ຄົນລາວຕົກເປັນເຫຍື່ອ ຂະບວນການ ລົງທຶນທາງອອນລາຍ

ໄຊຍາ
2024.05.28
ຄົນລາວຕົກເປັນເຫຍື່ອ ຂະບວນການ ລົງທຶນທາງອອນລາຍ ຮູບປະກອບ ເຊິ່ງແມ່ນປະຊາຊົນຕິດຕໍ່ພົວພັນວຽກງານ ທີ່ຫ້ອງການຕຳຫຼວດແຫ່ງໜຶ່ງ. ເດືອນເມສາ ປີ 2024.
ນັກຂ່າວພົນລະເມືອງ

ຍັງມີຄົນລາວຈໍານວນຫຼາຍ ຕົກເປັນເຫຍື່ອ ຂອງຂະບວນການຊັກຊວນ ໃຫ້ລົງທຶນທາງອອນລາຍ ໃນຮອບ 1-2 ປີ ຜ່ານມາ ຊຶ່ງດຳເນີນການໂດຍກຸ່ມບຸກຄົນທີ່ໃສ່ຊື່ວ່່າ ຊີເລັກຊັນລາວ ໂດຍຜູ້ສະມັກຈະຕ້ອງຈ່າຍເງິນເພື່ອເຂົ້າຮ່ວມ ເປັນສະມາຊິກເພື່ອແລກປ່ຽນ ກັບຄ່າຕອບແທນປະມານ 200-2,000 ບາດຕໍ່ມື້.

ດັ່ງຜູ້ຖືກສໍ້ໂກງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶດສະພານີ້ວ່າ:

ທີ່ເມືອງລາວນີ້ ຈາກປະສົບການທີ່ເຮົາເຄີຍພົບກັບໂຕເອງນ່າ. ອັນນີ້ເວົ້າເລື່ອງຄົນອື່ນເນາະຄືໜຶ່ງເວັບດຳປິດຫາຍໄປເລີຍ. ສອງໂອນໄປແລ້ວກໍ່ບໍ່ມີຫຍັງງຽບຫາຍໄປເລີຍ. ສາມກໍ່ຄືກົດຖອນແລ້ວບໍ່ມີເງິນເຂົ້າງຽບຫາຍໄປເລີຍ ຈັ່ງຊີ້ນ່າ. ປະມານນີ້ນ່າສຳລັບໂຕເຮົາເອງເຮົາ ມີຢູ່ໃນອ໋ອນລາຍເນາະ ເຮົາເສຍເງິນຢູ່ໃນອອນລາຍ ກໍ່ຕົກຢູ່ 100,000 ປາຍບາດໄທ ສຳລັບໂຕເຮົານ່າກໍ່ແມ່ນວ່າທີ່ນີ້ທີ່ດຽວດອກມັນກໍ່ຫຼາຍ ໆ ທີ່ຫຼາຍ ໆ ອັນຫັ້ນແຫຼະ”

ກຸ່ມທີ່ໃສ່ຊື່ວ່າ ຊີເລັກຊັນລາວ ຈໍານວນໜຶ່ງກໍ່ຢັ້ງຢືນວ່າ ການດໍາເນີນການ ຂອງກ່ມພັດບໍ່ມີສ່ວນກ່ຽວຂ້ອງກັບຂະບວນການ ສໍ້ໂກງຊັບພົນລະເມືອງ. ອີກທັງບໍລິສັດຍັງມີສຳນັກງານໃຫຍ່ ທີ່ໜ້າເຊື່ອຖືຢູ່ປະເທດໄທ. ສ່ວນບັນຫາທີ່ເກີດຂຶ້ນ ໃນຂະນະນີ້ແມ່ນເປັນກຸ່ມບຸກຄົນ ທີ່ນໍາຊື່ ຊີເລັກຊັນລາວໄປແອບອ້າງ ເພື່ອຕົວະເອົາເງິນຈະປະຊາຊົນຈຳນວນຫຼາຍ ຜ່ານລະບົບອອນລາຍ ໃນຮູບແບບເວັບພະນັນ.

ດັ່ງຜູ້ຮູ້ກ່ຽວກັບການສໍ້ໂກງ ທີ່ແຂວງຫົວພັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ອັນເຮັດຊີເລັກຊັນລາວໃຫ້ລະວັງເດີ້ ເພາະວ່າມີທຸລະກິດໜຶ່ງ ປອມຂຶ້ນມາໄດ໋. ເຂົາເຮັດແບບດຽວນີ້ ແຕ່ວ່າຕ້ອງລະວັງໃຫ້ດີເນາະ ຖ້າຫາກວ່ານ້ອງຕ້ອງການສຶກສາຊີເລັກຊັນລາວນີ້ ກໍ່ມີບຸກຄົນໜຶ່ງ ຂະເຈົ້າເຮັດຂຶ້ນມາເຮັດ ຊີເລັກຊັນລາວ ເຮັດແບບດຽວກັນນີ້ແຫຼະ ຂະເຈົ້າແນະນໍາງານກໍ່ເຮັດແບບເຮົານີ້ແຫຼະ ກໍ່ພຽງແຕ່ໂພສເນາະໂພສຕ໌ຮູບພາບຄລິບວິດີໂອ ກໍ່ມີລາຍໄດ້ ປະມານນີ້ນ່າເຂົາຈະໃສ່ຄ່າ ສະມັກຫຼາຍແລ້ວອັນໜຶ່ງ ອັນທີສອງມາສະມັກໄປແລ້ວຈະບໍ່ໄດ້ສິນຄ້ານີ້ເນາະ ແມ່ນຊື່ດຽວກັນ.”

ຜູ້ຮູ້ກ່ຽວກັບການສໍ້ໂກງ ໃນແຂວງຫົວພັນກ່າວຕື່ມວ່າ. ໃນຮອບປີທີ່ຜ່ານມາມີຄົນລາວຈໍານວນຫຼາຍທີ່ອາໄສຢູ່ໃນເຂດຕົວເມືອງ ແລະ ພື້ນທີ່ເຂດນອກພະຍາຍາມຊອກຫາວຽກ ຜ່ານຊ່ອງທາງອອນລາຍໃນນີ້ ຈຳນວນໜຶ່ງ ຕົກລົງເຂົ້າຮ່ວມເປັນໜຶ່ງໃນຂະບວນການ ສໍ້ໂກງຜູ້ອື່ນ ແລະ ອີກຈຳນວນໜຶ່ງແມ່ນຖືກໂກງເງິນໃນຫຼາກຫຼາຍຮູບແບບ ໂດຍບຸກຄົນທັງສອງກຸ່ມນີ້ ແມ່ນມີຈຳນວນເພີ່ມຂຶ້ນ ໃນປັດຈຸບັນຍ້ອນບັນຫາເສດຖະກິດຕົກຕໍ່າ ໃນຮອບ 3-4 ປີທີ່ຜ່ານມານີ້.

“ຄົນລາວກໍ່ຫຼາຍຕອນນີ້ນ່າ ຄົນລາວກໍ່ຫຼາຍຕອນນີ້ຫັ້ນນ່າ ຄົນລາວຜູ້ທີ່ອັນຄ້າຂາຍອອນລາຍ ເຂົາກໍ່ເລີ່ມເຂົ້າມາຫຼາຍຕອນນີ້ນ່າ ປະຊາຊົນຄົນທຳມະດາມີໝົດນ່າ ແມ່ນກໍ່ໄດ້ດີຫັ້ນແຫຼະທຽບໃສ່ ອັນແຕ່ກີ້ເອື້ອຍກໍ່ຂາຍເນາະ ຂາຍສິນຄ້າທົ່ວໆໄປຫັ້ນນ່າ ຂາຍໄປມື້ຮືເຮົາກໍ່ໂພສຕ໌ໆ ມື້ໃດມີລາຍໄດ້ ກໍ່ຍ້ອນວ່າເຮົາມີອໍເດີ້ເນາະແຕ່ວ່າ ມາເຮັດ ຊີເລັກຊັນລາວນີ້ ອ່າເຮົາໂພສສື່ໆ ມັນກໍ່ໄດ້ເງິນນ່າ.”

ຜູ້ຮູ້ກ່ຽວກັບຂະບວນການດັ່ງກ່າວນີ້ ທ່ານກ່າວວ່າ.ສໍາລັບຜູ້ເຂົ້າຮ່ວມ ເປັນສ່ວນໜຶ່ງຂອງ ຊີເລັກຊັນລາວ ຈະແບ່ງອອກເປັນ 3 ລະດັບຄືຕໍາແໜ່ງພະນັກງານ ການຕະຫຼາດ ຕ້ອງຈ່າຍເງິນຄ່າສະມັກ 350 ບາດ, ຕໍາແໜ່ງພໍ່ຄ້າ-ແມ່ຄ້າ ຈ່າຍຄ່າສະມັກ 1,990 ບາດ ແລະ ຕໍາແໜ່ງຫົວໜ້າທີ່ຕ້ອງຈ່າຍເງິນຄ່າສະມັກ 59,800 ບາດ ເຊິ່ງຜູ້ເຂົ້າຮ່ວມຈະມີລາຍໄດ້ 10,000 ບາດ ຈາກ 1 ໃນ 9 ຊ່ອງທາງການເງິນ ທີ່ຈະໄດ້ຮັບແຕ່ລະເດືອນ.

“ຄົນລາວ 59,800 ບາດແລ້ວໂຕນີ້ເຮົາຈະໄດ້ 1,000 ຮຸ້ນເນາະ. ແລ້ວໂຕນີ້ເຮົາຈະໄດ້ຄ່າອອນລາຍນີ້ເນາະມັນຈະມີຄົນຂາຍຂອງໃຫ້ເຮົາຕະຫຼອດ 24 ຊົ່ວໂມງເລີຍເຮົາລໍຖ້າຮັບເງິນປັນຜົນຢ່າງດຽວເລີຍ ໂດຍສະເລັ່ຍແລ້ວເດືອນລະປະມານ 10,000 ບາດ ຢາກເລືອກໃນຕໍາແໜ່ງໃດມັນມີ 350 ບາດ ຫາ 1,990 ບາດກັບໂຕ 59,800 ແມ່ນໂຕນີ້ມັນດີບ່ອນວ່າເຮົາໄດ້ຮ້ານຄ້າເນາະເຮົາບໍ່ຕ້ອງເຮັດຫຍັງ ກໍ່ມີລາຍໄດ້ຢູ່ແລ້ວກໍ່ 1 ຊ່ອງທາງກໍ່ປະມານເດືອນລະ 10,000 ບາດແລ້ວທີ່ເຫຼືອກໍ່ມີອີກປະມານ 8 ຊ່ອງທາງເນາະຕ້ອງຂາຍເຄື່ອງອີ່ຫຍັງຫັ້ນແຫຼະເນາະ.”

ເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່າວວ່າ ກ່ອນໜ້ານີ້ບໍລິສັດ ຊີເລັກຊັນລາວ ໂດຍນັກທຸລະກິດລາວ ຮ່ວມມືກັບນັກທຸລະກິດໄທດຳເນີນທຸລະກິດ ເປັນຕົວແທນນໍາເຂົ້າສິນຄ້າປະເພດ ອາຫານເສີມຈາກໄທ, ແຕ່ສິນຄ້າທີ່ນໍາເຂົ້າອົງການອາຫານ ແລະຢາບໍ່ໃຫ້ຜ່ານ. ອີກທັງບັນດາສະມະຊິກ ເຮັດທຸລະກິດໃນໄທ ພັດນໍາເອົາສື່ວິສະຫະກິດ ໄປແອບອ້າງຊຶ່ງມີຜູ້ຫຼົງເຊື່ອຕົກເປັນເຫຍື່ອ ຈຳນວນຫຼາຍ. ຈາກນັ້ນນັກທຸລະກິດລາວຈຶ່ງຕັດສິນໃຈປິດບໍລິສັດ.

“ເຫັນເລີກແລ້ວຕິບໍ່ ບໍ່ແນ່ໃນຄືກັນແຕ່ເຫັນຄ່າວໆ ວ່າເລີກແລ້ວແຕ່ອັນນີ້ນ້ອງ ກໍ່ບໍ່ຮູ້ບໍ່ຮູ້ວ່າຂະເຈົ້າເຮັດທຸລະກິດຫຍັງແຕ່ວ່າ ເຂົາເຈົ້າຫາເປີດກໍ່ຄືວ່າເປັນນໍາເຂົ້າ ກໍ່ຄືຫາກໍ່ເປີດກິດຈະການຂອງຂະເຈົ້າຫັ້ນ ຂຽນມາຈັ່ງວ່າກິດຈະການຈະເຂົ້າຫັ້ນເຮັດຫຍັງ.”

ເຈົ້າໜ້າທີ່ກ່ຽວຂ້ອງ ກ່າວວ່າກ່ຽວກັບເລື່ອງນີ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ການສໍ້ໂກງດັ່ງກ່າວ ທີ່ແຜ່ລາມຢູ່ໃນລາວມາໄລຍະໜຶ່ງ ແຕ່ມາຮອດປັດຈຸບັນ ຍັງບໍ່ທັນສາມາດສືບຫາຕົ້ນຕໍໄດ້.

“ກໍ່ຊິມີຢູ່ໆ ນໍາຢູ່ສານອີ່ຫຍັງກໍ່ຊິມີມີຢູ່ດອກພວກສໍ້ໂກງຫັ້ນ ສ່ວນຫຼາຍກໍ່ແມ່ນປະຊາຊົນສໍ້ໂກງກັນນີ້ແຫຼະ ກໍ່ມີຢູ່ແຕ່ກີ້ນີ້ກໍ່ມີໆ ກໍ່ຄົນລາວຫັ້ນແຫຼະຕັ້ງບໍລິສັດຫັ້ນນ່າ ເຂົາຮຽກເອົາເງິນປະຊາຊົນແລ້ວກໍ່ເອົາເງິນຫັ້ນໄປແລ້ວກໍ່ເອົາໄປເລີຍຫັ້ນນ່າ. ອໍ! ຂະເຈົ້າກໍ່ດຳເນີນຄະດີຢູ່ໂອ້ຫຼາຍ. ເອີເພິ່ນຊວນລົງທຶນນີ້ແຫຼະ.”

ໜັງສືພິມ ລາວພັດທະນາ ລາຍງານວ່າ ກົມສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ໄດ້ປະກາດວ່າ ທະບຽນວິສາຫະກິດ ຂອງ ບໍລິສັດ ຊີເລັກຊັນລາວ ແມ່ນໄດ້ຖືກປິດແບບຖາວອນນັບແຕ່ວັນທີ 04 ມີນາ 2024 ລວມເວລາມາເຖິງປັດຈຸບັນເປັນເວລາ 03 ເດືອນແລ້ວ, ແຕ່ກຸ່ມດັ່ງກ່າວ ຍັງມີການໂຄສະນາ ໃຫ້ຄົນລາວ ເຂົ້າຮ່ວມລົງທຶນ ຢ່າງກ້ວາງຂວາງ ຜ່ານສື່ສັງຄົມອອນລາຍ.

ອີງຕາມປະມວນກົດໝາຍອາຍາ ສະບັບປີ 2017 ມາດຕາ 233 ລະບຸວ່າບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມຕົວະຍົວະ ຫຼອກລວງດ້ວຍວິທີການໃດກໍ່ຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໄໝແຕ່ 5 ຫາ 20 ລ້ານກີບ. ທັງນີ້ຖ້າ ກໍລະນີການສໍ້ໂກງ ເປັນອາຈິນ ມີການຈັດຕັ້ງກຸ່ມ ຫຼືກໍ່ຄວາມເສຍຫາຍ ຫຼວງຫຼາຍຈະຖືກລົງໂທດ ຕັດອິດສະລະພາບແຕ່ 3 ຫາ 8 ປີ ແລະ ຈະຖືກປັບໄໝ 10 ຫາ 50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.