ແຂວງວຽງຈັນ ຊົດເຊີຍຊາວບ້ານ ທີ່ກະທົບ ຈາກໂຄງການທ່ອງທຽວ
2024.05.15
ຊາວບ້ານ ສະຫວ່າງ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ຈໍານວນ 47 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ຢູ່ໜ້າເຂື່ອນນໍ້າງື່ມ 1 ໄດ້ຮັບຄ່າຊົດເຊີຍງວດທີ 3 ແລ້ວ ຈາກທາງການແຂວງວຽງຈັນ.
ຊາວບ້ານໄດ້ຮັບຄ່າຊົດເຊີຍ ໃນຕົ້ນເດືອນພຶດສະພາ 2024 ທີ່ຜ່ານມາ, ແຕ່ຄ່າຊົດເຊີຍດັ່ງກ່າວ ກໍຍັງບໍ່ເໝາະສົມກັບເວລາທີ່ເຂົາເຈົ້າເສຍໄປ ຍ້ອນວ່າ ໄລຍະກໍ່ສ້າງໂຄງການໃຊ້ເວລາ 3 ປີ ດົນກ່ອນເວລາທີ່ກໍານົດເອົາໄວ້ເຖິງ 18 ເດືອນ.
ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກໂຄງການ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ພຶດສະພາ ວ່າ:
“ດຽວນີ້ນ່າ ຂະເຈົ້າຊົດເຊີຍ ກະໄດ້ໜ້ອຍໜຶ່ງນ່າ, ກໍ່ສ້າງນີ້ ປົກກະຕິມັນ 18 ເດືອນ ເດ້. ອັນນີ້ ມັນພັດເກືອບ 3 ປີ ແລ້ວເດ້ ເພາະວ່າ ບໍ່ມີລາຍໄດ້ແມ່ນຫຍັງເດ້ ຊົດເຊີຍຂະເຈົ້າກະ ທີ່ຜ່ານມາ ມັນບໍ່ໄດ້ຊໍ່າຄືເຮົາແລ່ນເນາະ [ແລ່ນເຮືອນ] ບາດຊົດເຊີຍແລ້ວບໍ່ໃຫ້ເຮົາແລ່ນ. ມັນກະບໍ່ໄດ້ກິນວ່າຊັ້ນຊາ ເຮົາຫາປາເບາະ ແມ່ນຫຍັງນີ້ກະ ລາຍໄດ້ມັນກະບໍ່ຄືກັນນ່າ.”
ນາງ ກ່າວອີກວ່າ ສໍາລັບເງິນຊົດເຊີຍ ທີ່ຊາວບ້ານໄດ້ຮັບມານັ້ນ ສະເລັ່ຍຢູ່ປະມານ 10 ລ້ານ ກີບ ໄປເຖິງ 100 ລ້ານ ກີບ ສ່ວນກຸ່ມຜູ້ປະກອບການຮ້ານອາຫານ, ເຮືອນແພ ກໍໄດ້ເງິນຄ່າຊົດເຊີຍ ສູງຂຶ້ນອີກ ເພາະມີມູນຄ່າ ທາງທຸລະກິດ.
ໄລຍະການດໍາເນີນການກໍ່ສ້າງນັ້ນ ທາງການລາວ ຫ້າມໃຫ້ລ່ອງເຮືອ, ຫ້າມຫາປາ ບໍ່ໃຫ້ຊາວບ້ານຂຶ້ນໄປໜ້າເຂື່ອນຢ່າງເດັດຂາດ.
ເຖິງວ່າ ຊາວບ້ານຈະໄດ້ຮັບຄ່າຊົດເຊີຍ ແຕ່ ຊາວບ້ານກໍເສຍໂອກາດ ໃນການທໍາມາຫາກິນ ຊຶ່ງເປັນການຂາດລາຍໄດ້ມະຫານສານ.
ຊາວບ້ານອີກ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ພວກແມ່ຄ້າ ແມ່ຂາຍຫັ້ນ ເຂົາຊົດເຊີຍຄ່າເສຍຫາຍ ໃຫ້ໝົດເດ້ ກະບໍ່ໄດ້ມີການຂາຍເຄື່ອງຂາຍ ຂອງແທ້ເດ້ ຮ້ານອາຫານ. ພວກເຮືອແພ ເຂົາກະໄດ້ເປັນຕື້ພຸ້ນແຫຼະ. ບາງຮ້ານ, ເວົ້າງ່າຍໆ ໝົດປີນີ້ພຸ້ນແຫຼະ ມັນຄາເຂົາກໍ່ສ້າງແຫຼະ ເຂົາກໍ່ສ້າງບໍ່ທັນແລ້ວ ແລ້ວເຂົາບໍ່ໃຫ້ຂຶ້ນໄປ.”
ມີການຈັດສັນທີ່ຢູ່ອາໄສ ໃຫ້ຊາວບ້ານ ຢູ່ລຸ່ມເຂື່ອນນໍ້າງື່ມ, ແຕ່ ຊາວບ້ານຈະຕ້ອງສູນເສຍອາຊີບ ແລະ ລາຍໄດ້ຈາກການຂາຍປາ ນັບແຕ່ມີໂຄງການກໍ່ສ້າງເຂົ້າມາ.
ສ່ວນວ່າ ເຮືອນພັກ, ໂຮງແຮມ ທີ່ຢູ່ເຂດດັ່ງກ່າວ ກໍບໍ່ມີແຂກເຂົ້າມາພັກເຊົາ. ຊາວບ້ານແສງສະຫວ່າງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ພຶດສະພາ ວ່າ:
“ດຽວນີ້ ຂະເຈົ້າກະຍົກຍ້າຍອອກມາຢູ່ລຸ່ມພີ້. ເຂົາຈັດສັນໃໝ່ ຈັດສັນບ່ອນຢູ່ ບ່ອນເຊົາໃໝ່, ຍັງປິດຢູ່ເດ້ເຈົ້າ ແຕ່ເຮົາມີບ້ານພັກ.”
ປັດຈຸຸບັນນີ້ ບໍ່ມີແຂກ ແລະ ບໍ່ມີນັກທ່ອງທ່ຽວເຂົ້າມາພັກເຊົາຢູ່ບ້ານພັກ. ຜູ້ປະກອບການບ້ານພັກ ແຫ່ງໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ບໍ່ໄດ້ອາຍ ຮ້ານບໍ່ໄດ້ ຂະເຈົ້າບໍ່ໄລ່ໃຫ້ລີຍນ່າ ແຕ່ກະຂະເຈົ້າໃຫ້ເປີດປົກກະຕິ ແຕ່ເຮືອນກະຍັງອອກບໍ່ໄດ້ເທື່ອ ກະຢາກມິດມິດໜ້ອຍໜຶ່ງ ເພາະວ່າ ຂະເຈົ້າກະອອກເຮືອນ ບໍ່ໄດ້ຫັ້ນນ່າ ອ້າຍ ແຕ່ວ່າ ຕົ້ນເດືອນນີ້ບໍ່ແນ່ໃຈຄືກັນ.”
ສໍາລັບຜົນກະທົບດ້ານສັງຄົມ ຂອງໂຄງການພັດທະນາ ໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ແມ່ນມີຊາວບ້ານ ຈໍານວນ 47 ຄອບຄົວ ແລະ ຜູ້ປະກອບການທ່ອງທ່ຽວຈໍານວນໜຶ່ງ ລວມທັງໝົດ 200 ປາຍຄົນ ທີ່ໄດ້ຮັບຜົນກະທົບສູນເສຍທີ່ດິນ, ຖືກຍົກຍ້າຍ, ສູນເສຍລາຍໄດ້ ຈາກການປິດກິດຈະການ.
ອີງຕາມຂໍ້ມູນຈາກທາງການ, ກຸ່ມຊາວບ້ານທົ່ວໄປ ທີ່ມີອາຊີບປະມົງ ແລະ ຄ້າຂາຍທົ່ວໄປ ຈະໄດ້ຄ່າຊົດເຊີຍ ແຕ່ 10 ລ້ານ -100 ລ້ານ ກີບ, ສ່ວນວ່າ ຜູ້ປະກອບການເຮືອນພັກ, ໂຮງແຮມ, ເຮືອນແພ ແລະ ຮ້ານອາຫານ ຈະໄດ້ຮັບຄ່າຊົດເຊີຍ 100 ລ້ານ ກີິບ ຫາ 1 ຕື້ ກີບ.
ການກໍ່ສ້າງໂຄງການ ພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທຽວ ຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ມີຄວາມຊັກຊ້າ, ແຕ່ ທາງການ ແຂວງວຽງຈັນ ກໍບໍ່ໄດ້ອອກມາເປີດເຜີຍເຖິງສາເຫດດັ່ງກ່າວ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງວຽງຈັນ ເປີດເຜີຍພຽງແຕ່ວ່່າ ໂຄງການດັ່ງກ່າວ ໃກ້ຈະເປີດດໍາເນີນການແລ້ວ. ເຈົ້າໜ້າທີ່ຜະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ກະພວກເຮົາ ດໍາເນີນການກໍ່ສ້າງມາຕັ້ງແຕ່ປີ 2021 ເນາະ ແລ້ວກະຄິດວ່າ ຈະມາສໍາເລັດຢູ່ໃນໄລຍະກາງປີ 2024 ນີ້ແຫຼະ ກະຄິດວ່າ ໃກ້ຈະປິດເນາະ ແຕ່ວ່າ ຕອນນີ້ ກະຍັງບໍ່ທັນໄດ້ເປີດຫັ້ນນ່າ.”
ໂຄງການພັດທະນາ ໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ເຂດໜ້າເຂື່ອນນໍ້າງື່ມ 1 ເປັນໂຄງການພັດທະນາ ຂອງແຂວງວຽງຈັນ ທີ່ໄດ້ຮັບເງິນກູ້ຢືມຈາກທະນາຄານ ພັດທະນາເອເຊຍ ຫຼື ADB ມູນຄ່າ 40 ລ້ານ ໂດລ້າຣ໌, ໄດ້ດໍາເນີນການກໍ່ສ້າງມາແຕ່ ປີ 2021 ໂດຍຈະໃຊ້ເວລາກໍ່ສ້າງ 18 ເດືອນ ຕາມແຜນການ ໃນເບື້ອງຕົ້ນ ແຕ່ກໍຊັກຊ້າ ແລະ ແກ້ຍາວມາຈົນເຖິງປັດຈຸບັນ.