ເຣື້ອງທີ່ເກັບບັນທຶກໄວ້
2024-05-29
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເປີດໃຊ້ ໃນເດືອນພະຈິກປີນີ້, ແຕ່ຊາວບ້ານຈົ່ມວ່າ ຄ່າຊົດເຊີຍທີ່ດິນໜ້ອຍເກີນໄປ ຖ້າທຽບໃສ່ລາຄາດີນໃນປັດຈຸບັນ.
2024-05-28
ຍັງມີຄົນລາວຈໍານວນຫຼາຍ ຕົກເປັນເຫຍື່ອ ຂອງຂະບວນການຊັກຊວນ ໃຫ້ລົງທຶນທາງອອນລາຍ ໃນຮອບ 1-2 ປີ ຜ່ານມາ ຊຶ່ງດຳເນີນການໂດຍກຸ່ມບຸກຄົນທີ່ໃສ່ຊື່ວ່່າ ຊີເລັກຊັນລາວ ໂດຍຜູ້ສະມັກຈະຕ້ອງຈ່າຍເງິນເພື່ອເຂົ້າຮ່ວມ ເປັນສະມາຊິກເພື່ອແລກປ່ຽນ ກັບຄ່າຕອບແທນປະມານ 200-2,000 ບາດຕໍ່ມື້.
2024-05-28
ການປ່ຽນແປງຂອງດິນຟ້າອາກາດ ເຊັ່ນໄພແຫ້ງແລ້ງ, ອາກາດຮ້ອນອົບເອົ້າ ເຮັດໃຫ້ຂາດເຂີນນໍ້າ ຈຶ່ງເປັນເຫດປັດໄຈໜຶ່ງ ທີ່ສົ່ງຜົນກະທົບໃສ່ການຜະລິດ, ຊີວິດການເປັນຢູ່ ຂອງປະຊາຊົນ ແລະການພັດທະນາເສດຖະກິດ ຢູ່ລາວ ໂດຍລວມ.
2024-05-24
ບັນຫາວິກິດ ທາງເສດຖະກິດ ຂອງ ສປປ ລາວ ຍັງສືບຕໍ່ຮຸນແຮງຊຶ່ງເຫັນໄດ້ຈາກເງິນກີບອ່ອນຄ່າ ຢ່າງຕໍ່ເນື່ອງ ເມື່ອປຽບທຽບກັບເງິນໂດລ້າຣ໌ສະຫະລັດ ແລະ ເງິນບາດໄທ ຕໍ່ບັນຫາເງິນເຟີ້ດັ່ງກ່າວ ມັນສົ່ງຜົນຕໍ່ການສຳລະໜີ້ ກູ້ຢືມຈາກຕ່າງປະເທດ.
2024-05-24
ລັດຖະບານ ລົ້ມແຫລວໃນການແກ້ໄຂ ໄພເງິນເຟີ້ ແລະການອ່ອນຄ່າ ຂອງເງິນກີບ ເຊິ່ງອັດຕາເງິນເຟີ້ສະເພາະໃນເດືອນເມສາ ສູງເຖິງ 24.92%, ຂະນະທີ່ຕາມເປົ້າໝາຍ ທີ່ລັດຖະບານວ່າງໄວ້ ແມ່ນໃຫ້ຢູ່ໃນລະດັບ 9% ເທົ່ານັ້ນ ໃນປີນີ້.
2024-05-22
ປະເທດລາວ ສົ່ງຄົນງານໄປເຮັດວຽກຢູ່ເກົາຫຼີໃຕ້ຫຼາຍຂຶ້ນ. ໃນໄລຍະສີ່ເດືອນທຳອິດຂອງປີ 2024 ນີ້ ຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ແລ້ວ 3,323 ຄົນ ຫຼາຍກວ່າທຸກໆປີໄລຍະສີ່ປີທີ່ຜ່ານມາ ທີ່ມີຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ປະມານ 850 ຄົນຕໍ່ປີ.
2024-05-20
ແຂວງຫຼວງພຣະບາງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມລະບຽບການ ຈຳນວນນຶ່ງ ໃນວັນທີ 14 ພຶດສະພາ 2024 ນີ້.
2024-05-20
ລາຄາພືດຜັກບາງຊະນິດ ຢູ່ຕາມທ້ອງຕະຫລາດ ເລີ່ມສູງຂຶ້ນ ເຊັ່ນ ຜັກຫອມປ້ອມ ແຕ່ກ່ອນ ລາຄາປະມານ 60,000 ກີບ ຕໍ່ກິໂລກະຣາມ ແຕ່ປັດຈຸບັນ ລາຄາສູງເຖິງ 160,000 ກີບ ຕໍ່ກິໂລກະຣາມ.
2024-05-20
ລາວ ມີມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມການນໍາເຂົ້າ-ສົ່ງອອກ ໄຟຟ້າ ບັນລຸໄດ້ 3,680 ລ້ານໂດລ້າຣ໌ສະຫະລັດ ໃນນັ້ນມູນຄ່າການສົ່ງອອກບັນລຸ ໄດ້ 1,685 ລ້ານໂດລ້າຣ໌ ສ່ວນມູນຄ່າການນໍາເຂົ້າບັນລຸ 1,994 ລ້ານໂດລ້າຣ໌.
2024-05-17
ປະຊາຊົນ ຍັງໃຊ້ຊີວິດການເປັນຢູ່ລໍາບາກ ຍ້ອນສະພາບເສດຖະກິດ ໃນປັດບັນ ທີ່ບໍ່ມີທ່າທີວ່າ ຈະດີຂຶ້ນ.
2024-05-17
ສື່ມວນຊົນລາວລາຍງານວ່າ ບໍລິສັດ ຊິໂນເປັກ (SINOPEC) ເຊິ່ງເປັນບໍລິສັດນໍ້າມັນເຊື້ອໄຟ ແລະ ເປໂຕຣເຄມີຈາກປະເທດຈີນ ກຽມເຂົ້າມາເປັນຜູ້ໃຫ້ບໍລິການນໍ້າມັນ ເຊື້ອໄຟໃນປະເທດລາວ ລວມເຖິງການເປີດປໍ້ານໍ້າມັນ ດ້ວຍແຕ່ຍັງບໍ່ທັນມີລາຍລະອຽດວ່າ ຈະເປີດກິດຈະການເມື່ອໃດ.
2024-05-17
ຊາວບ້ານ 59 ຄອບຄົວຢູ່ບ້ານຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ອາໄສຢູ່ໃກ້ກັບສະໜາມກັອຟ ບູຢອງ ຫຼື ສະໜາມກັອຟຊີເກມຫຼັກ 16 ມາຮອດປະຈຸບັນຊາວບ້ານຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ ແລະ ຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນຄ່າຊົດເຊີຍມື້ໃດ.
2024-05-16
ພາກທຸລະກິດໃນລາວ ກໍາລັງພິຈາລະນາປັບຂຶ້ນຄ່າແຮງງານ ເພື່ອໃຫ້ສອດຄ່ອງກັບອັດຕາເງິນກີບເຟີ້ ແລະຄ່າຄອງຊີບໃນປັດຈຸບັນ ທີ່ສູງຂຶ້ນນໍາເລື້ອຍໆ ເຊິ່ງໄດ້ສະເໜີຂຶ້ນເງິນເດືອນຂັ້ນຕໍ່າ, ຄ່າເຮັດວຽກລ່ວງເວລາ ແລະຄ່າສະວັດດິການຕ່າງໆ ໃຫ້ຄົນງານ ເພື່ອດຶງດູດ ຄົນງານລາວ ເຮັດວຽກນໍາ ແລະແກ້ໄຂບັນຫາການຂາດເຂີນແຮງງານຢູ່ລາວ.
2024-05-16
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ຂອງລັດ ແລະເອກກະຊົນ ໃນເຂດເມືອງໄຊທານີ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ໂດຍສະເພາະ ໂຄງການກໍ່ສ້າງທາງດ່ວນເລກ 1 ນະຄອນຫລວງວຽງຈັນ.
2024-05-15
ຊາວບ້ານ ສະຫວ່າງ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ຈໍານວນ 47 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ 1 ໄດ້ຮັບຄ່າຊົດເຊີຍງວດທີ 3 ແລ້ວ ຈາກທາງການແຂວງວຽງຈັນ.