ຈີນກຽມ ເຂົ້າມາໃຫ້ບໍລິການນໍ້າມັນ ເຊື້ອໄຟໃນລາວ

ໄຊຍາ
2024.05.17
ຈີນກຽມ ເຂົ້າມາໃຫ້ບໍລິການນໍ້າມັນ ເຊື້ອໄຟໃນລາວ ຮູບປະກອບ ການຈຳນ່າຍ ນ້ຳມັນ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ (TS), ວັນທີ 01 ມິຖຸນາ ປີ 2022.
RFA

ວັນທີ 16 ພຶດສະພາ ທີ່ຜ່ານມາສື່ມວນຊົນລາວລາຍງານວ່າ ບໍລິສັດ ຊິໂນເປັກ (SINOPEC) ເຊິ່ງເປັນບໍລິສັດນໍ້າມັນເຊື້ອໄຟ ແລະ ເປໂຕຣເຄມີຈາກປະເທດຈີນ ກຽມເຂົ້າມາເປັນຜູ້ໃຫ້ບໍລິການນໍ້າມັນ ເຊື້ອໄຟໃນປະເທດລາວ ລວມເຖິງການເປີດປໍ້ານໍ້າມັນ ດ້ວຍແຕ່ຍັງບໍ່ທັນມີລາຍລະອຽດວ່າ ຈະເປີດກິດຈະການເມື່ອໃດ.

ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ລັດສະວິສາກິດນໍ້າມັນເຊື້ອໄຟລາວ ຢືນຢັນວ່າ ບໍລິສັດດັ່ງກ່າວຈາກຈີນ ມີແຜນເຂົ້າມາໃຫ້ບໍລິການດ້ານນໍ້າມັນ ເຊື້ອໄຟໃນປະເທດລາວແຕ່ຍັງບໍ່ສາມາດເປີດເຜີຍ ລາຍລະອຽດໄດ້ຍ້ອນພາກສ່ວນທີ່ກ່ຽວຂ້ອງກຳລັງມີການດຳເນີນການນຳກັນຢູ່. ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ພຶດສະພານີ້ວ່າ.

“ໂຕນີ້ໆເຮົາກາພໍຮັບຊາບຂ່າວຢູ່ເນາະ ແຕ່ວ່າການລົງເລິກຕົວຈິງຫັ້ນແມ່ນພາກສ່ວນໜຶ່ງ ທີ່ເປັນຜູ້ຮັບຜິດຊອບ ຕົວນີ້ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ຊັດເຈັນເນາະ.”

ຊາວບ້ານຈໍານວນຫຼາຍ ກໍ່ຍັງບໍ່ທັນຮູ້ວ່າບໍລິສັດ ດັ່ງກ່າວຈະເຂົ້າມາໃຫ້ບໍລິການດ້ານນໍ້າມັນເຊື້ອໄຟ ຢູ່ລາວ. ຜ່ານມາກໍ່ຍັງບໍ່ທັນເຫັນເທື່ອວ່າ ມີບໍລິສັດຈາກຈີນເຂົ້າມາເປີດປໍ້ານໍ້າມັນໃນລາວ. ສ່ວນລາຄານໍ້າມັນໃນລາວກໍ່ຍັງຂື້ນ-ລົງ ຢູ່.

ດັ່ງຜູ້ປະກອບການນໍ້າມັນ ທ່ານກ່າວວ່າ:

“ປໍ້າຈີນບໍ່ທັນມີໃດຈັ່ງວ່າ ກາບໍ່ຮູ້ນ່າເພິ່ນລະຢາກເຮັດແນວໃດ ເພິ່ນລະຢາກຂະຫຍາຍສາຂາຫວາ ຫຼື ເຮັດແນວໃດເອີ ກາຍັງປົກກະຕິຢູ່ໃດກາຂຶ້ນລົງຢູ່ທຳມະດາ.”

ສ່ວນຜູ້ປະກອບການປໍ້ານໍ້າມັນອີກ ປໍ້າໜຶ່ງກໍ່ຍັງບໍ່ທັນຮູ້ກ່ຽວກັບບໍລິສັດດັ່ງກ່າວ ແຕ່ກໍ່ເຊື່ອວ່າຖ້າເຂົ້າມາໃຫ້ບໍລິການນໍ້າມັນເຊື້ອໄຟ ແລ້ວລາຄານໍ້າມັນກໍ່ອາດບໍ່ຕ່າງກັນ ກັບລາຄາທົ່ວໄປໃນລາວ.

ດັ່ງເຊັ່ນບໍລິສັດຍອດງື່ມພາວເວີ້ ມາຫາຊົນ ທີ່ນໍານໍ້າມັນດິບຈາກປະເທດຈີນ ເພື່ອມາປຸງແຕ່ງຢູ່ລາວແລ້ວຈຳໜ່າຍໃນລາວດັ່ງຜູ້ປະກອບປໍ້ານໍ້າມັນ ອີກທ່ານກ່າວວ່າ:

“ຄັນຊິເບິ່ງອັດຕາສ່ວນ ຂອງນໍ້າມັນຈີນໜ້າຈະບໍ່ແຕກຕ່າງລາຄາໜ້າ ຈະເທົ່າໆກັນນໍ້າມັນຈີນໜ້າຈະເປັນພວກສາຍນໍ້າມັນດິບ ເອົາມາກັ່ນອອກນະປັດຈຸບັນກາມີນໍ້າມັນ ຈີນກາມີນໍ້າມັນຊຽງຂວາງເດ່ລາຄາມັນກາເທົ່າໆກັນ.

ປະຊາຊົນລາວ ເຫັນວ່າຖ້າບໍລິສັດຈີນໄດ້ນໍາເຂົ້ານໍ້າມັນ ຈາກຈີນມາໃຫ້ບໍລິການຢູ່ລາວ ກໍ່ອາດບໍ່ຕີຕະຫຼາດໃນລາວໄດ້ຍ້ອນວ່າ ຄົນລາວສ່ວນຫຼາຍນິຍົມໃຊ້ນໍ້າມັນທີ່ນໍາເຂົ້າຈາກໄທຍ ເຊິ່ງເປັນນໍ້າມັນທີ່ໄດ້ຄຸນນະພາບສູງ ແລະຜູ້ໃຊ້ລົດທັງຫຼາຍກໍ່ອາດບໍ່ເຊື່ອໝັ້ນ ຄຸນນະພາບຈາກຈີນ.

ດັ່ງທ່ານກ່າວວ່າ:

“ແມ່ນຍັງບໍ່ຄ່ອຍໝັ້ນໃຈປານໃດ ຕົວນີ້ກາຍັງບໍ່ຮູ້ເທື່ອນ່າຄຸນນະພາບ ມັນຊິສໍ່າໃດຕ້ອງມີການທົດລອງເບິ່ງກ່ອນເພາະວ່າ ຄັນບໍ່ລອງເຮົາກາບໍ່ຮູ້ຫັ້ນນ່າ. ດຽວນີ້ກາຕື່ມປໍ້າຫຼັກແລ້ວກາປໍ້າ ປຕທ ປໍ້າໄທຫັ້ນແຫຼະ.”

ອະດີດເຈົ້າໜ້າທີ່ ທີ່ຕິດຕາມຂ່າວກ່ຽວກັບນໍ້າມັນເຊື້ອໄຟ ກໍ່ເຊື່ອວ່າບໍລິສັດຈາກຈີນທີ່ມີແຜນເຂົ້າມາ ໃຫ້ບໍລິການນໍ້າມັນເຊື້ອໄຟ ກໍ່ຕ້ອງເຂົ້າມາລົງທືນເພື່ອຫາຜົນກຳໄລ.

ດັ່ງທ່ານກ່າວວ່າ:

“ໂອມັນກາຫາກໍາໄລ ຄືເກົ່າຫັ້ນແລ້ວມັນອາໄສກໍາໄລຍາວນານ ພວກນີ້ຈີນມັນແຮງເກັ່ງແຫຼະ ເລື່ອງຫາກໍາໄລນ່າສຸດທ້າຍ ມັນກາຄຸມເຮົາຄືເກົ່າຫັ້ນແຫຼະ. ລາວເຮົາຄຸມບໍ່ເກັ່ງປານໃດ ຄັນມັນເຮັດລະໝາຍຄວາມວ່າ ມັນຕ້ອງກະກຽມຢ້ານພວກກັ່ນນໍ້າມັນພຸ້ນ ໂຄງການເຂົາກາວາງໄປເລື້ອຍໆ.”

ບໍລິສັດ ຊິໂນເປັກ ທີ່ມີສໍານັກງານໃຫຍ່ ຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ກໍເຄີຍໄດ້ລົງທຶນໃຫ້ບໍລິການດ້ານນໍ້າມັນເຊື້ອໄຟ ແລະເປີດປໍ້າມັນຢູ່ບາງປະເທດ ໃນອາຊ້ຽນເຊັ່ນ ປະເທດສິງກະໂປ ແລະ ປະເທດໄທຍ. ນອກຈາກນີ້ ບໍລິສັດ ດັ່ງກ່າວຍັງເປັນຜູ້ຕິດຕັ້ງເຄື່ອງສາກລົດໄຟຟ້າ ແບບໄວ ແລະ ຜະລິດລົດໄຟຟ້າເພື່ອສົ່ງໄປຈໍາໜ່າຍ ໃນຫຼາຍປະເທດລວມ ທັງປະເທດລາວ.

ເມື່ອປີ 2023 ບໍລິສັດ ຊິໂນເປັກ ຮ່ອງກົງ ຈາກປະເທດຈີນ ເຊິ່ງເປັນບໍລິສັດເຄືອຂ່າຍດຽວກັນ ກັບບໍລິສັດຊິໂນເປັກຫາກໍ່ໄດ້ຈັດສົ່ງ ແລະມອບນໍ້າມັນໃຫ້ແກ່ບໍລິສັດ ລັດສາຫະກິດນໍ້າມັນເຊື້ອໄຟ ວຽງຈັນ ແລະ ບໍລິສັດ ຊິໂນລາວ ລົງທຶນຈຳກັດຢູ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາເພື່ອນໍາມາຈໍາໜ່າຍ ໃນຮູບແບບຂາຍຍົກ ແລະຂາຍຍ່ອຍຢູ່ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.