ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເຕືອນປະຊາຊົນ ໃຫ້ລະວັງ 5 ຮູບການ ຂອງມິດສາຊີບ ທີ່ໃຊ້ຫຼອກລວງ ຜ່ານອອນລາຍ
2025.02.24

ໃນວັນທີ 19 ກຸມພາ ທີ່ຜ່ານມານີ້ ແມ່ນຄັ້ງທໍາອິດ ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເຕືອນພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງ ບໍ່ໃຫ້ຫຼົງເຊື່ອ 5 ຮູບແບບ ຂອງມິດສາຊີບ ທີ່ໃຊ້ຫຼອກລວງຜ່ານອອນລາຍ ພາຍຫຼັງຈາກ ມີປະຊາຊົນເຂົ້າມາແຈ້ງຄວາມ ໃນຖານະຜູ້ເສຍຫາຍ ຈາກກຸ່ມມິດສາຊີບດັ່ງກ່າວ ຢູ່ເລື້ອຍໆ, ດັ່ງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ກຸມພາ ນີ້ວ່າ:
“ມັນກໍອີງໃສ່ການແຈ້ງຄວາມ ອີງໃສ່ມັນເກີດຂຶ້ນ ຢູ່ໃນສັງຄົມ ຄັນຊິວ່າຫຼາຍກໍບໍ່ແມ່ນ ແຕ່ກໍວ່າ ມັນກໍມີປະກົດການ ທີ່ຜ່ານມາເຮົາກໍບໍ່ຮູ້ເນາະ ເພາະວ່າ ມັນກໍຫຼາຍພາກສ່ວນ ຫຼາຍອັນ ອັນພະນັກງານ ມີການໝູນວຽນຊັບຊ້ອນຫັ້ນນ່າ.”
ສໍາລັບຮູບການທີ 1 ທີ່ມິດສາຊີບ ໃຊ້ຫຼອກລວງ ແມ່ນສ້າງເຟສບຸກປອມ ແລ້ວສົ່ງຂໍ້ຄວາມໄປຕົວະເຫຍື່ອວ່າ ຮູ້ຜົນຫວຍ 6 ໂຕເລກ ຈາກນັ້ນ ໃຫ້ຜູ້ເສຍຫາຍ ລົງທະບຽນ ແລະເສຍເງິນຄ່າທໍານຽມ. ຫຼັງຈາກນັ້ນ ກໍປິດເຟສບຸກໜີໄປ ແລະບໍ່ສາມາດຕິດຕໍ່ໄດ້ອີກ ເຊິ່ງຮູບການນີ້ ລັດວິສາຫະກິດ ຫວຍພັດທະນາລາວ ແລະ ໜັງສືພິມຄວາມສະຫງົບ ກໍໄດ້ແຈ້ງເຕືອນ ມາແຕ່ປີ 2022 ແລ້ວ, ພາຍຫຼັງມີຜູ້ເສຍຫາຍຫຼົງເຊື່ອ ແລະໂອນເງິນ ໃຫ້ມິດສາຊີບ ເຖິງ 46 ລ້ານກີບ.
ຮູບການທີ 2 ທີ່ມິດສາຊີບໃຊ້ຫຼອກລວງ ແມ່ນໃຊ້ເຟສບຸກປອມ ຊັກຊວນປ່ອຍເງິນກູ້ ໃນອັດຕາດອກເບ້ຍຕໍ່າ ໂດຍບໍ່ມີຫຼັກຊັບຄໍ້າປະກັນ. ຖ້າຫາກຈະກູ້ຢືມ ແມ່ນໃຫ້ຈ່າຍຄ່າທໍານຽມ ໂດຍໂອນເງິນມາເທົ່ານັ້ນ. ພາຍຫຼັງທີ່ເຫຍື່ອໂອນໃຫ້ແລ້ວ ກໍໄດ້ປິດເຟສບຸກ ແລະບໍ່ສາມາດຕິດຕໍ່ໄດ້ ເຊິ່ງຮູບການທີ 2 ນີ້ ມີຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໄປເຖິງ 52 ລ້ານກີບ ແລ້ວໄປແຈ້ງຄວາມ ເພື່ອດໍາເນີນຄະດີ ຢູ່ ປກສ ແຂວງສາລະວັນ ແຕ່ເດືອນມີນາ ປີ 2024 ແຕ່ກໍບໍ່ມີຄວາມຄືບໜ້າ ບໍ່ໄດ້ເງິນຄືນເທື່ອ, ດັ່ງຜູ້ເສຍຫາຍ ທ່ານນີ້ ກ່າວວ່າ:
“ແຈ້ງແລ້ວ ແຕ່ບໍ່ໄດ້ຄືນ ຢູ່ 52 ລ້ານພຸ້ນນ່າ. ແມ່ນ ປ່ອຍໃຫ້ກູ້ອອນລາຍ ວ່າໃຫ້ດອກເບ້ຍຕໍ່າ ຕິດຕໍ່ບໍ່ໄດ້ ບ໋ອກເບີ ບ໋ອກຫຍັງ. ພິມພາສາລາວ ແຕ່ວ່າ ມັນແປ ໃນກູເກີ້ນເອົາ, ຄໍາລາວ ມັນກໍຕ່າງຫັ້ນນ່າ. ຮູບໂປຟາຍກໍບໍ່ແມ່ນ ຮູບເຈົ້າຂອງ. ແມ່ນ ຜູ້ຍິງງາມໆ ເຮົາກໍເລີຍຫຼົງເຊື່ອບາດນີ້ ເປັນບົດຮຽນເລີຍ. ແມ່ນ ແຕ່ວ່າ ຊິກູ້ເງິນ ຕ້ອງໄປທະນາຄານພຸ້ນແຫຼະ ບາດນີ້.”
ຮູບການທີ 3 ທີ່ມິດສາຊີບໃຊ້ຫຼອກລວງ ແມ່ນ ການນັດແລກປ່ຽນເງິນຕາ ແບບເຊິ່ງໜ້າ ແລ້ວສວຍໂອກາດສໍ້ໂກງ ຍົກໂຕຢ່າງ ຜູ້ເສຍຫາຍນາງໜຶ່ງ ໄດ້ນັດແລກປ່ຽນເງິນໂດລ້າສະຫະລັດ ກັບມິດສາຊີບ ໂດຍໂອນເງິນປະມານ 770 ລ້ານກີບ ໃຫ້ແກ່ມິດສາຊີບ ແຕ່ມິດສາຊີບ ບອກໃຫ້ໂອນເງິນ ເຂົ້າບັນຊີມິດສາຊີບ ອີກຜູ້ໜຶ່ງ ເຊິ່ງເປັນຜູ້ທີ່ຕິດຕໍ່ບໍ່ໄດ້ ດັ່ງນັ້ນ ຜູ້ເສຍຫາຍ ຈຶ່ງໄປແຈ້ງຄວາມ, ແຕ່ມາຮອດປັດຈຸບັນ ຜ່ານໄປປະມານ ປີປາຍແລ້ວ ການດໍາເນີນຄະດີ ຍັງຢູ່ໃນຂັ້ນຕອນຂອງສານ ແລະຜູ້ເສຍຫາຍ ນາງນີ້ ຍັງບໍ່ໄດ້ເງິນຄືນ, ດັ່ງນາງກ່າວສັ້ນໆ ວ່າ:
“ ບໍ່ໄດ້ ບໍ່ໄດ້ເຈົ້າ ຍັງບໍ່ໂອນເຈົ້າ ຢູ່ໃນຂັ້ນຕອນ ຂອງສານນ່າເຈົ້າ ຍັງບໍ່ໄດ້ເທື່ອ.”
ແຕ່ປີ 2021 ຮອດປັດຈຸບັນ ມີການຕົວະຍົວະຫຼອກລວງ ໂອນເງິນຜ່ານອອນລາຍ ຢ່າງຕໍ່ເນື່ອງ ເປັນຕົ້ນ:
- ມິດສາຊີບ ສ້າງບັນຊີເຟສບຸກປອມ ຫຼືແຮັກບັນຊີເຟສບຸກ ຂອງໝູ່ຂອງຜູ້ເສຍຫາຍ ແລ້ວສົ່ງຂໍ້ຄວາມ ໃຫ້ໂອນເງິນໃຫ້.
- ມິດສາຊີບ ຕັດຕໍ່ປອມແປງຫຼັກຖານ ການໂອນເງິນ ເພື່ອຕົວະວ່າ ໄດ້ຈ່າຍຄ່າສິນຄ້າແລ້ວ ໃຫ້ຮ້ານຄ້າສົ່ງເຄື່ອງໃຫ້.
- ມິດສາຊີບ ອ້າງວ່າ ຈະໃຫ້ຂອງຂວັນ, ໃຫ້ເງິນຊິງໂຊກ ຜ່ານແອັບພລິເຄຊັ້ນ E-mail, SMS, Website ຫຼື ສື່ສັງຄົມອອນລາຍ ໂດຍໃຫ້ກົດລິ້ງທີ່ສົ່ງມາ ເພື່ອເອົາຂໍ້ມູນທາງການເງິນ.
- ມິດສາຊີບ ຕົວະໃຫ້ເປີດບັນຊີ ແລະບັດ ATM ເພື່ອຮັບເງິນສ່ວນແບ່ງ ຫຼື ຄ່າຈ້າງ.
- ມິດສາຊີບ ຕົວະເຫຍື່ອວ່າ ໄດ້ລາງວັນໃຫຍ່ ແຕ່ຕ້ອງໂອນເງິນຄ່າທໍານຽມ ໃຫ້ເຂົາເຈົ້າກ່ອນ ເພື່ອໄດ້ຮັບສິດນັ້ນ.
- ມິດສາຊີບ ຕົວະຂາຍສິນຄ້າໃນລາຄາຖືກ ແຕ່ຕ້ອງໂອນເງິນຄ່າມັດຈໍາກ່ອນ.
ເຊິ່ງບັນດາທະນາຄານ ກໍໄດ້ອອກແຈ້ງເຕືອນ ໃຫ້ລະວັງການຕົວະຍົວະຫຼອກລວງ ໂອນເງິນອອນລາຍ ເປັນຕົ້ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມພັດທະນາ (JDB) ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ, ດັ່ງເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ກໍມີຫຼາຍບ່ອນຢູ່ດອກ ເພາະວ່າ ທາງທະນາຄານ ເຂົາເຈົ້າ ເຂົາເຈົ້າກໍມີແຈ້ງເຕືອນ ມີແຈ້ງການອິຫຍັງຕ່າງໆ ສະເພາະ ຂອງເຂົາເຈົ້າ ແຕ່ລະຂະແໜງການ ມັນກໍຂະແໜງຂອງໃຜ ຂອງມັນ.”
ສ່ວນຮູບການທີ 4 ທີ່ມິດສາຊີບໃຊ້ຫຼອກລວງ ຄື ການສົ່ງລິ້ງທະນາຄານ ດ້ວຍການເອົາໂລໂກ້ ຂອງທະນາຄານເປັນຮູບໂປຟາຍ ແລ້ວກໍສົ່ງຂໍ້ຄວາມ ຜ່ານວ໋ອດແອັບ ຫາຜູ້ເສຍຫາຍ ຖ້າຫາກຜູ້ໃດຫຼົງເຊື່ອ ກໍຈະສົ່ງຂໍ້ມູນສ່ວນໂຕ ເຊັ່ນ: ບັດຈໍາໂຕ, ເລກບັນຊີ ຫຼື ລະຫັດບັນຊີ. ຫຼັງຈາກນັ້ນ ມິດສາຊີບ ກໍຈະລັກໂອນເງິນ ຂອງຜູ້ເສຍຫາຍ ໂດຍບໍ່ຮູ້ໂຕ.
ແລະຮູບການທີ 5 ທີ່ມິດສາຊີບ ໃຊ້ຫຼອກລວງ ຄື ສ້າງເຟສບຸກປອມ ແລ້ວໃສ່ຮູບໂປຟາຍ ເປັນຕໍາຫຼວດ ຫຼື ທະຫານຊາວຕ່າງປະເທດ ທີ່ມີເງິນຫຼາຍ ດ້ວຍຮູບການຊ່ອຍເຫຼືອ ຄວາມຮັກແພງ ແລ້ວຕົວະໃຫ້ໂອນຄ່າທໍານຽມ ຢັ້ງຢືນຄວາມບໍລິສຸດຂອງເງິນ ເມື່ອຜູ້ເສຍຫາຍຫຼົງເຊື່ອ ຫຼັງຈາກໂອນແລ້ວ ກໍຈະປິດເຟຈບຸກໜີ ແລະ ບໍ່ສາມາດຕິດຕໍ່ໄດ້.