ສປປ ລາວ ອາດບໍ່ສາມາດ ຊຳຣະໜີ້ສິນ ໄດ້ຕາມເປົ້າໝາຍ

ໄຊຍາ
2023.06.20
ສປປ ລາວ ອາດບໍ່ສາມາດ ຊຳຣະໜີ້ສິນ ໄດ້ຕາມເປົ້າໝາຍ ຣົຖໄຟລາວ-ຈີນ ຈອດທຽບສະຖານີ.
RFA

ບໍຣິສັດ ປະກັນໄພ Credendo ຂອງຢູໂຣບ ຣາຍງານວ່າ ປະເທດລາວອາດ ບໍ່ສາມາດຊຳຣະໜີ້ສິນໄດ້ຕາມເປົ້າໝາຍ ແລະຍັງມີທ່າອ່ຽງ ທີ່ອາດຈະຜິດນັດຊຳຣະໜີ້ສິນ ກັບຕ່າງປະເທດ ແລະ ບໍຣິສັດເອກກະຊົນ ເນື່ອງຈາກປະເທດລາວ ກຳລັງຕົກຢູ່ໃນສະພາບເສຖກິຈ ຕົກຕໍ່າ ບວກກັບພາວະເງິນເຟີ້ ແລະເງິນກີບອ່ອນຄ່າ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ຫຼື ADB ປະຈຳລາວກ່າວວ່າ ຣັຖບານລາວ ກຳລັງປະເຊີນກັບບັນຫາຫຍຸ້ງຍາກ ແລະທ້າທາຍທີ່ສຸດ ໃນການຫາເງິນຈຳນວນຫຼາຍພັນລ້ານໂດລ້າຣ໌ ສະຫະຣັຖ ເພື່ອຊຳຣະໜີ້ສິນ ກັບຕ່າງປະເທດ ໂດຍສະເພາະໜີ້ສິນ ຈາກຈີນ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ມິຖຸນາ ນີ້ວ່າ:

ເຣື່ອງໜີ້ສາທາຣະນະ ກາຖືວ່າເປັນບັນຫາໜັກ ເພາະວ່າອັດຕຣາແລກປ່ຽນ ຄ່າເງິນກີບ ມັນອ່ອນຄັນໜັກແທ້ໆ. ກາຄືຂາຍຊັບອອກ (ຊັບພະຍາກອນທັມມະຊາຕ) ເພື່ອບໍ່ໃຫ້ປະເທດລົ້ມ, ການຊຳຣະສະສາງກັບອົງການຈັດຕັ້ງສາກົລ ແລະຕລາດຫັ້ນ ເຂົາກາຍັງຊຳຣະປົກກະຕິຢູ່ ບໍ່ໄດ້ເປັນບັນຫາ ເຂົາກາຍັງມີການເຈຣະຈາ ປຶກສາຫາລືກັບຈີນບໍ່, ຈີນຖືໜີ້ລາວເກືອບ 50% ເດ້. ຈີນກາໃຫ້ຄວາມຜ່ອນຜັນຢູ່ດອກ.

ທ່ານກ່າວຕື່ມວ່າ ໃນປີ 2022 ທີຜ່ານມາ ເງິນກີບໄດ້ອ່ອນຄ່າລົງ 68% ເມື່ອທຽບໃສ່ເງິນໂດລ້າຣ໌ ສະຫະຣັຖ ອັນໄດ້ຖ່ວງດຶງການຟື້ນໂຕ ຂອງເສຖກິຈ ແລະເຮັດໃຫ້ອັດຕຣາເງິນເຟີ້ ຂຶ້ນສູງ ແລະນຳໄປຊູ່ການຫົດໂຕ ດ້ານການບໍຣິໂພກ ຂອງພາກເອກະຊົນ, ຄົວເຮືອນ ແລະ ການລົງທຶນ ເຊິ່ງຄາດວ່າໜີ້ພາກຣັຖ ແລະໜີ້ສິນທີ່ຣັຖໄດ້ຄໍ້າປະກັນ ຈະກາຍເປັນ 100% ຂອງ GDP ໃນທ້າຍປີ 2023 ນີ້.

ນັບແຕ່ປີ 2023 ມານີ້ການຟື້ນໂຕ ຂອງເສຖກິຈມະຫາພາກ ໃນປະເທດລາວ ຖືວ່າຍັງບໍ່ທັນຟື້ນໂຕໄດ້ດີບວກກັບເງິນກີບ ຍັງອ່ອນຄ່າລົງເລື້ອຍໆ, ອັດຕຣາເງິນເຟີ້ຍັງຢູ່ໃນລະດັບສູງ ເຊິ່ງສົ່ງຜົລຕໍ່ຈຳນວນໜີ້ສິນເພີ່ມສູງຂຶ້ນ ເປັນ 128% ຂອງ GDP ປະມານ 24 ຕື້ໂດລ້າຣ໌ ສະຫະຣັຖ ຕາມການຣາຍງານຂອງບໍຣິສັດ ປະກັນໄພ Credendo ຂອງ ຢູໂຣບ. ສ່ວນທະນາຄານໂລກ ໄດ້ອອກບົດຣາຍງານ ເມື່ອປີ 2021 ທີ່ຜ່ານມາ ລະບຸວ່າ ຜລິດຕະພັນມວນລວມ ພາຍໃນປະເທດ ຫຼື GDP ໃນປີ 2021 ມີຢູ່ປະມານ 18,83 ຕື້ໂດລ້າຣ໌ສະຫະຣັຖ. ເມື່ອຕົ້ນປີ 2023 ຜ່ານມານີ້ ດຣ. ພູທະນູເພັດ ໄຊສົມບັດ, ຮອງຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງານວ່າ ຣັຖວິສາຫະກິຈໄຟຟ້າລາວ ແມ່ນເປັນເປັນວິສາຫະກິຈ ທີ່ສ້າງໜີ້ຢ່າງມະຫາສານ ໃຫ້ກັບປະເທດຫຼາຍທີ່ສຸດ ເຖິງ 40% ຂອງ GDP. ທາງດ້ານເຈົ້າໜ້າທີ່ ກະຊວງການເງິນກ່າວຍອມຮັບວ່າ ນະໂຍບາຍດ້ານການເງິນ, ການຄຸ້ມຄອງງົບປະມານ ແລະ ການບັງຄັບໃຊ້ກົດໝາຍ ເພື່ອປາບປາມການສໍ້ຣາສບັງຫຼວງ ຂອງເຈົ້າໜ້າທີ່ ພັກ-ຣັຖ ຍັງເຮັດບໍ່ທັນໄດ້ດີ ແລະບໍ່ເຂັ້ມງວດເທົ່າທີ່ຄວນ ເຮັດໃຫ້ງົບປະມານ ຂອງຣັຖວິສາຫະກິຈ ເກີດການຮົ່ວໄຫຼ ຫຼື ລົງທຶນໄປລ້າໆ ໂດຍບໍ່ໄດ້ຮັບຜົລຕອບແທນ ຈົນກາຍມາເປັນໜີ້ສິນ ທີ່ຣັຖບານລາວ ຕ້ອງແບກຮັບພາຣະ ມາຈົນຮອດປັດຈຸບັນ. ສ່ວນສາເຫດທີ່ເຮັດໃຫ້ ຈໍານວນໜີ້ສິນ ເພີ່ມສູງຂຶ້ນໃນປັດຈຸບັນ ມີປັດໄຈມາຈາກ ສະພາບການເງິນ ອ່ອນຄ່າລົງ ແລະເງິນເຟີ້ຮຸນແຮງຕິດຕໍ່ກັນ ເປັນໄລຍະຍາວນານ. ຂະນະທີ່ເງິນຕຣາ ຕ່າງປະເທດທັງເງິນໂດລ້າຣ໌, ເງິນບາທ ແລະ ເງິນຢວນ ເປັນທີ່ຕ້ອງການ ຂອງທຸກພາກສ່ວນໃນສັງຄົມລາວ ແຕ່ມີເງິນຕຣາຕ່າງປະເທດ ບໍ່ພຽງພໍ ຈຶ່ງເຮັດໃຫ້ເກີດການຊື້-ຂາຍ ນອກລະບົບ ຈຳນວນຫຼາຍ ເຊິ່ງຍັງບໍ່ສາມາດຄຸ້ມຄອງໄດ້ດີ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າໄທເຮົາ ການຄວບຄຸມ ຖືວ່າຍັງບໍ່ທັນເຂັ້ມງວດ ມີແຕ່ເວົ້າສື່ໆ ຢູ່ລາວ, ໄທຍເຮົາມີທ່າອ່ຽງພື້ນຖານ ທາງດ້ານເສຖກິຈ ຍັງດ້ອຍ, ດ້ອຍຢູ່ບ່ອນໃດ ໄທເຮົາທຸກຢ່າງ ມີແຕ່ນຳເຂົ້າ ເປັນສ່ວນຫຼາຍ ການສົ່ງອອກ ມີໜ້ອຍ. ໂຕນີ້ແຫຼະ ໂຕທີ່ມັນເຮັດໃຫ້ ມີການອັດຕຣາແລກປ່ຽນ ເງິນຕຣາມັນເຟີ້ຢູ່ຈຸດໂຕນີ້.

ຊາວລາວຈຳນວນໜຶ່ງ ກໍເຫັນວ່າເປັນເຣື່ອງທີ່ຫຍຸ້ງຍາກ ແລະຂ້ອນຂ້າງທ້າທາຍ ສຳລັບຣັຖບານລາວ ຈະຫາເງິນຈຳນວນມະຫາສານ ເພື່ອຊຳຣະໜີ້ສິນໄດ້ ຕາມເປົ້າໝາຍ ເນື່ອງຈາກຣັຖບານລາວ ຍັງບໍ່ທັນເອົາໃຈໃສ່ ແລະຈິງຈັງ ໃນການຈັດເກັບງົບປະມານ ຂອງຣັຖ, ຍັງມີການຮົ່ວໄຫຼ ຂອງງົບປະມານ, ບໍ່ມີການຄຸ້ມຄອງ ງົບປະມານ ຂອງຣັຖໃຫ້ມີຄວາມໂປ່ງໃສ.

ດັ່ງຊາວລາວ ໃນແຂວງຈຳປາສັກ ກ່າວຕໍ່ວິທຸຍ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເວົ້າເຣື່ອງນະໂຍບາຍ ໜີ້ສິນໄຟຟ້າ ນີ້ໃນຫຼາຍປີຜ່ານມາເນາະ ຄືຊິຍາກແຫຼະຂ້ອງເບິ່ງນີ້ ມັນເຣື່ອງໜີ້, ເຣື່ອງສິນ ນີ້ມັນກາຍາກແຫຼະ ມັນບໍ່ມີຊຳຣະເດ.”

ຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າໜີ້ສິນ ຈະເພີ່ມສູງຂຶ້ນເລື້ອຍໆ, ແຕ່ຣັຖບານລາວ ກໍຍັງບໍ່ຈິງຈັງ ທີ່ຈະແກ້ໄຂບັນຫາ ຢ່າງເປັນຮູບປະທັມ ໂດຍສະເພາະ ການຮົ່ວໄຫຼ ຂອງງົບປະມານ ໃນໂຄງການລົງທຶນ ຂອງຣັຖທີ່ຍັງມີໃຫ້ເຫັນຢູ່ ເປັນໄລຍະເຊິ່ງບັນຫາການຮົ່ວໄຫຼ ຂອງງົບປະມານ ຄືສາເຫດຫຼັກໆ ທີ່ເຮັດໃຫ້ໜີ້ສິນ ຂອງຣັຖເພີ່ມສູງຂຶ້ນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກາຢາກໃຫ້ເພິ່ນເຂັ້ມງວດ ເຣື່ອງການຄຸ້ມຄອງ ແລະການປາບປາມການສໍ້ຣາສ ບັງຫຼວງນີ້ນ່າໃຫ້ມັນໂປ່ງໃສ ກາຢາກໃຫ້ເພິ່ນນີ້ເປີດເຜີຍ ເຣື່ອງຣາຍຮັບທີ່ໄດ້ ແຕ່ລະປີ ໃຫ້ປະຊາຊົນຮັບຮູ້ນຳ ຫັ້ນນ່າ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອປີ 2022 ໃນໄລຍະການດຳຣົງ ຕຳແໜ່ງຣັຖມົນຕຣີ ກະຊວງການເງິນວ່າ ນັບແຕ່ປີ 2010 ຫາປີ 2016 ຣັຖບານລາວໄດ້ກູ້ຢືມເງິນຕ່າງປະເທດ ເພື່ອເຂົ້າມາພັທນາປະເທດ ສູງທີ່ສຸດ ແບບກ້າວກະໂດດແລະເຣີ່ມມີຜົນກະທົບ ແຮງຕໍ່ການຊຳຣະໜີ້ຕ່າງປະເທດ ນັບແຕ່ປີ 2019 ເປັນຕົ້ນມາ ຣັຖບານລາວຕ້ອງໄດ້ໃຊ້ໜີ້ສິນຕ່າງປະເທດ ເພີ່ມຂຶ້ນເປັນຫຼາຍເທົ່າ 1,000 ລ້ານໂດລ້າຣ໌ ຕໍ່ປີ ເຊິ່ງໃນໄລຍະຜ່ານມາຣັຖບານລາວ ໃຊ້ໜີ້ສິນຕ່າງປະເທດ ບໍ່ເກີນ 160 ລ້ານໂດລ້າຣ໌ ສະຫະຣັຖຕໍ່ປີ ເທົ່ານັ້ນ ບໍ່ລວມໜີ້ສິນພາຍໃນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.