ເປັນຫຍັງ ຫຼາຍໂຄງການໃຫຍ່ໆ ໃນລາວ ຂາດເຂີນຄົນງານ
2023.09.11

ໃນໄລຍະ 1-2 ປີມານີ້ ໂຄງການກໍ່ສ້າງຫຼາຍແຫ່ງໃນປະເທດລາວ ເປັນຕົ້ນ ໂຄງການກໍ່ສ້າງ ຂົວ-ທາງ ແລະຕຶກອາຄານຫຼາຍແຫ່ງ ບໍ່ສາມາດດໍາເນີນການຕາມແຜນງານໄດ້ ຍ້ອນຂາດເຂີນຄົນງານລາວທີ່ມີປະສົບການ ແລະສີມືແຮງງານດ້ານການກໍ່ສ້າງ ເດີນທາງໄປເຮັດວຽກຢູ່ປະເທດໄທຍ ຍ້ອນໄດ້ຄ່າຈ້າງແຮງງານຫຼາຍກ່ອນ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບໂຄງການກໍ່ສ້າງ ຂນາດໃຫຍ່ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ກັນຍາ 2023 ນີ້ວ່າ:
“ແມ່ນໆ ມີຜົລກະທົບຫຼາຍ ພວກເຮົາກໍຊອກຫາ ໂດຍສະເພາະແມ່ນກັມມະກອນ ແລ້ວກໍນາຍຊ່າງແມ່ນຫຍັງເນາະ ຊອກຫາຍາກຂາດຕລາດດຽວນີ້ຫັ້ນນ່າ ເປັນຊ່ວງທີ່ອັດຕຣາເງິນກີບລາວອ່ອນຄ່ານີ້ແຫຼະເຈົ້າ ແມ່ນ ແຮງງານລາວສ່ວນຫຼາຍຫັ້ນ ຂ້າມໄປໄທຍເນາະ ແລ້ວບາດນີ້ເຮົາກໍມີຜົລກະທົບ ຕໍ່ຂແນງການກໍ່ສ້າງຂອງເຮົາ ກໍເວົ້າໄດ້ ວ່າທຸກໆຂແນງເນາະ ໂດຍສະເພາະຊ່າງ ຊ່າງທີ່ແມ່ນມີສີມືແຮງງານຫັ້ນນ່າ ເພິ່ນຈະໄປເຮັດວຽກຢູ່ໄທຍເນາະ.”
ເນື່ອງຈາກຄົນງານລາວ ທີ່ມີທັກສະ ແລະສີມືແຮງງານ ດ້ານການກໍ່ສ້າງ ຈໍານວນຫຼາຍ ເດີນທາງໄປເຮັດວຽກຢູ່ໄທຍ ເຮັດໃຫ້ເຈົ້າຂອງໂຄງການກໍ່ສ້າງພາຍໃນປະເທດ ຈໍາເປັນຕ້ອງໄດ້ຈ້າງຊ່າງ ແລະກັມມະກອນກໍ່ສ້າງ ຈາກຕ່າງປະເທດ ສົ່ງຜົນໃຫ້ມີຕົ້ນທຶນການກໍ່ສ້າງຫຼາຍຂຶ້ນ.
ດັ່ງເຈົ້າໜ້າທີ່ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ຄຸນນະພາບວຽກກໍ່ສ້າງເຮົາ ບາງໂຄງການ ມັນກໍຕ້ອງການຄຸນນະພາບສູງຫັ້ນນ່າ ມັນກໍເຮັດໃຫ້ຄ່າກໍ່ສ້າງຫັ້ນແພງຂຶ້ນ ເພາະວ່າເຮົາຕ້ອງໄດ້ນໍາເຂົ້າແຮງງານ ນາຍຊ່າງຈາກຈີນ, ຈາກວຽດນາມ ແລ້ວກໍຈາກກັມພູຊາ ຈໍານວນນຶ່ງ ເຮົາຕ້ອງໄດ້ນໍາເຂົ້າ ຄືໂຄງການທາງພາກເໜືອເຮົາ ໂຊເຟີ້ຣົຖເຄຣນ, ຣົຖຈົກ, ຣົຖອິຫຍັງ ເຮົາກໍຕ້ອງໄດ້ນໍາເຂົ້າຈາກບັງກະລາເທດ, ຈາກອິນເດັຍບາງສ່ວນ ກໍຊິເຮັດໃຫ້ຄ່າກໍ່ສ້າງເຮົາມັນສູງ ແລ້ວບາດນີ້ ສະພາບຜົນກໍາໄຣຂອງຜູ້ຮັບເໝົາກໍຕໍ່າລົງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເນື່ອງຈາກການຊອກຫານາຍຊ່າງ ທີ່ມີສີມືພາຍໃນປະເທດລາວ ມີຄວາມຫຍຸ້ງຍາກ ຈຶ່ງຈໍາເປັນ ຕ້ອງໄດ້ຈ້າງຜູ້ທີ່ມີປະສົບການບໍ່ຫຼາຍມາເຮັດວຽກ ແຕ່ຜົນງານທີ່ອອກມາ ພັດບໍ່ໄດ້ມາຕຖານ ເຮັດໃຫ້ເຈົ້າຂອງໂຄງການຫຼືຜູ້ຮັບເໝົາ ຈໍາເປັນຕ້ອງໄດ້ສັ່ງຮື້ຖອນ ສົ່ງຜົນໃຫ້ເສັຍວັດສະດຸ ແລະຄ່າໃຊ້ຈ່າຍ ໃນການກໍ່ສ້າງເພີ່ມຂຶ້ນ ແລະການດໍາເນີນໂຄງການມີຄວາມຊັກຊ້າ.
ທ່ານກ່າວອີກວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ກ່ຽວກັບບັນຫາດັ່ງກ່າວນີ້ແລ້ວ ແລະຢູ່ລະຫວ່າງການຮິບໂຮມຂໍ້ມູນ ກ່ຽວກັບບັນຫາການຂາດແຄນແຮງງານ ໃນຂແນງການກໍ່ສ້າງ ແລະຂແນງການອື່ນໆ ເຊິ່ງຄາດວ່າ ຈະສາມາດສລຸບຈໍານວນໂຕເລຂ ແລະສາເຫດຂອງບັນຫາດັ່ງກ່າວນີ້ໄດ້ພາຍໃນປີ 2023 ນີ້.
ກ່ຽວກັບເຣື່ອງ ກໍຣະນີເຂື່ອນຫຼວງພຣະບາງ ຢູ່ແຂວງຫຼວງພຣະບາງ ເປັນໂຄງການກໍ່ສ້າງຂນາດໃຫຍ່ ທີ່ຈໍາເປັນຕ້ອງໃຊ້ຈໍານວນຄົນງານ ເປັນຈໍານວນຫຼາຍ ແຕ່ເປັນຍ້ອນຄົນງານລາວພາຍໃນປະເທດ ໂດຍສະເພາະ ຄົນງານທີ່ມີທັກສະສີມືແຮງງານ ຍັງບໍ່ທັນໄດ້ພຽງພໍ ເຮັດໃຫ້ຜູ້ດໍາເນີນໂຄງການ ຈໍາເປັນຕ້ອງໄດ້ນໍາເຂົ້າຄົນງານທີ່ມີທັກສະ ຈາກປະເທດໄທຍ.
ດັ່ງກັມມະກອນ ທີ່ເຮັດວຽກນໍາໂຄງການ ເຂື່ອນຫຼວງພຣະບາງ ຜູ້ນຶ່ງ ກ່າວວ່າ:
“ເຣີ່ມສ້າງແລ້ວເນາະ ອ້າຍກໍຍັງໄປເຮັດຢູ່ ກໍໄປເຮັດວຽກກໍ່ສ້າງນີ້ແຫຼະ ກໍເງິນດີຢູ່ແຫຼະ ແມ່ນແລ້ວເທົ່າກັບຄົນໄທຍນີ້ແຫຼະ ຂອງບໍຣິສັດໄທຍນີ້ແຫຼະ 2 ປີ ມາແລ້ວເນາະ ຕອນນີ້ກໍຂາດແຮງງານຢູ່ ອີງຕາມບໍຣິສັດ ໜ້າວຽກມັນຫຼາຍ ເຮົາກໍເອົາຄົນຫຼາຍ ຄັນວ່າໜ້າວຽກໜ້ອຍ ເຮົາກໍຮັບຄົນໜ້ອຍເທົ່ານັ້ນແຫຼະ ອີກ 8 ປີ ມັນມີຫຼາຍ ຫຼາຍວຽກເນາະ ກໍ່ສ້າງ, ຄຸມງານ ແລ້ວກໍຕາມ ຄວາມຮູ້ຂອງເຮົາຫັ້ນແຫຼະ.”
ຂະນະດຽວກັນ ໂຄງການກໍ່ສ້າງພື້ນໂຄງຮ່າງອີກຫຼາຍແຫ່ງ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ກິຈການຂອງນັກລົງທຶນຊາວລາວ ກໍຈໍາເປັນຕ້ອງໄດ້ຢຸດກິຈການຊົ່ວຄາວ ຍ້ອນສະພາບເສຖກິຈ-ສັງຄົມພາຍໃນປະເທດ ເຮັດໃຫ້ພວກຂະເຈົ້າ ບໍ່ມີເງິນທຶນພຽງພໍ ສໍາລັບດໍາເນີນການຕໍ່.
ດັ່ງເຈົ້າຂອງບໍຣິສັດກໍ່ສ້າງ ຂົວ-ທາງ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:
“ຢູ່ເມືອງລາວນີ້ ກະທົບກໍມີແຕ່ວ່າ ຄ່າແຮງງານມັນຕໍ່າຫັ້ນນ່າ ຄ່າແຮງງານຕໍ່າ ແລ້ວກໍລາຄານໍ້າມັນ ມັນສູງແຮງ ແລ້ວກໍມີບັນຫາກ່ຽວກັບບໍຣິສັດ ແລ້ວກໍແຮງງານພ້ອມ ເຣື່ອງຂາດແຄນ ກໍຖືວ່າຂາດແຄນ ເພາະວ່າ ຄັນວ່າຈ້າງເຂົາລາຄາສູງ ມັນກໍບໍ່ໄດ້ຂາດແຄນດອກ ແຮງງານມັນມີແຕ່ເຂົາບໍ່ໄປເຮັດຊື່ໆ ປະເພດອາຄານຫຼາຍກວ່າເນາະ ມັນເປັນໂຄງການ ສ່ວນຫຼາຍກໍເປັນ ຂອງເອກກະຊົນລົງທຶນເນາະ.”
ໃນໄລຍະບໍ່ດົນມານີ້ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະສ້ອມແປງເສັ້ນທາງ ເລຂທີ 13 ໃຕ້ ສັນຍາທີ 1-3 ກ່າວວ່າ ການດໍາເນີນການ ແຕ່ກິໂລແມັດ 71 ເມືອງທ່່າພຣະບາດ ແຂວງບໍຣິຄໍາໄຊ ຫາກິໂລແມັດ 346 ເມືອງທ່່າແຂກ ແຂວງຄໍາມ່ວນ ລວມມີລວງຍາວ ທັງໝົດ 275 ກິໂລແມັດ ເຊິ່ງແບ່ງອອກເປັນ 2 ໂຄງການ ມີ 4 ສັນຍາ ທັງນີ້ ມາຮອດທ້າຍເດືອນສິງຫາ 2023 ສະເພາະໂຄງການທີ 1 ສັນຍາທີ 1 ແມ່ນມີຄວາມຊັກຊ້າ 0.05% ສ່ວນສັນຍາທີ 2 ແມ່ນມີຄວາມຊັກຊ້າ 18.87%.
ສໍາລັບໂຄງການກໍ່ສ້າງ ທີ່ມີເຈົ້າຂອງ ແລະຜູ້ຮັບເໝົາເປັນຊາວຕ່າງປະເທດນັ້ນ ມັກໃຫ້ຄ່າຈ້າງແຮງງານຫຼາຍກ່ອນ ເຮັດໃຫ້ຄົນງານລາວສົນໃຈສມັກເຮັດວຽກນໍາ ແຕ່ໂຄງການກໍ່ສ້າງຂອງຊາວຕ່າງປະເທດ ໂດຍສະເພາະຂອງຄົນຈີນ ແລະຄົນວຽດນາມ ພັດບໍ່ຈ່າຍຄ່າຈ້າງແຮງງານຕາມຈໍານວນ ແລະໄລຍະເວລາທີ່ຕົກລົງກັນ ກໍເຮັດໃຫ້ຄົນງານລາວ ບໍ່ໝັ້ນໃຈທີ່ຈະເຮັດວຽກນໍາພວກຂະເຈົ້າ.
ດັ່ງຜູ້ຮັບເໝົາໂຄງການກໍ່ສ້າງ ທີ່ເຮັດວຽກນໍານັກລົງທຶນຊາວຈີນ ທ່ານນຶ່ງ ກ່າວວ່າ:
“ແຮງງານກໍຂາດຫັ້ນນ່າ ຂະເຈົ້າຈ້າງຕໍ່ ກໍເປັນຣາຍມື້ຄືກັນ ແມ່ນແຫຼະໆ ຄັນວ່າເພິ່ນອັນນ່າ ກັມມະກອນມັນຢູ່ປະມານ ມື້ລະ 180,000 ກີບ ຈ່າຍເຕັມຫັ້ນແຫຼະ ແຕ່ວ່າຂະເຈົ້າພັກ ແຕ່ມື້ວັນສິນ ເຮັດວຽກຫັ້ນ ເງິນອັນນັ້ນ ເຄັຍເງິນຍາກເນາະ ຂະເຈົ້າກໍບໍ່ໄປເຮັດ ພວກນາຍໜ້າຮັບມາ ມາແລ້ວກໍມາຈ່າຍຈຸກັມມະກອນ ຈຸຊ່າງເນາະ ຕົກລົງໂຕນັ້ນໂຕນີ້ ແຕ່ຮອດມື້ມາ ພັດບໍ່ໄດ້ຫັ້ນນ່າ ພວກຂະເຈົ້າກໍເຊົາ.”
ເນື່ອງຈາກຄົນງານ ພາຍໃນປະເທດຫຼຸດຈໍານວນລົງ ເຮັດໃຫ້ນາຍຊ່າງ ແລະກັມມະກອນກໍ່ສ້າງ ທີ່ຍັງຄົງເຮັດວຽກຢູ່ໃນຂະນະນີ້ ຈໍາເປັນຕ້ອງໄດ້ເຮັດວຽກໜັກຕິດຕໍ່ກັນ ເປັນເວລາຫຼາຍຊົ່ວໂມງ ແຕ່ຢ່າງໃດກໍຕາມ ກໍຍັງໄດ້ຄ່າຈ້າງແຮງງານໃນອັດຕຣາຄືເກົ່າ.
ດັ່ງຄົນງານລາວ ທີ່ເດີນທາງມາເຮັດວຽກເປັນກັມມະກອນ ຢູ່ໄທຍ ກ່າວວ່າ:
“ບາງໜ້າວຽກມັນກໍໜັກຫຼາຍ ເກີນກວ່າຄ່າແຮງທີ່ຈ້າງ ມັນບໍ່ກຸ້ມກັນ ເຮົາກໍບໍ່ເຮັດ ເຮົາກໍບໍ່ຢາກເຮັດ ກໍປະມານ 8 ຊົ່ວໂມງ 9 ຊົ່ວໂມງ ບໍ່ກາຍ 9 ຊົ່ວໂມງ ຊ່າງປູນມັນກໍໜັກຢູ່ແລ້ວ ພວກກັມມະກອນ ມັນກໍໜັກຢູ່ແລ້ວ ກໍຕ້ອງປະສົມປູນໃຫ້ເຂົາ ບາງເທື່ອ ຊ່າງ 3-4 ຄົນ ກັມມະກອນຄົນດຽວ ມັນກໍຖືວ່າໜັກ ຊ່າງ 2 ກັມມະກອນ 1 ມັນກໍໂອເຄ ມັນກໍຖືວ່າເປັນງານທີ່ເຮັດໄດ້ສະບາຍໆ ແຕ່ວ່າບາງທີ ເຂົາເອົາຊ່າງຫຼາຍ ແຕ່ວ່າ ກັມມະກອນມັນບໍ່ມີ ກັມມະກອນມັນກໍເມື່ອຍ ແຕ່ວ່າຄ່າແຮງງານມັນກໍເທົ່າເດີມແນວນີ້ ມັນກໍບໍ່ກຸ້ມ.”
ກ່ອນໜ້ານີ້ ໃນວັນທີ 23 ສິງຫາ ທີ່ຜານມາ ທ່ານ ອະທິດພະໄທ ຈັນທະບົວລາ ສະຖາປານິກ ແລະຜູ້ຈັດການ ບໍຣິສັດ PiSECCON ໃຫ້ສັມພາດຕໍ່ສື່ມວນຊົນ ທ້ອງຖິ່ນ ກ່ຽວກັບສາເຫດ ການຂາດແຄນແຮງງານໃນປະເທດລາວ ວ່າ ເນື່ອງຈາກຄ່າຈ້າງແຮງງານ ໃນປະເທດລາວຂ້ອນຂ້າງຕໍ່າ ແລະບໍ່ມີສັນຍາຈ້າງງານໄລຍະຍາວ ຈຶ່ງເຮັດໃຫ້ຄົນງານລາວ ສແວງຫາໂອກາດ ໃນການເດີນທາງໄປເຮັດວຽກ ຢູ່ຕ່າງປະເທດຢ່າງຕໍ່ເນື່ອງ.