ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ

ຈຳປາທອງ
2024.12.17
ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ ຮູບພາບປະກອບ: ໃຈກາງເມືອງ ນະຄອນປາກເຊ ແຂວງຈຳປາສັກ ເມື່ອຕົ້ນປີ 2020
ຮູບພາບຈາກພົນລະເມືອງ

ເຈົ້າໜ້າທີ່ບ້ານບາງບ້ານ ຢູ່ແຂວງຈໍາປາສັກ ສວຍໂອກາດເກັບເງິນຄ່າພັກເຊົາ ນໍາຄົນຕ່າງແຂວງ 50,000 ກີບຕໍ່ເດືອນ ຄືເກັບເກີນອັດຕາທີ່ລະບຽບສະເພາະຂອງແຂວງກໍານົດໄວ້ ຄື ໃຫ້ແຕ່ລະບ້ານເກັບນໍາ 1,000 ກີບຕໍ່ມື້ ຊຶ່ງເດືອນຫນຶ່ງຈະຕົກຢູ່ປະມານ 30,000 ກີບ ເພື່ອໃຫ້ທາງອໍານາດການປົກຄອງບ້ານ ນໍາເງິນຈໍານວນດັ່ງກ່າວ ໄປໃຊ້ໃນການບໍລິຫານວຽກງານ ແລະຮັກສາຄວາມປອດໄພໃນເຂດບ້ານ, ອີງຕາມຫາງສຽງຂອງຊາວບ້ານ ເມື່ອບໍ່ດົນມານີ້.

ຕໍ່ຫາງສຽງດັ່ງກ່າວ ເຈົ້າໜ້າທີ່ບ້ານ ຢູ່ເມືອງໂພນທອງ ແຂວງຈໍາປາສັກທ່ານຫນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ທັນວານີ້ວ່າ ກໍຊິມີຫັ້ນແຫຼະ ເກັບ 50,000 ກີບຕໍ່ເດືອນ, ຕາມຂໍ້ຕົກລົງເກົ່າ ມີແຕ່ 1,000 ກີບຕໍ່ມື້.

“ໂອຍ ກະຊິມີຫັ້ນແລ້ວ ເກັບຄ່າພັກເຊົາ 50 ພັນນີ້ ມັນຜິດຕໍ່ລະບຽບຫັ້ນແລ້ວ ເຂົາເຈົ້າມາກໍ່ສ້າງ ມາອີ່ຫຍັງຢູ່ໂຮງງານຈັ່ງຊັ້ນຈັ່ງຊີ້ຫັ້ນ ຂໍ້ຕົກລົງໂຕເກົ່າມັນກໍ 1 ພັນກີບຕໍ່ວັນຕໍ່ຫນຶ່ງຄົນໃດ໋ຫັ້ນ ເປັນເດືອນກໍໄລ່ຕາມຫັ້ນແຫຼະ ກະຕາມລະບຽບມັນກໍມີແຕ່ເທົ່ານັ້ນ ລະບຽບມັນກໍອັນດຽວຫັ້ນແຫຼະ.”  

ໃນຂະນະດຽວກັນ ຊາວບ້ານຢູ່ແຂວງຈໍາປາສັກຜູ້ຫນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ການເກັບເງິນທີ່ວ່ານັ້ນ ເວົ້າຕາມລະບຽບແລ້ວ ກໍບໍ່ຄວນຈະເກັບຄ່າພັກເຊົານໍາຄົນລາວດ້ວຍກັນ, ແຕ່ຖ້າທາງບ້ານເພິ່ນມາເກັບນໍາ ຫຼາຍຊໍ່າໃດກໍຕ້ອງໄດ້ເສຍໃຫ້ເພິ່ນ. ເວົ້າຫຍັງກໍບໍ່ໄດ້.

ແຕ່ທີ່ຈິງແລ້ວ ເວົ້າຕາມລະບຽບ ມັນກໍບໍ່ຄວນເກັບດອກ ເວົ້າງ່າຍໆ ເຈົ້າໜ້າທີ່ເຂົາຫາລາຍໄດ້ ແມ່ນແທ້ ຄັນຄົນຕ່າງປະເທດບໍ່ ຫຼືແບບວ່າ ເຂົາມາຢາມພີ່ນ້ອງ ມາຢາມຍາດ ຍາມຫຍັງຈັ່ງຊີ້ ເພີ່ນແຮງຫາໄດ້ ມີແຕ່ຈະເອົານໍາເຮົາຢ່າງດຽວ ເຈົ້າໜ້າທີ່ເພີ່ນກໍຮ້ອງຫຼາຍກວ່ານັ້ນຢູ່ ແຕ່ວ່າບຸກຄົນທີ່ຈະໃຫ້ ເຂົາໃຫ້ສໍ່າໃດກໍເອົາ ແຕ່ວ່າເຮົາກໍເວົ້າຫຍັງບໍ່ໄດ້ ຄັນເຂົາລົງມາເກັບ ກໍຕ້ອງໄດ້ເສຍຄືເກົ່າ.”

ກ່ຽວກັບເລື່ອງດຽວກັນນີ້ ຊາວບ້ານ ຢູ່ແຂວງຈໍາປາສັກ ອີກຜູ້ຫນຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ທັນວານີ້ວ່າ ຢູ່ບ້ານຂອງຕົນ, ບ້ານໃກ້ຄຽງ ແລະຢູ່ບ້ານອື່ນໆ ຕາມທີ່ທ່ານຮູ້ ແມ່ນທາງບ້ານ ເພິ່ນບໍ່ໄດ້ເກັບຫຍັງນໍາ.

ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ນາງຫນຶ່ງເວົ້າວ່າ ເລື່ອງການເກັບຄ່າພັກເຊົາ ນໍາຄົນຕ່າງແຂວງນີ້ ແມ່ນເປັນຫາງສຽງຢູ່, ແຕ່ລະບ້ານກໍເກັບບໍ່ຄືກັນ, ບາງບ້ານກໍເກັບເກີນກໍານົດ ທີ່ທາງການເພິ່ນວາງອອກ ຊຶ່ງເຫດຜົນສ່ວນຫນຶ່ງ ກໍແມ່ນຍ້ອນຄວາມບໍ່ພໍກິນ ບໍ່ພໍໃຊ້.

ນາງກ່າວຕໍ່ໄປວ່າ ກ່ຽວກັບເລື່ອງທີ່ວ່ານີ້ ປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດ ກໍາລັງກວດກາຢູ່. ແລະວ່າ ເລື່ອງຄ່າພັກເຊົາຂອງຄົນຕ່າງແຂວງ ເພິ່ນມີປື້ມຄ່າພັກເຊົາ ສີບົວ, ຈະເກັບນໍາ 3 ເດືອນ-30,000 ກີບ ເປັນຄ່າທໍານຽມ ແລະຈະມີປື້ມຢັ້ງຢືນການພັກເຊົາໃຫ້. ແຕ່ມັນກໍມີ ຜູ້ທີ່ບໍ່ໄດ້ເຮັດຕາມແນວທາງ ຍ້ອນມັນບໍ່ພໍກິນ ບໍ່ພໍຢາກ.

“ມັນບໍ່ໄດ້ເຮັດຕາມແນວທາງ ໝົດທຸກຄົນດອກ ມັນບໍ່ພໍກິນ ບໍ່ພໍຢາກ ແລ້ວກໍຢາກເກັບໃສ່ອັນນັ້ນ ອັນນີ້ ບໍລິຫານອັນນັ້ນ ອັນນີ້ ເວົ້າໄປ ຕໍາຫຼວດເພິ່ນກໍຢູ່ນໍາຂ້ອຍນີ້ ເລື່ອງວຽກພັກເຊົາມັນຂື້ນກັບຕໍາຫຼວດ ເຂົາຍັງກວດຢູ່ນີ້ ຊິເວົ້າສູ່ຟັງ ຕໍາຫຼວດເພິ່ນກໍເວົ້າຢູ່ວ່າ ເຮັດຢູ່ ເພິ່ນກໍເຮັດປື້ມພັກເຊົາ ປື້ມສີບົວ ນີ້ໆເພິ່ນເວົ້າຢູ່ນີ້ ເພິ່ນມີແຕ່ບອກວ່າ 3 ເດືອນ ມີແຕ່ 30 ພັນກີບເທົ່ານັ້ນດອກ ຄ່າທໍານຽມນ່າ.” 

ນາງເວົ້າຕື່ມວ່າ ປັດຈຸບັນ ທາງເຈົ້າໜ້າທີ່ຕໍາຫຼວດ ກໍເຂັ້ມງວດຂື້ນຕື່ມ ໃນການກວດກາເລື່ອງການເກັບຄ່າພັກເຊົານັ້ນ ເພາະມີຫາງສຽງຂອງປະຊາຊົນ, ຖ້າຕໍາຫຼວດກວດພົບເຫັນ ການເກັບບໍ່ຖືກຕ້ອງ ຄັ້ງທີ 1 ແລະຄັ້ງທີ 2 ກໍຈະມີການກ່າວເຕືອນ, ຖ້າກວດພົບຄັ້ງທີ 3 ຈະຖືກດໍາເນີນຄະດີຕາມລະບຽບ ເພາະຖືວ່າ ສວຍໃຊ້ໜ້າທີ່ ແລະອໍານາດລັດ ເອົາເງິນເຂົ້າກະເປົາຂອງຕົນເອງ.

ກ່ຽວກັບເລື່ອງການເກັບຄ່າພັກເຊົາ ຂອງຄົນຕ່າງແຂວງນີ້ ສໍາລັບຢູ່ແຂວງ ສະ ຫວັນນະເຂດ ເຈົ້າໜ້າທີ່ບ້ານທ່ານຫນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ທັນວານີ້ວ່າ ຢູ່ທາງແຂວງສະຫວັນນະເຂດນີ້ ບໍ່ມີໜັງສືແຈ້ງການ ໃຫ້ເກັບຄ່າພັກເຊົານໍາຄົນຕ່າງແຂວງ ອອກມາຈັກເທື່ອ ແລະວ່າ ທ່ານເອງກໍບໍ່ເຂົ້າໃຈ, ບາງເທື່ອກໍອາດຈະຂຶ້ນກັບແຕ່ລະແຂວງ ແຕ່ລະເມືອງ ເພາະມັນຍັງບໍ່ເປັນເອກກະພາບກັນ ແຕ່ສໍາລັບຢູ່ເຂດບ້ານຂອງທ່ານ ແມ່ນບໍ່ໄດ້ເກັບນໍາຈັກກີບ ດັ່ງທີ່ທ່ານກ່າວວ່າ:

ຊິອຶດຫຍັງ ຄົນມາພັກບ້ານຂ້ອຍ ຂ້ອຍບໍ່ໄດ້ເກັບໃດ໋ ບໍ່ມີດໍາລັດເລກທີທໍ່ນັ້ນທໍ່ນີ້ ເອກກະສານນິຕິກໍາອີ່ຫຍັງຕ່າງໆໃຫ້ເກັບຄ່າທໍານຽມຄົນພັກເຊົາ ບໍ່ເຫັນ ແລ້ວແຕ່ແຂວງ ແລ້ວແຕ່ບ້ານເບາະ ມີແຕ່ວ່າຄັນເຂົາມາເຮັດທຸລະກິດເຂດເຮົານໍ ຍົກໂຕຢ່າງ ຖະໜົນຫົນທາງ ໂຮງຮຽນ ໂຮງໝໍບໍ ເຂົາຢາກປະກອບສ່ວນນໍາເຮົາ ກໍແລ້ວແຕ່ເຂົາ.” 

ເລື່ອງການເກັບຄ່າພັກເຊົາ ນໍາຄົນຕ່າງແຂວງ ທີ່ຜ່ານມາ ກໍມີເຈົ້າໜ້າທີ່ບ້ານ ເກັບກັນຢູ່, ແຕ່ລະບ້ານ ເກັບຄ່າບໍ່ເທົ່າກັນ ຊຶ່ງຫຼາຍຄົນເວົ້າວ່າ ບໍ່ຄວນຈະເກັບເອົານໍາ. ກໍລະນີ້ ເມື່ອຕົ້ນປີ 2018 ທາງການເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃຫ້ແຕ່ລະບ້ານ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ: ສໍາລັບຄົນມີຄອບຄົວ ໃນໄລຍະ 3 ເດືອນ ໃຫ້ເກັບນໍາ 50,000 ກີບ ແລະຖ້າເປັນຄົນໂສດ ໃຫ້ເກັບ 40,000 ກີບ. ແຕ່ແຈ້ງການນັ້ນ ໄດ້ຖືກສັ່ງບໍ່ໃຫ້ປະຕິບັດໃນທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.