ເສດຖະກິດ ຊົບເຊົາ ສິນຄ້າແພງ ປະຊາຊົນລໍາບາກ

ອຸ່ນແກ້ວ
2024.05.17
ເສດຖະກິດ ຊົບເຊົາ ສິນຄ້າແພງ ປະຊາຊົນລໍາບາກ ຕະຫຼາດສົດແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ທີ່ລາຄາສິນຄ້າ ຫຼາຍຢ່າງ ຍັງແພງຂຶ້ນເລື້ອຍໆ (TS) ເດືອນເມສາ 2024.
RFA

ສະພາບເສດຖະກິດໃນປັດຈຸບັນ ຍັງຊົບເຊົາ-ລາຄາສິນຄ້າແພງ ບໍ່ມີທ່າທີວ່າ ລາຄາສິນຄ້າດັ່ງກ່າວຈະຫຼຸດລົງ ໃນຂະນະທີ່ເງິນກີບກໍຍັງບໍ່ແຂງຄາ ນັ້ນເປັນສິ່ງໜຶ່ງທີ່ເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບບັນຫາຢູ່.

ນັກທຸລະກິດ ຢູ່ ແຂວງພາກໃຕ້ທ່ານໜຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ວ່າ:

ກະລໍາບາກຄືເກົ່າຫັ້ນລະ ນໍ້າມັນກະແພງຂຶ້ນ ລິດລະ 25,000 ກີບ - 26,000 ຂຶ້ນເທື່ອລະພັນ ລົງເທື່ອລະ 200-300 ກີບ ຄືວ່າ ຫັ້ນລະ. ອາຫານການຂຶ້ນຂຶ້ນຜັກຫອມໂລໜຶ່ງ 200,000 ກີບ ມັດຊໍ່ານິ້ວກ້ອຍນີ້ 10,000 ກີບ ເງິນເລີ່ມບໍ່ມີຄ່າ.

ນັກທຸລະກິດ ທ່ານນີ້ ກ່າວຕື່ມອີກວ່າ:

ສັນຍານດີຂຶ້ນບໍ່ມີ ມີແຕ່ສັນຍານຂີ້ຮ້າຍລົງພຽບ ໄປຕະຫລາດ ຊີ້ນໝູຊີ້ນໄກ່ ອີ່ຫຍັງຕ່າງໆ ປູປາ ນານໍ້າ ມັນຂຶ້ນໝົດ ເຂົາກະອີກໃສ່ແນວໃດເງິນບາດແຂງ ນໍ້າມັນແພງ ສອງຢ່າງເທົ່ານັ້ນເຂົາອີງ ຫຼັກໆ ຄືນໍ້າມັນແພງ.

ບັນຫານັບມື້ນັບຮ້າຍແຮງຂຶ້ນ ລາຄາອາຫານການກິນ ກໍແພງຂຶ້ນ ໂຕຢ່າງ ລາບຈານໜຶ່ງ 30,000 ກີບ ກ່ອນປີໃໝ່ລາວ ແຕ່ ຫຼັງປີໃໝ່ລາວ ລາຄາ 50,000 ກີບ ຕໍ່ຈານ.

ປະຊາຊົນ ທ່ານໜຶ່ງ ໄດ້ກ່າວຕໍ່ໃຫ້ສໍພາດຕໍ່ເອເຊັຍເສຣີ ວ່າ:

ກະເບິ່ງແຕ່ຂອງຢູ່ຂອງກິນນີ້ນ່າ ຄືເຮົາໄປຊື້ ມື້ນີ້ຊໍ່ານີ້ ມື້ອື່ນມາເປັນແນວໃໝ່ອີກ ສົມມຸດວ່າມື້ນີ້ 15 ກີບ ມື້ອື່ນນີ້ 20 ກີບ ໂລດ ມັນບໍ່ຄົງທີ່ ບໍ່ຄືບ້ານເຂົາ ບໍ່ມີການກວດການກາມິສັງ ພວກເຈົ້າໜ້າທີ່ເພິ່ນກະດາຍ.

ປະຊາຊົນ ທ່ານນີ້​ ກ່າວຕື່ມອີກວ່າ ຮ້ານລາບເຮົາໄປກິນລາບມ່າເພັ້ຍ ແຕ່ກ່ອນຫັ້ນ ຈານໜຶ່ງ 30,000 ກີບ ບາດນີ້ ເຮົາໄປກິນ ຈານໜຶ່ງ 50,000 ກີບມັນຂຶ້ນວ່າງປີໃໝ່ລາວນີ້.

ປັດຈຸບັນ, ລາຄາສິນຄ້າ ບໍ່ແນ່ນອນ ເຊັ່ນ ມື້ນີ້ ລາຄາທໍ່ນີ້, ມື້ຕໍ່ມາລາໃໝ່ ຍ້ອນວ່າ ຄ່າເງິນມີການປ່ຽນແປງ.

ປະຊາຊົນ ອີກທ່ານໜຶ່ງໄດ້ກ່າວວ່າ:

ເລື່ອງເງິນຄໍາ ເງິນຕາ ນີ້ ມັນຊິບໍ່ມີລົງ ມັນກະຂຶ້ນ ຊື້ເຄື່ອງເຂົາກະວ່າ ເງິນບາດຂຶ້ນ ຊື້ສາມເທື່ອອັນເກົ່າ ເຂົາກະຂຶ້ນ ສາມເທື່ອ ໄປຊື້ເຄື່ອງຈີນ ເຄື່ອງລົດເຄື່ອງລາ ເຂົາຂາຍເປັນເງິນຢວນໝົດ.

ຂໍ້ມູນຈາກທະຫານແຫ່ງສປປລາວ ໄດ້ລະບຸວ່າ: ອັດຕາເງິນເຟີ້ໃນປີເດືອນເມສາ 2024 ຢູ່ທີ່ 24,92 ເປີເຊັນ ສ່ວນວ່າ ອັດຕາເງິນເຟີ້ ໃນເດືອນ ເມສາ 2023 ທີ່ຜ່ານມາ ຢູ່ທີ່ 39,89 ເປີເຊັນ.

ອີງຕາມຂໍ້ມູນ ຂອງສູນສະຖິຕິແຫ່ງຊາດ ລະບຸວ່າ:

  • ລາຄາສິນຄ້າ ປະເພດຜັກສົດ ໃນເດືອນເມສາ ປີ 2024 ແມ່ນແພງຂຶ້ນ 30.8%.
  • ສິນຄ້າປະເພດສະບຽງອາຫານ ຫຼາຍປະເພດ ກໍຍັງສືບຕໍ່ແພງຂຶ້ນ ເປັນຕົ້ນ ລາຄາເຂົ້າສານ ແພງຂຶ້ນ 22.1%.
  • ເຂົ້າຈີ່ ແລະ ທາດແປ້ງ ແພງຂຶ້ນ 40.8%,
  • ຊີ້ນສັດປີກ ແພງຂຶ້ນ 35.7%.
  • ເຄື່ອງປຸງແຕ່ງອາຫານ ແພງຂຶ້ນ 31.9%
  • ເຄື່ອງດື່ມບໍ່ມີທາດເຫຼົ້າ ແພງຂຶ້ນ 43.4%.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.