ລາວເປີດປີທ່ອງທ່ຽວ ຂະນະທີ່ໂຄງຮ່າງພື້ນຖານ ຍັງເປັນອຸປະສັກ

ໄຊຍາ
2024.01.26
ລາວເປີດປີທ່ອງທ່ຽວ ຂະນະທີ່ໂຄງຮ່າງພື້ນຖານ ຍັງເປັນອຸປະສັກ ນັກທ່ອງທ່ຽວ ກຳລັງທ່ຽວຊົມຕາດຝານ ແຂວງຈຳປາສັກ ເດືອນສິງຫາ ປີ 2023.
RFA

ໃນວົນທີ 25 ມົກກະຣາ 2024 ຍານາງ ສວນສະຫວັນ ວິຍະເກດ ຣັຖມົນຕຣີກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກ່າວໃນກອງປະຊຸມ ຣັຖມົນຕຣີທ່ອງທ່ຽວອາຊ້ຽນ (ASEAN Tourism Ministers Meeting) ຄັ້ງທີ 27 ຢູ່ນະຄອນຫຼວງວຽງຈັນວ່າ ການທ່ອງທ່ຽວເປັນຂແນງການ ທີ່ສຳຄັນໃນການຂັບເຄື່ອນ ແລະຂຍາຍໂຕ ຂອງເສຖກິຈ, ການພັທນາແບບຍືນຍົງ ລວມເຖິງການໄປມາຫາສູ່ ຂອງປະຊາຊົນເຊິ່ງບໍ່ໄດ້ມີແຕ່ສະເພາະການຮ່ວມມື ບັນດາປະເທດອາຊ້ຽນ ແຕ່ຍັງມີການຮ່ວມມື ກັບຫຼາຍປະເທດ ໃນພາກພື້ນຕື່ມອີກ.

ໃນສະພາບໂຕຈິງ ການທ່ອງທ່ຽວພາຍໃນປະເທດລາວ ຍັງມີຫຼາຍປະການທີ່ເຮັດໃຫ້ ເກີດຄວາມຫຍຸ້ງຍາກໃນການສົ່ງເສີມ ການທ່ອງທ່ຽວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມົກກະຣາ 2024 ວ່າ:

“ສໍາລັບອຸປະສັກ ຢູ່ບ້າເຮົານີ້ ມັນກໍມີຫຼາຍຢູ່. ສິ່ງທ້າທາຍຫັ້ນນ່າເນາະ ອັນດັບທໍາອິດນີ້ ກໍໂຄງຮ່າງພື້ນຖານ ກໍມີບາງຈຸດບາງ ແຫຼ່ງທ່ອງທ່ຽວ ກໍຍັງບໍ່ທັນສະດວກປານໃດ. ສອງກໍການບໍຣິການນີ້ ຖ້າທ່ຽບໃສ່ໂຕຢ່າງໄທຍເນາະ ຂອງພວກເຮົາ ມັນກໍບໍ່ສະດວກປານໃດເນາະ ເພາະວ່າປັດຈຸບັນນີ້ ບ້ານເຮົານີ້ກໍຂາດແຄນແຮງງານເນາະ ເພາະວ່າແຮງງານ ກໍໄປທາງພຸ້ນຫຼາຍ. ຕາມຮ້ານອາຫານນີ້ ກໍມີຄວາມຫຍຸ້ງຍາກເນາະ.”

ທີ່ຜ່ານມາການທ່ອງທ່ຽວ ພາຍໃນປະເທດລາວ ຍັງບໍ່ມີບັນຫາເຣື່ອງການໂຄສະນາ-ປະຊາສັມພັນ ບໍ່ທັນຄົບຖ້ວນ, ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ຣັຖ ຍັງບໍ່ທັນເໝາະສົມ ແລະອົງຄວາມຮູ້ ດ້ານບໍຣິການ-ການທ່ອງທ່ຽວ ຂອງຜູ້ທີ່ເຮັດວຽກດ້ານການທ່ອງທ່ຽວ ຍັງບໍ່ທັນພຽງພໍ ຈຶ່ງເຮັດໃຫ້ການຜັກດັນດ້ານການທ່ອງທ່ຽວ ແລະບໍຣິການຂອງປະເທດລາວ ໃຫ້ເຊື່ອມໂຍງກັບປະເທດເພື່ອນບ້ານ ຍັງເປັນຂໍ້ທ້າທາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ມັນມີບາງຢ່າງທີ່ເປັນຂໍ້ສະດວກ ແຕ່ວ່າພວກເຮົາຈຶ່ງມາເພີ່ມບໍຣິສັດ ທ່ອງທ່ຽວ ກໍຜ່ານບໍຣິສັດອາດຊິມີຫຼາຍແຕ່ວ່າ ຖ້າເປັນທຸຣະກິຈຂນາດນ້ອຍ ແລະກາງ ໂຕຢ່າງວ່າຣົຖຕູ້ຄັນນຶ່ງກໍສາມາດເປັນທຸຣະກິຈນຳທ່ຽວ ໄດ້ຊີ້ນ່າ ໄກ້ດ໌ນໍາທ່ຽວ ກັບພະນັກງານຂັບຣົຖ ອາດຊິເປັນຄົນດຽວກັນເລິຍຊີ້ນ່າ. ແມ່ນແຫຼະໆ ຂໍ້ມູນມັນເອີ້ນວ່າ ພະນັກງານຜູ້ນຶ່ງນີ້ນ່າ ສົມມຸດວ່າເປັນໂຊເຟີ້ຂັບຣົຖເນາະ ເປັນທັງໄກ້ດ໌ນໍາທ່ຽວເນາະ. ສົມມຸດວ່າເປັນແຫຼ່ງທ່ອງທ່ຽວ ຫຼວງພຣະບາງຂຶ້ນຣົຖຕູ້ຄັນດຽວກັນ ກໍທົວຣ໌ໄປເລີຍຊີ້ນ່າ.”

ໃນໄລຍະທີ່ຜ່ານມາ ບໍຣິສັດການທ່ອງທ່ຽວ ຂນາດໃຫຍ່ຈະມີໄກ້ດ໌ນໍາທ່ຽວ ຫຼາຍພາສາ ແຕ່ຖ້າຫາກເປັນບໍຣິສັດທ່ອງທ່ຽວ ຂນາດນ້ອຍ ແລະຂນາດກາງ ເຊິ່ງມີຢູ່ເປັນຈຳນວນຫຼາຍ ບໍ່ທັນມີຄວາມຮູ້ກ່ຽວກັບການຈັດການທ່ອງທ່ຽວ ແບບມືອາຊີບເທື່ອ ອີກທັງປັດຈຸບັນໄກ້ດ໌ນໍາທ່ຽວ ບາງພາສາ ຍັງບໍ່ທັນມີພຽງພໍຕໍ່ຄວາມຕ້ອງການ ຂອງຕລາດພໍເທົ່າໃດ.

ດັ່ງພະນັກງານນຳທ່ຽວ ຢູ່ວັງວຽງ ແຂວງວຽງຈັນ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຖ້າເປັນບໍຣິສັດໃຫຍ່ຫັ້ນນ່າ ມັນຈະມີໝົດໄກ້ດ໌ນໍາທ່ຽວ ແຕ່ລະພາສາ ຈະແບ່ງເປັນພາກສ່ວນໆ ບໍ່ວ່າຈະເປັນພາສາເຢັຍຣະມັນ, ອອດສເຕຣເລັຍບໍ່, ອັງກິດ ຊີ້ນ່າ, ຈີນ, ເກົາຫຼີ ຊີ້ນ່າ. ຫົວໜ່ວຍບໍຣິສັດນ້ອຍໆ ຄືດ້ວຍບໍຣິການ ຄືເວົ້າພາສາອັງກິດ ຢ່າງດຽວ ແຕ່ວ່າຖ້າວ່າ ໝາຍເຖິງນັກທ່ອງທ່ຽວຈີນນີ້ ທີ່ຮູ້ພາສາຈີນ ມັນກໍມີຫຼາຍ ແຕ່ວ່າພາສາເກົາຫຼີ ມັນກໍຍັງຂາດໆເຂີນໆ ເພາະວ່າພາສາເກົາຫຼີ ບາງຄົນກໍບໍ່ຮູ້ສົນໃຈຮຽນ ບາງຄົນເຂົາກໍວ່າ ຮຽນຍາກເນາະ ມັນກໍເລີຍວ່າບໍ່ມີທີ່ວ່າເປັນໄກ້ດ໌ເວົ້າພາສາເກົາຫຼີໄດ້ຫັ້ນນ່າ.”

ເຖິງແມ່ນວ່າ ປະເທດລາວ ຈະມີສະຖານທີ່ທ່ອງທ່ຽວ ເປັນຈໍານວນຫຼາຍ ແຕ່ນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ຍັງຄົງເດີນທາງໄປ ແຕ່ສະເພາະສະຖານທີ່ທ່ອງທ່ຽວ ໃນເຂດໂຕເມືອງ ທີ່ມີຊື່ສຽງເທົ່ານັ້ນ ສ່ວນນຶ່ງເປັນຍ້ອນທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນດຳເນີນການປະຊາສັມພັນ ແຫຼ່ງທ່ອງທ່ຽວ ໃນເຂດນອກເມືອງໃຫ້ເປັນທີ່ຮູ້ຈັກ ຂອງສາທາຣະນະຊົນພໍ່ເທົ່າໃດ.

ດັ່ງຜູ້ປະກອບການເຮືອນພັກ ຢູ່ເມືອງປາກຊ່ອງແຂວງຈຳປາສັກ ທ່ານນຶ່ງກ່າວວ່າ:

“ມີຫຼາຍໆ ຫຼາຍແຫຼ່ງທ່ອງທ່ຽວທີ່ຈະເພີ່ມຂຶ້ນມາ ເພາະວ່າສ່ວນໃຫຍ່ບ້ານເຮົາ ຊິເປັນນໍ້າຕົກເດ້, ແຕ່ຫຼັກໆ ກໍຊິເປັນນໍ້າຕົກຄອນພະເພັງ ບໍ່ເທົ່ານັ້ນຫັ້ນແຫຼະ ອັນໂຄສະນາສື່ຫຍັງຕ່າງໆ ກໍເພີ່ມຫຼາຍຂຶ້ນ ແລ້ວຊ່ວງນີ້ຄັນເຂດແຫຼ່ງທ່ອງທ່ຽວໃໝ່ໆນີ້ ເຮົາກໍບໍ່ທັນສະດວກນຳເສັ້ນທາງ ເພາະວ່າຫຼັກໆ ບ້ານເຮົາມັນຍັງຄາຢູ່ເຣື່ອງເສັ້ນທາງນີ້ແຫຼະ.”

DSC02995.JPG
ທາງເຂົ້າຕາດຝານ ແຂວງຈຳປາສັກ ເດືອນສິງຫາ ປີ 2023. ຮູບພາບໂດຍ RFA

ທີ່ຜ່ານມານັກທ່ອງທ່ຽວຊາວໄທຍ ໄດ້ເດີນທາງມາທ່ອງທ່ຽວ ພາຍໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດລາວ ຫຼາຍກ່ອນໝູ່ ເຊິ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ພື້ນຖານໂຄງຮ່າງ ແລະລະບົບຂົນສົ່ງສາທາຣະນະ ໃຫ້ເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ ຫຼາຍຂຶ້ນ.

ດ່ັງນັກທ່ອງທ່ຽວຊາວໄທຍ ທີ່ເດີນທາງໄປທ່ອງທ່ຽວ ຢູ່ປະເທດລາວ ທ່ານນຶ່ງກ່າວວ່າ:

“ທາງເໜືອມັນກໍຊິເປັນທາງເຊື່ອມກັບຣົຖໄຟ ລາວ-ຈີນ ເນາະ, ແຕ່ວ່າເຮົາໜັ່ງຣົຖໄຟ ລົງສະຖານີໃດນີ້ ບາງທີ່ມັນກໍບໍ່ມີການເຊື່ອມຕໍ່ຣົຖຂົນສົ່ງ ເປັນຕົ້ນຣົຖຕູ້ ຫຼືຣົຖບໍຣິການຫຍັງ ບາງທີ່ມັນຕ້ອງເໝົາຣົຖໄປ ເພື່ອຊິອອກຈາກສະຖານີ ໄປເມືອງນັ້ນ ປະມານນີ້ລະ ແລ້ວກໍຮູ້ສຶກວ່າຖນົນທາງພາກເໜືອນີ້ ມັນກໍບໍ່ເອື້ອຕໍ່ການຂັບຣົຖທ່ອງທ່ຽວ ກໍຄືທາງເລືອກຕອນນີ້ ມັນກໍມີແຕ່ຣົຖໄຟ ລາວ-ຈີນ ເຊິ່ງບາງເທື່ອພວກເຮົາຢາກໄປທ່ຽວ ກໍຈອງປີ້ບໍ່ໄດ້ ເພາະວ່າ ລະບົບມັນຍັງບໍ່ເອື້ອ ໃຫ້ກັບການຈອງລ່ວງໜ້າ ກັບຄົນພາຍນອກປານໃດ.”

ໃນສ່ວນຂອງຖນົນ ທາງພາກໃຕ້ຂອງປະເທດລາວ ຈະມີບາງເສັ້ນທາງ ທີ່ສາມາດເດີນທາງໄດ້ ສະພວກສະບາຍ ແຕ່ຖນົນຫຼາຍເສັ້ນທາງ ຢູ່ພາກໃຕ້ຂອງລາວ ຍັງບໍ່ປອດໄພ ພໍປານໃດ.

ດັ່ງນັກທ່ອງທ່ຽວຊາວໄທຍ ກ່າວຕື່ມວ່າ:

“ທາງແຂວງຈໍາປາສັກ ກັບສວັນນະເຂດ ກໍຊິມີຖນົນຫຼັກຢູ່ ແຕ່ມັນກໍບໍ່ໄດ້ເຊື່ອມເມືອງນ້ອຍ. ມັນກໍເຊື່ອມແຕ່ຊາຍແດນທີ່ຢູ່ໄກໆ ແລ້ວກໍຖນົນມັນນ້ອຍ ບໍ່ຄ່ອຍສະດວກໃນເວລາເດີນທາງ ທັງທີ່ມັນເປັນເມືອງຫຼັກ ທັງແຂວງຈຳປາສັກ ແລະ ແຂວງສວັນນະເຂດ ອີກຢ່າງນຶ່ງຄືເວລາເດີນທາງ ຍາມກາງຄືນ ໃນປະເທດລາວທາງໃຕ້ນີ້ ທາງຂັບຣົຖນີ້ ມັນກໍສ່ຽງອັນຕະລາຍ ເພາະວ່າ ຖນົນຫົນທາງບໍ່ຄ່ອຍມີໄຟປານໃດ ແລ້ວກໍເສັ້ນຈາຣະຈອນ ກໍບໍ່ຄ່ອຍຊັດເຈັນ.

ສໍາລັບກອງປະຊຸມ ຣັຖມົນຕຣີທ່ອງທ່ຽວ ອາຊ້ຽນຄັ້ງທີ 27 ແມ່ນເປັນສ່ວນນຶ່ງ ຂອງກອງປະຊຸມ ທ່ອງທ່ຽວອາຊ້ຽນ (ASEAN Tourism Forum) ປະຈຳປີ 2024 ເຊິ່ງຈັດຂຶ້ນ ລະຫວ່າງວັນທີ 22-26 ມົກກະຣາ 2024 ນີ້ໂດຍມີເປົ້າໝາຍ ເພື່ອຊອກຫາແນວທາງ ຄວາມຮ່ວມມືດ້ານນະໂຍບາຍ ທ່ອງທ່ຽວຂອງປະເທດ ສະມາຊິກໃນພາກພື້ນເອເຊັຽຕາເວັນອອກສຽງໃຕ້, ຂຍາຍການທ່ອງທ່ຽວ ຜ່ານການສົ່ງເສີມໃຫ້ຜູ້ປະກອບການ ຂອງແຕລະປະເທດ ປະສານການຮ່ວມມືກັນ ແລະປະຊາສັມພັນ ຂໍ້ມູນຂ່າວສານດ້ານການທ່ອງທ່ຽວ ໃຫ້ສາທາຣະນະ ໄດ້ຮັບຮູ້.

ອີງຕາມການຣາຍງານ ກ່ຽວກັບຈໍານວນນັກທ່ອງທ່ຽວສາກົລ ທີ່ເດີນທາງເຂົ້າມາທ່ອງທ່ຽວ ພາຍໃນກຸ່ມປະເທດອາຊ້ຽນ ໃນປີ 2023 ລະບຸວ່າ ປະເທດລາວມີນັກທ່ອງທ່ຽວ ເດີນທາງເຂົ້າມາທ່ອງທ່ຽວ ຈຳນວນ 2.4 ລ້ານຄົນ ເຊິ່ງຖືວ່າເປັນຈຳນວນໜ້ອຍທີ່ສຸດ ຮອງຈາກປະເທດພະມ້າ ທີ່ມີນັກທ່ອງທ່ຽວ ປະມານ 1 ລ້ານຄົນ. ສ່ວນປະເທດໄທຍ ແລະປະເທດມາເລເຊັຽ ມີນັກທ່ອງທ່ຽວປະມານ 28 ລ້ານ ແລະ 26 ລ້ານຄົນຕາມລຳດັບ. ສຳລັບທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄາດວ່າ ໃນປີ 2024 ຈະມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວ ປະເທດລາວ ປະມານ 2.5 ລ້ານຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.