ຣັຖບານ ຈະສົ່ງຄົນງານລາວ ໄປເກົາຫຼີໃຕ້ເພີ່ມ ເພື່ອຫຼຸດບັນຫາ ຄົນຫວ່າງງານ

ພອນ ພູມມີທອນ
2023.06.22
ຣັຖບານ ຈະສົ່ງຄົນງານລາວ ໄປເກົາຫຼີໃຕ້ເພີ່ມ ເພື່ອຫຼຸດບັນຫາ ຄົນຫວ່າງງານ ບັນຍາກາດພາຍໃນງານ ຕລາດນັດພົບແຮງງານ ປີ 2022 ທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS). ເດືອນພຶສຈິກາ ປີ 2022.
RFA

ໃນວັນທີ 14 ມີຖຸນາ ທີ່ຜ່ານມາ ຍານາງ ໃບຄໍາ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ໄດ້ເດີນທາງໄປຍັງເກົາຫລີໃຕ້ ແລະໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບອໍານາດການປົກຄອງ ຂັ້ນເມືອງ ເມືອງ ຄະຍອງຊັງນັມ-ໂດ (Gyeongsangnam-do) ເພື່ອຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການໄລຍະ 3-5 ເດືອນ ໃນຂແນງການປູກຝັງ ແລະ ການປະມົງ.

ດັ່ງ ຄົນງານລາວ ທີ່ມີປະສົບການເດີນທາງ ໄປເຮັດວຽກຕາມຣະດູການ ຢູ່ ປະເທດເກົາຫລີໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 22 ມີຖຸນາ 2023 ນີ້ວ່າ:

“ເບິດ 6 ເດືອນ ເບິດໄລຍະ ແລ້ວເພິ່ນບໍ່ມີວຽກເຮັດ ແລ້ວເພີ່ນກໍກັບມານໍ້ ເຂົາຈະປູກ ເຂົາຈະເປັນອັນນັ້ນເນາະ ແລ້ວ ກໍຮັບອີກເທື່ອນຶ່ງ ແລ້ວກໍຮັບເປັນໄລຍະໆ ຕ້ອງໄປຫາປາ ເພີ່ນຊິນໍາເຂົ້າ ບາງເທື່ອນີ້ ຖ້າວ່າເຮົາຫາບໍ່ເປັນ ຈາກວຽກງານທີ່ວ່າເພີ່ນໄປຫາປາມາຫລາຍແລ້ວເພີ່ນໃຫ້ເຮົາປາດບໍ່ ເພີ່ນໃຫ້ເຮົາອານາມັຍບໍ່ຈັ່ງຊີ້ ເຮັດສົ່ງໄປຂາຍບໍ່ ບາງເທື່ອເຮົາກໍບໍ່ໄດ້ໄປຢູ່ບົນເຮືອ ບາງເທື່ອເຮົາກໍ ຫລືວ່າ ຢູ່ທ່າເຮືອກໍໄດ້ ກໍມີໆ ຄືກັນ.”

ສໍາລັບການເດີນທາງ ໄປເຮັດວຽກໄລຍະສັ້ນ ທີ່ປະເທດເກົາຫລີໃຕ້ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເປັນໜ່ວຍງານ ໃນການສົ່ງລາຍຊື່ ແລະ ຂໍ້ມູນສ່ວນບຸກຄົນຂອງຄົນງານລາວ ໃຫ້ແກ່ທາງການເກົາຫລີໃຕ້ ເພື່ອໃຫ້ ນາຍຈ້າງເກົາຫລີໃຕ້ ເປັນຜູ້ຄັດເລືອກ.

ດັ່ງ ຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກຢູ່ເກົາຫລີໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ: 

“ວຽກໄລຍະສັ້ນກໍວຽກ ສ່ວນຫລາຍເພີ່ນກໍໄປເຮັດດ້ານກະເສດ ແນວນີ້ຫັ້ນນ່າ ແມ່ນແຫລະ ງານສວນ ງານປູກ ປູກຜັກ ປູກໝາກເຜັດ ອີ່ຫຍັງຫັ້ນນ່າ ຂະເຈົ້າກໍເລືອກໄປຢູ່ ມັນມີທັງງານປະມົງ ງານກະເສຕນ່າ ແຕ່ວ່າຢູ່ລາວ ມັນຍັງງານກະເສດ ກັບງານປະມົງ ມັນຍັງບໍ່ມີ.” 

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຄົນງານລາວຫລາຍຄົນ ຈະສົນໃຈໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ບໍ່ວ່າຈະເປັນວຽກໄລຍະສັ້ນ ຫລື ວຽກໄລຍະຍາວ ແຕ່ຄົນງານລາວເພດຊາຍ ຈະໄດ້ຮັບການຄັດເລືອກ ຈາກນາຍຈ້າງຊາວເກົາຫລີໃຕ້ ຫລາຍກ່ອນ ເນື່ອງຈາກວຽກງານສ່ວນຫລາຍ ຈໍາເປັນຕ້ອງໃຊ້ແຮງງານຫນັກ ເຮັດໃຫ້ໄລຍະຫລັງມານີ້ ມີຈໍານວນຄົນງານເພດຍິງ ຈໍານວນຫລາຍ ສົນໃຈສະມັກໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ຫລຸດລົງເລື້ອຍໆ.

ທີ່ຜ່ານມາ ນາຍຈ້າງຊາວເກົາຫລີໃຕ້ ຈະດໍາເນີນການຄັດເລືອກ ຜູ້ສມັກດ້ວຍໂຕເອງ ໂດຍຜ່ານເງື່ອນໄຂຕ່າງໆ ເປັນຕົ້ນ ເງິນຄ້ໍາປະກັນ ແລະ ໃບຕາດິນ ເພື່ອເປັນການຢັ້ງຍືນວ່າ ຄົນງານລາວທີ່ໄດ້ຮັບການເລືອກ ຈະຢູ່ເຮັດວຽກຕາມໄລຍະເວລາ ທີ່ໄດ້ຕົກລົງກັນໄວ້ ແລະ ບໍ່ໂຕນຫນີ.

ດັ່ງ ພະນັກງານບໍຣິສັດ ຈັດຫາຄົນງານລາວ ໄປເຮັດວຽກໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ນາງນຶ່ງກ່າວວ່າ:

“ກໍເອົາໃນໂກ່ຕ້າຫັ້ນແຫລະ ນາຍຈ້າງເພີ່ນຈະສົ່ງໂກ່ຕ້າມາໃຫ້ເນາະ ຣະດູການ ກໍເລືອກເບິ່ງເນາະ ເພິ່ນກໍເບິ່ງໆແຫລະ ກໍສືກສາເອົາວ່າ ເຂົາຊິພ້ອມໄປບໍ່ ຊິໂຕນ ບໍ່ໂຕນບໍ່ ກໍຄ້ໍາປະກັນຫລາຍ ຊັບສິນ ເອົາໃບຕາດິນ ເອົາຫຍັງມາຄ້ໍາປະກັນ ແມ່ນຊັບສິນ ຕ້ອງແມ່ນມູນຄ່າ ມູນຄ່າດິນເຈົ້າຕ້ອງສູງ ມີເງິນສູງ ມີເງິນຫລາຍກໍໄປໄດ້ ແຕ່ວ່າຕ້ອງມີໃບຕາດິນຄືເກົ່າ.” 

ເຖິງແມ່ນວ່າ ການເຮັດວຽກແບບໄລຍະສັ້ນ ຈະມີຄ່າໃຊ້ຈ່າຍໜ້ອຍກວ່າ ແລະ ບໍ່ຈໍາເປັນຕ້ອງສອບເສັງ ພາສາກ່ອນ ແຕ່ຄົນງານລາວຫລາຍຄົນ ກໍຍັງສົນໃຈ ທີ່ຈະເດີນທາງໄປເຮັດວຽກຢູ່ເກົາຫລີໃຕ້ ແບບໄລຍະຍາວຫລາຍກວ່າ ເນື່ອງຈາກມີຄວາມໝັ້ນຄົງ ຍ້ອນສາມາດຢູ່ໄດ້ເທື່ອລະ 3-5 ປີ.

ດັ່ງ ຄົນງານລາວ ທີ່ຕ້ອງການເດີນທາງ ໄປເຮັດວຽກຢູ່ຕ່າງປະເທດ ທ່ານນຶ່ງກ່າວວ່າ: 

“ຫລາຍໂພດ ກໍໄດ້ໄປຮຽນຢູ່ກ່ອນ ແລ້ວກໍເສັງຢູ່ລາວນີ້ ຮຽນໆ ພາສາເກົາຫລີກ່ອນ ແລ້ວກໍເສັງ ເສັງຜ່ານ ຖ້າວ່າເສັງຜ່ານ ໂຕ 5 ເດືອນກໍມີ ຂະເຈົ້າລົງມາຢູ່ ໄລຍະສັ້ນ ບໍ່ ຍັງບໍ່ເຫັນເທື່ອ ຂະເຈົ້າສ່ວນຫລາຍໄປແບບ ໄປແລ້ວຂະເຈົ້າກໍໄປຜ່ານກົມແຮງງານຢ່າງດີ ຢາກໄປໄລຍະຍາວພຸ້ນແຫລະ ໄປໄລຍະສັ້ນແລ້ວ ມັນກໍຕ້ອງໄປຫາເງິນ ໄປ 5 ເດືອນນ່າ ຈະກັບແລ້ວ.” 

ທ່ານກ່າວຕື່ມວ່າ ເນື່ອງຈາກອັຕຣາເງິນກີບ ອອ່ນຄ່າລົງເລື້ອຍໆ ຂະນະທີ່ ຄ່າຈ້າງແຮງງານ ພາຍໃນປະເທດຍັງຄົງທີ່ ຈຶ່ງເຮັດຄົນງານລາວຈໍານວນຫລາຍ ສົນໃຈເດີນທາງໄປເຮັດວຽກຢູ່ຕ່າງປະເທດ ແລະ ເຖິງແມ່ນວ່າ ການເດີນທາງໄປເຮັດວຽກຢູ່ເກົາຫລີໃຕ້ ຈະໄດ້ຮັບຄ່າຈ້າງປະມານ 120,000 ວອນ ຫລືເທົ່າກັບ 1,690,000 ກີບ/ມື້ ເຊິ່ງເທົ່າກັບເຮັດວຽກຢູ່ລາວ ປະມານ 1 ເດືອນ ແຕ່ຄົນງານລາວ ຍັງຄົງສົນໃຈເດີນທາງໄປເຮັດວຽກ ຢູປະເທດໄທຍ ເນື່ອງຈາກເດີນທາງໄປງ່າຍ ແລະ ມີຄ່າໃຊ້ຈ່າຍທີ່ຖືກກວ່າ.

ກ່ຽວກັບເຣື່ອງນີ້, ໃນປີ 2023 ນີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ມີແຜນວ່າ ຈະພັກດັນຄົນງານລາວ ໃຫ້ເດີນທາງໄປເຮັດວຽກ ໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ໃຫ້ໄດ້ປະມານ 1,500-2,000 ຄົນ/ປີ ເພື່ອຫລຸດຜ່ອນອັຕຣາ ການຫວ່າງງານພາຍໃນປະເທດ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງກ່າວວ່າ:     

“ອ້າ ກໍຮອດຢູ່ໄດ໋ ເພາະວ່າ ແຕ່ລະງວດນີ້ ເປັນເດືອນ 2 ເດືອນ ເຂົາກໍອອກ ຖ້ຽວລະ 30 ປາຍ 40 ຄົນ ປີນຶ່ງອາຈຈະຮອດຢູ່ ເກືອບພັນຢູ່ດອກ ເກືອບພັນຄົນ ຜ່ານ ໂຕທີ່ວ່າຜ່ານກະຊວງແຮງງານ ໄປໄດ໋ ໂຕອື່ນໆ ຂ້ອຍກະຕິດຕາມຂະເຈົ້າຢູ່.” 

ອີງຕາມແຈ້ງການຂອງ ກະຊວງການຈ້າງງານ ແລະ ແຮງງານຂອງເກົາຫລີໃຕ້ ລະບຸວ່າ ຄົນງານລາວ ທີ່ຕ້ອງເດີນທາງ ມາເຮັດວຽກໄລຍະສັ້ນ ຈະມີຄ່າໃຊ້ຈ່າຍ ໃນການແລ່ນເອກະສານຕ່າງໆ ປະມານ 2,780 ໂດລ້າຣ໌ສະຫະຣັຖ ພ້ອມວາງເງິນມັດຈໍາ ແລະ ໃບຕາດິນ ເພື່ອຢັ້ງຢືນວ່າ ຈະບໍ່ມີການໂຕນຫນີຈາກນາຍຈ້າງ ເຮັດໃຫ້ຄົນງານລາວບາງຄົນ ຈໍາເປັນຕ້ອງກູ້ຍືມເງິນ ນອກລະບົບ ໃນອັຕຣາດອກເບັ້ຽ 10-20% ຂະນະທີ່ ໃນແຕ່ລະເດືອນ ຈະໄດ້ຄ່າຈ້າງ ປະມານ 1,570 ໂດລ້າຣ໌ສະຫະຣັຖ.

ອີງຕາມຣາຍງານ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ລະບຸວ່າ ໃນໄລຍະປີ 2022-2023 ທີ່ຜ່ານມາ ມີຄົນງານລາວ ເດີນທາງໄປເຮັດວຽກ ປະເທດເກົາຫລີໃຕ້ ແບບໄລຍະສັ້ນ ປະມານ 2,800 ຄົນ ໃນນີ້ ເປັນຄົນງານລາວທີ່ໄປເຮັດວຽກ ດ້ານກະສິກັມ ແລະ ຂແນງການອື່ນໆ ຜ່ານລະບົບການຈ້າງວຽກ ແລະ ການໄປເຮັດວຽກຕາມຣະດູການ ປະມານ 1,500 ຄົນ ໃນແຕ່ລະປີ ແລະ ໃນຈໍານວນນີ້ ມີປະມານ 500 ຄົນ ຖືກຄັດເລືອກໄປເຮັດວຽກ ພາຍຫລັງ ຜ່ານການສອບເສັງ ການວັດລະດັບ ພາສາເກົາຫລີ. 

ກ່ອນໜ້ານີ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ລົງນາມບົດບັນທຶກ ຄວາມເຂົ້າໃຈ ຮ່ວມກັບຫົວໜ່ວຍແຮງງານ ຂອງ ປະເທດເກົາຫລີໃຕ້ແລ້ວ ຈໍານວນ 28 ເມືອງ ເພື່ອດໍາເນີນ ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ແບບໄລຍະສັ້ນ 3-5 ເດືອນ ດ້ານການ ການປູກຝັງ ແລະ ການປະມົງ ທັງນີ້ ຄົນງານລາວ ບໍ່ຈໍາເປັນຕ້ອງຮຽນຮູ້ ພາສາເກົາຫລີ ແຕ່ຕ້ອງມີ ສຸຂພາບດີ, ມີອາຍຸ ລະຫວ່າງ 25-45 ປີ ແລະ ຕ້ອງການຢາກເຮັດວຽກແທ້ດ ສ່ວນຄົນແຮງງານ ຈະໄດ້ຮັບຄ່າຈ້າງ ປະມານ 1,570 ໂດລ້າຣ໌ ສະຫະຣັຖ/ເດືອນ (ບໍ່ລວມຄ່າເຮັດວຽກ ເພີ່ມໂມງ ຫຼື ລ່ວງເວລາ).

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.