ປະເທດລາວ ສົ່ງຄົນງານໄປເຮັດວຽກ ຢູ່ເກົາຫຼີໃຕ້ຫຼາຍຂຶ້ນ
2024.05.22

ປະເທດລາວ ສົ່ງຄົນງານໄປເຮັດວຽກຢູ່ເກົາຫຼີໃຕ້ຫຼາຍຂຶ້ນ. ໃນໄລຍະສີ່ເດືອນທຳອິດຂອງປີ 2024 ນີ້ ຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ແລ້ວ 3,323 ຄົນ ຫຼາຍກວ່າທຸກໆປີໄລຍະສີ່ປີທີ່ຜ່ານມາ ທີ່ມີຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ປະມານ 850 ຄົນຕໍ່ປີ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ກົມຈັດຫາງານ ກະຊວງແຮງງານ ແລະສະຫວັດດີ-ສັງຄົມຂອງລາວ.
ເຈົ້າໜ້າທີ່ທ່ານນີ້ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ໄດ້ໃຫ້ລະອຽດກັບວິທະຍຸເອເຊັຽເສຣີ ໃນວັນທີ່ 13 ເດືອນພຶດສະພາ ປີ 2024 ນີ້ວ່າ:
“ແມ່ນ ຫຼັກໆກໍຄືແມ່ນເລື້ອງເງິນຫັ້ນແຫຼະເນາະ ເງິນເດືອນພື້ນຖານຂອງທາງເກົາຫຼີເນາະ ກໍຄື ສອງລ້ານວອນຫັ້ນ ເພາະວ່າທີ່ບ້ານເຮົາ ກໍຄືທີ່ຮູ້ແຫຼະເນາະ. ເງິນເຟີ້ເງິນຫຍັງຫັ້ນແຫຼະເນາະ ຂຶ້ນກັບແຮງງານທີ່ສອບເສັງເນາະ ເຂົາເຈົ້າເສັງບໍ່ຜ່ານກໍບໍ່ໄດ້ໄປ 2,000 ຄົນທີ່ຈິງ ຜ່ານສອງສາມຮ້ອຍ ກໍມີຈັງຊິ້ຫັ້ນນ່າ ມັນກໍແລ້ວແຕ່.”
ກະຊວງແຮງງານ ແລະສະຫວັດດີການສັງຄົມ ຂອງລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັນເມື່ອປີ 2016 ກັບກະຊວງແຮງງານ ຂອງເກົາຫຼີໃຕ້ ຊຶ່ງພາຍໃຕ້ບົດບັນທຶກດັ່ງກ່າວ ປະເທດເກົາຫຼີໃຕ້ ຈະຮັບເອົາຄົນງານລາວສອງປະເພດ ຄືປະເພດໄລຍະຍາວແຕ່ 3 ປີ ຫາ 5 ປີ ແລະປະເພດທີ່ສອງ ແມ່ນວຽກໄລຍະສັ້ນ ແຕ່ 3 ເດືອນຫາ 8 ເດືອນ. ສໍາຫຼັບຄົນງານ ທີ່ໄປເຮັດວຽກໄລຍະຍາວ ຕ້ອງໄດ້ຮຽນພາສາເກົາຫຼີ ສ່ວນຜູ້ໄປໄລຍະສັ້ນ ບໍ່ຈຳເປັນຕ້ອງຮູ້ພາສາເກົາຫຼີກໍໄດ້.
ຕໍ່ຄຳຖາມທີ່ວ່າ ເປັນຫຍັງ ຄົນລາວ ຈຶ່ງໄປເຮັດວຽກຢູ່ເກົາຫຼີໃຕ້ຫຼາຍຂຶ້ນ, ຄົນງານລາວນາງນຶ່ງ ທີ່ເຄີຍສະໝັກໄປເຮັດວຽກຕາມລະດູການຢູ່ເກົາຫຼີໃຕ້ ຕອບຄຳຖາມນີ້ວ່າ ຢູ່ປະເທດລາວ ເງິນເດືອນຕ່ຳຫຼາຍ ຄ່າຄອງຊີບຊ້ຳພັດແພງ; ຄົນລາວຫຼາຍຄົນ ຈຶ່ງດິ້ນລົນຢາກໄປເກົາຫຼີໃຕ້; ເຖິງວ່າຕ້ອງໄດ້ລົງທຶນຄ່າໄປເຖິງສອງພັນໂດລ້າຣ໌ສະຫະລັດ ຄົນງານລາວກໍຄິດວ່າ ຄຸ້ມຄ່າ ແມ້ແຕ່ໄປເຮັດວຽກຢູ່ເກົາຫຼີໃຕ້ພຽງ 5-6 ເດືອນ ເວລາກັບມາ ກໍຈະມີເງິນເປັນກ້ອນໃຫຍ່ເກືອບນຶ່ງໝື່ນໂດລ້າຣ໌. ຄົນງານລາວຜູ້ນີ້ ກ່າວກ່ຽວກັບເລື້ອງນີ້ຕື່ມວ່າ:
“ແຕ່ວ່າ ຄົນນຶ່ງຈະໄດ້ໄປ ກໍຕ້ອງໄດ້ເສັຍໃຫ້ເຂົາເທົ່າໃດ ສອງພັນດອນລ່ານີ້ແຫຼະ ບາດນີ້ມາປ່ຽນເປັນເງິນກີບລາວ ໄດ້ຫຼາຍເດ່ ເງິນເດືອນຕ່ຳແຮງເດ່ຢູ່ລາວຫັ້ນນ່າ ກຳມະກອນນີ້ ບາງບ່ອນເນາະ ວຽກເບົາ ກໍມີແຕ່ລ້ານກີບນີ້ແຫຼະ ແຕ່ຖ້າວ່າເຮົາເຮັດວຽກໜັກ ເດືອນນຶ່ງກໍປະມານ ສອງລ້ານສາມລ້ານ; ເຄື່ອງມັນຂຶ້ນໜັກອະ ຂຶ້ນໝົດທຸກຢ່າງເລີຍ ມັນເຟີ້.”
ເຊັ່ນດຽວກັນ ຄົນລາວອີກຜູ້ນຶ່ງ ກໍໃຫ້ເຫດຜົນວ່າ ຄົນລາວມັກໄປເຮັດວຽກຢູ່ເກົາຫຼີໃຕ້ ກໍເພາະວ່າ ເງິນເດືອນຢູ່ລາວຕ່ຳຫຼາຍ ຄ່າຄອງຊີບຊ່ຳພັດສູງ ເຊັ່ນກຳມະກອນຜູ້ນຶ່ງ ກໍໄດ້ເງິນເດືອນພຽງແຕ່ນຶ່ງລ້ານຫາສອງລ້ານກີບ ບໍ່ພໍຢູ່ບໍ່ພໍກິນ ແຕ່ຖ້າຢູ່ເກົາຫຼີໃຕ້ ຈະໄດ້ເງິນເດືອນຫຼາຍກວ່າຢູ່ລາວເຖິງ 15 ເທົ່າ
“ຢູ່ລາວນີ້ ອື່ແມ່ນແຫຼະ ຄ່າຄອງຊີບມັນສູງ ກຳມະກອນກໍລ້ານປາຍ ມີຄວາມຮູ້ກໍໄດ້ຫຼາຍ ໄລ່ໃສ່ແນວກິນກໍຕ່ຳແດ່ຫັ້ນແຫຼະ ເຂົາກໍບືນໄປບືນມາຢູ່ຫັ້ນແຫຼະ ໄປບ້ານເຂົາຍາກ ເງິນເດືອນຢູ່ພຸ້ນໄດ້ເງິນຫຼາຍກວ່ານີ້ ເຂົາຈັງໄປ.”
ນາງຈີວອນ ພາກ ຫົວໜ້າສູນຈັດຫາງານຕາມລະບົບຂອງເກົາຫຼີໃຕ້ ອະທິບາຍວ່າ ເກົາຫຼີໃຕ້ ຕ້ອງການຄົນງານລາວ ເພື່ອໄປເຮັດວຽກໃນຂະແໜງກະສິກຳແລະລ້ຽງສັດ ຊຶ່ງເປັນວຽກທີ່ຄົນລາວຖະນັດຢູ່ແລ້ວ ແລະຄາດວ່າ ເກົາຫຼີໃຕ້ ຈະຮັບເອົາຄົນງານລາວຫຼາຍຂຶ້ນເລື້ອຍໆ.
ປັດຈຸບັນ ຫຼາຍເມືອງຫຼາຍແຂວງຂອງລາວ ກຳລັງຕຽມສົ່ງຄົນງານລາວໄປເຮັດວຽກຢູ່ເກົາຫຼີໃຕ້ ຕົວຢ່າງເຈົ້າໜ້າທີ່ແຮງງານເມືອງແກ່ນທ້າວ ແຂວງໄຊຍະບຸລີ ກໍໄດ້ສຳພາດຄົນລາວເມື່ອເດືອນມິນາທີ່ຜ່ານມາ ແລະພ້ອມຈະສົ່ງຄົນງານທັງໝົດ 70 ຄົນ ໄປເກົາຫຼີໃຕ້ພາຍໃນເດືອນມິຖຸນາຈະມາເຖິງນີ້.
ດັ່ງເຈົ້າໜ້າທີ່ຜະແນກ ແຮງງານ ແລະສະຫວັດດີການສັງຄົມ ແຂວງໄຊຍະບຸລີທ່ານນຶ່ງ ໄດ້ກ່າວກັບວິທະຍຸເອເຊັຽເສຣີ ໃນວັນທີ່ 20 ມິນາ 2024 ນີ້ວ່າ:
“ໄປເຮັດວຽກຢູ່ເກົາຫຼີປະມານມິຖຸນາ ໃນເດືອນຖັດໄປພຸ້ນແຫຼະເນາະ ຊິໄດ້ກຽມເອກະສານນຳສົ່ງ ເພາະວ່າແຮງງານພວກເຮົາສ່ວນຫຼາຍ ຍັງບໍ່ທັນມີພາສປອດເທື່ອນ່າ ດຽວນີ້ຫັ້ນນ່າມັນຄາຢູ່ຈຸດນີ້ຫັ້ນລະ ເຮົາອີງໃສ່ຄວາມຕ້ອງການຂອງເກົາຫຼີພຸ້ນເນາະ ເພິ່ນກໍແຈ້ງມາທາງກະຊວງແຮງງານ ໄປເຮັດວຽກກະສິກຳນີ້ນ່າ ມັນເຮັດວຽກການປູກຜັກນີ້ນ່າ ບໍລິສັດຜັກເກັບໝາກໄມ້ ໄປນີ້ປະມານຫ້າເດືອນເນາະ ບໍ່ຕ້ອງການພາສາ.”
ເຈົ້າໜ້າທີ່ແຮງງານທ່ານນີ້ກ່າວຕື່ມວ່າ ຈາກການຄັດເລືອກ ຜົນປະກົດວ່າ ມີຄົນງານຊາຍຫຼາຍກວ່າຄົນງານຍິງ ເພາະວ່າ ວຽກກະສິກຳ ເປັນວຽກໜັກ.
“ແຮງງານຊາຍນີ້ເປັນຈຳນວນຫຼາຍກວ່າຈຳນວນແຮງງານຍິງ ສ່ວນໃຫຍ່ເນາະໄປເຮັດວຽກກະສິກຳນີ້ ມັນຈະຂ້ອນຂ້າງວຽກກໍຈະໜັກຫັ້ນແຫຼະ ວຽກການກະເສດນີ້ນ່າ ຄ່າໃຊ້ຈ່າຍນີ້ປະມານ 2,200 ໂດລ້າຣ໌ ໄລຍະຫ້າເດືອນ ສະຖາບັນການເງິນເພິ່ນສຳຮອງທຶນໃຫ້ ເພິ່ນໄລ່ເປັນດອກເບັ້ຍປະມານ 1.4 ສ່ວນ້ອຍຕໍ່ເດືອນ.”
ຊາວເມືອງແກ່ນທ້າວຜູ້ນຶ່ງ ກໍເຫັນວ່າ ຄົນລາວຢູ່ເມືອງແກ່ນທ້າວ ສ່ວນຫຼາຍເປັນຊາວໄຮ່ຊາວນາ ໃນເມື່ອໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ ກໍຖືວ່າ ເປັນການດີ.
“ມັນດີຢູ່ ມີວຽກງານທຳອະ ໄປພຸ້ນກໍໄດ້ຫຼາຍເດ່ ມັນໄດ້ຫຼາຍກວ່າ ຄົນເມືອງແກ່ນທ້າວ ໄປບາງສ່ວນຊື່ໆ ເຂົາຂັດໄປອ່າ ກະບໍ່ຫຼາຍ ຂັດເອົາແຕ່ສຸຂະພາບຕິ ສຸຂະພາບດີ ເຂົາກໍປູກເຂົ້າ ຍາມແລ້ງເຂົາກໍໄປປູກມັນຕົ້ນຈັງຊິແຫຼະ.”
ຊາວລາວຢູ່ແຂວງໄຊຍະບຸລີອີກຜູ້ນຶ່ງ ກໍເຫັນວ່າ ເປັນການດີທີ່ຄົນລາວໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້
“ກະເປັນການດີທີ່ສຸດແລ້ວເນາະ ເພື່ອບໍ່ໃຫ້ແຮງງານລາວຫວ່າງນ່າເນາະ ເພາະວ່າຊອກວຽກງານທຳກໍຫາຍາກຢູ່ຂັ້ນຕ່ຳ ລ້ານຫ້າເບາະ ບາງບ່ອນກໍ່ສອງລ້ານປາຍ ຕ່ຳລະເນາະ ຖືວ່າບໍ່ພໍກິນແຫຼະເນາະ.”
ຊາວໄຊຍະບຸລີ ອີກຜູ້ນຶ່ງເວົ້າວ່າ ທ່ານເອງກໍເປັນລັດຖະກອນ ໄດ້ເງິນເດືອນພຽງແຕ່ສອງລ້ານກີບ ບໍ່ພໍກິນ; ສະນັ້ນ ຄົນລາວຫຼາຍຄົນ ຈຶ່ງຢາກໄປເຮັດວຽກຢູ່ບ່ອນທີ່ໄດ້ເງິນເດືອນຫຼາຍກວ່າ:
“ເຂົາເຈົ້າໄປ ເຂົາເຈົ້າກໍບໍ່ມີວຽກເຮັດ ເຂົາເຈົ້າກໍໄປ ຖ້າເຂົາເຈົ້າຢູ່ລາວ ເຂົາເຈົ້າບໍ່ມີບ່ອນທຳມາຫາກິນຕິເບາະຫຼືວ່າ ເງິນເດືອນໜ້ອຍຫັ້ນແຫຼະ ແຕ່ເງິນເດືອນເອື້ອຍນີ້ ກໍຍັງເງິນເດືອນນີ້ ສອງລ້ານ ມີຄົນໄປແລ້ວ ເຂົາເຈົ້າເວົ້າວ່າ ມັນກະຄຸ້ມຄ່າເດ່ ເຂົາເຈົ້າກໍມີເງິນເຫຼືອເດ່.”
ນອກຈາກເກົາຫຼີໃຕ້ ຄົນງານລາວສ່ວນຫຼາຍ ຍັງມັກໄປເຮັດວຽກຢູ່ປະເທດໄທ ແລະຍີ່ປຸ່ນ.