ຊາວບ້ານ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການສະໜາມກັອຟ “ບູຢອງ”
2024.05.17
ຊາວບ້ານ 59 ຄອບຄົວຢູ່ບ້ານຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ອາໄສຢູ່ໃກ້ກັບສະໜາມກັອຟ ບູຢອງ ຫຼື ສະໜາມກັອຟຊີເກມຫຼັກ 16 ມາຮອດປະຈຸບັນຊາວບ້ານຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍເທື່ອ ແລະ ຍັງບໍ່ມີທ່າທີວ່າຈະໄດ້ຮັບເງິນຄ່າຊົດເຊີຍມື້ໃດ.
ດັ່ງຊາວບ້ານເມືອງໄຊທານີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 07 ພຶດສະພານີ້ວ່າ:
“ໂອ້ຍບໍ່ໄດ້ດອກຍາມໃດບູລະນີ້ ມັນບໍ່ເໜັງບໍ່ຕິງຫຍັງເລີຍກາມິດຈັດເລີຍ. ຊິໄປຟ້ອງເອງຢູ່ໃສລະຊິໄປເວ້າຢູ່ໃສລະບາດນີ້. ມັນບໍ່ທັນໄດ້ມີຮອດຂ່າວອອກມານ່າ. ເງິນຫ່ວງນີ້ທາງເມືອງກາບໍ່ເຫັນວ່າເປີດກອງປະຊຸມໄປຕາມໄປສ່ອງແສງ ກາບໍ່ມີລາຍເວົ້າເລື່ງເງິນເລີຍນ່າ.”
ຊາວບ້ານກ່າວຕື່ມວ່າ ເລື່ອງການຊົດເຊີຍເງິນໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົນກະທົບສູນເສຍ ທີ່ດິນໃຫ້ກັບສະໜາມກັອຟ ບູຢອງ ນີ້ແມ່ນໄດ້ໄກ່ເກ່ຍກັນມາຕັ້ງແຕ່ປີ 2014 ຈົນມາຮອດປະຈຸບັນກາຍັງໄກ່ເກ່ຍບໍ່ສຳເລັດ ເພາະຊາວບ້ານເຫັນວ່າ ມູນຄ່າຊົດເຊີຍທີ່ທາງການລາວ ປະເມີນໃຫ້ນັ້ນແມ່ນຕໍ່າກ່ວາ ລາຄາຕະຫຼາດ ຫຼືລາຄາຊື້-ຂາຍໃນປະຈຸບັນ.
ສ່ວນຄະນະກໍາມະການ ກ່ຽວຂ້ອງ ແລະ ການຊົດເຊີຍຂອງໂຄງການ ລະບຸວ່າປະເພດດິນປ່າເປົ່າຫວ່າງ ຈະຊົດເຊີຍໃຫ້ປະມານ 10 ລ້ານກີບ ຕໍ່ເຮັກຕ້າຣ໌, ດິນນາປະມານ 30 ລ້ານກີບຕໍ່ເຮັກຕ້າຣ໌ ແລະດິນປຸກສ້າງຈະຊົດເຊີຍ ຕາມການປະເມີນຕົວຈິງ ແຕ່ຊາວບ້ານເຫັນວ່າມູນຄ່າ ການປະເມີນຕ້ອງບໍ່ຕໍ່າກ່ວາ 500 ລ້ານກີບໄປຈົນເຖິງ 1 ຕື້ກີບຕໍ່ເຮັກຕ້າຣ໌ ເຖິງຈະເໝາະສົມ.
ທາງດ້ານຊາວບ້ານ ໃນເມືອງໄຊທານີກ່າວວ່າສາເຫດທີ່ຊາວບ້ານ ຈໍານວນ 59 ຄອບຄົວບໍ່ຍອມຮັບເອົາຄຄ່າຊົດເຊີຍ ຍ້ອນວ່າທາງການລາວ ແລະ ບໍລິສັດຜູ້ພັດທະນາໂຄງການ ໃຫ້ເງິນຊົດເຊີຍຕໍ່າ ບໍ່ເໝາະສົມ. ເຖິງວ່າຈະຜ່ານມາຫຼາຍປີແລ້ວ ແຕ່ຊາວບ້ານກໍ່ຍັງບໍ່ຍອມຮັບເອົາເງິນຄ່າຊົດເຊີຍ. ປະຈຸບັນການຄ່າຊົດເຊີຍກາຂ້ອນຂ້າງມິດງຽບໄປ.
ດັ່ງຊາວບ້ານທ່ານກ່າວກ່າວ ເຖິງສາເຫດຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ກາແມ່ນບໍ່ຍອມຮັບເອງຄ່າຊົດເຊີຍແບບມັນຖືກ ກວມດິນສະຫງວນແດ່ແລ້ວແບບປະຊາຊົນໄປຢູ່ແດ່ ແຕ່ດຽວນີ້ກາຢາກງຽບແດ່ແຫຼະ.”
ເຈົ້າໜ້າທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ ທີ່ດິນໃນເຂດສະໜາມກິລາແຫ່ງຊາດ ແລະ ສະໜາມກັອຟ ບູຢອງ ຫຼັກ 16 ແມ່ນຖືກກຳນົດໃຫ້ເປັນເຂດເສດຖະກິດພິເສດ ຂອງນະຄອນຫຼວງວຽງຈັນເຊີ່ງທາງການລາວ ສາມາດຈະນໍາໄປປ່ອຍເຊົ່າ, ສຳປະທານ ໄດ້ຖ້າມີໂຄງການໃດສົນໃຈ ທີ່ຈະເຂົ້າມາລົງທຶນ.
ແຕ່ກ່ອນທີ່ຈະກໍານົດໃຫ້ ເປັນເຂດເສດຖະພິເສດກໍ່ໄດ້ມີຊາວບ້ານ ຈໍານວນໜຶ່ງເຂົ້າໄປທໍາມາຫາກີນ, ສ້າງບ້ານເຮືອນຢູ່ອາໃສ ແລະຈັບຈອງເອົາໄວ້ເຊີ່ງມີທັງຄອບຄົວ ທີ່ມີໃບຕາດິນ ແລະ ບໍ່ມີໃບຕາດິນ ໂດຍແນວທາງໃນການແກ້ໄຂ ກາຄືທາງການລາວຕ້ອງໄດ້ຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານເລົ່ານັ້ນແຕ່ຊາວບ້ານກໍ່ບໍ່ຍອມຮັບເອົາຄ່າຊົດເຊີຍ ເພາະເຫັນວ່າມູນຄ່າຕໍ່າຫຼາຍບໍ່ເໝາະສົມ ຈົນກາຍເປັນຂໍ້ຂັດແຍ່ງມາເຖິງປະຈຸບັນ.
ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະການຄ້າທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມືດຽວກັນວ່າ:
“ແຖວນັ້ນມັນເປັນດິນໂຄກມີບັນຫາ ເລື່ອງການຊົດເຊີຍປະຊາຊົນຫັ້ນແຫຼະ ລັດກາບໍ່ມີງົບຊິໄປຊົດເຊີຍໃຫ້ປະຊາຊົນຫັ້ນ ແຕ່ໃຫ້ປະຊາຊົນເຂົາອອກເຂົາກາບໍ່ອອກແລ້ວເນາະ ເຂົາຢູ່ຫັ້ນກ່ອນເຈົ້າກຳນົດ.”
ເຈົ້າໜ້າທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນກ່າວວ່າ ເລື່ອງນີ້ເກີດຂຶ້ນມາດົນແລ້ວ ແຕ່ກາຍັງບໍ່ສາມາດແກ້ໄຂແລະໄດ່ເກ່ຍໄດ້ເທື່ອ ເພາະຊາວບ້ານເລົ່ານັ້ນຢັ້ງຢືນໜັກແໜັ້ນວ່າ ຈະບໍ່ຍອມຮັບເອົາເງິນຄ່າຊົດເຊີຍຫາກບໍ່ເໝາະສົມ ແລະບໍ່ຍຸຕິທຳເຊີ່ງສະພາປະຊາຊົນ ນະຄອນຫຼວງວຽງຈັນ ກໍ່ຕິດຕາມຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ຢ່າງຕໍ່ເນື່ອງແຕ່ຍັງບໍ່ທັນສຳເລັດ.
ດັ່ງເຈົ້າທີ່ ສະພານະຄອນຫຼວງວຽງຈັນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ມີແຕ່ສະພາເຮົານີ້ ຈະເປັນຜູ້ຊຸກຍູ້ໃຫ້ຫ້ອງການປົກຄອງຫັ້ນແຫຼະ ແກ້ໄຂໃຫ້ຜູ້ຖືກຜົນກະທົບ ຊົດເຊີຍໃຫ້ປະຊາຊົນ.”
ໃນວັນທີ 10 ພຶດສະພາ 2024 ຜ່ານມາ ທ່ານນາງ ບົວລີ ແກ້ວມະນີວັນ ຫົວໜ້າຄະນະ ສະມາຊິກສະພາປະຊາຊົນ ປະຈຳເຂດເມືອງໄຊທານີ ແລະ ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ກໍໄດ້ແນະນໍາໃຫ້ທາງການເມືອງໄຊທານີ ແລະ ພາກສ່ວນທີກ່ຽວຂ້ອງເລັ່ງແກ້ໄຂບັນຫາ ການຈ່າຍເງິນຊົດເຊີຍ ທີ່ຊັກຊ້າ ແລະບໍ່ເໝາະສົມໃນໂຄງການ ພັດທະນາສະໜາມກັອຟ ບູຢອງ ໃຫ້ກັບຊາວບ້ານຈຳນວນ 59 ຄອບຄົວ.
ໂຄງການສະໜາດກັອຟ ບູຢອງ ຫຼື ສະໜາມກັອຟ ຊີເກມສ໌ ແມ່ນໄດ້ຮັບການພັດທະນາໂດຍ ກຸ່ມບໍລິສັດ ບຸຢອງ ປະເທດເກົາຫຼີໃຕ້ ແລະ ປະຈຸບັນກາໄດ້ເປີດທະນາຄານ ທຸລະກິດ ໃນລາວພາຍໃຕ້ຊື່ ທະນາຄານ ບູຢອງ ລາວຈຳກັດ ແຕ່ບໍ່ມີການເປີດລາຍລະອຽດ ກ່ຽວກັບໂຄງການລົງທຶນຕ່າງໆໃນລາວ.