ແທັກຊີ້ໄຟຟ້າຫວຽດ ເລີ່ມບໍລິການ ຢູ່ປາກເຊ
2024.04.25

ນັບແຕ່ວັນທີ 5 ເມສາ 2024 ເປັນຕົ້ນມາ ລົດແທັກຊີ້ໄຟຟ້າ ຂອງບໍລິສັດ ແຊັງເອັດສເອັມ ລາວ (Xanh SM Lao) ທີ່ມີບໍລິສັດໃຫຍ່ ຢູ່ປະເທດຫວຽດນາມ ໄດ້ຂະຫຍາຍການໃຫ້ບໍລິການ ຢູ່ແຂວງຈຳປາສັກ ເພື່ອບໍລິການຮັບ-ສົ່ງ ນັກທ່ອງທ່ຽວ ແລະ ປະຊາຊົນ ພາຍໃນແຂວງ, ໂດຍມີຈຳນວນ ລົດແທັກຊີ້ ປະມານ 10 ປາຍຄັນ. ດັ່ງພະນັກງານ ຂອງບໍລິສັດ ແຊັງເອັດສເອັມ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ເມສາ ນີ້ວ່າ:
“ແມ່ນແລ້ວ ເປີດໃຊ້ບໍລິການແລ້ວເດີ້, ສາມາດຈອງໃນແອັປໄດ້ເລີຍ. ປະມານ 10 ປາຍຄັນ ຢູ່ຈຳປາສັກ. ໂຕນີ້, ເຮົາຕ້ອງໄດ້ຖາມ ແທັກຊີ້ກ່ອນເນາະ ເພື່ອຄວາມພ້ອມ.”
ໃນຂະນະທີ່ ພະນັກງານ ຂັບລົດແທັກຊີ້ ຂອງບໍລິສັດ ແຊັງເອັດສເອັມ ລາວ ຢູ່ແຂວງຈຳປາສັກ ທ່ານໜຶ່ງ ກ່າວວ່າ ໃນໄລຍະທຳອິດ ຂອງການເປີດໃຊ້ບໍລິການ ຢູ່ແຂວງຈຳປາສັກ ນີ້, ກໍສາມາດໃຊ້ໄດ້ ແຕ່ຢູ່ພາຍໃນນະຄອນປາກເຊ ແລະ ເມືອງປາກຊ່ອງ ເນື່ອງຈາກຢູ່ເມືອງອື່ນໆ ຍັງບໍ່ທັນມີບ່ອນບໍລິການ ສາກໄຟຟ້າເທື່ອ ຈຶ່ງຍັງເປັນອຸປະສັກ ສຳລັບເດີນທາງ ໄປເມືອງອື່ນໆ ແລະ ປັດຈຸບັນ ກໍກຳລັງເປີດຮັບສະໝັກພະນັກງານ ຂັບລົດແທັກຊີ້ ເພີ່ມຕື່ມ ອີກຫຼາຍຕຳແໜ່ງ. ດັ່ງທ່ານກ່າວວ່າ:
“ຕອນນີ້ ລົດເຮົາມັນເປັນລົດໄຟຟ້າ ຕູ້ສາກມີຢູ່ 2 ບ່ອນ ມັນຍັງມີຂໍ້ຈຳກັດຢູ່, ໄປປາກຊ່ອງໄດ້. ພະນັກງານຂັບແທັກຊີ້ ຄວາມຮູ້ພື້ນຖານ ກະສາມາດອ່ານອອກ ຂຽນໄດ້ ອັນນີ້ເຮົາກະຮັບແລ້ວ ແລ້ວກໍມີບັດປະຈຳຕົວ, ໃບຂັບຂີ່.”
ແຕ່ການເຂົ້າມາ ຂອງລົດແທັກຊີ້ໄຟຟ້າ ດັ່ງກ່າວ ກໍເຮັດໃຫ້ຜູ້ປະກອບການ ລົດຮັບ-ສົ່ງ ຈຳນວນໜຶ່ງ ຢູ່ເຂດນະຄອນປາກເຊ ເປັນຕົ້ນ ລົດແທັກຊີ້ ແລະ ລົດສາມລໍ້ເຄື່ອງ ກໍຢ້ານວ່າ ຈະຖືກລົດແທັກຊີ້ ຂອງບໍລິສັດດັ່ງກ່າວ ຍາດລູກຄ້າໄປ ໃນອະນາຄົດ ແລະ ກໍອາດຈະເຮັດໃຫ້ ສົ່ງຜົນກະທົບ ຕໍ່ເລື່ອງລາຍໄດ້ນຳແດ່. ດັ່ງຜູ້ປະກອບການ ລົດແທັກຊີ້ ຢູ່ນະຄອນປາກເຊ ທ່ານໜຶ່ງ ກ່າວວ່າ:
“ແມ່ນໆ ມັນກໍແຍ່ງແທັກຊີ້ ແຍ່ງລູກຄ້າໄປນຳ, ສ່ວນໜຶ່ງ ວ່າຊັ້ນສາ ແຍ່ງອາຊີບໄປນັ້ນແຫຼະ. ຄືທ້ອງຖິ່ນປາກເຊເຮົາ ມັນກໍຊິມີພວກສາມລໍ້ ອີ່ຫຍັງນຳ, ຫັ້ນນ່າ. ອັນນີ້ມາ ມັນກະຊິແຍ່ງອາຊີບ. ກະເຫັນເຂົາເຈົ້າວ່າ ມີລູກຄ້າໃຊ້ຫຼາຍຢູ່.”
ໃນຂະນະດຽວກັນ, ຜູ້ປະກອບການ ລົດແທັກຊີ້ ຢູ່ນະຄອນປາກເຊ ອີກທ່ານໜຶ່ງ ກໍຢ້ານວ່າ ຈະຖືກລົດແທັກຊີ້ ຂອງບໍລິສັດດັ່ງກ່າວ ຍາດລູກຄ້າໄປ ໃນອະນາຄົດ ຍ້ອນລົດແທັກຊີ້ໄຟຟ້າ ມີລາຄາຄ່າໂດຍສານ ຖືກກວ່າ ລົດແທັກຊີ້ ແບບຕື່ມນ້ຳມັນ, ເຊິ່ງກໍຢ້ານວ່າ ຕໍ່ໄປ ຈະມີຜູ້ໂດຍສານ ຫັນໄປໃຊ້ບໍລິການ ລົດແທັກຊີ້ໄຟຟ້າ ຫຼາຍຂຶ້ນ ດັ່ງທີ່ເຄີຍເກີດຂຶ້ນ ຢູ່ນະຄອນຫຼວງວຽງຈັນ. ດັ່ງທ່ານກ່າວວ່າ:
“ໂອຫາຍ, ຫາຍແທ້ໄດ໋, ລາຄາມັນຖືກ. ຄືຢູ່ນະຄອນຫຼວງວຽງຈັນ ແມ່ນຄົນໃຊ້ຫຼາຍແລ້ວ ເພາະວ່າ ມັນຖືກເນາະ. ກະຫຼຸດລົງຫັ້ນແຫຼະ ວ່າຊັ້ນສາ ເພາະວ່າບາງຄົນ ເຂົາກະໄປໃຊ້ໂຕນັ້ນ. ດຽວນີ້ມັນພວມເລີ້ມເນາະ ເຂົາເຈົ້າກຳລັງເຮັດຕະຫຼາດ ເຮັດອັນນີ້ ເຂົ້າມາຢູ່ ບໍ່ທັນບູມຫຼາຍດອກ ວ່າຊັ້ນສາ, ແຕ່ວ່າ ຄັນວ່າມັນແອອັດມື້ໃດປຶບ ເຂົາໃຊ້ແທ້ ແທັກຊີ້.”
ແຕ່ຜູ້ປະກອບການ ລົດຕູ້ນຳທ່ຽວ ຢູ່ນະຄອນປາກເຊ ທ່ານໜຶ່ງ ກໍເຫັນວ່າ ການເຂົ້າມາ ຂອງລົດແທັກຊີ້ໄຟຟ້າ ດັ່ງກ່າວ ບໍ່ໄດ້ຍາດລູກຄ້າ ຂອງເຂົາເຈົ້າ ແຕ່ຢ່າງໃດ ເພາະລົດແທັກຊີ້ໄຟຟ້າ ສາມາດແລ່ນໄດ້ ແຕ່ນະຄອນປາກເຊ ເປັນຫຼັກເທົ່ານັ້ນ. ສ່ວນລົດຕູ້ ສາມາດແລ່ນອອກໄປຍັງຕ່າງເມືອງ ແລະ ຕ່າງແຂວງ ໄດ້ຕາມປົກກະຕິ ຈຶ່ງບໍ່ຢ້ານວ່າ ຈະຖືກຍາດລູກຄ້າ. ດັ່ງທ່ານກ່າວວ່າ:
“ຄຶດວ່າບໍ່ເປັນ ເພາະວ່າ ລົດມັນບໍ່ໄດ້ແລ່ນພາຍໃນ, ສ່ວນຫຼາຍ. ສ່ວນຫຼາຍ ມັນແລ່ນອອກໄປຕ່າງແຂວງ, ແຕ່ໂຕນີ້ ມັນບໍລິການ ຢູ່ພາຍໃນນະຄອນປາກເຊ. ລົດໄຟຟ້າ ມັນໜ້າຈະບໍ່ອອກໄປ, ຄັນອອກໄປ ມັນກະແພງ ຄຶດວ່າເຂົາໜ້າຈະບໍ່ນັ່ງ.”
ຢ່າງໃດກໍຕາມ, ເຈົ້າໜ້າທີ່ ຜະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ທ່ານໜຶ່ງ ກ່າວວ່າ ລົດແທັກຊີ້ໄຟຟ້າ ດັ່ງກ່າວ ທີ່ເຂົ້າມາເປີດບໍລິການ ຢູ່ແຂວງຈຳປາສັກ ນັ້ນ, ກໍໄດ້ຮັບອະນຸຍາດ ຈາກທາງການ ແຂວງຈຳປາສັກ ແບບເປັນທາງການ ເພື່ອເປັນທາງເລືອກໃໝ່ ສຳລັບບໍລິການ ນັກທ່ອງທ່ຽວ ແລະ ປະຊາຊົນ ພາຍໃນແຂວງ, ແຕ່ກໍບໍ່ເຫັນວ່າ ເປັນການຍາດແຍ່ງລູກຄ້າ ຫຼືແຂ່ງຂັນ ກັບຜູ້ປະກອບການ ລົດຮັບ-ສົ່ງອື່ນໆ ແຕ່ຢ່າງໃດ. ດັ່ງທ່ານກ່າວວ່າ:
“ຕາມຄວາມຄຶດກະ ເຮົາຊິເປັນອີກທາງເລືອກໜຶ່ງເນາະ ໃຫ້ຜູ້ໃຊ້ບໍລິການເນາະ. ມັນກະມີຫຼາຍທາງເລືອກ ຜູ້ນຳໃຊ້ ລົດໂດຍສານທົ່ວໄປ ກະມີ, ແຕ່ວ່າ ບໍລິການ ລົດແທັກຊີ້ແບບດ່ວນ ຄັນເວົ້າ ມັນໃຊ້ຄວາມໄວເນາະ ແມ່ນທາງເລືອກໜຶ່ງ ໃຫ້ແກ່ນັກທ່ອງທ່ຽວ ແລ້ວກໍປະຊາຊົນ ຢູ່ນະຄອນປາກເຊ ຢູ່ຈຳປາສັກ. ນັກທ່ອງທ່ຽວ ເຊື່ອໝັ້ນແຫຼະວ່າ ເຮົາມີແທັກຊີ້ນ່າ.”
ກ່ອນໜ້ານີ້, ເມື່ອວັນທີ 1 ມີນາ ທີ່ຜ່ານມາ ລົດແທັກຊີ້ໄຟຟ້າ ຂອງບໍລິສັດດັ່ງກ່າວ ຫາກໍໄດ້ເປີດ ໃຫ້ບໍລິການ ຢູ່ແຂວງສະຫວັນນະເຂດ ແລະ ກ່ອນໜ້ານັ້ນ ກໍໄດ້ເປີດໃຫ້ບໍລິການ ຢູ່ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ ພ້ອມທັງຍັງມີແຜນ ຂະຫຍາຍການໃຫ້ບໍລິການ ໄປຍັງແຂວງອື່ນໆ ເປັນຕົ້ນ ແຂວງຫຼວງພຣະບາງ.
ແຕ່ເຖິງຢ່າງໃດກໍຕາມ, ເມື່ອເດືອນມີນາ ທີ່ຜ່ານມາ ຜະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຫາກໍໄດ້ສະເໜີຍຸຕິ ແອັປພລິເຄຊັ້ນ ລົດແທັກຊີ້ ຂອງບາງບໍລິສັດ ອັນໄດ້ແກ່ ບໍລິສັດ SAM ແລະ ບໍລິສັດ InDrive, ເຊິ່ງເປັນແອັປພລິເຄຊັ້ນ ສຳລັບໃຫ້ບໍລິການ ແທັກຊີ້ອອນລາຍ ໃນນະຄອນຫຼວງວຽງຈັນ ເນື່ອງຈາກແອັປພລິເຄຊັ້ນ ຂອງທັງ 2 ບໍລິສັດ ດັ່ງກ່າວນັ້ນ, ບໍ່ມີໃບທະບຽນ ວິສາຫະກິດ ແບບຖືກຕ້ອງ ຕາມກົດໝາຍ ຈຶ່ງບໍ່ມີຄວາມປອດໄພ ແລະ ໄວ້ວາງໃຈໄດ້, ເຊິ່ງຫາກຜູ້ໂດຍສານ ເກີດອຸບັດຕິເຫດ ຫຼືເກີດເຫດສຸກເສີນຂຶ້ນ ກໍບໍ່ສາມາດ ຕິດຕໍ່ຫາ ບໍລິສັດ ຜູ້ລົງທຶນໄດ້.