ບໍ່ແມ່ນຊິໃຫ້ກໍາມະກອນ ເຮັດວຽກພຽງແຕ່ ຊື້ມີ່ກິນເທົ່ານັ້ນ: ນັກວິຊາການ
2024.06.26
ປັດຈຸບັນ ຄົນລາວ ຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໄທ ຍ້ອນວ່າ ສະພາບເງິນເຟີ້ ລາຄາສິນຄ້າແພງຂຶ້ນ.
ຄົນທ່ານໜຶ່ງ ທີ່ເຮັດວຽກຢູ່ບາງກອກປະເທດໄທ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຢູ່ບາງກອກ ຈຸດທີ່ຂ້ອຍຢູ່ນີ້ ໄລຍະນີ້ ເດີນເຂົ້າຊອຍທາງໃດ ກໍມີແຕ່ຄົນບ້ານເຮົາ ກໍຊິປະມານ 20,000 – 30,000 ຄົນ ຈາກແຕ່ກ່ອນ ຈົນຊິວ່າ ບໍ່ມີຄົນລາວ ມາຢູ່ແຖວນີ້.”
ໃນຕອນນີ້ ນັກຮຽນມັດທະຍົມຫຼາຍຄົນກໍອອກໂຮງຮຽນ ແລ້ວໄປເຮັດວຽກຢູ່ປະເທດໄທ ຊຶ່ງມັນໄດ້ກ່າວເປັນກະແສນິຍົມໄປແລ້ວ.
ຄົນລາວ ທ່ານນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ແຕ່ປັດຈຸບັນນີ້ ເຂົາເຈົ້າມາທຸກມື້ ເດັກນ້ອຍມາ ບາງຄົນກໍຈົບ ມໍ3 ບາງຄົນ ກໍຈົບມໍ4, ມໍ5 ກໍມີ ບາງຄົນຈົບຮອດ ມໍ7 ກະຍັງມາເຮັດງານ ບາງຄົນ ຂ້ອຍຖາມເຂົາຄື ບໍ່ຮຽນຕໍ່ ເຂົາກະວ່າ ຮຽນຈົບລະກະບໍ່ໄດ້ເຮັດການເຮັດງານ ເຕະຂີ້ຝຸ່ນຢູ່ຊື່ໆ ເຂົາວ່າ ມາເຮັດງານດີກວ່າ ເສັຍເວລາເຂົາວ່າ.”
ຢູ່ປະເທດໄທ ຄົນລາວສ່ວນຫຼາຍເຮັດວຽກທົ່ວໄປ ເປັນຕົ້ນເຮັດວຽກຢູ່ໂຮງງານ, ເຮັດວຽກຢູ່ຕະຫລາດ, ເຮັດວຽກເປັນແມ່ບ້ານ, ຢູ່ຮ້ານອາຫານ, ຂາຍເຝີ, ຂາຍປິ້ງໄກ່, ຂາຍປິ້ງໝູ ຈັ່ງຊີ້ນ່າ, ຂາຍເຄື່ອງໃສ່ລົດເຂັນ ອີງຕາມຂໍ້ມູນຈາກຄົນລາວ ທ່ານນີ້.
ຢູ່ໃນ 13 ປາຍ ບ້ານ ຢູ່ເມືອງໂຂງ ແຂວງ ຈໍາປາສັກ ມີປະຊາຊົນໄປເຮັດວຽກຢູ່ປະເທດໄທປະມານ 1,200 ຄົນ ໃນປີ 2023 ອີງຕາມຂໍ້ມູນຈາກຜູ້ປົກຄອງນັກຮຽນທ່ານໜຶ່ງ ຢູ່ເມືອງໂຂງ ແຂວງ ຈໍາປາສັກ.
ການທີ່ຄົນລາວຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໄທ ແລະ ຕ່າງ ມັນກໍເປັນໃນຮູບແບບ ຄວາມຕ້ອງານແຮງງານຢູ່ໃສ ກໍຈະມີການຕອບສະໜອງຕາມມາ ແລະ ອີກສາເຫດໜຶ່ງກໍເປັນຍ້ອນບັນຫາເສດຖະກິດ.
ນັກວິຊາການລາວ ທ່ານໜຶ່ງ ຜູ້ທີ່ເຮັດວຽກເລື່ອງແຮງງານເຄື່ອນຍ້າຍ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ: “ມັນເປັນອຸປະສົງ ອຸປະທານເດ້ ເບື້ອງເຮົານີ້ ກະເຫັນເດ້ ເສດຖະກິດມັນກໍາລັງຟື້ນໂຕ ກະຕ້ອງໃຊ້ເວລາ ໃນໄລຍະຟື້ນໂຕເນາະ ມັນກະມີຜົນກະທົບ ກະອັດຕາເງິນເຟີ້ ນີ້ແຫຼະເນາະ ຊິວ່າລະ ບັນຫາເງິນເຟີ້ ທີ່ວ່າ ສະສົມມາແຕ່ກ່ອນໂຄວິດ.”
ນັກວິຊາການທ່ານນີ້ ກ່າວຕື່ມອີກວ່າ:
“ປະຊາຊົນມັນກະຕ້ອງມີທາງເລືອກທີ່ດີສໍາລັບເຂົາເຈົ້າ ມັນກະເປັນປະກົດການອັນໃໝ່ເນາະ ຄວາມຕ້ອງການ ຄວາມຕ້ອງ ການຕະຫລາດແຮງງານໃໝ່ໆ ແຕ່ວ່າ ມັນກະມີຜົນກະທົບຫັ້ນແຫຼະ ຄືແຮງງານບ້ານເຮົານີ້ ກະຂາດເດ້ ທຸລະກິດຫຼາຍບ່ອນກະປິດໂຕໄປຍ້ອນບໍ່ມີແຮງງານ.”
ນັກວິຊາການທ່ານນີ້ ກ່າວຕື່ມວ່າ:
“ຜູ້ປະກອບການເບື້ອງລາວນີ້ ກະພະຍາຍາມປັບຂຶ້ນໃດ ບາງຫົວໜ່ວຍທຸຣະກິດ ບໍລິສັດ ເຂົາເຈົ້າປັບປີໜຶ່ງ 2-3 ເທື່ອ ມັນກະຍັງບໍ່ສາມາດກົງກັບຄວາມຕ້ອງການ ຂອງແຮງງານ ທີ່ເຂົາເຈົ້າສາມາດຢູ່ໄດ້ ບໍ່ແມ່ນເຂົາເຈົ້າຊິເຮັດວຽກເພື່ອເອົາມາຊື້ມີ່ກິນຫັ້ນ ເຂົາເຈົ້າກະຕ້ອງການມາສ້າງເສດຖະກິດຄອບຄົວເນາະ.”
ສາເຫດນຶ່ງທີ່ເຮັດໃຫ້ ປະຊາຊົນ ໃນໄວເຮັດວຽກພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ປະເທດໄທຍ ກໍຍ້ອນບັນຫາທາງດ້ານເສຖກິດ.
ປະຊາຊົນ ຢູ່ເມືຶອງໂຂງ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຫ້ວຍຄົນໄປຫາກິນເນາະ ກະແບບກຸ້ມປາກໃຜປາກມັນເນາະ ເຈົ້າບໍ່ໄປຫາ ເຂົ້າກິນເຈົ້າຊິມີຊັ້ນເບາະ.”
ບັນຫາເສຖກິດ ກໍເປັນປັດໃຈນຶ່ງ ທີ່ເປັນໂຕບີບບັງຄັບໃຫ້ຄົນເຫຼົ່ານັ້ນ ຈໍາເປັນຕ້ອງໄປເຮັດວຽກຢູ່ປະເທດໄທ ຫຼາຍຂຶ້ນ.
ເຈົ້າໜ້າທີ່ກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ມັນກໍເປັນນໍາເສຖກິດ ເພາະວ່າ ເຮັດຢູ່ພຸ້ນ [ປະເທດໄທ] ເງິນເດືອນມັນສູງກວ່າເຮັດຢູ່ພີ້ ຫັ້ນນ່າ.”
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກົມຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄົນລາວ ໄປເຮັດວຽກຢູ່ໄທ ມີເອກສານເຮັດວຽກ ປະມານ 50,000 ຄົນ ໃນປີ 2023, ແຕ່ ຍັງບໍ່ນັບຈໍານວນທີ່ເຮັດວຽກຢູ່ໄທແບບບໍ່ມີເອກະສານ ແລະ ບໍ່ນັບຈໍານວນທີ່ໄປກ່ອນໃນປີທີ່ຜ່ານມາ.
ປັດຈຸບັນ ຄົນລາວເຮັດວຽກຢູ່ປະເທດໄທຈໍານວນຫຼາຍແສນຄົນ ລວມທັງຄົນທີ່ມີເອກະສານ ແລະ ບໍ່ເອກະສານ, ແຕ່ໂຕເລກທີ່ເປັນທາງການ ກໍຍັງບໍ່ມີການເຜີຍເຜີຍອອກມາ.
ບັນຫາຄ່າຄ່ອງຊີບເປັນປັດໃຈຫຼັກ ທີ່ເຮັດໃຫ້ປະຊາຊົນຕ້ອງຕັດສິນໃຈ ອອກໄປເຮັດວຽກຢູ່ປະເທດໄທ.
ອາຫານການກິນ ເປັນຕົ້ນວ່າ ເຂົ້າປຽກຖ້ວຍນຶ່ງບໍ່ຕໍ່າກວ່າ 20,000 ກິີບ ຈາກແຕ່ກ່ອນລາຄາພຽງແຕ່ 10,000 ກີບ ສ່ວນວ່າ ເຝີຖ້ວຍໜຶ່ງ ປັດຈຸບັນ ລາຄາ 60,000 ກີບ ຈາກແຕ່ກ່ອນ ລາຄາພຽງແຕ່ 20,000-30,000 ກີບ ອີງຕາມ ຂໍ້ມູນຈາກປະຊາຊົນ.
ນອກຈາກນີ້ ລາຄາສິນຄ້າອື່ນໆ ກໍຂຶ້ນສອງເທົ່າໂຕ ໃນຂະນະທີ່ລາຍຮັບຂອງປະຊາຊົນທົ່ວໄປ ກໍຍັງບໍ່ສາມາດທີ່ຈະຕອບສະໜອງໄດ້ຕາມຄວາມຕ້ອງການ.
ນອກຈາກນີ້, ສະພາບເງິນເຟີ້ ກໍເປັນປັດໃຈຫຼັກທີ່ເຮັດໃຫ້ສິນຄ້າຕ້ອງປັບໂຕຂຶ້ນຕາມອັດຕາເງິນເຟີ້.
ປະມານສອງເດືອນຜ່ານມາ ອັດຕາເງິນບາດຍັງຢູ່ທີ່ປະມານ 1 ບາດ ຕໍ່ 600 ປາຍ ກີບ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 1 ໂດລ້າ ຕໍ່ 23,000 ກີບ ໂດຍປະມານ.
ປັດຈຸບັນເງິນບາດໄທ ຂຶ້ນຮອດ 1 ບາດ ຕໍ່ 769 ກີບ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 1 ໂດລ້າ ຕໍ່ 26,800 ກີບ ໂດຍປະມານ ອີງຕາມອັດຕາແລກປ່ຽນຢູ່ຕະຫລາດ ນອກລະບົບບາງບ່ອນ.
ສ່ວນວ່າ ອັດຕາເງິນຢູ່ທະນາຄານການຄ້າ ຕ່າງປະເທດ ຫຼື ອັດຕາແລກປ່ຽນຢູ່ຕະຫລາດໃນລະບົບ ຢູ່ທີ່ 1 ບາດຕໍ່ 680 ກີບ ສ່ວນວ່າ ເງິນໂດລ້າ ຢູ່ທີ່ 1 ໂດລ້າ ຕໍ່ 22,086 ກີບ, ແຕ່ຖ້າຈະເອົາເງິນກີບໄປແລກ ເງິນໂດລ້າ ແລະ ເງິນບາດ ທະນາຄານບໍ່ຮັບແລກ.