ໂຄງການສີທັນດອນ ໄລຍະທໍາອິດ ຈະເປີດໃຫ້ບໍຣິການ ທ້າຍ ປີ 2025
2024.02.01

ໂຄງການພັທນາ ເຂດເສຖກິຈໃໝ່ສີທັນດອນ ໄລຍະທໍາອິດ ພ້ອມເປີດໃຫ້ບໍຣິການ ໃນທ້າຍປີ 2025 ແຕ່ຊາວບ້ານທີ່ໄດ້ຮັບຜົລກະທົບ ສູນເສັຽທີ່ດິນ ແລະ ເຮືອນຢູ່ອາໄສ ຍັງບໍ່ໄດ້ຮັບຄ່າຊົດເຊີຍໝົດເທື່ອ.
ບໍຣິສັດ ຮ່ວມພັທນາ ສີທັນດອນ ຈໍາກັດ ຂອງນັກລົງທຶນຈີນ ເຊິ່ງເປັນຜູ້ພັທນາເສຖກິຈໃໝ່ ສີທັນດອນ ຫຼື Four Thousand Islands ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ. ປັດຈຸບັນ ພວມດໍາເນີນການກໍ່ສ້າງໄລຍະທໍາອິດ ປະກອບມີສ້າງໂຮງແຮມແຄນຄູ່, ກິຈກັມບັນເທິງຄົບວົງຈອນ, ເຂດບ້ານຈັດສັນໃໝ່, ການກໍ່ສ້າງໂຄງສ້າງພື້ນຖານ, ໄຟຟ້າ, ນໍ້າປະປາ ແລະ ປັບປຸງຕາດຄອນພະເພັງ, ຕາດສົມພະມິດ ແລະ ສນາມກອຟ ຄາດວ່າ ຈະກໍ່ສ້າງສໍາເລັດທັງໝົດ ໃນປີ 2025.
ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 1 ກຸມພາ ວ່າ:
“ຕອນນີ້ເຂົາກໍາລັງພັທນາເຈົ້າ ເຂົາກໍາລັງກໍ່ສ້າງ ໃກ້ໆກັບນໍ້າຕົກຕາດຫັ້ນແຫຼະ. ເຄັຽພື້ນທີ່ຕີ້. ເພິ່ນຍັງບໍ່ທັນໄດ້ກໍ່ສ້າງເທື່ອ. ກໍາລັງເຄັຽພື້ນທີ່ນີ້ແຫຼະ ຢູ່ໃນໂຊນໃກ້ກັນຫັ້ນແຫຼະ.”
ສໍາລັບການກໍ່ສ້າງເຂດເສຖກິຈໃໝ່ ສີທັນດອນ ໄລຍະທໍາອິດ ແມ່ນຈະມີຊາວບ້ານ ທີ່ໄດ້ຮັບຜົລກະທົບສູນເສັຽທີ່ດິນ ແລະ ເຮືອນຢູ່ອາໄສ ຈໍານວນ 3 ບ້ານ ຈາກທັງໝົດ ຢູ່ເມືອງໂຂງ ຄື ບ້ານເສັດເຕົາເຫຼັກ, ບ້ານບຶງງາມ, ບ້ານທ່າຄໍ້ ລວມຈໍານວນ 200 ປາຍຄອບຄົວ.
ປັດຈຸບັນ ທາງການ ແຂວງຈໍາປາສັກ ກໍໄດ້ລົງໄປໂອ້ລົມກັບຊາວບ້ານ ໃນການຈ່າຍເງິນຊົດເຊີຍລ່ວງໜ້າ ປະເພດທີ່ດິນ ແລະ ຜົລປູກໃນກັບຊາວບ້ານ ຈາກໂຄງການກໍ່ສ້າງຕຶກແຄນຄູ່ ເນື້ອທີ່ 541 ເຮັກຕ້າຣ໌, ໂຄງການກໍ່ສ້າງສາງສິນຄ້າ ເນື້ອທີ່ 15 ເຮັກຕ້າຣ໌, ໂຄງການກໍ່ສ້າງໜອງປາ ເນື້ອທີ່ 100 ເຮັກຕ້າຣ໌ ແລະ ໂຄງການກໍ່ສ້າງບ້ານຈັດສັນໃໝ່ ເນື້ອທີ່ 66 ເຮັກຕ້າຣ໌.
ຊາວບ້ານ ຈະເຣີ່ມແຕ່ 50-500 ລ້ານ ກີບ ຂຶ້ນຢູ່ກັບຂນາດຂອງພື້ນທີ່ ແຕ່ໂດຍສະເລັ່ຽແລ້ວ ຖືວ່າໄດ້ຮັບເງິນຄ່າຊົດເຊີຍ ທີ່ຕໍ່າຫຼາຍ ແຕ່ຊາວບ້ານບໍ່ສາມາດຄັດຄ້ານຫຍັງໄດ້ ຈຶ່ງຕ້ອງຍອມຮັບຂໍ້ສເນີດັ່ງກ່າວ.
ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງໂຂງ ແຂວງຈໍາປາສັກ ທີ່ສູນເສັຽທີ່ດິນ ແລະ ເຮືອນທີີ່ຢູ່ອາໄສ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ມັນກະຍາກເນາະຊ້ວງນີ້ ກະບໍ່ທັນໄດ້ເນາະມັນຍາກ ຂອງພວກນາຍທຶນ. ອັນນີ້ເຮົາກະບໍ່ມີສິດເວົ້າເດ້ ເນາະ. ຖ້າດິນໜ້າທາງນີ້ມັນຊິແພງແດ່ເນາະ ຖ້າວ່າ ມັນອອກຈາກນອກທາງໄປ. ມັນກໍຈະຖືກຈັ່ງຊີ້ ລຽບແຄມຂອງນີ້ມັນຖືກໝົດແລ້ວ.”
ສ່ວນຊາວບ້ານອີກຜູ້ນຶ່ງໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ຊາວບ້ານສ່ວນໃຫຍ່ບໍ່ຄ່ອຍເຫັນດີ ກັບຂໍ້ສເນີຂອງບໍຣິສັດຜູ້ພັທນາ ແລະ ມູນຄ່າເງິນຄ່າຊົດເຊີຍ ເນື່ອງຈາກ ເປັນມູນຄ່າທີ່ຕໍ່າຫຼາຍ ເຖິງແມ່ນວ່າ ບໍຣິສັດ ຜູ້ພັທນາໂຄງການ ຈະສ້າງບ້ານຈັດສັນໃຫ້ກັບຊາວບ້ານ ແຕ່ກະບໍ່ສົມເຫດສົມຜົລປານໃດ.
ສ່ວນຊາວບ້ານທີ່ບໍ່ມີທາງເລືອກອື່ນ ຕ້ອງຈໍາຍອມ ແລະ ບໍ່ສາມາດຄັດຄ້ານຫຍັງໄດ້ ຈຶ່ງຮັບເອົາຄ່າຊົດເຊີຍ ໃນຈໍານວນດັ່ງກ່າວ ເຖິງຈະຮູ້ວ່າ ບໍ່ສົມເຫດສົມຜົລ ກໍຕາມ ເພາະ ຊາວບ້ານເຫັນວ່າ ຜົລກະທົບທີ່ໄດ້ຮັບນັ້ນ ຖືເປັນຫານພັທນາ ທີ່ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ ທີ່ອໍານາດການປົກຄອງພາກຣັຖກໍານົດໄວ້.
ດັ່ງຊາວບ້ານຜູ້ນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໂອ້...ຂອງຂ້ອຍບໍ່ທັນຕົກລົງກັບເພິ່ນດອກ ໂຕບ້ານພັກຂ້ອຍຍັງເອົາເງິນແຫຼະ. ຜູ້ເຂົາໄດ້ຫຼາຍ, ໄດ້ໜ້ອຍ ມັນກະເອົານໍາກັນໝົດ. ແມ່ນບ້ານຈັດສັນ ເຂົາປຸກໃຫ້ ປຸກເປັນຫຍັງໃຫ້ຢູ່ ຂ້ອຍກະບໍ່ເຂົ້າໃຈ. ຂ້ອຍບໍ່ຮູ້ນໍາເພິ່ນ.”
ສ່ວນຊາວບ້ານອີກຜູ້ນຶ່ງ ໃນເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ພາຍຫຼັງທີ່ບໍຣິສັດ ຈີນ ໄດ້ເຂົ້າມາພັທນາພື້ນທີ່ດັ່ງກ່າວແລ້ວ ມີການປ່ຽນແປງໄປຫຼາຍຢ່າງ ໂດຍສະເພາະການຕັດໄມ້, ຖາງປ່າ ເພື່ອພັທນາໂຄງການຕ່າງໆ ທີ່ບໍຣິສັດກໍານົດໄວ້.
ປັດຈຸບັນ ມີຊາວບ້ານຈໍານວນນຶ່ງ ທີ່ໄດ້ຮັບເງິນຊົດເຊີຍ ປະເພດທີ່ດິນ ແລະ ຜົລປູກໄປແລ້ວ ຈຶ່ງພາກັນຂົນຊັບສິນ ແລະ ຍົກຍ້າຍອອກຈາກພື້ນທີ່ ໄປແລ້ວ ເນື່ອງຈາກ ເຂົາເຈົ້າມີດິນບ່ອນອື່ນ ຫຼື ໄປຢູ່ກັບຍາດພີ່ນ້ອງ.
ສ່ວນຊາວບ້ານທີ່ຍັງທຸກຍາກ ບໍ່ມີທີ່ດິນ, ບໍ່ມີອາຊີບໝັ້ນຄົງ ແລະ ຍາດພີ່ນ້ອງໃຫ້ພຶ່ງພາ ຕ້ອງລໍຖ້າ ບໍຣິສັດພັທນາໂຄງການ ກໍ່ສ້າງບ້ານຈັດສັນໃໝ່ສໍາເລັດ ເຖິງຈະຍົກຍ້າຍອອກຈາກພື້ນທີ່ໄດ້.
ດັ່ງຊາວບ້ານ ທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ປ່ຽນແປງໄປຫຼາຍຫັ້ນແລ້ວ. ອິຫຍັງມັນປ່ຽນໄປໝົດ ຫັ້ນແລ້ວ ດຽວນີ້ຂະເຈົ້າກໍຢາກເຣີ່ມ. ເຂົາເຈົ້າຍ້າຍອອກໄປນໍາແດ່ລະເດ້ ເພາະວ່າ ມັນຖືກສັມປະທານຈີນໝົດເດ້.”
ເມື່ອທ້າຍປີ 2023 ທີ່ຜ່ານມາ ບໍຣິສັດ ຜູ້ພັທນາໂຄງການ ກໍໄດ້ຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ບ້ານທ່າມ່ວງ ຈໍານວນ 35 ຄອບຄົວ ຈາກການສູນເສັຽທີ່ດິນກະສິກັມ ລວມມູນຄ່າມັງໝົດ 13 ຕື້ກີບ, ສ່ວນເງິນຄ່າຊົດເຊີຍດິນປຸກສ້າງ ຈະສໍາຣວດກວດກາຂໍ້ມູນຢ່າງລະອຽດ ແລະ ມອບເງິນຊົດເຊີຍໃຫ້ໃນຄັ້ງຕໍ່ໄປ ເຊິ່ງກໍຍັງບໍ່ທັນຮູ້ເທື່ອວ່າ ເມື່ອໃດຈະມອບໃຫ້.
ສໍາລັບເຂດພັທນາເສຖກິຈໃໝ່ ສີທັນດອນ ແມ່ນເປັນການພັທນາຕາມຂໍ້ລະເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງຣັຖບານຈີນ ເຊິ່ງເປັນໂຄງການລົງທຶນຂນາດໃຫຍ່ ທີ່ມີການສໍາປະທານເນື້ອທີ່ໄປທັງໝົດ ເກືອບ 10,000 ເຮັກຕ້າຣ໌ ທີ່ຄອບຄຸມທັງດິນ, ດອນ ແລະ ແມ່ນໍ້າຂອງ ໂດຍ ມີບໍຣິສັດ Laos Maha Nathi Sisthandone (Hong Kon) Investment ແລະ ບໍຣິສັດ LTV Road and Bridge Construction Sole ທີ່ເປັນຂອງຈີນ ໄດ້ເຊັນສັນຍາສ້າງຕັ້ງບໍຣິສັດ ຮ່ວມພັທນາສີທັນດອນ ຈໍາກັດ.
ບໍຣິສັດ ມີເປົ້າໝາຍ ພັທນາໂຄງການ ເຂດພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງ ໂຂງ ແຂວງຈໍາປາສັກ ເຊິ່ງມີມູນຄ່າການລົງທຶນ ເຖິງ 9 ຕື້ໂດລ້າຣ໌ ແລະ ມີໄລຍະສັມປະທານ 50 ປີ ແລະ ສາມາດຕໍ່ສັນຍາສັມປະທານໄດ້ຕື່ມອີກ.