ຫຼວງພຣະບາງ ຮື້ຖອນປ້າຍ ທີ່ບໍ່ຖືກຕ້ອງຕາມລະບຽບ
2024.05.20
ເຈົ້າໜ້າທີ່ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມລະບຽບການ ຈຳນວນນຶ່ງ ໃນວັນທີ 14 ພຶດສະພາ 2024 ນີ້.
ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານນຶ່ງ ຢູ່ນະຄອນຫຼວງພຣະບາງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“14 ເຂົາເຈົ້າໄປຮື້, ຮື້ຖອນ ເຂົາເຈົ້າໄປ ຢູ່ແຖວເສັ້ນໃຈກາງເມືອງຢູ່ບໍ່ແມ່ນບໍ່? ອໍ, ກະຍັງບໍ່ຮູ້ເດ້ພວກເຮົາ ເພາະວ່າມັນເຂົາເຈົ້າລົງໄປລະແມ່ນອັ່ນ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ. ເອົາປ້າຍທີ່ບໍ່ຖືກຕ້ອງ ປ້າຍທີ່ບໍ່ຖືກລະບຽບ ຫຼືວ່າອັ່ນນັ້ນແຫຼະ.”
ປ້າຍທີ່ຖືກກວດຍຶດຮື້ຖອນສ່ວນຫຼາຍ ແມ່ນປ້າຍໂຄສະນາຊົ່ວຄາວ ທີ່ຕິດຕັ້ງຕາມແຄມຖະໜົນຫົນທາງ ແລະ ທາງຄົນຍ່າງ ແບບຊະຊາຍ ໃນເຂດໃຈກາງເມືອງ.
ປ້າຍລັກສະນະດັ່ງກ່າວ ຈະເຮັດໃຫ້ໂສມໜ້າຂອງເມືອງມໍລະດົກໂລກ ແຫ່ງນີ້ ມີຄວາມບໍ່ຈົບບໍ່ງາມ. ທັງນີ້, ທາງພາກສ່ວນກ່ຽວຂ້ອງ ຢາກໃຫ້ທາງຜູ້ຕິດຕັ້ງປ້າຍ ນຳເອົາແບບປ້າຍໂຄສະນາ ແລະ ພາບໂຕຢ່າງຈຸດຕິດຕັ້ງປ້າຍ ເຂົ້າມາຜ່ານທາງພາກສ່ວນກ່ຽວຂ້ອງ ພິຈາລະນາເບິ່ງສາກ່ອນ.
ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງພຣະບາງ ອີກທ່ານໜຶ່ງ ກ່າວວ່າ:
“ປັດຈຸບັນ ເລື່ອງປ້າຍຊົ່ວຄາວ ເພິ່ນບໍ່ຢາກອະນຸຍາດຫັ້ນນ່າ ຖ້າລະບຽບນີ້ເຮົາຕ້ອງໄດ້ເອົາຂຶ້ນອັ່ນ ໜ້າຮ້ານ ຫຼືວ່າເອົາຂຶ້ນເທິງຫຼັງຄາຫັ້ນນ່າ ເພາະວ່າອັ່ນແບບຕໍ່ໜ້າເນາະ. ເພື່ອຄວາມເປັນລະບຽບຮຽບຮ້ອຍ ເພິ່ນບໍ່ຢາກໃຫ້ຕິດອັ່ນ ທາງຍ່າງອີ່ຫຍັງຫັ້ນນ່າ. ສົ່ງແບບຫັ້ນມາເບິ່ງກ່ອນແລ້ວອັ່ນເບິ່ງ ສະຖານທີ່ວ່າຮັບຮອງໄດ້ບ່ອນໃດ ຈະຕິດຕັ້ງຢູ່ບ່ອນໃດເນາະ.”
ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ກໍບໍ່ໄດ້ລະບຸເຖິງ ຈໍາຮວນປ້າຍທີ່ຖືກຮື້ຖອນ ວ່າ ມີຈຳນວນເທົ່າໃດ ແລະ ເປັນຮ້ານຄ້າປະເພດໃດແດ່.
ທາງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ມີການກວດຍຶດປ້າຍໂຄສະນາ ທີ່ຜິດລະບຽບການ ຢູ່ເປັນປະຈຳ. ແຕ່ວ່າກໍຍັງບໍ່ສາມາດແກ້ໄຂບັນຫາ ການຕິດຕັ້ງປ້າຍໂຄສະນາຊົ່ວຄາວ ແບບຊະຊາຍໄດ້ເທື່ອ ຍ້ອນຮ້ານຄ້າຈຳນວນນຶ່ງ ໄປເສຍເງິນພັນທະ ນຳທາງການ ແລ້ວກໍເອົາປ້າຍດັ່ງກ່າວນັ້ນ ກັບມາຕິດຕັ້ງຄືນໃໝ່.
ຊາວນະຄອນຫຼວງພຣະບາງ ກ່າວວ່າ:
“(ປ້າຍ) ຍົກເຂົ້າຍົກອອກຕິ, ກະໜ້າຈະມີບັນຫາດອກໂຕນັ້ນນ່າ. ເພາະວ່າສ່ວນຫຼາຍຕັ້ງແຖວນັ້ນກະ ເສຍພັນທະເພິ່ນ ເພິ່ນກະມາເກັບ, ເກັບໄປເສຍພັນທະ ເພິ່ນກະເອົາມາຕັ້ງໃໝ່. ບໍ່! ຄັນເປັນພາສາຕ່າງປະເທດຫັ້ນ ມັນບໍ່ຄ່ອຍຜ່ານ ຄັນແມ່ນຕ້ອງມີພາສາລາວເອົາຂຶ້ນເທິງ, ພາສາລາວຂຶ້ນເທິງແລ້ວກະທາງລຸ່ມຈັ່ງແມ່ນພາສາຕ່າງປະເທດ.”
ປ້າຍໂຄສະນາທີ່ບໍ່ຖືກຕາມລະບຽບກົດໝາຍ ປະກອບມີຫຼັກໆ ແມ່ນສາມປະເພດ. ຜູ້ປະກອບການຮ້ານປ້າຍໂຄສະນາ ທ່ານນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວວ່າ ກ່າວເຊັຽເສຣີ ວ່າ:
“ອັນທີນຶ່ງນີ້ແມ່ນປ້າຍທີ່ເຮັດຂຶ້ນມາແລ້ວມັນບໍ່ຜ່ານນ່າ, ຜ່ານເນື້ອໃນ. ສອງມາແມ່ນປ້າຍທີ່ບໍ່ມີພາສາລາວນີ້ນ່າ, ສາມມາແມ່ນ ຕັ້ງຢູ່ແຖວເສັ້ນທາງ ກີດຂວາງທາງຍ່າງ ຟຸດບອກຟຸດບາດນີ້ນ່າ. ກະມີຫຼາຍພາກສ່ວນ, ມີ ອພບຕ. ເດ້ບໍ່ຊີ້ນ່າ, ອົງການບໍລິຫານຕົວເມືອງນີ້ນ່າ. ເຮົາກະເຫັນຢູ່ອັ່ນ ນຳເຂົາເຈົ້າລົງອັ່ນ ຢູ່ນຳໜັງສືພິມ ແມ່ນຫຍັງຫັ້ນນ່າ ອີ່ຫຍັງຫຼາຍຢ່າງ ລົງເຟດບອກເຟດບຸກນີ້ນ່າ. ເອີ້, ແຕ່ວ່າພວກເຮົາເຫັນແບບນັ້ນ.”
ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ກໍໄດ້ມີການລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ຜິດຕໍ່ລະບຽບການ ມາແລ້ວຫຼາຍຄັ້ງ ເປັນຕົ້ນ ໃນໄລຍະເດືອນມັງກອນ ຫາ ເດືອນກັນຍາ ປີ 2023 ໂດຍສະເພາະ ປ້າຍອັກສອນພາສາຈີນ ທີ່ໂຕໃຫຍ່ກວ່າພາສາລາວ.
ໃນເດືອນກຸາມພາ 2024 ນີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາ ແລະ ຮື້ຖອນ ປ້າຍໂຄສະນາ ທີ່ເປັນພາສາຈີນ ແລະ ພາສາຕ່າງປະເທດອື່ນໆ ລວມທັງ ປ້າຍທີ່ຕິດລາຄາ ເປັນເງິນຕາຕ່າງປະເທດ ຈຳນວນ 30 ປ້າຍ.
ນອກຈາກນີ້, ໜ່ວຍງານກວດກາ ແລະ ຄວບຄຸມ ປ້າຍໂຄສະນາ ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ກວດພົບປ້າຍ ທີ່ບໍ່ຖືກຕ້ອງ ຕາມລະບຽບການ ຈຳນວນ 50 ປ້າຍ ແລະ ໄດ້ມີການຮື້ຖອນປ້າຍອອກ ຈຳນວນ 20 ປາຍປ້າຍ ຊຶ່ງປ້າຍທີ່ຖືກຮື້ຖອນ ສ່ວນຫຼາຍ ເປັນປ້າຍພາສາຈີນ ແລະ ພາສາໄທ ທີ່ບໍ່ມີພາສາລາວ ຢູ່ເທິງ ລວມທັງ ປ້າຍທີ່ບໍ່ກົງກັບໃບທະບຽນທຸລະກິດ ນຳດ້ວຍ.
ນອກຈາກນີ້ ໃນເດືອນມີນາ ປີ 2024, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງດາກຈຶງ ແຂວງເຊກອງ ກໍໄດ້ລົງກວດກາ ແລະ ຮື້ຖອນ ປ້າຍໂຄສະນາ ຈຳນວນ 10 ປ້າຍ ຊຶ່ງເປັນປ້າຍພາສາຫວຽດນາມ ແລະ ປ້າຍພາສາຈີນ ທີ່ບໍ່ຖືກຕ້ອງຕາມລະບຽບການ.