ຜູ້ຖືກຜົລກະທົບ ຈາກໂຄງການສນາມກັອຟ ຢູ່ຈຳປາສັກ ໄດ້ຮັບຄ່າຊົດເຊີຍແລ້ວ
2023.10.02
ຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງຈໍາປາສັກ, ອໍານາດການປົກຄອງເມືອງໂຂງ ແລະບໍຣິສັດຮ່ວມທຶນພັທນາສີທັນດອນ ຈໍາກັດ ໄດ້ຈັດພິທີມອບເງິນຄ່າຊົດເຊີຍ ທັງໝົດ 13 ຕື້ກີບ ໃນມື້ວັນທີ 26 ກັນຍາທີ່ຜ່ານມາ ໃຫ້ຊາວບ້ານບ້ານທ່າມ່ວງ 35 ຄອບຄົວ ທີ່ເສັຍດິນນາ, ດິນສວນ ແລະຜົລປູກ ຍ້ອນໂຄງການກໍ່ສ້າງສນາມກັອຟ 36 ຂຸມ ຢູ່ເຂດ ພັທນາເສຖກິຈໃໝ່ ສີທັນດອນ ຂອງນັກລົງທຶນຈີນ ໃນເນື້ອທີ່ປະມານ 195 ເຮັກຕ້າຣ໌. ສ່ວນຊາວບ້ານອີກຫລາຍຄອບຄົວ ທີ່ເສັຍດິນປຸກສ້າງ ໃຫ້ໂຄງການດັ່ງກ່າວ ຈະໄດ້ຮັບຄ່າຊົດເຊີຍ ໃນເທື່ອຕໍ່ໄປ, ອີງຕາມຣາຍງານ ຂອງສະຖານີວິທຍຸ ແລະໂທຣະພາບ ເມືອງໂຂງໃນມື້ວັນທີ 29 ກັນຍາທີ່ຜ່ານມາ.
ເພື່ອຂໍຮູ້ຂໍ້ມູນ ກ່ຽວກັບເຣື່ອງທີ່ວ່ານີ້ເພີ່ມຕື່ມ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງຈໍາປາສັກ, ອໍານາດການປົກ ຄອງເມືອງໂຂງ ແລະຊາວບ້ານ ທີ່ໄດ້ຮັບຄ່າຊົດເຊີຍ ໃນມື້ວັນທີ 29 ກັນຍາ, ແຕ່ກໍບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ອະດີດເຈົ້າໜ້າທີ່ແຂວງຈໍາປາສັກ ທີ່ຮູ້ເຣື່ອງນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປັນເຣື່ອງປົກກະຕິ ທີ່ທາງໂຄງການດັ່ງກ່າວ ກວມເອົາທີ່ດິນ ຂອງຊາວບ້ານ ເນື່ອງຈາກເປັນໂຄງການຂນາດໃຫຍ່ ແລະກວ້າງຫລາຍ ແລະໃນອະນາຄົດ ຖ້າໂຄງການນີ້ ໄດ້ຖືກສ້າງສໍາເຣັດແລ້ວ ກໍຈະມີແຕ່ນັກທຸຣະກິຈ ຜູ້ລໍ້າລວຍ ເຂົ້າມາຕີກັອຟ.
ດັ່ງທີ່ທ່ານກ່າວວ່າ:
“ມັນກໍຊິແຕະຕ້ອງແນ່ຫັ້ນແລ້ວ ສນາມກັອຟມັນກວ້າງເດ້ ໃນວົງການທ່ອງທ່ຽວມັນ ກະເວົ້າເຣື່ອງກັອຟເວົ້າເຣື່ອງອິສັງຕ່າງໆ ຫັ້ນແຫລະເນາະ ແຕ່ວາບາດນີ້ມັນກັອຟ ມັນກໍຊິຜູ້ມັກແນ່. ມັນກໍເປັນກິລາຂອງຜູ້ມີເງິນເນາະ ກໍເປັນການທ່ອງທ່ຽວ ອັນນຶ່ງ ຂອງພວກມີເງິນ.”
ປະຊາຊົນຢູ່ເມືອງໂຂງຜູ້ນຶ່ງ ເວົ້າເຖິງຊາວບ້ານ ທີ່ໄດ້ຄ່າຊົດເຊີຍໃນເບື້ອງຕົ້ນ ຈາກໂຄງການກໍ່ສ້າງສນາມກັອຟນັ້ນວ່າ ເປັນພຽງສ່ວນນຶ່ງເທົ່ານັ້ນ ຍ້ອນຍັງມີອີກປະມານ 200 ຄອບຄົວ ຫລືຫລາຍກວ່ານັ້ນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ໃນມື້ດັ່ງກ່າວ ແລະຍັງບໍ່ຮູ້ຄັກແນ່ວ່າ ຈະໄດ້ໃນມື້ໃດ ຮູ້ພຽງແຕ່ວ່າ ຊາວບ້ານທົ່ວໄປ ຈະບໍ່ໄດ້ຜົລປໂຍດຫຍັງ ຈາກໂຄງການນີ້.
“ເຂົາໃຫ້ບໍ່ທັນໄດ້ໝົດ ເຂົາໃຫ້ໜ້ອຍນຶ່ງ ເວົ້າຄອບຄົວນີ້ມັນກໍຫລາຍຮ້ອຍຢູ່ດອກ ໃຫ້ແຕ່ 30 ປາຍຄອບຄົວ ບໍ່ໄດ້ໃຫ້ໝົດໄດ໋ ໃຫ້ໜ້ອຍດຽວ ປະຊາຊົນບໍ່ມີແນວໄດ້ຜົລປໂຍດ ຈາກເຂົາດອກມີແຕ່ເຂົາມາແບບບໍ່ຢູ່ນີ້. ເຂົາກະຍັງ... ເຜົາຂາຍໃຫ້ ປາເຂົາກະຍັງລ້ຽງຂາຍ ພວກເຂົາມາຢູ່ນີ້ ເຂົາຊິໄດ້ຜົລປໂຍດຫຍັງຈາກເຂົາ.”
ຊາວບ້ານຢູ່ເມືອງໂຂງ ອີກຜູ້ນຶ່ງ ທີ່ເຄີຍຖືກຜົລກະທົບ ຈາກໂຄງການພັທນາເສຖກິຈໃໝ່ ສີທັນດອນ ເວົ້າວ່າ ຕົນເອງກໍໄດ້ຍິນຂ່າວທີ່ວ່ານັ້ນຢູ່ ແຕ່ບໍ່ຮູ້ລາຍລະ ອຽດ.
“ແມ່ນໆ ໄດ້ຍິນຢູ່ ຊິເຮັດສນາມກັອຟບໍ່ ໄດ້ຍິນວ່າແນວນັ້ນ ແມ່ນໆເຫັນເຂົາໃຫ້ ຈ່າຍຄ່າຊົດເຊີຍຢູ່ດອກ ຖືກຢູ່ ຂ້ອຍຢູ່ຄອນພະເພັງ ຖືກໂຕສີທັນດອນ.”
ພ້ອມດຽວກັນນັ້ນ ຊາວບ້ານ ທີ່ຢູ່ໃກ້ກັບເຂດກໍ່ສ້າງສນາມກັອຟ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຈາກການສັງເກດ ເຫັນວ່າ ການກໍ່ສ້າງສນາມກັອຟແຫ່ງນີ້ ມີຄວາມຄືບໜ້າພໍສົມຄວນ, ແຕ່ກໍເຊື່ອວ່າ ອາດໃຊ້ເວລາອີກດົນ ຈຶ່ງຈະສ້າງແລ້ວ.
“ມີຄວາມຄືບໜ້າເພີ່ມຕື່ມຢູ່. ໂອ ໜ້າຈະຍັງດົນຢູ່ໄດ໋ ຈະໄດ້ຈັກເປີເຊັນ ເຮົາກະຍັງບໍ່ຮູ້ເລີຍ ເຣື່ອງການຊົດເຊີຍຂອງປະຊາຊົນ ເຮົາກະບໍ່ຮູ້ຂໍ້ມູນໂຕນີ້ເລີຍ ເຫັນຂໍ້ມູນບໍ່ຊັດເຈນເນາະ ກະຄືໄດ້ເຂົ້າໄປຢູ່ ແຕ່ວ່າເຂົາກະເຮັດວຽກຢູ່ຕ່າງແຂວງແດ່ ກະບໍ່ຄ່ອຍໄດ້ກັບບ້ານປານໃດເນາະ.”
ຜູ້ປະກອບການ ດ້ານທຸຣະກິຈທ່ອທ່ຽວ ຢູ່ເມືອງໂຂງທ່ານນຶ່ງກໍເວົ້າເຖິງໂຄງ ການສ້າງສນາມກັອຟແຫ່ງນີ້ວ່າ ຖ້າສ້າງສໍາເຣັດ ແລະເປີດໃຊ້ ກໍເຊື່ອວ່າຈະມີແຕ່ນັກທຸຣະກິຈ ຊາວຈີນ ແລະຊາວຕ່າງປະເທດ ເຂົ້າມາໃຊ້ບໍຣິການ ເນື່ອງຈາກເຈົ້າຂອງໂຄງການ ເນັ້ນໃສ່ການດຶງດູດ ລູກຄ້າຊາວຈີນ ແລະຄົນຕ່າງປະເທດ ຫລາຍກວ່າລູກຄ້າ ທີ່ເປັນຄົນລາວ.
“ເອີ ກະໜ້າຊິຫລາຍເພາະວ່າ ເປັນໂຄງການຂອງຄົນຈີນເດ້. ຄົນລາວຊິໃຊ້ກະບໍ່ຫລາຍດອກ ເພາະວ່າມັນຈະມີແຕ່ຄົນຕ່າງປະເທດຫັ້ນແຫລະ ເພາະວ່າເປັນຂອງຄົນຈີນໝົດເດ້ ເຂດເສຖກິຈເຂົາເດ້ ເຂດພິເສດເຂດຂອງເຂົາ.”
ນອກຈາກສນາມກັອຟນີ້ແລ້ວ ນັກທຸຣະກິຈຈີນ ກໍຍັງໄດ້ລົງທຶນກໍ່ສ້າງອີກຫລາຍຢ່າງ ຢູ່ໃນເຂດພັທນາເສຖກິຈໃໝ່ ສີທັນດອນນີ້ ເປັນຕົ້ນ ໂຄງການກໍ່ສ້າງໂຮງແຮມແຄນຄູ່, ສູງເກືອບເຖິງ 240 ແມັດ ແລະໂຄງການກໍ່ສ້າງສາງຖ່ຽນຖ່າຍ ສິນຄ້າໜອງນົກຂຽນ ຢູ່ບໍຣິເວນຊາຍແດນລາວ-ກັມພູຊາ.
ໂຄງການພັທນາ ເຂດເສຖກິຈໃໝ່ ສີທັນດອນ ຂອງບໍຣິສັດ ລາວມະຫານະທີສີທັນດອນ ຈໍາກັດ (STD) ຂອງຈີນນີ້ ມີມູນຄ່າການລົງທຶນ ທັງໝົດ 9 ຕື້ໂດລ້າຣ໌ສະຫະຣັຖ, ໃຊ້ເນື້ອທີ່ທັງໝົດ 9,848 ເຮັກຕ້າຣ໌, ໄດ້ເລີ່ມລົງມືກໍ່ສ້າງ ມາຕັ້ງແຕ່ປີ 2018. ໃນໂຄງການນີ້ ປະກອບດ້ວຍ ສນາມກັອຟ, ແຫລ່ງທ່ອງທ່ຽງ, ແຫລ່ງບັນເທີງ, ກາສິໂນ, ທະນາຄານ, ສະຖາບັນການເງິນ, ໂຄງຮ່າງພື້ນຖານດ້ານການສຶກສາ ແລະສາທາຣະນະສຸຂ ແລະອື່ນໆ.