ບາງໂຄງການ ຂອງເຂດພັດເສດຖະກິດ ສີທັນດອນ ຄ້າງຈ່າຍຄ່າຊົດເຊີຍ
2024.10.07
ໂຄງການຢູ່ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງຈໍາໂຂງ ແຂວງຈໍາປາສັກ ເລີ່ມກັບມາຄືບໜ້າອີກຄັ້ງ ໃນຕົ້ນເດືອນຕຸລາ ປີ 2024 ນີ້ ພາຍຫຼັງຈາກ ທີ່ໄດ້ຢຸດໄປໄລຍະໜຶ່ງ ແຕ່ຊາວບ້ານ ຢູ່ເມືອງໂຂງ ອີກຈໍານວນໜຶ່ງ ກໍ່ເຫັນວ່າ ການລົງທຶນຂອງນັກລົງທຶນຈີນ ບາງໂຄງການ ພາຍໃນເຂດດັ່ງກ່າວນີ້ ເປັນຕົ້ນ ໂຄງການກໍ່ສ້າງໂຮງແຮມແຄນຄູ່ ກໍ່ຍັງບໍ່ທັນຈ່າຍຄ່າຊົດເຊີຍໝົດໃຫ້ທຸກຄອບຄົວ, ດັ່ງຊາວບ້ານ ນາງໜຶ່ງ ກ່າວວ່າ:
“ຄຶດວ່າພໍ່ແມ່ປະຊາຊົນນີ້ ກະຊິກັບມາທໍາມາຫາກິນຈັ່ງໃດ ເປັນຂອງຈີນໝົດ ດຽວນີ້ດິນໃຫ້ທະຫານມາຍາມ ໃຫ້ຕໍາຫຼວດມາຢາມ ບໍ່ໃຫ້ເຮົາເຮັດເຮົາສ້າງເຮົາຊິອາສາອີ່ຫສັງ ຄືເງິນຊົດເຊີຍ ກໍ່ຍັງບໍ່ໄດ້ຊົດເຊີຍໃຫ້ຂ້ອຍ ເຈົ້າວ່າໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມ ບ່ອນໃດພໍ່ແມ່ປະຊາຊົນມີສ່ວນຮ່ວມ ດີກວ່າເກົ່າແລະເທົ່າເດີມ ທຸກກວ່າເກົ່າ.”
ສ່ວນຄົນງານລາວ ອີກຫຼາຍຄົນ ທີ່ຍັງບໍ່ໄດ້ຮັບເງິນຄ່າຈ້າງ ຈາກບາງໂຄງການໃນເຂດດັ່ງກ່າວ ມາຮອດປັດຈຸບັນ ກໍ່ຍັບໍ່ທັນໄດ້ຮັບເງິນນັ້ນເທື່ອ ສົ່ງຜົນໃຫ້ ຄົນງານຈໍານວນໜຶ່ງ ໄດ້ລາອອກຈາກວຽກ ແລ້ວໄປປະກອບອາຊີບອື່ນໆແທນ ພ້ອມທັງໄດ້ປະກາດນໍາກັນ ໃນກຸ່ມຄົນງານ ບໍ່ໃຫ້ມາເຮັດວຽກຢູ່ບາງໂຄງການ ໃນເຂດນີ້ ຍ້ອນມີໂອກາດຖືກໂກງຄ່າຈ້າງ, ດັ່ງອະດີດຄົນງານລາວ ທີ່ເຄີຍເຮັດວຽກ ຢູ່ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ກ່າວວ່າ:
“ອອກມາຂາຍລົດ ຊື້ລົດ ດຽວນີ້ ກະມາແປງລົດ ເຮັດນໍາຄົນຈີນລະຍາກ ເງິນມັນຍາກນ່າ ມັນເບີກເງິນຍາກ ມັນເງິນຍາກ ບໍ່ມາກະໄດ້ ແນະນໍາກັນ ເພາະວ່າກະໄປເຈິະກັບໂຕເອງແລ້ວ.”
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງວ່າການເມືອງໂຂງ ແລະສະຫະພັນກໍາມະບານ ເມືອງໂຂງ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລະບຸວ່າ ບໍ່ທັນໄດ້ຮັບການຮ້ອງຮຽນ ຈາກຊາວບ້ານ ແລະຄົນງານລາວ ຈຶ່ງບໍ່ສາມາດອອກຄໍາເຫັນແນວໃດໄດ້.
ຢ່າງໃດກໍ່ຕາມ ປັດຈຸບັນ ຢູ່ພາຍໃນເຂດດັ່ງກ່າວ ກໍ່ມີບາງໂຄງການ ທີ່ກັບມາຄືບໜ້າ ເປັນຕົ້ນ ໂຄງການນິຄົມອຸດສາຫະກໍາ ລ້ຽງປາຄົບວົງຈອນ ຂະໜາດ 109 ເຮັກຕ້າ ຂອງນັກລົງທຶນຈີນ ທີ່ກຽມຈະເປີດໂຄງການແປຮູບປາ ໃນອີກບໍ່ດົນນີ້ ພ້ອມທັງມີແຜນຈະຂະຫຍາຍເນື້ອທີ່ຕື່ມອີກ, ດັ່ງພະນັກງານ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 07 ຕຸລາ ນີ້ວ່າ:
“ລ້ຽງປາຫັ້ນ ມັນເປັນໂຄງການ ທີ່ໄດ້ດໍາເນີນແລ້ວ ແຕ່ວ່າລາຍລະອຽດຫຍັງຕ່າງໆຫັ້ນ ແມ່ນນ້ອງບໍ່ຮູ້ລາຍລະອຽດ ກະແມ່ນໜຶ່ງໃນໂຄງການ ຂອງສີທັນດອນພວກເຮົາຄືກັນ ກະບໍ່ຮູ້ແຜນເພິ່ນເປັນແນວໃດ.”
ແຕ່ເຖິງຢ່າງໃດກໍ່ຕາມ ສໍາລັບໂຄງການດັ່ງກ່າວ ຂອງນັກລົງທຶນຈີີນ ກໍ່ບໍ່ໄດ້ມີສ່ວນຮ່ວມ ກັບຊາວບ້ານ ແລະຜູ້ປະກອບການໃນທ້ອງຖິ່ນ ເປັນຕົ້ນ ມີການສົ່ງເສີມວຽກ ໃຫ້ແກ່ຊາວບ້ານ ຫຼືມີແຜນ ທີ່ຈະລ້ຽງປາ ເພື່ອສະໜອງໃຫ້ແກ່ຜູ້ປະກອບການໃນທ້ອງຖິ່ນ, ດັ່ງຊາວບ້ານ ຜູ້ມີອາຊີບຂາຍປາ ຢູ່ເມືອງໂຂງ ທ່ານໜຶ່ງ ກ່າວວ່າ:
“ໜ້າຊິເຮັດເອົາເພິ່ນເອງຫັ້ນເດ້ ບໍ່ຫຍຸ້ງກັບເຮົາດອກ ເພິ່ນເຮັດຫຼືບໍ່ເຮັດ ກະປະຊາຊົນຫາກິນຄືເກົ່າຢູ່ຫັ້ນນ່າ ປົກກະຕິ ພວກເພິ່ນມາເຊົ່າອັນນີ້ນ່າ ຂອງລັດຖະບານຫັ້ນນ່າ ປົກກະຕິຂອງລັດຖະບານ ເພິ່ນຊິເຮັດຟາມລ້ຽງປາບໍ່ ດຽວນີ້ຈີນເຂົາກະມາເຊົ່າ ມາເຊົ່າເຮັດຕໍ່ນ່າ.”
ໃນຂະນະທີ່ ຜູູ້ປະກອບການ ຮ້ານອາຫານ ທ່ານໜຶ່ງ ຢູ່ເມືອງໂຂງ ກໍ່ເຫັນວ່າ ຟາມລ້ຽງປາ ຂອງນັກລົງທຶນຈີນດັ່ງກ່າວ ໄດ້ລ້ຽງມາແຕ່ດົນແລ້ວ ແລະໄລຍະທີ່ຜ່ານມາ ກໍ່ບໍ່ໄດ້ສົ່ງເສີມໃຫ້ຊາວບ້ານລ້ຽງ ຫຼືມີການຂາຍປາ ຢູ່ພາຍໃນເມືອງໂຂງ ມີແຕ່ສົ່ງໄປຕ່າງແຂວງ ແລະປະເທດຈີນເປັນຫຼັກ ດັ່ງນັ້ນ ຊາວບ້ານໃນທ້ອງຖິ່ນ ຈຶ່ງບໍ່ໄດ້ຮັບຜົນປະໂຫຍດ ຈາກການລົງທຶນຂອງເຂົາເຈົ້າ:
“ບໍ່ໆ ເຂົາບໍ່ໄດ້ກ່ຽວກັບເຮົາດອກ ເຂົາກະລ້ຽງມາແຕ່ເຫິງແລ້ວ ບໍ່ເຫັນເຂົາຂາຍ ແມ່ນຂາຍຕ່າງແຂວງ ຫຼືສົ່ງກັບປະເທດເຂົາພຸ້ນເບາະ ເຂົາບໍ່ຂາຍບ້ານເຮົາຕິ ເຂົາເຮັດແທ້ ເຂົາເຮັດປາມະລະ ເຂົາເຮັດໂຮງງານ.”
ແລະບໍ່ພຽງແຕ່ເທົ່ານັ້ນ ຫຼ້າສຸດ ບໍລິລັດຮ່ວມພັດທະນາ ສີທັນດອນ ຈຳກັດ ຂອງນັກລົງທຶນຈີນ ກໍ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບທາງການລາວ ເພື່ອກຽມສໍາຫຼວດໂຄງການນິຄົມອຸດສາຫະກໍາ ລ້ຽງປາຄົບວົງຈອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ໃນເນື້ອທີ່ ຫຼາຍກວ່າ 2,600 ເຮັກຕ້າ ໂດຍກວມເອົາທີ່ດິນຂອງຊາວບ້ານ ຈໍານວນ 5 ບ້ານ ເຊິ່ງມີແຜນສຶກສາສໍາຫຼວດຄວາມເປັນໄປໄດ້ ທັງໝົດ 18 ເດືອນ.
ກ່ອນໜ້ານີ້ ເມື່ອເດືອນສິງຫາ ທີ່ຜ່ານມາ ໂຄງການພັດທະນາເສດຖະກິດໃໝ່ ສີທັນດອນ ຫາກໍ່ໄດ້ຈ່າຍເງິນ ຄ່າຊົດເຊີຍລ່ວງໜ້າ ໃຫ້ແກ່ຊາວບ້ານ ຈໍານວນ 108 ຄອບຄົວ ທີ່ຖືກຜົນກະທົບດ້ານທີ່ດິນ ຈາກໂຄງການຕ່າງໆ ທີ່ຢູ່ໃນເຂດດັ່ງກ່າວ ລວມມູນຄ່າ 72 ຕື້ກີບ ແລະ 5.7 ລ້ານໂດລ້າສະຫະລັດ ເປັນຕົ້ນ ໂຄງການສະໝາມກ໊ອບ, ໂຄງການຕຶກແຄນຄູ່, ໂຄງການສາງສິນຄ້າ ແລະອື່ນໆ.
ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ມີເນື້ອທີ່ທັງໝົດ 9,846 ເຮັກຕ້າ ກວມເອົາທີ່ດິນ ເຂດບ້ານທ່າຄໍ້, ບ້ານທ່າມ່ວງ, ບ້ານບຶງງາມ, ບ້ານເສັດເຕົາເຫຼັກ, ບ້ານເສັດສະຫວັນ ແລະ ບ້ານນາໜອງເຫ້ຍ ເນື້ອທີ່ຖືກຜົນກະທົບ ທັງໝົດ 2,099 ເຮັກຕ້າ.