ຕໍາຫຼວດຈະລາຈອນ ຢູ່ແຂວງຈໍາປາສັກ ຕັ້ງດ່ານເກັບເງິນນຳຄົນຂັບລົດ

ສຸພັດຕາ
2024.04.11
ຕໍາຫຼວດຈະລາຈອນ ຢູ່ແຂວງຈໍາປາສັກ ຕັ້ງດ່ານເກັບເງິນນຳຄົນຂັບລົດ ຮູບປະກອບນີ້ ແມ່ນຕຳຫຼວດກຳລັງກວດປະຊາຊົນ ທີ່ປ້ອມຕຳຫຼວດແຫ່ງໜຶ່ງ ທີ່ແຂວງຈຳປາສັກ. ເດືອນສິງຫາ ປີ 2023.
RFA

ເມື່ອບໍ່ດົນມານີ້ ໄດ້ມີຄລິບວິດີໂອ ເຜີຍແຜ່ລົງໃນສື່ສັງຄົມອອນລາຍ ເຫດການກ່ຽວກັບ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ຕັ້ງດ່່ານກວດກາລົດ ຢູ່ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລ້ວມີການຂໍເງິນຈາກຊາວບ້ານຄົນໜຶ່ງ ທີ່ຂັບຂີ່ລົດໄປ-ມາ ຈໍານວນ 100,000 ກີບຕໍ່ຄັນ ເພື່ອເປັນຄ່າກິນນໍ້າກິນໃນ ເຖິງແມ່ນວ່າ ເຈົ້າຂອງລົດ ໄດ້ມີເອກະສານຄົບຖ້ວນແລ້ວກໍຕາມ ແຕ່ກໍຍັງຖືກຂໍເອົາເງິນດັ່ງກ່າວ.

ເຊິ່ງພາຍຫຼັງ ຈາກວິດິໂອດັ່ງກ່າວ ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ ກໍເຮັດໃຫ້ເປັນວິພາກວິຈານ ທາງສື່ສັງຄົມອອນລາຍ ແລະຕໍານິ ການເຮັດວຽກຂອງຕໍາຫຼວດຈະລາຈອນ ໃນທາງລົບ, ອີງຕາມເນື້ອຫາ ຂອງຄລິບວິດິໂອ ທີ່ຖືກເຜີຍແຜ່ທາງເຟສບຸກ ຂອງທ່ານ ໂຈເຊບ ອັກຄະລະວົງ ເມື່ອວັນທີ 9 ເດືອນເມສາ ທີ່ຜ່ານມານີ້.

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ປກສ ແຂວງຈໍາປາສັກ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍ່ປະຕິເສດວ່າ ບໍ່ຮູ້ກ່ຽວກັບເຫດການດັ່ງກ່າວ ແລະບໍ່ມີຄວາມເຫັນເພີ່ມຕື່ມ.

ແຕ່ເຖິງຢ່າງໃດກໍ່ຕາມ ຊາວບ້ານ ຜູ້ຂັບຂີ່ລົດຈໍານວນໜຶ່ງ ຢູ່ແຂວງຈໍາປາສັກ ກໍ່ຢືນຢັນວ່າ ຢູ່ບາງດ່ານກວດກາໃນແຂວງ ກໍ່ມີເຈົ້າໜ້າທີ່ຕໍາຫຼວດ ຂໍເງິນຄ່າກິນນໍ້າກິນໃນແທ້ ແຕ່ສ່ວນໃຫຍ່ ກໍ່ຂໍບໍ່ຮອດ 100,000 ກີບ ເຊິ່ງຫຼາຍຄົນ ກໍ່ຕ້ອງຍອມເສຍໃຫ້ ຍ້ອນບໍ່ຢາກມີບັນຫາ ກັບທາງເຈົ້າໜ້າທີ່ດັ່ງກ່າວ, ດັ່ງຜູ້ຂັບຂີ່ລົດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສາ ນີ້ວ່າ:

“ຄ່ານໍ້າຄ່າໃນ ຄັນວ່າເພິ່ນວ່າ ເຮົາແລ່ນເກີນ (ຄວາມໄວ) ເຮົາກະເອີ່ ຂໍໂທດຫຼາຍໆເດີ້ບໍ່ຮູ້ ໃຫ້ 20,000 ກີບ ເພິ່ນກະແລ້ວ ກິນນໍ້າກິນໃນເດີ້ຫັ້ນນ່າ ຄັນສົມມຸດວ່າ ເພິ່ນຈັບຄວາມໄວຫັ້ນນ່າ ຢ່າສູ່ໃຫ້ຫຼາຍ.”

ໃນຂະນະດຽວກັນ ຊາວບ້ານຢູ່ແຂວງຈໍາປາສັກ ອີກທ່ານໜຶ່ງ ກ່າວວ່າ ຕາມປົກກະຕິແລ້ວ ຄັນວ່າຜູ້ຂັບຂີ່ລົດ ມີເອກະສານຄົບຖ້ວນ ກໍ່ບໍ່ຈໍາເປັນ ຕ້ອງເສຍເງິນຄ່າກິນນໍ້າກິນໃນ ໃຫ້ກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນດັ່ງກ່າວ ແຕ່ສ່ວນໃຫຍ່ແລ້ວ ຫຼາຍຄົນ ກໍ່ຕ້ອງໄດ້ຍອມເສຍໃຫ້ ເພາະຢ້ານເສຍເວລາ ແລະຢ້ານກາຍເປັນເລື່ອງໃຫຍ່ໄປກວ່ານີ້, ສ່ວນສໍາລັບ ລົດຂອງນັກທ່ອງທ່ຽວຈາກປະເທດໄທ ທີ່ຂີ່ເຂົ້າມາໃນລາວ ສ່ວນໃຫຍ່ ກໍ່ບໍ່ໄດ້ຖືກຂໍເງິນ ລັກສະນະດັ່ງກ່າວ ເພາະມີເອກະສານ ແບບຖືກຕ້ອງ ແລະເຂົ້າມາ ແບບຖືກຕ້ອງຢູ່ແລ້ວ, ດັ່ງທ່ານກ່າວວ່າ:

“ບໍ່ຈ່າຍກະໄດ້ ຖ້າມີເອກະສານຄົບ ເຂົາເກັບຄ່ານໍ້າຄ່າໃນ ຄັນບໍ່ສ່ວນຕົວເຂົາ ກະບໍ່ຢາກເສຍເວລາ ບໍ່ໃຫ້ກະໄດ້ ຄັນລົດໄທ ເຂົາກະບໍ່ໃຫ້ ເພາະວ່າ ມາຖືກກົດໝາຍ ຖືກອັນນີ້ແລ້ວ ລົດໄທບໍ່ຕ້ອງຫ່ວງ ບໍ່ໄດ້ເສຍ ໃໝແຕ່ຄົນບໍ່ມີເອກກະສານ.”

ສ່ວນຜູ້ປະກອບການລົດນໍາທ່ຽວ ຢູ່ແຂວງຈໍາປາສັກ ອີກທ່ານໜຶ່ງ ກໍ່ເຫັນວ່າ ບັນຫາດັ່ງກ່າວ ໄດ້ເກີດຂຶ້ນມາດົນເຕີບແລ້ວ ແລະບໍ່ໄດ້ຮັບການແກ້ໄຂແບບຈິງຈັງ ເຊິ່ງເປັນທີ່ຮູ້ກັນດີວ່າ ຢູ່ປະເທດມໃດກໍ່ຕາມ ກໍ່ລ້ວນມີທັງຕໍາຫຼວດທີ່ດີ ແລະທີ່ບໍ່ດີປະປົນກັນໄປ ແຕ່ຄັນເກີດເຫດການແນວນີ້ກັບໃຜກໍ່ຕາມ ກໍ່ຄວນໂອ້ລົມ ແລະຮ້ອງຂໍທາງເຈົ້າໜ້າທີ່ຕໍາຫຼວດແບບດີໆ ເພື່ອທີ່ຈະບໍ່ໄດ້ເກີດບັນຫາຕາມມາ ອີກເລື່ອງໜຶ່ງ, ດັ່ງທ່ານກ່າວວ່າ:

“ຄັນຊິເວົ້າແລ້ວ ຢູ່ໃສກະຄືກັນເບິດເນາະ ບໍ່ວ່າແຕ່ຢູ່ໄທ, ຢູ່ລາວ, ຢູ່ຫວຽດ ມີຄົນດີຄົນບໍ່ດີ ຄັນເຮົາລົມດີໆນໍາເຂົາ ນະໂຍບາຍເຮົາກະມີຫັ້ນແຫຼະ ຖ້າເຮົາໄປແຂງໃສ່ເຂົາ ໄປເວົ້າໃຫ້ເຂົາ ຮ້າຍໃຫ້ເຂົາ ມັນກະເປັນອີກເລື່ອງໜຶ່ງ ຖ້າເຮົາບໍ່ຜິດຫຍັງ ຖ້າເພິ່ນຂໍ ເຮົາກະບໍ່ໃຫ້ກະໄດ້ ກະແລ້ວແຕ່ນໍ້າໃຈເຮົາໂຕນີ້.”

ທາງດ້ານນັກກົດໝາຍ ທ່ານໜຶ່ງ ກ່າວກ່ຽວກັບເຫດການນີ້ວ່າ ກໍລະນີ ທີ່ຊາວບ້ານຄົນໃດກໍ່ຕາມ ທີ່ໝັ້ນໃຈວ່າ ຂັບລົດແບບບໍ່ຜິດກົດລະບຽບ ກໍ່ບໍ່ຈໍາເປັນ ຕ້ອງໃຫ້ຄ່າກິນນໍ້າກິນໃນ ຕໍ່ເຈົ້າໜ້າທີ່ຕໍາຫຼວດທີ່ເອີ້ນຂໍເງິນດັ່ງກ່າວ ແລະກໍ່ຄວນເວົ້າຈາດີໆ ກັບທາງເຈົ້າໜ້າທີ່ປະຈໍາດ່ານກວດກາ ເພື່ອທີ່ຈະສາມາດຫາທາງອອກນໍາກັນໄດ້ ແລະຄັນຊາວບ້ານຜູ້ໃດກໍ່ຕາມ ທີ່ໄດ້ເສຍເງິນຄ່ານໍ້າກິນໃນໄປແລ້ວ ກໍ່ສາມາດຮ້ອງຮຽນ ຕໍ່ພາກສ່ວນທີ່ກ່ຽວຂ້ອງໄດ້ຄືກັນ ແຕ່ຈະຕ້ອງມີຫຼັກຖານຢັ້ງຢືນຢ່າງລະອຽດ, ດັ່ງທ່ານກ່າວວ່າ:

“ລົດເຮົາຫັ້ນມັນຄົບ ແລ້ວເຮົາກະບໍ່ຈໍາເປັນຕ້ອງໃຫ້ ຄັນວ່າກໍລະນີ ເພິ່ນຂໍ ຈັ່ງຊີ້ນ່າ ເຮົາກະບໍ່ຕ້ອງຢ້ານ ຫຼັກໆກະບໍ່ຕ້ອງຢ້ານຫຼາຍດອກ ບໍ່ຖືກຕ້ອງເຮົາກະສາມາດ ຟ້ອງກະໄດ້ຄືກັນ ແຕ່ວ່າ ຕ້ອງຟ້ອງໄປຕາມຂັ້ນຕອນ ຂະບວນການຍຸຕິທໍາຈັ່ງຊີ້ນ່າ.”

ທ່ານຍັງໄດ້ກ່າວຕື່ມອີກວ່າ ຄັນເກີດກໍລະນີດັ່ງກ່າວຂຶ້ນກັບໃຜກໍ່ຕາມ ກໍ່ຫ້າມ ບໍ່ໃຫ້ມີການຖ່າຍຄລິບວິດີໂອ ໃນລັກສະນະຕໍານິເຈົ້າໜ້າທີ່ຕໍາຫຼວດ ແລ້ວນໍາໄປເຜີຍແຜ່ທາງສື່ສັງຄົມອອນລາຍ ຍ້ອນຈະເຮັດໃຫ້ຜູ້ທີ່ເຮັດແນວນີ້ ກາຍເປັນຝ່າຍຜິດທັນທີ ເຊິ່ງອາດຖືກລົງໂທດ ດ້ວຍການສຶກສາອົບຮົມ, ປັບໃໝ ຫຼືເຖິງຂັ້ນດໍາເນີນຄະດີ ແລະສົ່ງຟ້ອງສານ.

ຢ່າງໃດກໍ່ຕາມ ກ່ອນໜ້ານີ້ ເມື່ອວັນທີ 13 ເດືອນມີນາ ທີ່ຜ່ານມາ ຊາວບ້ານ ອາຍຸ 24 ປີ ຊາວບ້ານ ໃນແຂວງບໍ່ແກ້ວ ຄົນໜຶ່ງ ທີ່ເຮັດການວິພາກວິຈານ ເຈົ້າໜ້າທີ່ຕໍາຫຼວດ ຢູ່ຈຸດກວດກາຫ້ວຍຊໍາ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດ ແຂວງຜົ້ງສາລີ ຈັບໂຕ ແລະບັງຄັບ ໃຫ້ຖະແຫຼງຄໍາຂໍໂທດ ຜ່ານທາງສື່ສັງຄົມອອນລາຍ ຂອງ ປກສ ແຂວງຜົ້ງສາລີ ເພື່ອແກ້ໄຂຂ່າວໃຫ້ຖືກຕ້ອງ, ພາຍຫຼັງຈາກ ເມື່ອວັນທີ 21 ເດືອນກຸມພາ ປີ 2024 ຊາວບ້ານຄົນດັ່ງກ່າວນີ້ ໄດ້ຖ່າຍຄລິບວິດີໂອ ເຈົ້າໜ້າທີ່ຕໍາຫຼວດ ປະຈໍາຈຸດກວດກາດັ່ງກ່າວ ແລ້ວວິພາກວິຈານ ຜ່ານສື່ສັງຄົມອອນລາຍ ໃນລັກສະນະຕໍານິເຈົ້າໜ້າທີ່ຕໍາຫຼວດ ມີການຂໍເງິນ ເພື່ອເປັນຄ່າກິນນໍ້າກິນໃນ.

ແລະກ່ອນໜ້ານັ້ນບໍ່ດົນ ຊາວບ້ານຄົນໜຶ່ງ ອາຍຸ 24 ປີ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ກໍໄດ້ຖືກເຈົ້າໜ້າທີ່ຕໍາຫຼວດຈັບໂຕ ແລະໃຫ້ຖະແຫຼງການຂໍໂທດ ຜ່ານສື່ສັງຄົມອອນລາຍ ເຊັ່ນດຽວກັນ ຍ້ອນເມື່ອວັນທີ 28 ເດືອນພະຈິກ ປີ 2023 ຊາວບ້ານຄົນດັ່ງກ່າວ ໄດ້ອັດຄລິບວິດິໂອ ຕໍານິເຈົ້າໜ້າທີ່ລາວດ້ວຍຄໍາເວົ້າທີ່ບໍ່ສຸພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.