ຊາວບ້ານຫຼາຍຄອບຄົວ ບໍ່ໄດ້ຄ່າຊົດເຊີຍ ໃນໂຄງການ ເຂດເສຖກິຈໃໝ່ ສີທັນດອນ

ພອນ ພູມມີທອນ
2023.06.22
ຊາວບ້ານຫຼາຍຄອບຄົວ ບໍ່ໄດ້ຄ່າຊົດເຊີຍ ໃນໂຄງການ ເຂດເສຖກິຈໃໝ່ ສີທັນດອນ ທ່ານ ສອນໄຊ ສີພັນດອນ (ຄົນທີ 3 ນັບຈາກຊ້າຍມື), ນາຍົກຣັຖມົນຕຣີ ເຂົ້າຮ່ວມພິທີວາງສີລາຣຶກ ໃນໂຄງການ ກໍ່ສ້າງເຂດພັທນາ ສີທັນດອນ ໃນວັນທີ 22 ກຸມພາ 2023.
ຂໍຂອບໃຈຮູບພາບຈາກ ວສລ/ກົມປະຊາສຳພັນ ຫສນຍ

ການພັທນາ ເຂດເສຖກິຈໃໝ່ ສີທັນດອນ ໄລຍະທີ່ 1 ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ຂອງບໍຣິສັດ ຮ່ວມພັທນາ ສີທັນດອນ ຈໍາກັດ ມີຄວາມຄືບໜ້າໄປ ຫລາຍວຽກແລ້ວ ແລະ ປັດຈຸບັນ ກໍາລັງກໍ່ສ້າງຕຶກ ແຄນຄູ່, ສນາມກັອບ, ໂຮງແຮມ ແລະ ຕຶກອາຄານຕ່າງໆ ເຊິ່ງມີມູນຄ່າຫລາຍກວ່າ 34 ລ້ານປາຍ ໂດລ້າຣ໌ ສະຫະຣັຖ.

ໃນຂະນະດຽວກັນ ຊາວບ້ານ ບ້ານທ່າຄໍ້ ແລະ ບ້ານອ້ອມຂ້າງ ທີ່ຈະໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ແລະ ຈະຖືກໂຢກຍ້າຍ ອອກພື້ນທີ່ ກໍຂ້ອນຂ້າງຈະກັງວົນໃຈຫລາຍ ໂດຍບໍ່ຮູ້ຊະຕາກັມ ຂອງໂຕເອງ ເນື່ອງຈາກ ຍັງບໍ່ມີການເວົ້າເຣື່ອງ ການຈັດສັນໂຢກຍ້າຍ, ເງິນຊົດເຊີຍຕ່າງໆ. 

ດັ່ງ ຊາວບ້ານຜູ້ນຶ່ງ ຢູ່ບ້ານ ທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ມີຖຸນາ ນີ້ວ່າ:

“ໂຄງການ ໄຊນາທາວ ນີ້ແຫລະ ໂຕໃດທີ່ມັນຖືກ ໂປຣເຈັກ ຂະເຈົ້າ ກະຕ້ອງໄດ້ຍ້າຍອອກໄປບ່ອນໃໝ່ ຈັ່ງຊັ້ນນ່າ. ຢູ່ຄອນພະເພັງ ມັນເຣີ່ມມີຖືກແລ້ວຫັ້ນນ່າ ຍົກເລີກ ກິຈການໄປ.” 

ຊາວບ້ານຜູ້ນີ້ກ່າວຕື່ມວ່າ ມີຊາວບ້ານຫລາຍຄອບຄົວ ໄດ້ສູນເສັຍທີ່ດິນທໍາການກະເສດ ແລະ ດິນປູກສ້າງ ໃຫ້ກັບໂຄງການແລ້ວ ແຕ່ກໍຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ ເຊິ່ງທາງໂຄງການ ກໍບໍ່ມີການປືກສາຫາລືກັນ ແນວໃດ. ສ່ວນທຸຣະກິຈຕ່າງໆ ທີ່ເປີດຢູ່ໃນຕາດຄອນພະເພັງ ກໍທະຍອຍປິດກິຈການໄປໝົດ, ບາງທຸຣະກິຈ ກໍຍັບຍ້າຍ ອອກໄປເປີດບ່ອນໃໝ່. 

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ໃນຕາດຄອນພະເພັງ ກ່າວວ່າ ໄດ້ຍັບຍ້າຍຮ້ານອາຫານ ອອກໄປຢູ່ບ່ອນໃໝ່ ຕັ້ງແຕ່ຕົ້ນປີ 2022 ແລ້ວ ໂດຍບໍ່ໄດ້ຮັບເງິນຊົດເຊີຍຈັກກີບ ເນື່ອງຈາກ ຜູ້ພັທນາເຂດເສຖກິຈ ພິເສດໃໝ່ ສີທັນດອນ ໃຫ້ ບໍຣິສັດເອກະຊົນ ເຂົ້າມາເຊົ່າພື້ນທີ່ ເພື່ອ ພັທນາເປັນແຫລ່ງທ່ອງທ່ຽວ ທັນສໄມ ແລະ ຄົບວົງຈອນແທນ ເຮັດໃຫ້ຮ້ານອາຫານ ຈໍານວນຫລາຍ ຫລີກທາງໃຫ້ກັບນັກລົງທຶນເຫລົ່ານັ້ນ.

ດັ່ງ ເຈົ້າໜ້າທີ່ຮ້ານອາຫານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຮ້ານເຮົາຢູ່ໃນຄອນພະເພັງ ເພິ່ນໃຫ້ຍັບອອກເດ້ ຍັງຮ້ານເກົ່າເຮົາ ກະຍັງຢູ່ ແຂກເພິ່ນບໍ່ໃຫ້ເຂົ້າໄປຫັ້ນນ່າ ກະປິດໄປຫລາຍຮ້ານຢູ່.” 

ຊາວບ້ານຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວວ່າ ທາງການລາວ ຄວນຄໍານຶງເຖິງຜົລກະທົບ ຕໍ່ຊາວບ້ານໃນພື້ນທີ່ ເພາະການໃຫ້ສັມປະທານທີ່ດິນ ເປັນຈໍານວນຫລາຍ ແກ່ ນັກລົງທຶນຈີນ ຈະສ້າງບັນຫາໃຫ້ກັບຊາວບ້ານ ຢ່າງໜັກ, ຊາວບ້ານຈະບໍ່ມີທີ່ດິນທໍາມາຫາກິນ, ຈະສູນເສັຍບ່ອນຢູ່ອາໄສ, ສູນເສັຍອາຊີບ, ສູນເສັຍລາຍໄດ້ ແລະ ສູນເສັຍ ວິຖີຊີວິດ ການເປັນຢູ່.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ບາດນີ້ນິ ປະຊາຊົນຄືວ່າ ແຮງຊິອັປໂຢດຫລາຍ ທາງເທິງຫັ້ນ ເຂົາຊິບໍ່ເບິ່ງບໍ່ ຜົລສຸດທ້າຍມາ ແຮງພັທນາ ແຮງຍາກຈົນ ຜູ້ເຊັນມັນໄດ້ຜົລປໂຍດຫັ້ນແຫລະ ປະຊາຊົນນີ້ຕິ ມັນຊິຕາຍ.” 

ທາງດ້ານ ເຈົ້າໜ້າທີ່ຜແນກ ຖແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ກ່າວວ່າ ນັບແຕ່ມີການເຊັນສັນຍາລົງທຶນ ໂຄງການພັທນາ ເຂດເສຖກິຈ ພິເສດໃໝ່ ສີທັນດອນ ກໍຍັງບໍ່ເຫັນບົດຣາຍງານ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມເທື່ອ ໃນຂະນະດຽວກັນ ທາງການລາວ ກໍໃຫ້ສິດພິເສດ ກັບຜູ້ພັທນາ ໄດ້ເຂົ້າໄປພັທນາພື້ນທີ່ ໂດຍບໍ່ຕ້ອງຜ່ານຄວາມເຫັນຊອບ ຈາກຊາວບ້ານໃນພື້ນທີ່.

ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໂຄງການ ມຫານະທີ ສີທັນດອນເພິ່ນນີ້ ຄືວ່າ ບໍ່ເຫັນເຂົາເວົ້າເຣຶ່ອງການລົງປະເມີນຜົລ ຜົລກະທົບແນວໃດໆນ່າ ມີທັງພວກເສຖກິຈ, ມີທັງພວກວັທນະທັມ, ມີທັງພວກກະສິກັມ.” 

ໃນເບື້ອງຕົ້ນ ເຂດພັທນາເສຖກິຈໃໝ່ ສີທັນດອນ ຈະມີຊາວບ້ານທັງໝົດ 8 ບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ທຳການກະເສດ ແລະ ຖືກໂຍກຍ້າຍອອກຈາກພື້ນທີ່ ໂດຍບ້ານທຳອິດ ທີ່ສູນເສັຽທີ່ດິນ ໃຫ້ກັບໂຄງການ ຄື  ບ້ານ ທ່າຄໍ້ ທີ່ມີປະຊາກອນຢູ່ປະມານ 200 ຄອບຄົວ ເຊິ່ງເປັນຈຸດສໍາຄັນ ທີ່ຈະມີການກໍ່ສ້າງຕຶກແຄນຄູ່ ແລະ ຕຶກອາຄານຕ່າງໆ.

ສໍາລັບ ການພັທນາ ເຂດເສຖກິຈໃໝ່ ສີທັນດອນ ແມ່ນຢູ່ລະຫວ່າງໄລຍະ ທີ່ 1 ຈາກທັງໝົດ 6 ໄລຍະ ເຊິ່ງດໍາເນີນການໃນໄລຍະທໍາອິດນີ້ ໄດ້ເຣີ່ມຕັ້ງແຕ່ເດືອນ ພຶສຈິກາ ປີ 2019 ເປັນຕົ້ນມາ ໂດຍມີການກໍ່ສ້າງເສັ້ນທາງ, ນ້ໍາປະປາ, ໄຟຟ້າ ແລະ ສ້າງໂຮງຮຽນປະຖົມສົມບູນ ບ້ານຂີ້ນາກ ມູນຄ່າ 9 ຕື້ ໂດລ້າຣ໌ ສະຫະຣັຖ ສໍາເຣັດໄປແລ້ວ. ສ່ວນການປັບປຸງ ຕຶກອາຄານ ສໍານັກງານ ແລະ ປັບປຸງໂຮງແຮມ, ສ້າງສນາມກັອບ ແລະ ຕຶກແຄນຄູ່ ພວມດໍາເນີນການ ເຊິ່ງຄາດວ່າ ຈະໃຫ້ສໍາເຣັດ ໃນປີ 2025 ນີ້. 

ເຂດພັທນາເສຖກິຈໃໝ່ ສີທັນດອນ ແມ່ນເປັນການພັທນາຕາມຂໍ້ ຣິເຣິ່ມ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງຣັຖບານຈີນ ທີ່ເປັນໂຄງການລົງທຶນ ຂນາດໃຫຍ່ ແລະມີການສັມປະທານເນື້ອທີ່ ທັງໝົດເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມ ທັງດິນ, ດອນ ແລະ ແມ່ນ້ໍາຂອງ ໂດຍມີບໍຣິສັດ Laos Maha Nathi Sithandone (Hong Kong) Investment ແລະ ບໍຣິສັດ LTV Road and Bridge  Construction Sole ໄດ້ມີການເຊັນສັນຍາ ສ້າງຕັ້ງບໍຣິສັດ ຮ່ວມພັທນາ ສີທັນດອນ ຈໍາກັດ. ບໍຣິສັດ ມີເປົ້າໝາຍ ພັທນາໂຄງການ ເຂດເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ເຊິ່ງມີມູນຄ່າ ການລົງທຶນສູງເຖິງ 9 ຕື້ ໂດລ້າຣ໌ ສະຫະຣັຖ ແລະ ມີໄລຍະເວລາສັມປະທານ 50 ປີ ແລະ ສາມາດຕໍ່ສັນຍາ ສັມປະທານ ໄດ້ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.