ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງສືບຕໍ່ຢຸດປະ ໂຄງການໄວ້ ຊົ່ວຄາວ

ພອນ ພູມມີທອນ/ເພັດສະຫຍາມ
2025.02.19
ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງສືບຕໍ່ຢຸດປະ ໂຄງການໄວ້ ຊົ່ວຄາວ ຮູບພາບປະກອບ: ເຂດກໍ່ສ້າງ ແຫ່ງໜຶ່ງ ຂອງເຂດເສດຖະກິດພິເສດ ສີທັນດອນ. ເດືອນສິງຫາ ປີ 2024.
RFA

ປັດຈຸບັນ ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ຢຸດເຊົາການກໍ່ສ້າງ ໃນໂຄງການຕ່າງໆ ຕັ້ງແຕ່ຊ່ວງວັນທີ ປະມານ 28 ມັງກອນ 2025 ຫຼື ຊ່ວງປີໃໝ່ຈີນ ທີ່ຜ່ານມາ ເຊິ່ງມາຮອດປັດຈຸບັນ ຍັງບໍ່ມີນາຍຈ້າງ ແລະ ວິຊາການຄົນຈີນ ລວມເຖິງກໍາມະກອນລາວ ກັບມາເຮັດວຽກເທື່ອ, ອີງຕາມຄໍາເວົ້າຂອງເຈົ້າຂອງເຮືອນພັກ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ກຸມພາ 2025 ນີ້:

"ບໍ່ ເຂົາຄືວ່າຢຸດ ຄົນຈີນຍັງບໍ່ທັນມາ ເອີ ເຂົາຢຸດ ຈີນບໍ່ທັນມາ ຄືບໍ່ເຫັນມີກໍາມະກອນເຮັດເດີ້. ຕັ້ງແຕ່ກຸດຈີນ ກຸດຫວຽດພຸ້ນແຫຼະ, ປະມານຢູ່ ຕັ້ງແຕ່ກຸດພຸ້ນແຫຼະ. ເພິ່ນມີແຕ່ຄົນກັບບ້ານເດີ້. ເປັນກໍາມະກອນຫັ້ນ."

ຂະນະທີ່ເຈົ້າຂອງຮ້ານອາຫານ ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ໂຄງການກໍ່ສ້າງໂຮງແຮມແຄນຄູ່ ແລະ ຕຶກຕິບເຂົ້າ ເຊິ່ງເປັນຕຶກສັນຍາລັກ ຂອງໂຄງການສີທັນດອນນັ້ນ ກໍໄດ້ຢຸດການກໍ່ສ້າງໄປໄດ້ປະມານ 5 ເດືອນແລ້ວ ເຊັ່ນດຽວກັນ ເຊິ່ງສອດຄ້ອງກັບຊ່ວງເວລາ ທີ່ກໍາມະກອນລາວ ທີ່ເຮັດວຽກໃນໂຄງການດັ່ງກ່າວ ໄດ້ຢຸດເຮັດວຽກ ປະທ້ວງນາຍຈ້າງ ຍ້ອນບໍ່ໄດ້ຮັບເງິນເດືອນ. ຄາດວ່າຄົນງານເຫຼົ່ານັ້ນ ບໍ່ໄດ້ຮັບຄ່າແຮງຈັກຄົນ ແລະ ຍັງບໍ່ຮູ້ວ່າໂຄງການແຄນຄູ່ ຈະກັບມາສືບຕໍ່ກໍ່ສ້າງຕອນໃດ?

ປັດຈຸບັນ ໂຄງການທີ່ຍັງດໍາເນີນຢູ່ ໃນເຂດເສດຖະກິດໃໝ່ ສີທັນດອນ ມີພຽງໂຄງການກໍ່ສ້າງສະໜາມກ໊ອບ ທີ່ຢູ່ຕິດກັບໂຮງແຮມມ່ວນມ່ວນບູຕິກ ທີ່ເປີດໃຫ້ບໍລິການແລ້ວ ເທົ່ານັ້ນ.

"ຍັງ ຍັງບໍ່ທັນມາເຮັດ ເຂົາປະ ຍັງປະກ່ອນຢູ່ ຍັງບໍ່ມີໃຜລົງມາເຮັດ. ແມ່ນໆ ບໍ່ມີກໍາມະກອນຈັກຄົນ ເພາະວ່າແຄນຄູ່ ເຂົາປິດແລ້ວ. ບໍ່ມີໃຜໄປເຮັດ ມັນເປັນຮ້າງເລີຍແຫຼະ ປະມານ 4-5 ເດືອນ ບໍ່ຮູ້ຄືກັນ ແຕ່ວ່າເຂົາວ່າບໍ່ມີໃຜໄດ້ (ເງິນເດືອນ) ຈັກຄົນ. ຄົນໃນບ້ານເຮົາ ບໍ່ໄດ້ໄປເຮັດ. ສ່ວນຫຼາຍ ມີແຕ່ພວກຕ່າງແຂວງ ເຂົາມາຮັບເໝົາເອົາ ຍັງບໍ່ຮູ້ວ່າ ເຂົາມາເຮັດ ຫຼື ບໍ່ ເພາະວ່າຕອນນີ້ ມັນຮ້າງແລ້ວ."

ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ແຫ່ງໜຶ່ງ ທີ່ເຄີຍໄປເຮັດວຽກຮັບເໝົາ ໃນເຂດໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ກ່າວວ່າ ໂຄງການສີທັນດອນ ມີຜູ້ຮັບເໝົາກໍ່ສ້າງປະມານ 10 ກວ່າບໍລິສັດ ແຕ່ປັດຈຸບັນ ກໍບໍ່ແນ່ໃຈ ວ່າເຫຼືອຈັກບໍລິສັດ ທີ່ຍັງເຮັດວຽກຢູ່ ຍ້ອນບໍລິສັດຂອງລາວ ບໍ່ມີກໍາມະກອນເຮັດວຽກ ໃນໂຄງການດັ່ງກ່າວແລ້ວ ຈຶ່ງບໍ່ແນ່ໃຈວ່າ ປັດຈຸບັນ ໂຄງການຍັງດໍາເນີນການກໍ່ສ້າງ ໄດ້ຫຼາຍປານໃດ. ສ່ວນຄ່າຈ້າງກໍາມະກອນນັ້ນ ບໍລິສັດໄດ້ຈ່າຍໃຫ້ກໍາມະກອນ ໃນບໍລິສັດໝົດແລ້ວ ແຕ່ກໍບໍ່ຮູ້ວ່າບໍລິສັດອື່ນໆ ຈັດການເລື່ອງນີ້ແນວໃດ.


ຂ່າວ ກ່ຽວກັນ

ບາງໂຄງການ ຂອງເຂດພັດເສດຖະກິດ ສີທັນດອນ ຄ້າງຈ່າຍຄ່າຊົດເຊີຍ

ຄົນງານລາວ ເຮັດວຽກຢູ່ ໂຄງການສີທັນດອນ ຍັງບໍ່ໄດ້ເງິນເດືອນ

ຜູ້ທີ່ຖືກຜົນກະທົບ ຈາກໂຄງການພັດທະນາ ສີທັນດອນ ຫາກໍໄດ້ເງິນຄ່າຊົດເຊີຍ


"ເມື່ອກ່ອນ ເຮົາໄປເຮັດວຽກຢູ່ພຸ້ນ ບໍ່ແນ່ໃຈ ເຮົາເຊົາແລ້ວ ເພາະຊ່ວງແລ້ວ ບໍ່ຄ່ອຍມີວຽກ ກໍເລີຍເຊົາຫັ້ນນ່າ ເພາະວ່າທາງນັ້ນ ເຂົາເຈົ້າຍັງໄກ່ເກ່ຍກັນບໍ່ແລ້ວເທື່ອ. ເລື່ອງເອກກະສານ ເພິ່ນຫັ້ນແຫຼະ ຍັງບໍ່ຄົບເທື່ອ ຈ່າຍຮຽບຮ້ອຍແລ້ວ ເລື່ອງນັ້ນຫັ້ນນ່າ ແຕ່ວ່າຂອງບໍລິສັດອື່ນ ເຮົາກໍບໍ່ຮູ້ດອກ ແຕ່ບໍລິສັດເຮົາຈ່າຍຮຽບຮ້ອຍແລ້ວ."

ຜູ້ທີ່ເຮັດວຽກ ຢູ່ເຂດດັ່ງກ່າວ ເຄີຍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນເດືອນສິງຫາ ປີ 2024 ວ່າ ໂຄງການຍັງຄ້າງຈ່າຍເງິນກໍາມະກອນ ບາງຄົນ 3  ລ້ານ ຫາ 7 ລ້ານ ກີບ. ສ່ວນວ່າ ບໍລິສັດຮັບເໝົາບາງບໍລິສັດ ກໍຍັງບໍ່ໄດ້ເງິນນຳເຈົ້າຂອງໂຄງການ ເປັນຈໍານວນເງິນຫຼາຍຕື້ກິີບ.

ໂຄງການພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ມີເນື້ອທີ່ທັງໝົດ ເກືອບ10,000 ເຮັກຕາ, ກວມເອົາທັງດິນດອນ ແລະ ແມ່ນໍ້າຂອງ ໃນເຂດບ້ານທ່າຄໍ້, ບ້ານທ່າມ່ວງ, ບ້ານບຶງງາມ, ບ້ານເສັດເຕົາເຫຼັກ, ບ້ານເສັດສະຫວັນ ແລະ ບ້ານນາໜອງເຫີຍ. ຕາມແຜນການ ໂຮງແຮມແຄນຄູ່ ແລະ ຕຶກຕິບເຂົ້າ ຈະໄດ້ເປີດໃຫ້ບໍລິການ ໃນປີ 2026 ນີ້ ເປັນໄລຍະທໍາອິດ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.