງຫາປີນີ້ ແລະໃຫ້ສຳເຣັດ ພາຍໃນເດືອນກັນຍາປີ 2023 ນີ້ໂດຍໃນເບື້ອງຕົ້ນນັກທຸຣະກິຈ ຈາກຢີ່ປຸ້ນຜູ້ດັ່ງກ່າວ ຕ້ອງໄດ້ວາງເງິນມັດຈຳ 2 ເທື່ອ ຈຳນວນ 10,000,000 (ສິບລ້ານ) ລ້ານໂດລ້າຣ໌ ສະຫະຣັຖ ແລະ 12,500,000 (ສິບສອງລ້ານຫ້າແສນ) ໂດລ້າຣ໌ ສະຫະຣັຖ ແລະ ອີກທີ່ເຫຼືອຈຳນວນ 22,500,000 (ຊາວສອງລ້ານຫ້າແສນ) ໂດລ້າຣ໌ ສະຫະຣັຖແມ່ນຄ່ອຍຈ່າຍພາຍຫຼັງ ທີ່ເຊັນສັນຍາຊື້-ຂາຍຮຽບຮ້ອຍແລ້ວ. ສໍາລັບກາສິໂນສວັນ ເລເຈນ ແລະ ຣີສອດ ໄດ້ເປີດ ແລະ ໃຫ້ບໍຣິການຢູ່ແຂວງສວັນນະເຂດ ມາຕັ້ງແຕ່ປີ 2009 ໂດຍໃຫ້ບໍຣິການ ທັງການຫຼິ້ນພະນັນ, ໂຮງແຮມຈຳນວນ 499 ຫ້ອງ ແລະ ກິຈກັມບັນເທີງແບບຄົບວົງຈອນ.