ຕຽມເປີດໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5
2024.05.29
ປັດຈຸບັນ, ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຊຶ່ງເປັນຂົວຂ້າມແມ່ນ້ຳຂອງ ເຊື່ອມຕໍ່ລະຫວ່າງແຂວງບໍລິຄຳໄຊ ຂອງລາວ ແລະແຂວງບຶງການຂອງໄທ ໄດ້ສຳເລັດຫຼາຍກວ່າ 80% ແລ້ວ ຄາດວ່າ ຈະສຳເຫຼັດຮ້ອຍສ່ວນຮ້ອຍ ແລະຈະເປີດໃຊ້ ໃນເດືອນພະຈິກ ປີ 2024 ນີ້. ສ່ວນກ່ຽວກັບຄ່າຊົດເຊີຍ, ທາງການແຂວງບໍລິຄຳໄຊ ໄດ້ໃຫ້ຄ່າຊົດເຊີຍໄປແລ້ວ ທັງໝົດປະມານ 50 ຄອບຄົວ ທີ່ເສຍທີ່ດິນ ໃຫ້ແກ່ໂຄງການກໍ່ສ້າງຂົວດັ່ງກ່າວ ແຕ່ຊາວບ້ານຈົ່ມວ່າ ຄ່າຊົດເຊີຍທີ່ໄດ້ມາ ໜ້ອຍຫຼາຍ ໜ້ອຍເກີນໄປ ຖ້າທຽບໃສ່ລາຄາດີນໃນປັດຈຸບັນ. ກ່ຽວກັບເລື່ອງນີ້, ຊາວບ້ານ ຜູ້ໜຶ່ງ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ກກັບຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶດສະພາ 2024 ນີ້ວ່າ.
“ຊົດເຊີຍເໝິດແລ້ວແຫຼະ ຈຶ່ງສ້າງໄດ້. ສ່ວນຫຼາຍຈະເປັນດິນສວນ, ດິນສວນ ດິນອັ່ນນັ້ນ. ຖ້າວ່າເປັນເຮືອນເປັນອັ່ນນີ້ກະ ຊົດເຊີຍບໍ່ໄຫວຕົວະ ຄັນວ່ານ່າ. ສ່ວນຫຼາຍມັນຈະເປັນດິນສວນໝົດແຖວນັ້ນນ່າ. ແຖວກາຍຂົວລົງໄປພຸ້ນນ່າ ກາຍຂົວຂຶ້ນໄປທາງອັ່ນນ່າ ປາກຄວາຍ ກາຍຂຶ້ນໄປພຸ້ນ.”
ຊາວບ້ານ ອີກນາງໜຶ່ງ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ກ່າວວ່າ ທີ່ດິນສຳລັບໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ນີິ້ ເປັນດິນຂອງປະຊາຊົນທັງໝົດ ໂດຍລັດໄດ້ເວນຄືນທີ່ດິນດັ່ງກ່າວ ແລະ ໃຫ້ເງິນຄ່າຊົດໃຊ້ ຕາມລະບຽບການ, ແຕ່ວ່າ ຈຳນວນເງິນຊົດເຊີຍທີ່ຈ່າຍໃຫ້ຊາວບ້ານເຈົ້າຂອງທີ່ດິນ ຈະແຕກຕ່າງກັນໄປ ຂຶ້ນຢູ່ກັບການຕໍ່ລອງລະຫວ່າງຊາວບ້ານ ກັບເຈົ້າໜ້າທີ່ກ່ຽວຂ້ອງ.
“ອັ່ນບໍ່, ດິນປະຊາຊົນນີ້ແຫຼະ ເພິ່ນກະຊື້ບໍ່ ຫຼືວ່າສຳປະທານຫັ້ນລະ ແລະກະຊົດໃຊ້ນ່າ. ແມ່ນ, ບາງຄົນກະໄດ້ໜ້ອຍໄດ້ຫຼາຍ ຂຶ້ນກັບຄັນຄົນແລ່ນເອົາຫັ້ນແຫຼະ. ບໍ່ໆ ແມ່ນແລ້ວ, ເພາະວ່າເວລາເຂົາເຈົ້າຕັດທາງໄປຫັ້ນໄປ ຄັນຖືກ ຄັນຖືກດິນໃຜ ເຂົາເຈົ້າກະຊົດໃຊ້ໃຫ້ເດ້.”
ວິທຍຸເອເຊັຽເສຣີ ລາຍງານ ໃນເດືອນມິຖຸນາ ປີ 2023 ທີ່ຜ່ານມາວ່າ ທາງການແຂວງບໍລິຄຳໄຊ ໄດ້ຈ່າຍຄ່າຊົດເຊີຍ ແກ່ຊາວບ້ານ ຜູ້ສູນເສຍທີ່ດິນໃຫ້ແກ່ໂຄງການ ກໍ່ສ້າງຂົວແຫ່ງນີ້ ລວມມູນຄ່າທັງໝົດກວ່າ 5 ຕື້ປາຍກີບ ຕັ້ງແຕ່ເດືອນພຶດສະພາ ປີ 2023. ໂດຍຊາວບ້ານ ໄດ້ຮັບເງິນຄ່າຊົດເຊີຍ ໃນອັດຕາ 1,200 ກີບ ຕໍ່ຕາແມັດ ຊຶ່ງຖືວ່າຕ່ຳຫຼາຍ, ແຕ່ຊາວບ້ານ ກໍບໍ່ສາມາດຄັດຄ້ານຫຼືຕໍ່ລອງໄດ້.
ໃນຂະນະດຽວກັນ ນັກລົງທຶນຊາວຕ່າງປະເທດ ໂດຍສະເພາະຊາວຈີນ ແລະ ຫວຽດນາມ ກໍເຂົ້າມາຊອກຫາທີ່ດິນ ໃນເຂດບ້ານກ້ວຍອຸດົມ ແລະ ບ້ານນ້ຳງຽບ ເມືອງປາກຊັນ ແຂວງບໍລິຄຳໄຊ ໃກ້ໆກັບຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເພື່ອສ້າງເປັນສາງສິນຄ້າ ຍ້ອນວ່າ ຂົວດັ່ງກ່າວ ຈະສາມາດເຮັດໃຫ້ການຂົນສົ່ງສິນຄ້າທາງບົກ ລະຫວ່າງຈີນ, ຫວຽດນາມ ລາວ ແລະ ໄທ ໄວຂຶ້ນ, ເຮັດໃຫ້ລາຄາທີ່ດິນ ໃນຂົງເຂດດັ່ງກ່າວ ແພງຂຶ້ນຕື່ມຫຼາຍເທົ່າ.
ດັ່ງທີ່ ຊາວບ້ານ ອີກຜູ້ໜຶ່ງ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ກ່າວວ່າ:
“ສ່ວນຫຼາຍຈີນ. ເຂົາຈະເປັນແບບນາຍທຶນນັ້ນນ່າ. ນາຍທຶນແບບເອົາສິນຄ້າມາແຕ່ຈີນ ມາຜ່ານໄທ ແລະກະຂ້າມມາລາວ ລັກສະນະແບບນີ້ນັ້ນນ່າ. ວ່າແຫຼະເນາະ ມັນກະບາງບ່ອນ ມັນກະບາງເທື່ອມາທາງປາກຊັນນີ້ ມັນໃກ້ກວ່າເດ້. ໄລຍະທາງມັນໃກ້ກວ່າ ເຂົາເຈົ້າກະມາທາງນີ້. ສ່ວນຫຼາຍລະແມ່ນຈີນແຫຼະ ເພາະວ່າທິດແລ້ວນີ້ກະ ເຂົາເຈົ້າກະລົງມາເບິ່ງວ່າ ປະຊຸມທາງອັ່ນ ສະພາບໍລິຫານ ເພິ່ນເບິ່ງ ເພິ່ນຊິໃຫ້ຄຳຕອບລົງມາ.”
ກ່ຽວກັບເລື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງບໍລິຄຳໄຊ ເພື່ອສອບຖາມ ກ່ຽວກັບລາຍລະອຽດ ຂອງຄ່າຊົດເຊີຍ ແລະ ການເຂົ້າມາຊື້ທີ່ດິນ ຂອງນາຍທຶນຈີນ ແລະວຽດນາມ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້ເທື່ອ ໃນເວລາອອກຂ່າວນີ້.
ສຳລັບຄວາມຂືບໜ້າ ແລະ ບັນຫາ ທີ່ຕິດພັນກັບໂຄງການກໍ່ສ້າງ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຢູ່ແຂວງບຶງການ ປະເທດໄທນັ້ນ, ທ່ານ ດຣ. ສຸຣິຍານົນ ພົນສິມ, ອາຈານຈາກມະຫາວິທະຍາໄລຂອນແກ່ນ ປະເທດໄທ ຜູ້ທີ່ໄດ້ສຶກສາ ກ່ຽວກັບແຜນນະໂຍບາຍ ການພັດທະນາແຂວງບຶງການຂອງໄທ ໄດ້ກ່າວກັບວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສຳລັບບັນຫາ ການຈ່າຍຄ່າຊົດເຊີຍທີ່ດິນ ຢູ່ເບື້ອງໄທນັ້ນ ໄດ້ເປັນໄປຕາມລະບຽບການ. ໂດຍທາງການໄທ ໄດ້ຈ່າຍເງິນຄ່າຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານຜູ້ສູນເສຍທີ່ດິນ ໃນແຂວງບຶງການ ຮຽບຮ້ອຍແລ້ວ.
“ເລື່ອງເວນຄືນນີ້ ບໍ່ມີບັນຫາ ມັນກະຕາມລະບຽບ. ເຂົ້າໃຈວ່າປະມານ 600 ກວ່າໄລ່ມ້າງ ໃຊ້ເງິນຫຼາຍພັນລ້ານ (ຕື້ບາດ) ຄືກັນ ທີ່ເວນຄືນ ເພາະວ່າ ທີ່ໝ່ອງຫັ້ນນີ້ ເຂົາກໍຊິເວນຄືນໄປເຮັດສະໜາມບິນຕໍ່ ສ່ວນຖະໜົນຕໍ່ຂະຫຍາຍ ຈາກຕົວຂົວສະພານ ໄປສະໜາມບິນ ຕໍ່ອີກຕ່າງຫາກ ຫຼາຍພັນໄລ່ຢູ່ທີ່ຊິເວນຄືນຢູ່ແຖວໆ ນັ້ນ. ສະເພາະເວນຄືນທີ່ດິນ ສ້າງສະພານແຫ່ງທີ 5 ນີິ້ ບໍ່ເຫັນມີບັນຫາອີ່ຫຍັງ. ແຕ່ວ່າເລື່ອງທີ່ມີບັນຫາ ເຫັນແຕ່ມີເລື່ອງຫຼ້າຊ້າກວ່າກຳໜົດໜ້ອຍໜຶ່ງ.”
ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທຍ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ມີມູນຄ່າໂຄງການລວມ ປະມານ 3.64 ຕື້ບາດ. ໃນນັ້ນ ລັດຖະບານລາວ ໄດ້ກູ້ຢືມເງິນດອກເບ້ຍຕ່ຳ ຈາກສຳນັກງານ ຄວາມຮ່ວມມືການພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ, ກະຊວງການເງິນ ຂອງໄທ ເປັນຈຳນວນ 1.38 ຕື້ບາດ ເພື່ອໃຊ້ເປັນງົບປະມານ ໃນການກໍ່ສ້າງຂົວ, ຫົນທາງ, ອາຄານດ່ານສາກົນ ແລະ ສາງສິນຄ້າໃນຝັ່ງລາວ.
ທາງການລາວ ມີແຜນຈະກໍ່ສ້າງ ທາງອ້ອມເມືອງປາກຊັນ ຕໍ່ໃສ່ ທາງຫຼວງເລກທີ 13 ໃຕ້ ແລະ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເພື່ອຮອງຮັບການຂະຫຍາຍໂຕໃນດ້ານການຄົມມະນາຄົມຂົນສົ່ງ ໃນອະນາຄົດ. ເຊັ່ນດຽວກັນ, ທາງການໄທ ກໍຈະສ້າງສະໜາມບິນບຶງການ ໃກ້ກັບຫົວຂົວມິດຕະພາບເບື້ອງໄທ ແລະຈະສ້າງທາງຫຼວງ ຈາກແຂວງບຶງການ ໄປຫາແຂວງອຸດອນທານີ ເພື່ອຮອງຮັບການເດີນທາງ ທີ່ຄາດວ່າ ຈະເພິ້ມຂື້ນເລື້ອຍໆໃນອານາຄົດ ຜ່ານຂົວມິດຕະພາບແຫ່ງທີ່ຫ້າດັ່ງກ່າວ.