ຮຽກຮ້ອງໃຫ້ ພາກທຸລະກິດທ່ອງທ່ຽວ ຮັບຄ່າບໍລິການເປັນເງິນກີບ
2024.05.13
ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ອອກແຈ້ງການ ວັນທີ24 ມີນາ 2024 ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບການບໍລິການທຸລະກິດ ທ່ອງທ່ຽວ ຕິດປ້າຍປະກາດ ກ່ຽວກັບການຊໍາລະຄ່າຕ່າງໆ ເປັນເງິນກີບ ເປັນຕົ້ນຄ່າບໍລິການທີ່ພັກ, ຄ່າອາຫານ ແລະຄ່າເຄື່ອງດື່ມ ແລະການຊໍາລະນັ້ນ ໃຫ້ຜ່ານລະບົບທະນາຄານຫລາຍຂຶ້ນ ຕາມລະບຽບກົດໝາຍ.
ດັ່ງເຈົ້າໜ້າທີ່ ກົມຄຸ້ມຄອງເງິນຕາຕ່າງປະເທດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ພຶດສະພານີ້ວ່າ:
“ຕົວນີ້ກໍຕາມກົດໝາຍ ກໍແມ່ນໃຫ້ໃຊ້ເງິນກີບ ນໍນັກທ່ອງທ່ຽວກໍຈະຕ້ອງປະຕິບັດຕາມລະບຽບການ ຕົວນີ້ຕາມກົດໝາຍມັນເປັນເງິນກີບເທົ່ານັ້ນນະເຈົ້າ ຕ້ອງໄດ້ແລກປ່ຽນກ່ອນເຈົ້າ ຕາມແຈ້ງການທີ່ກະຊວງຖະແຫລງຂ່າວອອກເລີຍ.”
ແລະເຈົ້າໜ້າທີ່ທະນາຄານການຄ້າ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ປົກກະຕິ ການຊື້ຂາຍທົ່ວໄປ ກໍໃຊ້ເງິນກີບ, ຈະມີແຕ່ບາງທຸລະກິດ ເປັນຕົ້ນໂຮງແຮມ ແລະຮ້ານອາຫານຈໍານວນນຶ່ງ ທີ່ຍັງຮັບເງິນຕາຕ່າງປະ ເທດ ແລະວ່າ ທາງການເພິ່ນ ກໍລະດົມໃຫ້ໃຊ້ເງິນກີບ ໃນການຊໍາລະຄ່າສິນຄ້າ ແລະການບໍລິການຕ່າງໆ.
“ທີ່ຈິງ ພາກລັດເພິ່ນກະລົນນະລົງໃຫ້ໃຊ້ເປັນເງິນກີບຫັ້ນແຫລະ ແຕ່ວ່າກໍຍັງມີບາງກິດຈະການ ທີ່ຂະເຈົ້າເຮັດເປັນໂຮງແຮມ ຮ້ານອາຫານ ຍັງມີບ່ອນກໍຍັງຮັບ ເງິນຕາກໍຍັງຮັບຄືກັນ ເງິນກີບກໍຮັບ ຄວາມໝາຍວ່າ ຮັບ 2-3 ສະກຸນເງິນ 3-4 ສະກຸນເງິນ ຂະເຈົ້າກໍຮັບໝົດ ແຕ່ເວລາເອົາເງິນກີບໄປຈ່າຍ ຂະເຈົ້າກລໄລ່ເຣດຄ້ອນຂ້າງສູງຫັ້ນແຫລະ ແມ່ນດຶງເງິນຕາເຂົ້າໃນລະບົບ ກໍພະຍາຍາມເກັບໃຫ້ເປັນເງິນຕາເງິນຫຍັງ.”
ໃນຂະນະດຽວກັນ ເຈົ້າຂອງຮ້ານອາຫານ ຢູ່ເມືອງແກ່ນທ້າວ ແຂວງໃຊຍະລູລີ ນາງນຶ່ງ ກໍເວົ້າວ່າ ສໍາລັບການຊື້ຂາຍເຄື່ອງຂອງຢູ່ໃນເມືອງແກ່ນທ້າວ ທີ່ມີຊາຍແດນຕິດກັບປະເທດໄທ ແມ່ນມີການໃຊ້ທັງເງິນກີບ ແລະເງິນບາດ ແຕ່ກໍເງິນບາດເປັນຫລັກ ແລະວ່າ ທີ່ຜ່ານມາ ທາງທະນາຄານກາງ ກໍເຄີຍມາລະດົມໃຫ້ຮ້ານອາຫານຢູ່ເມືອງນີ້ ຊື້-ຂາຍເປັນເງິນກີບຫລາຍຂຶ້ນ ແຕ່ມັນກໍເປັນໄປບໍ່ໄດ້ ເພາະທົ່ວເມືອງເພິ່ນໃຊ້ເງິນບາດກັນ.
ດັ່ງທີ່ນາງເວົ້າວ່າ:
“ເຄີຍມີທະນາຄານກາງ ເພິ່ນກໍມາລະດົມຄືກັນ ເພິ່ນກໍບໍ່ໃຫ້ເວົ້າເງິນບາດນໍ ແຕ່ວ່າທີ່ມາລະດົມແຕ່ຮ້ານອາຫານ ມັນກໍເປັນໄປບໍ່ໄດ້ ເພາະວ່າທົ່ວເມືອງນໍ ເພິ່ນໃຊ້ເງິນບາດເບິດ ມາເວົ້າແຕ່ເຮົາຜູ້ດຽວກໍບໍ່ໄດ້ຄືເກົ່າ ມັນກໍຄືສິຍາກນໍ ເຮົາເກີດມານໍ ຄືຢູ່ນໍາເງິນບາດ. ມັນບໍ່ແມ່ນເຮົາຢູ່ໍນາເງິນກີບ ບໍ່ແຕນ ແກ່ນທ້າວ ຄືເງິນບາດໝົດເລີຍ ຄອບຄົວໃດບໍ່ເປັນພະນັກງານນີ້ ແທບບໍ່ມີເງິນກີບເຂົ້າເຮືອນເລີຍເດ ເອົາຜັກໄປຂາຍ ເຂົາເຈົ້າກໍຂາຍ 5 ບາດ 10 ບາດ 20 ບາດ ເຈົ້າຈະເອົາເງິນກີບໄປຊື້ກໍໄດ້ ແຕ່ວ່າຂ້ອຍກໍໄລ່ຕາມເຣດຂອງທ້ອງຕະຫລາດ.”
ຢູ່ແຂວງຫລວງນໍ້າທາ ຄົນນໍາທ່ຽວ ຢູ່ເມືອງຫລວງນໍ້າທາຜູ້ນຶ່ງ ເວົ້າວ່າ ຕົນເຫັນແຈ້ງການຂອງກະຊວງທີ່ວ່ານັ້ນຢູ່ ແຕ່ກໍຍັງບໍ່ແນ່ໃຈວ່າ ບໍລິສັດທົວ ຈະເລີ່ມຮັບຄ່າບໍລິການ ເປັນເງິນກີບນັ້ນເມື່ອໃດ ໃນຂະນະທີ່ບໍລິສັດທົວ ສ່ວນຫາຍ ຍັງຮັບເອົາຄ່າບໍລິການ ທັງເງິນກີບ, ເງິນຢວນ, ເງິນບາດ ແລະເງິນໂດລ້າຣ໌ຢູ່.
“ເຫັນຂະເຈົ້າລົງຢູ່ໄດ໋ ທິດແລ້ວນີ້ ບໍ່ຮູ້ວ່າບັນດາບໍລິສັດເຂົາເຈົ້າໃຫ້ຈ່າຍເປັນສະກຸນເງິນກີບ ກໍຍັງບໍ່ທັນແນ່ໃຈເທື່ອເດີ ປົກກະຕິແລ້ວຈ່າຍໄດ້ ກີບ, ຢວນ, ໂດລ້າຣ໌ ໄດ້ໝົດຫັ້ນນະ ຕາມຫ້ອງການທ່ອງທ່ຽວ ຂາບລາຍການທົວຕ່າງໆ ຂາຍເປັນໂດລ້າຣ໌ໝົດ ແຕ່ວ່າມາແລກ ມາຄິດໄລ່ເປັນເງິນກີບ.”
ແລະຢູ່ແຂວງຫລວງພຣະບາງ ເຈົ້າຂອງເຮືອນພັກ ຢູ່ນະຄອນຫລວງພຣະບາງ ນາງນຶ່ງເວົ້າວ່າ ການຊໍາລະເງິນ ຄ່າຢູ່ເຮືອນພັກຂອງນາງ ຂຶ້ນຢູ່ກັບຄວາມສະດວກຂອງລູກຄ້າ, ລູກຄ້າຈໍານວນນຶ່ງ ກໍສໍາລະເງິນຜ່ານບັດເກຣດິດ, ບາງສວ່ນກໍຈ່າຍເງິນສົດ ຊຶ່ງສ່ວນຫລາຍເປັນເງິນໂດລ້າຣ໌ ແລະເງິນບາດ.
“ທາງເຮົາ ສ່ວນຫລາຍກໍຮັບເປັນເງິນໂດລ້າຣ໌ ກັບບາດ ຫັ້ນລະ ເພາະວ່າລາຄາຂາຍປົກກະຕິ. ຈະຂາຍເປັນໂດລ້າຣ໌ເລີຍ ແຕ່ວ່າບາດກໍຮັບເຈົ້າ ຊ່ວງນີ້ເຮັບ (ເງິນກີບ) ຢູ່, ແຕ່ເຣດມັນຈະອ່ອນຫລາຍນໍ ເພາະເຮົາຊື້ຈາກທະນາຄານບໍ່ໄດ້. ປົກກະຕິ ເວລາແຂກເຂົາເຈົ້າຈາຍ ຄືຈ່າຍວີຊ້າ ຫລືມາສເຕີຄາດ ອິຫຍັງກໍອອກມາເປັນກີບຢູ່ແລ້ວ ເພາະວ່າຜ່ານທະນາຄານເດ ແຕ່ວ່າສໍາຄັນວ່າຂ້ອຍຫັ້ນ ຂ້ອຍເອົາເງິນຕາ ເພາະວ່າເວລາຂ້ອຍອອກນອກປະເທດ ມັນຊອກຊື້ຍາກຫັ້ນນະ ຢູ່ໃນ ສປປ ລາວ.”
ທະນາຄານພັດທະນາເອເຊຍ ຫຼື ADB ປະຈໍາລາວ ແນະນໍາໃນເດືອນທັນວາ 2023 ໃຫ້ຣັຖບານລາວ ເອົາໃຈໃສ່ ແລະເຂັ້ມງວດ ໃຊ້ເງິນກີບ ໃນການຊື້-ຂາຍສິນຄ້າ ພາຍໃນປະເທດ ແລະຫຼຸດຜ່ອນການນໍ້າໃຊ້ ເງິນຕາຕ່າງປະເທດ ຖ້າບໍ່ຈໍາເປັນ ເພື່ອສ້າງສະຖຽນລະພາບ ໃຫ້ເງິນກີບ ບໍ່ອ່ອນຄ່າ ລົງຕື່ມ.
ແລະເມື່ອກ່ອນໜ້ານັ້ນ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕີ ກໍໄດ້ອອກຄໍາສັ່ງ ໃນມື້ວັນທີ 14 ກໍລະກົດ 2023 ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງ ເງິນຕາຕ່າງປະເທດ ຕາມກົດໝາຍ.
ຄໍາສັ່ງດັ່ງກ່າວ ລະບຸວ່າ ຫ້າມຄອບຄອງ ເງິນຕາຕ່າງປະເທດ. ຖ້າມີ ໃຫ້ຝາກໄວ້ນໍາທະນາຄານ, ໃຫ້ໃຊ້ແຕ່ເງິນກີບ ລວມທັງໃນເຂດເສດຖະກິດພິເສດ ແລະຄາສິໂນ, ໃຫ້ຕິດປ້າຍສິນຄ້າ ເປັນເງິນກີບ, ໂຄສະນາຂາຍ ແລະຊື້ທຸກຢ່າງ ເປັນເງິນກີບ. ລວມທັງການຊື້ລົດ, ເຮືອນ ແລະດິນ. ຮ້ານຄ້າ, ຮ້ານອາ ຫານ ແລະໂຮງແຮມ ໃຫ້ເກັບຄ່າບໍລິການເປັນເງິນກີບ ແລະ ນາຍຈ້າງຕ້ອງຈ່າຍຄ່າແຮງງານໃຫ້ລູກຈ້າງ ເປັນເງິນກີບ.