ນາຍທຶນຈີນ ໃຫ້ຄົນງານເຮັດວຽກໜັກ ໃນສວນກ້ວຍ, ແຕ່ຈ່າຍຄ່າຈ້າງຕໍ່າ

ໄຊຍາ
2024.02.12
ນາຍທຶນຈີນ ໃຫ້ຄົນງານເຮັດວຽກໜັກ ໃນສວນກ້ວຍ, ແຕ່ຈ່າຍຄ່າຈ້າງຕໍ່າ ເດັກນ້ອຍລາວ 2 ຄົນ ອາຍຸບໍ່ເຖິງ 15 ປີ ເຮັດວຽກໜັກ ເປັນຄົນງານຫາບກ້ວຍ ຂອງນັກລົງທຶນຈີນ ໃນແຂວງພາກເໜືອ. ເດືອນຕຸລາ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນສວນກ້ວຍຂອງນັກລົງທຶນຈີນ ຫຼາຍແຫ່ງ ໃນຫຼາຍແຂວງຂອງລາວ ໃຊ້ວຽກຄົນງານ ຢ່າງໜັກ ແລະໃຫ້ຄ່າຈ້າງຕໍ່າ ຖ້າທຽບໃສ່ອັດຕຣາເງິນເຟີ້ ແລະບັນຫາເສຖກິຈ ໃນຕອນນີ້ ເປັນຕົ້ນວ່າ ນາຍຈ້າງຄົນຈີນ ມີການສັ່ງວຽກຢ່າງໜັກ ແລະບໍ່ມີມື້ພັກ ໃຫ້ຢ່າງຄັກແນ່ ຈົນກ່ວາຄົນງານ ຈະມີການສເນີ ຂໍພັກວຽກເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກນາຍຈ້າງກ່ອນເທົ່ານັ້ນ ຫຼືຕ້ອງລໍຖ້າ ຈົນເຈັບປ່ວຍ ຈຶ່ງຈະລາພັກໄດ້ ແລະຜູ້ຄຸມງານ ທີ່ເປັນຄົນຈີນ ສັ່ງວຽກຢ່າງໜັກ.

ດັ່ງຄົນງານລາວ ທີ່ຢູ່ສວນກ້ວຍຈີນແຫ່ງນຶ່ງ ໃນແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ

12 ກຸມພາ ນີ້ວ່າ:

“ເຮັດໃຫ້ໄດ້ໃດຄັນບໍ່ທົນກາຢູ່ນໍາຈີນ ບໍ່ໄດ້ເຂົາເຮັດຫຼາຍກາອາດຊິຮູ້ເນາະວ່າ ຈີນມັນເຮັດວຽກແນວໃດ ວັນຢຸດນີ້ເບາະ ມັນບໍ່ມີກຳນົດວຽກໂຕນີ້ ມັນມີແຕ່ເຮັດເລີຍ ມີແຕ່ຂໍພັກເທົ່ານັ້ນ. ຄົນມັນບໍ່ພໍເດ້ ຄັນວ່າພັກກາຄົນມັນບໍ່ພໍກາບໍ່ໃຫ້ພັກມີແນວເຈັບ ແນວເປັນ. ເຂົາໃຫ້ພັກແລ້ວ.”

ຄົນງານລາວ ເຮັດວຽກຢູ່ສວນກ້ວຍຈີນ ເມືອງປາກງື່ມນະຄອນຫຼວງວຽງຈັນ ກ່າວວ່າສໍາລັບສວນກ້ວຍ ທີ່ຕົນເອງວຽກຢູ່ນີ້ ໄດ້ຄ່າຈ້າງມື້ລະ 150,000 ກີບ ຖ້າທຽບໃສ່ອັດຕຣາເງິນເຟີ້ ຖືວ່າໜ້ອຍ ໂດຍຕ້ອງເຮັດວຽກ ຕັ້ງແຕ່ 7 ໂມງເຊົ້າໄປຈົນຮອດ 5 ໂມງແລງ ແລະບໍ່ສາມາດລາພັກໄດ້ ຖ້າຫົວໜ້າບໍ່ອະນຸຍາດ ໃຫ້ຢຸດພັກ.

ດັ່ງຄົນງານກ່າວວ່າ:

“ແມ່ນແລ້ວຂອງຄົນຈີນຄຸມງານ ແຫຼະ. ເອີມື້ນຶ່ງ 150,000 ກີບ. 5 ມື້ຈ່າຍເງິນເທື່ອນຶ່ງ ກິນເຂົ້າເອງ 7 ໂມງເຊົ້າຮອດ 10 ໂມງ ພັກກິນເຂົ້າແລ້ວ 1 ໂມງແລງ ຮອດ 5 ໂມງ. ບໍ່ໄດ້ພັກເມື່ອຍ ກໍພັກເອງ 20 ນາທີ.”

ຄົນງານຢູ່ສວນກ້ວຍຈີນ ອີກແຫ່ງນຶ່ງກ່າວວ່າ ມາຮອດປັດຈຸບັນຄົນງານລາວ ທີ່ເຮັດວຽກ ໃນສວນກ້ວຍທີ່ນາງເຮັດວຽກຢູ່ນີ້ ເຫຼືອໜ້ອຍລົງເລື້ອຍໆ ສ່ວນນຶ່ງກໍຍ້ອນນາຍຈ້າງ ຊາວຈີນ ໃຫ້ເງິນຄ່າຈ້າງ ພຽງແຕ່ 120,000 ກີບຕໍ່ມື້ ແລະໃນໄລຍະນີ້ ທາງນາຍຈ້າງບໍ່ໄດ້ມີແຜນຮັບຄົນງານເພີ່ມອີກ ເພາະວ່າຍັງບໍ່ຮອດຣະດູການ ເກັບກ່ຽວໝາກກ້ວຍ ສົ່ງຂາຍ ຈຶ່ງບໍ່ຈຳເປັນຕ້ອງຫາຄົນງານ ເພີ່ມຕື່ມ.

ດັ່ງຍານາງກ່າວວ່າ:

“ເປັນວັນກາ 120,000 ກີບ ບໍ່ມີແລ້ວແຫຼະ. ບໍ່ມີວຽກແລ້ວດຽວນີ້ກ້ວຍ, ກ້ວຍມັນເຣີ່ມໃຫຍ່ແລ້ວ ມັນກາບໍ່ຄ່ອຍມີວຽກຫັ້ນນ່າ ສ່ວນຫຼາຍມັນຈະເປັນວຽກ ທີ່ວ່າເຂົາເຈົ້າຮັບເໝົາເດ້ ເປັນຄູ່ຜົວເມັຍແລ້ວ ໄປເຝົ້າສວນສື່ໆ ແຕ່ວ່າຊ່ວງນີ້ ມັນບໍ່ຄ່ອຍມີວຽກປານໃດ ເຂົາເຈົ້າບໍ່ຢາກໄດ້ຄົນ.”

ຊາວບ້ານຢູ່ແຂວງບໍຣິຄໍາໄຊ ທີ່ຢູ່ໃກ້ສວນກ້ວຍຈີນ ແຫ່ງນຶ່ງກ່າວວ່າ ສໍາລັບສວນກ້ວຍທີ່ຢູ່ໃກ້ກັບຕົນເອງນີ້ເຫັນວ່າ ມີຄົນງານລາວໜ້ອຍລົງ ສ່ວນນຶ່ງຍ້ອນຄົນງານລາວ ບາງສ່ວນເຣີ່ມອອກໄປເຮັດວຽກອື່ນ ທີ່ມີລາຍໄດ້ດີກ່ວາ ເຮັດວຽກໃນສວນກ້ວຍ ແລະອີກຈຳນວນນຶ່ງ ກໍອອກໄປປູກມັນຕົ້ນ ເພື່ອຂາຍເປັນອາຊີບ.

ດັ່ງທ່ານໄດ້ກ່າວວ່າ:

“ຄົນງານໜ້ອຍລົງແລ້ວ. ເຂົາເຈົ້າບໍ່ມາແລ້ວເດ້ ເຂົາເຈົ້າມີວຽກເຮັດ ງານທໍາແລ້ວນ່າ ແບບວ່າດຽວນີ້ມັນປ່ຽນໄປ ມີແບບວ່າ ຢູ່ບ້ານມັນມີເຮັດມັນຕົ້ນ ມັນຫຍັງ ຂາຍຫັ້ນນ່າ ແລ້ວເຂົາເຈົ້າກາອອກເມືອ ແລ້ວເຂົາກາບໍ່ມາ ແລ້ວມັນເປັນລາຄາເຂົາເຈົ້າ ອອກໄປມັນຕົ້ນໝົດແລ້ວ. ຢູ່ສວນກ້ວຍບໍ່ຢາກມີຄົນແລ້ວ ດຽວນີ້.”

ຍ້ອນຈໍານວນຄົນງານ ໃນສວນກ້ວຍຈີນຫຼາຍແຫ່ງ ໄດ້ລຸດລົງແທ້ເຮັດໃຫ້ສວນກ້ວຍຈີນ ຫຼາຍແຫ່ງມີການປັບປ່ຽນແຜນ ບໍຣິຫານ ແລະກໍນໍາໃຊ້ງານ ທີ່ມີຢູ່ຢ່າງຈຳກັດ ແລະບໍ່ມີການຮັບສະມັກ ຄົນງານໃໝ່ ເຂົ້າມາເຮັດວຽກຕື່ມອີກ.

ດັ່ງພະນັກງານ ຝ່າຍບຸກຄົນຢູ່ສວນກ້ວຍຈີນ ແຫ່ງນຶ່ງກ່າວວ່າ:

“ບໍ່ວ່າງແລ້ວ ພໍແລ້ວສວນກ້ວຍຢູ່ບ່ອນເຮົາຢູ່ນີ້ ມັນພໍແລ້ວມັນກັມມະກອນ ພໍແລ້ວອັນນີ້ມີແຕ່ຄົນລາວ ເພິ່ນບໍ່ຮັບແລ້ວ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ໃນຂແນງການຄຸ້ມຄອງ ແຮງງານເພື່ອ ສອບຖາມຄວາມຄິດຫັນ ກ່ຽວກັບເຣື່ອງນີ້ ແຕ່ທ່ານເອງບໍ່ສາມາດໃຫ້ຄວາມຄິດເຫັນ ແລະຂໍ້ມູນຢ່າງກົງໄປກົງມາໄດ້ ຍ້ອນຍັງບໍ່ທັນໄດ້ສຶກສາຣາຍລະອຽດ ແລະກໍບໍ່ຮູ້ວ່າຂໍ້ມູນ ແມ່ນມີຄວາມຈິງແນວໃດ.

ນັບແຕ່ຫຼັງໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ເປັນຕົ້ນມາຄົນງານລາວ ທີ່ເຮັດວຽກໃນສວນກ້ວຍຈີນບ່ອນຕ່າງໆ ກໍພາກັນອອກຈາກວຽກ ຍົກໂຕຢ່າງເມື່ອປີ 2021 ຄົນງານລາວ ປະມານ 500 ຄົນທີ່ເຄີຍເຮັດວຽກ ຢູ່ສວນກ້ວຍຈີນແຫ່ງນຶ່ງ ໃນເມືອງບໍລິຄັນ ແຂວງບໍລິຄຳໄຊ ກໍໄດ້ພາກັນອອກຈາກວຽກ ຈຳນວນຫຼາຍ. ຄົນເຮັດວຽກ ພາຍໃນສວນກ້ວຍ ເຫຼືອຄົນງານລາວ ພຽງແຕ່ປະມານ 100 ຄົນເທົ່ານັ້ນ ຍ້ອນຖືກນາຍຈ້າງຊາວຈີນ ຕັ້ງລະບຽບຫຼາຍເກີນໄປ ເປັນຕົ້ນບໍ່ໃຫ້ຄົນງານລາວ ອອກໄປຊື້ຂອງກິນ ຈາກຮ້ານຄ້ານອກສວນກ້ວຍ ແລະບັງຄັບໃຫ້ຊື້ແຕ່ເຄື່ອງ ແລະອາຫານຈາກຮ້ານ ຂອງສວນກ້ວຍເທົ່ານັ້ນ ຖ້າຄົນງານຄົນໃດ ລັກອອກໄປຂ້າງນອກ ຈະຖືກໄລ່ອອກ ຈາກວຽກທັນທີ. ອີງຕາມຄົນງານລາວ ທີ່ເຮັດວຽກໃນສວນກ້ວຍ ກ່າວຕໍ່ວິທຍຸເອເຊັຽເສຣີ.

ປັດຈຸບັນຢູ່ໃນໂຄງການ ລົງທຶນ ດ້ານການກະເສດ ຂອງນັກລົງທຶນຈີນ ແລະປະເທດອື່ນໆ ກໍໄດ້ນຳເອົາຄົນງານຊາວຕ່າງປະເທດ ເຂົ້າມາເຮັດວຽກໃນໂຄງການ ແທນທີ່ຈະຈ້າງຄົນງານລາວ ໃນທ້ອງຖິ່ນໂດຍຫຼາຍໂຄງການ ອ້າງວ່າຄົນງານລາວ ບໍ່ມີທັກສະ ແລະປະສົບການ ເຮັດວຽກພຽງພໍ. ອີງຕາມຂໍ້ມູນ ຈາກໜັງສືພີມວຽງຈັນທາມສ໌ ວັນທີ 31 ມົກຣາ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 15, 2024 12:35 AM

ກ່ຽວກັບ ນາຍຈ້າງ ຄົນຈີນ ກັບ ຄົນງານລາວ ເປັນບັນຫາ ມາດົນແລ້ວ ບໍ່ພຽງແຕ່ ສວນກ້ວຍເທົ່ານັ້ນ ຜ່ານມາ ກໍ່ເຫັນຫລາຍ ໃນເຂດກໍ່ສ້າງຕ່າງໆ. ເປັນຕົ້ນ ການໃຊ້ແຮງງານ ເກີນເວລາ ແຕ່ໄດ້ເງິນເດືອນໜ້ອຍ ຂໍພັກກະຍາກ ຖ້າຈໍາເປັນພັກ ກໍ່ອາດບໍ່ໄດ້ຮັບເງິນເດືອນເຕັມ. ສ່ວນຢູ່ໃນສວນກ້ວຍ ກໍ່ເຊັ່ນດຽວກັນ ໃຊ້ວຽກຫລາຍແຕ່ເງິນເດືອນໜ້ອຍ ນອກຈາກນັ້ນ ຍັງມີການໃຊ້ສານເຄມີ ຈົນເຮັດໃຫ້ ຄົນງານມີບັນຫາເລື້ອງສຸກຂະພາບ ສົ່ງຜົນກະທົບ ຕໍ່ແມ່ຍິງ ທີ່ຖືກພາອີກດ້ວຍ. ບັນຫາດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ຄວນເອົາໃຈໃສ່ຕື່ມ ໂດຍສະເພາະ ທາງກໍາມະບານ ຄວນລົງກວດກາ ສະພາບຫານ ຂອງຄົນງານລາວ ທີ່ເຮັດວຽກ ກັບນາຍຈ້າງຄົນຈີນ ເພື່ອໃຫ້ຄວາມເປັນທໍາ ກັບພວກເຂົາເຈົ້າ. ສ່ວນເລື້ອງສານເຄມີ ກໍ່ຢາກໃຫ້ ພາກສ່ວນ ສະພາບແວດລ້ອມ ລົງກວດກາຕື່ມ ເພື່ອຮັບປະການ ສຸກຂະພາບ ຂອງຄົນງານລາວ ກໍ່ຄືພີ່ນ້ອງຮ່ວມຊາດ.