ການປັບຂຶ້ນເງິນເດືອນ ຍັງເປັນບັນຫາ ຂອງປະເທດ
2023.06.29
ຢູ່ໃນກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 26 ມິຖຸນານີ້ ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາຕ ເຂດ 13 ແຂວງສວັນນະເຂດ ໄດ້ສເນີໃຫ້ຣັຖບານຊຸກຍູ້ຫົວໜ່ວຍທຸຣະກິຈຕ່າງໆ ປັບຂຶ້ນເງິນເດືອນ ໂດຍຄິດໄລ່ເງິນເດືອນຄົນງານ ຕາມອັດຕຣາເງິນເຟີ້ ເພາະພວກເຂົາ ເຈົ້າໄດ້ເງິນເດືອນຕໍ່າ, ບໍ່ສາມາດຢູ່ໄດ້ ແລະບໍ່ສາມາດສືບຕໍ່ເຮັດວຽກ ຢູ່ພາຍໃນປະເທດໄດ້, ພາກັນຫລັ່ງໄຫລອອກໄປເຮັດວຽກ ຢູ່ຕ່າງປະເທດ, ເຮັດໃຫ້ໂຮງຈັກໂຮງງານຕ່າງໆໃນລາວຂາດແຄນແຮງງານ.
ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ຄ່າແຮງງານ ຂອງພະນັກງານຢູ່ໃນໂຮງງານ ກໍຄວນປັບຕົວຂຶ້ນ ໂດຍທຽບເທົ່າໃສ່ເງິນຕຣາ ຕ່າງປະເທດຫັ້ນແລ້ວ ເພາະວ່າສະພາບປັດຈຸບັນນີ້ ເງິນເດືອນຂອງພວກເຂົາກະຕໍ່າຢູ່ແລ້ວ ຕໍ່າສຸດກະປະມານລ້ານສາມເນາະ ປັດຈຸບັນນີ້ພວກເຂົາບໍ່ສາມາດຢູ່ໄດ້ ເພາະສະນັ້ນຢາກໃຫ້ຍູ້ແຮງວຽກໂຕນີ້.”
ກ່ຽວກັບເຣື່ອງນີ້ ຄົນງານລາວ ທີ່ເຮັດວຽກຢູ່ຕາມບໍຣິສັດ ແລະຫົວໜ່ວຍທຸຣະກິຈຕ່າງໆ ສ່ວນໃຫຍ່ແມ່ນເຫັນພ້ອມນໍາການສເນີ ໃຫ້ຄິດໄລ່ເງິນເດືອນໃຫ້ຕາມອັດຕຣາເງິນເຟີ້ ຍ້ອນໄດເງິນເດືອນໜ້ອຍ, ບໍ່ພໍຢູ່ບໍ່ພໍກິນ, ເງິນກີບອ່ອນຄ່າ, ເງິນກີບເຟີ້, ຄ່າຄອງຊີບຖີບໂຕສູງຂຶ້ນ, ຢາກໃຫ້ມີການປັບຂຶ້ນເງິນເດືອນ.
ດັ່ງຄົນງານຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ມິຖຸນານີ້ວ່າ:
“ເງິນເດືອນເຮົາຊິ ແມ່ນເພິ່ນໄລ່ປະມານຫັ້ນເນາະ ເງິນເດືອນໜ້ອຍ ມັນກໍມີຜົນກະທົບຫລາຍຢ່າງຢູ່ ກະຫາກມີບັນຫາຢູ່ ຢູ່ໃນໂຮງແຮມເຮົາເພິ່ນຍັງບໍ່ທັນປັບ ແຕ່ບໍ່ຮູ້ວ່າພາກສ່ວນພາກຣັຖ ເພິ່ນຊິປັບແນວໃດ ເພິ່ນເຮັດແນວໃດ ໃນໄລຍະເງິນເຟີ້ນີ້ຍັງບໍ່ຮູ້ເທື່ອ.”
ໃນຂະນະດຽວກັນ ຄົນງານລາວອີກຜູ້ນຶ່ງ ກໍຢາກໃຫ້ຣັຖບານນໍາເອົາຂໍ້ສເນີ ຂອງສະມາຊິກສະພາ ແຫ່ງຊາຕທ່ານດັ່ງກ່າວ ໄປຄົ້ນຄວ້າ ແລະຖ້າເປັນໄປໄດ້ກໍຢາກໃຫ້ຊ່ອຍແກ້ໄຂ ເພາະເງິນກີບຍັງເຟີ້ຢູ່ຕໍ່ໄປ ເຮັດໃຫ້ຄ່າຄອງຊີບເພິ່ມສູງຂຶ້ນນໍາເລື້ອຍໆ, ຜູ້ໄດ້ເງິນເດືອນໜ້ອຍໄດ້ຮັບຜົລກະທົບຫລາຍ.
“ຄັນຖ້າເປັນໄປໄດ້ ກະຢາກໃຫ້ໄລ່ເປັນອັດຕຣາເງິນບາທ ຫລື ວ່າເງິນໂດລ້າເນາະ ເງິນເດືອນກໍຕໍ່າແດ່ແລ້ວ ແລ້ວບັນຫາເງິນມັນກໍຂ້ອນຂ້າງຫຍຸ້ງຍາກເນາະ ໃນການໃຊ້ຈ່າຍທົ່ວໄປ ມັນກະບໍ່ສະດວກສະບາຍ ແລ້ວບາດນີ້ ລາຍຈ່າຍ ມັນຫລາຍລາຍຮັບເຮົາມັນໜ້ອຍ ສະນັ້ນເຮັດໃຫ້ຄ່າຄອງຊີບ ຂອງເຮົາກະບໍ່ສອດຄ່ອງກັບການດໍາຣົງຊີວິດ ປະຈໍາວັນ.”
ຄົນງານລາວອີກຜູ້ນຶ່ງ ກໍເຫັນວ່າ ໃນໄລຍະເງິນກີບເຟີ້ ເງິນກີບອ່ອນຄ່າຢູ່ນີ້ ມັນມີຜົລກະທົບຕໍ່ເງິນເດືອນ, ທາງນາຍຈ້າງ ກໍຄວນຄິດໄລ່ເງິນເດືອນໃຫ້ລູກຈ້າງ ຕາມອັດຕຣາເງິນເຟີ້, ຖ້າເປັນໄປໄດ້ກໍຢາກໄດ້ຕາມອັດຕຣາເງິນໂດລ້າຣ໌ ຫລື ເງິນບາທ ເພື່ອໃຫ້ພໍດໍາລົງຊີວິດຢູ່ໄດ້.
“ໂອ໋ ເປັນໄປໄດ້ກະຢາກໄດ້ ເປັນອັດຕຣາເງິນໂດລ້າຣ໌, ເງິນບາທ ກະບໍ່ເປັນຫຍັງ. ໂອ໋ ການຢູ່ການກິນເຣື່ອງເງິນເຟີ້ ກະມີຜົລກະທົບຢູແລ້ວ ເງິນເດືອນເຮົາກະຖືວ່າມີຜົນກະທົບ ແນ່ນອນຢູ່ແລ້ວ.”
ກ່ຽວກັບເຣື່ອງນີ້ ຕົວແທນເຈົ້າຂອງຫົວໜ່ວຍທຸຣະກິຈ ຜູ້ນຶ່ງເວົ້າວ່າ ການຈະຄິດໄລ່ເງິນເດືອນໃຫ້ຄົນງານຕາມອັດຕຣາເງິນເຟີ້ນັ້ນ ເປັນເຣື່ອງຍາກ ແລະຫລາຍບໍຣິສັດກໍອາຈປະຕິບັດບໍ່ໄດ້ ໃນບາດດຽວ ຍ້ອນວ່າບໍຣິສັດ ກໍປະສົບກັບບັນຫາ ການເງິນຢູ່ແລ້ວ.
“ຄິດວ່າມັນກະສິຍາກໜ້ອຍນຶ່ງ ຈະຍາກ ຜົລກໍາໄລນີ້ແນ່ນອນແຫລະໜ້ອຍ ຖືວ່າຍາກໆ ເຮັດບໍ່ໄດ້ດອກ ແຕ່ວ່າເພິ່ນກໍຈະຄົ້ນຄວ້າ ການສເນີແຕ່ລະຄົນເຂົາເຈົ້າກະຄົ້ນຄວ້າ ໂຕໃດມີເງື່ອນໄຂປະຕິບັດໄດ້ເຂົາເຈົ້າກໍປະຕິບັດ ໂຕໃດບໍ່ມີເງື່ອນໄຂປະຕິບັດກໍໄດ້ອົດ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ຂແນງແຮງງານ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງກໍເວົ້າວ່າ ກ່ຽວກັບບັນຫາດັ່ງກ່າວນີ້ ທ່ານເອງກໍຍັງບໍ່ສາມາດເວົ້າໄດ້ວ່າ ພາກສ່ວນທາງການ ທີ່ກ່ຽວຂ້ອງ ຈະຊຸກຍູ້ໃຫ້ບັນດາຫົວໜ່ວຍທຸຣະກິຈ ປະຕິບັດຕາມຂໍ້ສເນີ ຂອງສະມາຊິກສະພາແຫ່ງຊາຕ ນັ້ນໄດ້ ຫລືບໍ່ ຍ້ອນເປັນເຣື່ອງທີ່ຈະຕ້ອງໄດ້ມີການຄົ້ນຄວ້າກັນ ຫລາຍຂັ້ນຕ້ອນ.
ບັນຫາເງິນກີບເຟີ້, ຄ່າຄອງຊີບສູງ, ເງິນເດືອນບໍ່ກຸ້ມກິນ ເຮັດໃຫ້ຄົນງານລາວ ຫລັ່ງໄຫລອອກໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ ເຮັດໃຫ້ຢູ່ພາຍໃນປະເທດ ຂາດແຮງງານ, ອີງຕາມຄໍາເວົ້າຂອງຄົນງານລາວຜູ້ນຶ່ງ.
“ແຮງງານລາວເຮົາກໍໄດ້ໂຍກຍ້າຍ ໄປປະກອບເອກສານໄປເຮັດວຽກ ຢູ່ຕ່າງປະເທດ ຕົວຢ່າງກໍຄືປະເທດໄທຍເນາະ ເຮັດວຽກຢູ່ໂຮງຈັກໂຮງງານ ໝາກໄມ້ຮ້ານອາຫານ ປະເພດພືດຜັກຕ່າງໆຢູ່ໃນໄທຍ ກະເລີຍພາໃຫ້ແຮງງານຢູ່ລາວເຮົານີ້ຂາດໄປ.”
ປັດຈຸບັນ ເງິນເດືອນຂັ້ນຕໍ່າ ຂອງຄົນງານຢູ່ປະເທດລາວ 1,300,000 ກີບ ຫລື 68 ໂດລ້າຣ໌ ສະຫະຣັຖ ໃນຂະນະທີ່ຄ່າໃຊ້ຈ່າຍຕ່າງໆ ເປັນຕົ້ນ ຄ່າເຊົ່າບ່ອນພັກ, ຄ່ານໍ້າມັນເຊື້ອເພີງ ແລະລາຄາສິນຄ້າຕ່າງໆ ແມ່ນຄິດໄລ່ໂດຍທຽບໃສ່ ອັດຕຣາແລກ ປ່ຽນເງິນຕຣາຕ່າງປະເທດ ເຮັດໃຫ້ຄົນງານ ໄດ້ຮັບຜົລກະທົບໜັກຂຶ້ນ. ອີງຕາມຄໍາເວົ້າຂອງທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາຕ ແລ້ວແມ່ນວ່າ ບັນຫາເງິນເຟີ້ ທີ່ຖີບໂຕຂຶ້ນສູງ ສົ່ງຜົລກະທົບຫລາຍດ້ານ ເປັນຕົ້ນແມ່ນ ບັນຫາຄ່າແຮງງານໃນບັນດາໂຮງຈັກໂຮງງານທີ່ສົ່ງອອກ ທີ່ໄດ້ຮັບເປັນເງິນຕາຕ່າງປະເທດ ແຕ່ເງິນເດືອນຄົນງານແມ່ນຈ່າຍເປັນກີບ ແຕ່ຄ່າທີ່ພັກອາໄສ ຖືກຄິດໄລ່ເປັນອັດຕາ ແລກປ່ຽນເງິນຕາຕ່າງປະເທດ ເຮັດໃຫ້ຄ່າແຮງງານທີ່ໄດ້ຮັບບໍ່ກຸ້ມກິນ, ດັ່ງນັ້ນຄົນງານລາວ ຈຶ່ງພາກັນຫລັ່ງໄຫລໄປເຮັດວຽກ ຢູ່ຕ່າງປະເທດ ແຕ່ບັນດາໂຮງຈັກ ໂຮງງານ ໃນລາວພັດຂາດແຄນແຮງງານ.