ໂຄງການສີທັນດອນ ຢຸດສະງັກ ຍ້ອນບໍ່ມີເງິນຈ່າຍກໍາມະກອນ
2024.07.02
ວຽກງານກໍ່ສ້າງ ຢູ່ໃນໂຄງການພັດທະນາເຂດເສດຖະກິດໃໝ່ ສີທັນດອນ ຢູ່ ເມືອງໂຂງ ແຂວງຈໍາປາສັກ ມີການຢຸດສະງັກ ແລະ ບໍ່ມີການສືບຕໍ່ດໍາການກໍ່ສ້າງ ໂດຍສະເພາະ ຢູ່ຕຶກໃຫຍ່ທີ່ສ້າງເປັນຕິບເຂົ້າ.
ສາເຫດການທີ່ມີການຢຸດ ລະງັບການກໍ່ສ້າງ ໃນຕອນນີ້ ຍ້ອນວ່າ ໂຄງການບໍ່ມີເງິນຈ່າຍຄ່າແຮງງານ ກໍາມະກອນ ແລະ ບໍລິສັດທີ່ມາຮັບເໝົາກໍ່ສ້າງ ຕໍ່ຊ້ວງກັບໂຄງການດັ່ງກ່າວ.
ຜູ້ທີ່ເຮັດວຽກ ຢູ່ໃນເຂດດັ່ງກ່າວ ໄດ້ກ່າວວ່າ:
“ຢູ່ໃນລະບົບອັດໝົດ ເງິນບໍ່ມາ ເຂົາເອີ້ນວ່າປິດໝົດ ບໍ່ເຫຼືອບໍ່ມີເງິນຈ້າງ ເຂົາ [ກໍາມະກອນ] ກະເມື່ອຕີ້.”
ຜູ້ທີ່ເປັນເຈົ້າຂອງໂຄງການເອງ ກໍຍອມຮັບກັບກໍາມະກອນວ່າ ບໍ່ສາມາດຕອບສະໜອງເງິນໃຫ້ໄດ້ຕາມໜ້າວຽກ.
ຜູ້ທີ່ເຮັດວຽກ ທ່ານນີ້ ກ່າວຕື່ມອີກວ່າ:
“ທຸກລະບົບຢູ່ໃນໂຕນີ້ເອີ້ນວ່າ ລະບົບເງິນມັນຕິດຂັດ ມັນຕິດລໍໝົດ ຍັງຖ້າແຫຼະ ເຂົາກະຍອມຮັບເຂົາຄືກັນ ລະບົບເງິນເຂົາຕອບສະໜອງເຮົາບໍ່ໄດ້ ເຂົາ ເຂົາກະຍອມຮັບ.”
ໂຄງການກໍ່ສ້າງສ່ວນໃຫຍ່ ແມ່ນຢຸດສະງັກໄປໄດ້ຫຼາຍເດືອນແລ້ວ ໂດຍສະ ເພາະ ການກໍ່ສ້າງຢູ່ຕຶກທີ່ສ້າງເປັນຮູບຕິບເຂົ້າ.
ສ່ວນວ່າ ການກໍ່ສ້າງຢູ່ຈຸດໃກ້ຄຽງ ກໍມີກໍາມະກອນບໍ່ຫຼາຍ ຈາກແຕ່ກ່ອນ ມີຫຼາຍ 300-400 ຄົນ ແຕ່ ປັດຈຸບັນ ເຫຼືອປະມານ 40 ຄົນ ຊຶ່ງມີສະເພາະຈຸດກໍ່ສ້າງທີ່ນ້ອຍໆເທົ່ານັ້ນ ອີງຕາມຂໍ້ມູນຈາກປະຊາຊົນທີ່ເຮັດວຽກຢູ່ເຂດດັ່ງກ່າວ.
ຊາວບ້ານອີກຄົນນຶ່ງ ທີ່ເຮັດວຽກຢູ່ໃນເຂດດັ່ງກ່າວ ໄດ້ໃຫ້ສໍພາດຕໍ່ວິທຍຸເອເຊັຽເສຣີ ວ່າ:
“ວຽກໂຕຈິງຫັ້ນ ແຕ່ວ່າເຫັນກິດຈະການຫັ້ນບໍ່ໄດ້ເຮັດ ກາຍໄປເຮັດວຽກແຕ່ລະມື້ຫັ້ນບໍ່ມີຄົນເດ້ ກາຍໄປມິດຢູ່ ບໍ່ມີຄົນເຮັດວຽກຄືແຕ່ກ່ອນ ບໍ່ຄຶກຄື້ນ, ມິດຢູ່ ໂຕກະຕິບເຂົ້າປະມານ 3-4 ເດືອນ.”
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ:
“ຢູ່ບ້ານຈັດສັນ ໂຕເຮັດເຮືອນນີ້ ກະຢາກເຮັດຢູ່ ແຕ່ມັນບໍ່ມີຜູ້ໄປເຮັດ ຄັນເວົ້າເລື່ອງຈ້າງ ເຂົາເວົ້າເລື່ອງເງິນໂລດ ບໍ່ມີການກໍ່ສ້າງດອກ ຂອງໄປຍາມໃດກະເຫັນຄືເກົ່າຢູ່ ບໍ່ມີຮອດຄົນ ຕອນນີ້ຍັງບໍ່ມີໃຜດໍາເນີນການຕໍ່ ຍັງບໍ່ທັນໄດ້ເງິນ.”
ເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫ້າ ຫົວໜ້າເຂດເສດຖະກິດພິເສດ ແລະ ເຈົ້າໜ້າທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ເພື່ອຖາມກ່ຽວກັບເລື່ອງນີ້ ແຕ່ທັງສອງທ່ານບໍ່ຮັບໂທລະສັບ.
ເຖິງຢ່າງໃດກໍຕາມ, ໃນເດືອນມິຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ:
“ໂຕນີ້ກະຕ້ອງສະເໜີ ຫາຫ້ອງການແຮງງານປະຈໍາເມືອງໂຂງ ຫັ້ນແຫຼະວ່າ ເຂົາແກ້ກັນບໍ່ໄດ້ລະກະສະເໜີມາພະແນກແຮງງານແຂວງ ກໍຕ້ອງໄດ້ລົມກັນລະອຽດກ່ອນ ເອົາຂໍ້ມູນກ່ອນ.”
ນັກທຸລະກິດ ຢູ່ ແຂວງພາກໃຕ້ທ່ານໜຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ມັນບໍ່ມີລາຍຮັບ ບັນຫາສອງ ມັນກະບໍ່ມີເງິນ ບໍ່ເຫັນມັນເຮັດຫຍັງໂຄງການສີທັນດອນ ຢ້ານບໍ່ມີເງິນຫຼາຍກວ່າ ເພາະຖ້າມີເງິນ ກໍຕ້ອງຈ່າຍໃຫ້ກໍາມະກອນແລ້ວ.”
ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ແມ່ນຢູ່ລະຫວ່າງໄລຍະ ທີ່ 1 ຈາກທັງໝົດ 6 ໄລຍະ.
ໃນໄລຍະທໍາອິດນີ້ ໄດ້ເລີ່ມຕັ້ງແຕ່ເດືອນ ພະຈິກ ປີ 2019 ເປັນຕົ້ນມາ ໂດຍມີການກໍ່ສ້າງເສັ້ນທາງ, ນ້ໍາປະປາ, ສາຍໄຟຟ້າ ແລະ ສ້າງໂຮງຮຽນປະຖົມສົມບູນ ບ້ານຂີ້ນາກ ສໍາເລັດໄປແລ້ວ.
ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ປະກອບດ້ວຍ ສະໜາມ ກັອຟ, ຕຶກແຄນຄູ່ ທີ່ລວມເອົາ ແຫລ່ງທ່ອງທ່ຽງ ແລະ ແຫລ່ງບັນເທີງ, ກາສິໂນ, ທະນາຄານ, ສະຖາບັນການເງິນ, ໂຄງສ້າງພື້ນຖານ ດ້ານການສຶກສາ, ໂຄງການກະສິກໍາ ແລະ ສາທາລະນະສຸກ.
ໂຄງການດັ່ງກ່າວ ມີເນື້ອທີ່ດິນເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມ ທັງດິນ, ດອນ ແລະ ແມ່ນ້ໍາຂອງ ມູນຄ່າການລົງທຶນປະມານ 9 ຕື້ໂດລ້າຣ໌, ມີອາຍຸສຳປະທານ 50 ປີ ແລະ ສາມາດຕໍ່ສັນຍາ ສຳປະທານໄດ້, ຊຶ່ງກວມເອົາປະມານ 30 ປາຍບ້ານ ໃນເມືອງໂຂງ ແຂວງຈໍາປາສັກ ອີງຕາມຂໍ້ມູນຈາກທາງການລາວ.
ບໍລິສັດ Laos Maha Nathi Sithandone (Hong Kong) Investment ຊຶ່ງເປັນຂອງນັກລົງທຶນຈີນ ແລະ ບໍລິສັດ LTV Road and Bridge Construction Sole ເປັນເຈົ້າຂອງໂຄງການ.
ອີງຕາມຂໍ້ມູນ ຈາກຜູ້ທີ່ເຮັດວຽກຢູ່ເຂດດັ່ງກ່າວ, ໂຄງການຍັງຄ້າງຈ່າຍເງິນກໍາມະກອນ ບາງຄົນ 3 ລ້ານ ກີບ, 4 ລ້ານ ກີບ, 5 ລ້ານ ກີບ, 6 ລ້ານ ກີບ, 7 ລ້ານ ກີບ ສ່ວນວ່າ ບໍລິສັດຮັບເໝົາບາງບໍລິສັດ ກໍຍັງບໍ່ໄດ້ເງິນເຈົ້າຂອງໂຄງການ ເປັນຈໍານວນເງິນ ຫຼາຍຕື້ກິີບ.