ຫຼາຍໂຄງການ ໃນນະຄອນຫຼວງ ຕິດຄ້າງຄ່າຊົດເຊີຍ ທີ່ດິນຊາວບ້ານ
2024.05.16

ສະມາຊິກສະພາ ປະຊາຊົນ ປະຈໍາເຂດເລືອກຕັ້ງເມືອງໄຊທານີ ນະຄອນຫລວງ ວຽງຈັນ ໄດ້ຕິດຕາມ ກວດກາ ເພື່ອແກ້ໄຂບັນຫາ ທີ່ເກີດຂຶ້ນໃນສັງຄົມ ໃນໄລຍະ 1 ປີຜ່ານມານີ້ ໂດຍສະເພາະ ເລື້ອງຜົນກະທົບ ຈາກໂຄງການພັດທະນາ ຂອງລັດ ແລະເອກກະຊົນ ໃນເຂດເມືອງໄຊທານີ ແລະການຈ່າຍຄ່າຊົດເຊີຍ ທີ່ຊັກຊ້າ ແລະຄວາມບໍ່ເໝາະສົມຕ່າງໆ ເຮັດໃຫ້ປະຊາຊົນ ຢູ່ຫລາຍບ້ານ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ພາຍຫລັງທີ່ດິນ ຂອງພວກເຂົາເຈົ້າ ຖືກຫລາຍໂຄງການສໍາປະທານ ກວມເອົາ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນ ໝາຍເລກ 1 ນະຄອນຫລວງວຽງຈັນ.
ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ເມສານີ້ວ່າ:
“ຍັງໆ ຍັງບໍ່ໄດ້ແຕ່ວ່າ ບໍ່ເຫັນໂຄງການເພິ່ນເວົ້າລະ ແຕ່ກີ້ເພິ່ນບໍ່ເຫັນແລ້ວ ແມ່ນ ກໍຄືເກົ່າຫັ້ນແຫລະ ແຕ່ວ່າທາງມັນຍາກ ເພິ່ນບໍ່ແປງທາງ ທາງເຂົ້າໄປດິນມັນຍາກ ແມ່ນຄືກັນ ຍັງໆຍັງບໍ່ທັນໄດ້ເຫັນຂະເຈົ້າເທື່ອ.”
ທ່ານເວົ້າຕື່ມວ່າ ບໍລິສັດ ທີ່ໄດ້ຮັບສໍາປະທານ ກໍ່ສ້າງທາງດ່ວນ ສາຍດັ່ງກ່າວ ໄດ້ເລີ້ມດໍາເນີນໂຄງການໄປແລ້ວໜ້ອຍໜຶ່ງ, ແຕ່ບໍ່ໄດ້ດໍາເນີນໂຄງການຕໍ່ ແລະ ເສັ້ນທາງສາຍຕ່າງໆ ທີ່ພວກເຂົາເຈົ້າເຮັດໄວ້ ກໍບໍ່ໄດ້ຮັບການສ້ອມແປງ ໃຫ້ຢູ່ໃນສະພາບດີ, ເຮັດໃຫ້ການສັນຈອນໄປມາ ຂ້ອນຂ້າງລໍາບາກ.
ແລະເຖິງແມ່ນວ່າ ໂຄງການກໍ່ສ້າງທາງດ່ວນໄລຍະທີ 1 ທີ່ມີຄວາມຍາວ 15 ກິໂລແມັດປາຍ ຈາກເຂດເສດຖະກິດ ສະເພາະ ບຶງທາດຫລວງ ໄປຫາເສັ້ນທາງເລກທີ 13 ໃຕ້ ເຂດບ້ານດົງໝາກຄາຍ ໃນນະຄອນຫລວງວຽງຈັນ ຊຶ່ງມີແຜນວ່າ ຈະໃຊ້ໄລຍະເວລາກໍ່ສ້າງ ແຕ່ເດືອນກຸມພາ 2020 ມາ ແລະຄາດວ່າ ຈະສ້າງແລ້ວ ພາຍໃນຕົ້ນປີ 2023 ນັ້ນ ຈົນມາຮອດປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າ ທັງໃນເລື່ອງການກໍ່ສ້າງ ແລະເລື່ອງການຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາ ຊົນ ຜູ້ໄດ້ຮັບຜົນກະທົບນັ້ນເທື່ອ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້.
“ເຈົ້າ ແມ່ນໆແຕ່ວ່າສໍາລວດໄປເມິດແລ້ວ ແຕ່ວ່າ ຂອງບໍລິສັດນີ້ເຂົາໂຈະໄວ້ກ່ອນ ຍັງມີດິນບາງບ່ອນທີ່ວ່າ ອັນນ່າມັນຈະຖືກຂອງໂຄງການເອກກະຊົນ ເຂົາຊົດເຊີຍບໍ່ໄດ້ ກໍເງິນນີ້ແຫລະ ບໍລິສັດເອກກະຊົນ ແລ້ວເຂົາຖືກສໍາປະທານ ມັນຫລາຍປີແລ້ວ ເຂົາຄະເລັຽກັນບໍ່ໄດ້ ແລ້ວມັນ ແບບຮອດສະຖານີລົດໄຟຫລັກ 16 ເຈົ້າ ມັນຈະເຂົ້າມາແຖວທາງ 450.”
ໂຄງການກໍ່ສ້າງທາງດ່ວນ ສາຍດັ່ງກ່າວ ແມ່ນບໍລິສັດ ທາງດ່ວນວຽງຈັນ ໝາຍເລກ 1 ຈໍາກັດ ໃຊ້ງົບປະມານ ການກໍ່ສ້າງ ຈໍານວນ 1,778 ຕື້ກີບ ຫລືປະ ມານ 200 ລ້ານໂດລ້າຣ໌ສະຫະລັດ, ມີໄລຍະເວລາສໍາປະທານ 50 ປີ ແລະການກໍ່ສ້າງ ຈະສົ່ງຜົນກະທົບ ໃສ່ດິນ ແລະເຮືອນຊາວບ້ານ ໃນເຂດເມືອງໄຊທານີ ແລະເມືອງໄຊເສດຖາ ທັງໝົດ 689 ຕອນ ແລະເຮືອນ 159 ຫລັງ ລວມມູນຄ່າຊົດເຊີຍ ທັງໝົດ 452 ຕື້ກີບ.
ເຈົ້າໜ້າທີ່ທີ່ຮູ້ກ່ຽວ ກັບໂຄງການກໍ່ສ້າງ ສາຍສົ່ງໄຟຟ້າ 230 ກິໂລໂວນ ຢູ່ເມືອງໄຊທານີ ທ່ານໜຶ່ງ ເວົ້າເຖິງເມືອງໄຊທານີວ່າ ເປັນເມືອງ ທີ່ມີຄວາມຈະ ເລີນໄວ ເມື່ອທຽບໃສ່ເມືອງອື່ນໆໃນເຂດນະຄອນຫລວງ. ສະນັ້ນ ຈຶ່ງເຮັດໃຫ້ມີຫລາຍໂຄງການ ຢູ່ໃນລະຫວ່າງການພິຈາລະນາ ເລື່ອງຄ່າຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ.
“ມີໆ ເຫັນຢູ່ ເຂົາກໍ່ສ້າງ ເພິ່ນ ໂຕນີ້ກໍບໍ່ເຂົ້າໃຈນໍາເພິ່ນນ່າ ວ່າຈ່າຍຄ່າຊົດເຊີຍ ຫລື ບໍ່ ຮູ້ແຕ່ວ່າເພິ່ນກໍ່ສ້າງແລ້ວບໍ່ ແຕ່ວ່າຍັງປ່ອຍໄຟເທື່ອ ໂຕນີ້ທາງການເພິ່ນກໍເຮັດແລ້ວຄ່າຊົດເຊີຍນີ້ ແມ່ນໆ ຖ້າຖືກດິນ ມັນກໍຕ້ອງມີການຊົດເຊີຍ ຫັ້ນແຫລະ.”
ໃນຂະນະດຽວກັນ ຊາວບ້ານ ທີ່ຮູ້ກ່ຽວກັບເລື້ອງ ທາງການລາວ ໄດ້ອະນຸມັດໃຫ້ນັກລົງທຶນຈີນ ເຂົ້າມາສໍາປະທານບໍ່ເກືອກາລີ ຢູ່ບ້ານທົ່ງມັ່ງ ເມືອງໄຊທານີ ເປັນໄລຍະເວລາຫລາຍປີນັ້ນວ່າ ມາຮອດມື້ນີ້ ກໍຍັງມີຊາວບ້ານອີກຈໍານວນໜຶ່ງ ທີ່ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍທີ່ດິນ ຊຶ່ງຖືກທາງໂຄງການດັ່ງກ່າວ ກວມເອົາ ນັ້ນເທື່ອ.
“ແມ່ນແລ້ວ ບໍ່ເກືອ ເຈົ້າ ເຮັດດົນແລ້ວ ເຈົ້າ ເຮັດດົນແລ້ວ ທົ່ງມັ່ງເລີຍ ຢູ່ບ້ານທົ່ງມັ່ງເລີຍ ເຈົ້າ ແມ່ນແລ້ວ ຢູ່ບ້ານດຽວກັນ ໂອ້ ອັນນີ້ເຮົາກໍຍັງບໍ່ຮູ້ນ່າ ເຈົ້າ ຕາມທີ່ເຮົາເຄີຍຍິນ ກໍສິແມ່ນດິນນາດິນຫຍັງນີ້ແຫລະ ເຈົ້າໆ ຈີນ ຈີນກໍມາສໍາປະທານຄືກັນ.”
ສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງເມືອງໄຊທານີ ນະຄອນຫລວງ ວຽງຈັນ ໄດ້ຈັດກອງປະຊຸມ ໃນມື້ວັນທີ 10 ພຶດສະພາ 2024 ສະຫລຸບ ການ ເຄື່ອນໄຫວວຽກງານປະຈໍາປີ 2023 ແລະທິດທາງແຜນ ການປີ 2024. ໃນນັ້ນ ໄດ້ເວົ້າເຖິງຫລາຍບັນຫາ ຂອງໂຄງການຕ່າງໆ ທີ່ມີຜົນກະທົບຕໍ່ປະຊາຊົນ ຮວມທັງໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ; ໂຄງການກໍ່ສ້າງທາງດ່ວນວຽງຈັນ ໝາຍເລກ 1 ແລະ ໂຄງການລົດໄຟລາວ-ຈີນ ໄລຍະທີ 2; ໂຄງການສໍາຫລວດເກືອກະລີ; ບັນຫາການຊົດເຊີຍຜົນກະທົບ ຈາກສະໜາມກັອບ ບຸຍອງ ຕໍ່ປະຊາຊົນ 59 ຄອບຄົວ; ບັນຫາປະຊາຊົນ 5 ຄອບຄົວ ທວງເອົາຄ່າເສຍຫາຍ ຂອງສວນມັນຕົ້ນ ທີ່ຖືກທໍາລາຍ ຢູ່ບ້ານຈະເລີນໄຊ; ຂໍ້ຂັດແຍ່ງທີ່ດິນຕິດພັນກັບທາງຮ່ອມ ແລະ ຂໍ້ຂັດແຍ່ງທີ່ດິນຢູ່ບ້ານຫາດກ້ຽງ, ບ້ານສະພັງເມິກ; ບັນຫາການເກັບກຳຂໍ້ມູນ ຂໍສິດນໍາໃຊ້ດິນລັດ ແລະອື່ນໆ.