ລັດຖະບານ ບໍ່ບັນລຸການແກ້ໄຂບັນຫາ ເງິນກີບເຟີ້

ຈຳປາທອງ
2024.05.24
ລັດຖະບານ ບໍ່ບັນລຸການແກ້ໄຂບັນຫາ ເງິນກີບເຟີ້ ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເຊິ່ງລາຄາສິນຄ້າ ຫຼາຍຢ່າງແພງຂຶ້ນເລື້ອຍໆ (TS) ເດືອນເມສາ 2024.
RFA

ທະນາຄານແຫ່ງ ສປປລາວ ບໍ່ສາມາດຫລຸດຜ່ອນອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບ 9% ໄດ້ຕາມເປົ້າໝາຍ ທີ່ກໍານົດໄວ້ໃນປີ 2024 ນີ້ ເນື່ອງຈາກ ສປປລາວ ຍັງປະເຊີນກັບແຮງກົດດັນ ຈາກການອ່ອນຄ່າຂອງເງິນກີບ, ຄວາມສາມາດໃນການແຊກແຊງຕະຫລາດ ອັດຕາແລກປ່ຽນ ທີ່ມີຈໍາກັດ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ຍັງຕໍ່າ, ມາດຕະຖານການຄຸ້ມຄອງສິນຄ້າ ຍັງບອບບາງ ລວມໄປເຖິງລະດັບໜີ້ສາທາລະນະ ຍັງສູງເກີນໄປ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທະນາຄານແຫ່ງ ສປປລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ພຶດສະ ພານີ້.

ທາງເຍື້ອງລັດ ເພິ່ນຍັງບໍ່ທັນສາມາດແກ້ໄຂເລື່ອງ ຄ່າເງິນກັບເລື້ອງເງິນເຟີ້ທີ່ວ່າມັນ ຍັງບໍ່ທັນນິ້ງ ບວກກັບບັນຫາເລື້ອງໜີ້ສິນທີ່ວ່າທາງເບື້ອງລັດຖະບານ ຕ້ອງໄດ້ແກ້.

ບັນຫາດັ່ງກ່າວ ແມ່ນມີຢູ່ໃນບົດລາຍງານຂອງ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ຕໍ່ກອງປະຊຸມສົນທະນາ ໃນຫົວຂໍ້ “ເງິນເຟີ້, ສະພາບ ແລະມາດຕະການແກ້ໄຂ ໃນມື້ວັນທີ 22 ພືດສະພານີ້. ໃນກອງປະຊຸມດັ່ງກ່າວ ໄດ້ມີການລະດົມຄວາມຄິດຄວາມເຫັນ ຈາກພາກສ່ວນຕ່າງໆ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະການຄ້າ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະທະນາຄານທຸລະກິດ ເພື່ອນໍາສເນີບັນຫາ ແລະມາດຕະ ການແກ້ໄຂ ບັນຫາເງິນເຟີ້ໃນລາວ ຊຶ່ງກອງປະຊຸມ ໄດ້ມີຂໍ້ສະຫລຸບ 9 ຂໍ້ ອັນມີຮວມທັງ ການກໍານົດເປົ້າໝາຍ ເສດຖະກິດມະຫາພາກ ທີ່ຈະຕ້ອງຖືເອົາການຮັກສາສະຖຽນລະພາບ ທາງດ້ານລາຄາ ແລະອັດຕາແລກປ່ຽນໃຫ້ມີຄວາມສະ ຫງົບ ເພື່ອສ້າງຄວາມເຊື່ອໝັ້ນ ເລື່ອງຄ່າເງິນກີບ ໃຫ້ແກ່ສັງຄົມ; ເພີ່ມທະວີ ຄວາມສອດຄ່ອງກັນ ລະຫວ່າງ ການດໍາເນີນນະໂຍບາຍເງິນຕາ ແລະນະໂຍບາຍການເງິນ ໃຫ້ມີຄວາມກົມກຽວກັນຫລາຍຂຶ້ນ ແລະມີຄາດໝາຍຈະແຈ້ງໃນໄລຍະສັນ, ກາງແລະຍາວ, ນະໂຍບາຍສົ່ງເສີມ ການຜະລິດສິນຄ້າ ໃຫ້ໄດ້ມາດຕະຖານ; ຈໍາກັດການນໍາເຂົ້າສິນຄ້າ ທີ່ບໍ່ຈໍາເປັນ ແລະອື່ນໆອີກຫລາຍຢ່າງ.

ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ຫລື ADB ປະຈໍາລາວ ຊຶ່ງເປັນຜູ້ຕາງໜ້າທະນາຄານ ທີ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເວົ້າວ່າ ຜົນກະທົບທີ່ເກີດຂື້ນ ຈາກອັດຕາເງິນເຟີ້ ທີ່ຍັງຢູ່ໃນລະດັບສູງເຖິງ 24.92% ໃນເດືອນເມສາ 2024 ນີ້ ອີງຕາມລາຍງານຂອງທະນາຄານແຫ່ງ ສປປລາວ ແມ່ນໄດ້ສົ່ງຜົນກະທົບ ໃສ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງໜັກ, ກະທົບຕໍ່ການຈັບຈ່າຍຊື້-ຂາຍສິນຄ້າ, ລາຍໄດ້ຕໍ່ເດືອນຂອງປະຊາຊົນລາວ ແລະຂອງພະນັກ ງານພັກ-ລັດ ບໍ່ກຸ້ມຢູ່ບໍ່ກຸ້ມກິນ ຍ້ອນຄ່າຄອງຊີບແພງຂຶ້ນ ໂດຍສະເພາະລາຄາສິນຄ້າອຸປະໂພກ-ບໍລິໂພກ.

ເມື່ອທາງການລາວ ໄດ້ອອກນະໂຍບາຍການເງິນ, ນະໂຍບາຍຄຸ້ມຄອງເງິນຕາ ແລະມາດຕະການແກ້ໄຂ ບັນຫາອັດຕາເງິນເຟີ້ມາແລ້ວ ກໍຕ້ອງໄດ້ເອົາໃຈໃສ່ ທີ່ຈະແກ້ໄຂບັນຫາຮ່ວມກັນ ຈຶ່ງຈະບັນລຸເປົ້າໝາຍໄດ້. ແຕ່ປັດຈຸບັນ ເຫັນວ່າ ມີຫລາຍໜ່ວຍງານຂອງລັດ ບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ ມີການແລກປ່ຽນເງິນຕາ ແບບຊະຊາຍຢູ່, ຍັງນໍາໃຊ້ສະກຸນເງິນຕ່າງປະເທດ ຢ່າງກວ້າງຂວາງ ທັງເງິນບາດ, ເງິນຢັວນ ແລະເງິນໂດລາສະຫະລັດ. ແລະໜັກໄປກວ່ານັ້ນ ມີປະຊາຊົນລາວຈໍານວນບໍ່ໜ້ອຍ ຂາດຄວາມເຊື່ອໝັ້ນ ຕໍ່ສະພາບເສດຖະກິດ-ການເງິນ, ພາກັນໄປເຮັດວຽກຢູ່ຕ່າງປະເທດຫລາຍຂຶ້ນ ເຊັ່ນໄປໄທ ແລະເກົາຫລີໃຕ້ ຂະນະທີ່ຫົວໜ່ວຍທຸລະກິດ ຂະໜາດໃຫຍ່ໃນລາວ ຕ້ອງປະເຊີນກັບການຂາດ ເຂີນແຮງງານ.

ດັ່ງທີ່ທ່ານກ່າວຕື່ມວ່າ:

ຊ່ວງນີ້ເງິນເຟີ້ສູງ ມັນກະມີຜົນກະທົບຫລາຍຕໍ່ນັກທຸລະກິດ ຍ້ອນຂາດແຮງງານດຽວນີ້ນ່າ ເພີ້ມເງິນເດືອນໃຫ້ຫລາຍກະບໍ່ໄດ້ ເພາະວ່າມັນກະໜັກຢູ່ແລ້ວ ຊີວິດການເປັນຢູ່ຂອງພະນັກ ງານນີ້ ມັນກະບໍ່ກຸ້ມຄ່າກິນໄດ໋ ທິດທາງສິໄປກະຄື ຢາກໃຫ້ມີແຕ່ເງິນກີບ ຄັນມີສະຖຽນລະພາບໃນການແລກປ່ຽນເງິນກັນແລ້ວ ມັນກະໂອເຄ ມັນບໍ່ທ້າທາຍເກີນໄປ.

ພ້ອມດຽວກັນນີ້ ພະນັກງານລັດທ່ານນຶ່ງ ຢູ່ແຂວງຊຽງຂວາງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ເຖິງຄ່າຄອງຊີບວ່າ ດຽວນີ້ ແຮງໜັກໜ່ວງຂຶ້ນກວ່າເກົ່າ ໂດຍສະ ເພາະ ລາຄາອາຫານສົດ, ອາຫານທະເລ, ພືດຜັກ ແລະນໍ້າມັນເຊື້ອໄຟ ແພງຂຶ້ນທຸກຢ່າງ, ສົ່ງຜົນກະທົບຫລາຍ ຕໍ່ຊີວິດການເປັນຢູ່ ຍ້ອນລາຍໄດ້ຕໍ່ເດືອນປະມານ 2-3 ລ້ານກີບ ບໍ່ສອດຄ່ອງກັບລາຍຈ່າຍ ທີ່ສູງຫລາຍນັ້ນ.

ໜັກຂຶ້ນອີກໄດ໋ ເພາະວ່າຄ່າຄອງຊີບທຸກຢ່າງ ກະຈະຂຶ້ນໝົດເດ້ ເພີ້ມຂຶ້ນຫລາຍເຕີບ ຖ້າວ່າທຽບເສດຖະກິດຍາມນີ້ເນາະ ກັບຄ່າຄອງຊີບຂອງພະນັກງານລັດນີ້ ມັນກະຈະບໍ່ພໍ ແມ່ນແຫລະ ຕົກສະເລັ່ຽຢ່າງຕໍ່າ ແມ່ນຕໍ່ຄົນນີ້ລະດັບ 3 ລ້ານປາຍ ຄັນເປັນຄອບຄົວແມ່ນລະດັບ 5 ລ້ານປາຍຂຶ້ນໄປແຫລະ.

ຢູ່ແຂວງໄຊຍະບູລີ ພະນັກງານລັດນາງນຶ່ງ ເວົ້າວ່າ ເສດຖະກິດຍັງຕົກຕໍ່າ, ບໍ່ມີແນວໂນ້ມວ່າ ຈະດີຂຶ້ນເທື່ອ, ເຮັດໃຫ້ພະນັກງານ-ລັດຖະກອນ ຈໍານວນບໍ່ໜ້ອຍ ພາກັນຫໍ່ເຂົ້າມາກິນຢູ່ຫ້ອງການ.

ເສດຖະກິດຢູ່ພີ້ກະຄືເກົ່າ ອັນໄດ໋ກະແພງຄືເກົ່າ ເສດຖະກິດຢໍ້າແຢ້ຄືເກົ່າ ເອົາມາກິນຢູ່ຫ້ອງການ ຜູ້ໃດຢູ່ມໍ່ຂະເຈົ້າກະທຽວເອົາ.

ແລະຢູ່ແຂວງຫລວງນໍ້າທາ ປະຊາຊົນລາວຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ພຶດສະພານີ້ວ່່າ ເສດຖະກິດຫຍຸ້ງຍາກຫລາຍ ລາຄາສິນຄ້າແພງຂື້ນນັບມື້ ໃນຂະນະທີ່ບາງຄອບຄົວ ບໍ່ມີດິນທີ່ຈະປູກຝັງ, ຫລາຍຄອບຄົວຕ້ອງໄດ້ດີ້ນຮົນ ຕໍ່ສູ້ກັບສະພາບເສດຖະກິດ ທີ່ຕົກຕໍ່ານີ້.

ເສດຖະກິດນີ້ມີຄວາມຫຍູ້ງຍາກຫລາຍ ຕໍ່ກັບບັນດາສິນຄ້າຕ່າງໆເນາະ ມັນກະເຕີບໂຕຂຶ້ນຕິກໆຊີ້ນ່າ ດິນດອນຕອນຫຍ້າມັນກະບໍ່ມີ ແຕ່ເວົ້າເລື້ອງການໂຊມໃຊ້ນີ້ກະ ສ່ວນຫລາຍກະໂຊມໃຊ້ເງິນກີບຫັ້ນແຫລະ ເລດຂຶ້ນແລ້ວກະພຸ້ງໄປຕາມໂຕນັ້ນ.

ແຕ່ເຖິງແນວໃດກະຕາມ ທະນາຄານແຫ່ງ ສປປລາວ ກໍເວົ້າວ່າ ຍັງຈະສືບຕໍ່ຈັດຕັ້ງປະຕິບັດ ມາດຕະການ ແລະນະໂຍບາຍຕ່າງໆ ເພື່ອເຮັດໃຫ້ອັດຕາເງິນເຟີ້ໃນລາວ ຫລຸດລົງມາ ຕໍ່າກວ່າ 10% ແລະໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ບໍ່ວ່າຈະເປັນບຸກຄົນ ແລະນິຕິບຸກຄົນ ຊ່ວຍປະກອບສ່ວນ ແກ້ໄຂບັນຫາເງິນເຟີ້ ເປັນຕົ້ນສົ່ງເສີມ ລາວທ່ຽວລາວ, ສົ່ງເສີມການນໍາໃຊ້ສິນຄ້າລາວ ແລະຫລຸດຜ່ອນ ການນໍາໃຊ້ສິນຄ້າຟູມເຟືອຍເຂົ້າມາ ແລະອື່ນໆ.

ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ກະຊວງອຸດສາຫະກໍາ ແລະການຄ້າ ເພີ່ມທະວີການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງລາຄາສິນຄ້າ ທີ່ເຫັນວ່າ ມີຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.