ໂຍທາ ນະຄອນຫຼວງວຽງຈັນ ສເນີຢຸດຕິແອັບ SAM ແລະ InDrive

ໄຊຍາ
2024.03.19
ໂຍທາ ນະຄອນຫຼວງວຽງຈັນ ສເນີຢຸດຕິແອັບ SAM ແລະ InDrive ຣົຖແທັກຊີ້ໄຟຟ້າ ຂອງບໍຣິສັດ XANH SM ຈາກວຽດນາມ ໃຫ້ກຳລັງໃຫ້ບໍຣິການ ຢູ່ນນະຄອນຫຼວງວຽງຈັນ. ວັນທີ 15 ພຶສຈິກາ 2023.
ນັກຂ່າວ ພົລເມືອງ

ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ສເນີຢຸດຕິດແອັບພລິເຄຊັນ “SAM” ແລະ “InDrive” ເຊິ່ງເປັນແອັບພລິເຄຊັນ ສຳລັບໃຫ້ບໍຣິການແທັກຊີ້ອ໋ອນລາຍນ໌ ໃນນະຄອນຫຼວງວຽງຈັນ ເນື່ອງຈາກແອັບທັງສອງນັ້ນ ບໍ່ມີໃບທະບຽນວິສາຫະກິຈ ຖືກຕ້ອງຕາມກົດໝາຍ ຈຶ່ງບໍ່ມີຄວາມປອດໄພແລະໄວ້ວາງໃຈໄດ້ ຫາກຜູ້ໂດຍສານເກີດເຫດອຸປັດຕິເຫດ ຫຼື ເຫດສຸກເສີນຂຶ້ນ ກໍບໍ່ສາມາດຕິດຕໍ່ຫາບໍລິສັດຜູ້ລົງທືນໄດ້. ດັ່ງເຈົ້າໜ້າທີ່ຜະແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນທ່ານກ່າວຕໍ່ວິທະຍຸເອເຊັຍເສລີ ໃນວັນທີ 15 ມີນາ ນີ້ວ່າ.

SAM ກັບ InDrive ມັນເປັນແອັບ ທີ່ແບບມັນເປັນແອັບ ທີ່ແບບຍັງບໍ່ທັນໄດ້ແບບເສັຍພາສີ ໃຫ້ຣັຖບານເທື່ອ.”

ຊາວລາວ ໃນນະຄອນຫຼວງວຽງຈັນ ທີ່ໃຫ້ບໍລິການແທັກຊີ້ ຜ່ານແອັບພລິຊັນ “Indrive” ກ່າວວ່າຕອນນີ້ ແອັບພລິເຄຊັນ “InDrive” ຍັງບໍ່ໄດ້ຖືກລະງັບຖາວອນ ແລະຍັງໃຫ້ບໍຣິການລູກຄ້າ ເປັນປົກກະຕິຈົນກ່ວາທາງການລາວ ຈະມີຄຳສັ່ງໃຫ້ຢຸດຕິຖາວອນ ເຊິ່ງປັດຈຸບັນກຳລັງຢູ່ລະຫວ່າງ ການຄົ້ນຄ້ວາຣາຍລະອຽດຂອງພາກສ່ວນ ທີ່ກ່ຽວຂ້ອງ.

ດັ່ງຍານາງ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ບໍ່ທັນໄດ້ສັ່ງລະງັບ ເພາະວ່າມີແຕ່ຂະເຈົ້າສເນີ ຂຶ້ນໄປສື່ໆ ແຕ່ວ່າທາງຂັ້ນເທີງເພິ່ນຍັງບໍ່ທັນອັນດຳເນີນການ ມີເພິ່ນຮັບເຣື່ອງໄວ້ສື່ໆ ມັນບໍ່ທັນໄດ້ເຖິງວ່າຂັ້ນລະງັບເທື່ອ ຄົນກາໃຊ້ປົກກະຕິຢູ່ເຈົ້າ.”

ຍານາງໄດ້ກ່າວຕື່ມວ່າ ເປັນພຽງຜູ້ໃຫ້ບໍຣິການແທັກຊີ້ ຜ່ານແອັບພລິເຄຊັນ “InDrive” ເທົ່ານັ້ນເພາະຕ້ອງການທີ່ຈະມີລາຍໄດ້ເພີ່ມ ຈຶ່ງສະມັກເປັນຄົນຂັບຣົຖແທັກຊີ້ ອ໋ອນລາຍນ໌ ຜ່ານແອັບພລິເຄຊັນ InDrive ໂດຍກົງ ໂດຍບໍ່ຮູ້ວ່່າແອັບດັ່ງກ່າວ ມີໃບທະບຽນວິສາຫະກິຈ ແລະໃຫ້ບໍຣິການຖືກຕ້ອງ ຫຼື ບໍ່.

ຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວວ່າທີ່ໃຫ້ບໍຣິການແທັກຊີ້ ຜ່ານແອັບພລິເຄຊັນ InDrive ຍັງບໍ່ໄດ້ຖືກລະງັບໃຊ້ລູກຄ້າ ຍັງສາມາດຮຽກໃຊ້ບໍຣິານໄດ້ຕາມປົກກະຕິ ແຕ່ລັກສະນະຂອງແອັບດັ່ງກ່າວ ຈະມີບໍຣິການຮັບ-ສົ່ງລູກຄ້າ ແລະ ຮັບ-ສົ່ງສີນຄ້າພາຍໃນນະຄອນຫຼວງວຽງຈັນ.

ດັ່ງທ່ານໄດ້ກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ຍັງບໍ່ຍົກເລີກຕີ້ຍັງໃຊ້ຢູ່ເຮົາກາຕັ້ງຄືກັນ ແຕ່ວ່າບໍ່ໄດ້ເຂົ້ານະຊ່ວງນີ້ກະພໍມີຢູ່ ແຕ່ວ່າສ່ວນຫຼາຍມັນກາສົ່ງເຄື່ອງ ສົ່ງຂອງນີ້ແຫຼະ.”

ຊາວລາວໃນນະຄອນຫຼວງວຽງຈັນ ອີກທ່ານໜຶ່ງກ່າວວ່າ ສ່ວນໂຕກາເຄີຍໃຊ້ບໍລິການແທັກຊີ້ ອ໋ອນລາຍນ໌ຈາກຫຼາຍໆ ບໍຣິສັດ ທີ່ເຂົ້າມາເປີດເປັນຕົ້ນ Loca, Driveup Taxi ຫຼື ຣົຖແທັກຊີ້ ໄຟຟ້າຂອງວຽດນາມເຊິ່ງບໍຣິການແທັກຊີ້ອ໋ອນລາຍນ໌ ທີ່ຈົດທະບຽນວິສາຫະກິຈ ຖືກຕ້ອງຕາມກົດໝາຍ ຫາກເກີດອຸປັດຕິເຫດ ຫຼື ເຫດສຸກເສີນຂຶ້ນ ຢືນຢັນວ່າ ລູກຄ້າຈະໄດ້ຮັບການຄຸ້ມຄອງ ໃນເລື່ອງຂອງຄວາມປອດໄພ.

ສ່ວນແອັບພລິເຄຊັນ SAM ແລະ InDrive ກໍເຫັນຄົນລາວໃຊ້ບໍຣິການ ເປັນຈຳນວນຫຼາຍ ແລະນັບມື້ຈະເພີ່ມຂຶ້ນ ເພາະລາຄາຖືກ ແລະມີບໍຣິການຮັບສົ່ງວ່ອງໄວ, ສ່ວນກໍລະນີທີ່ແອັບພລິເຄຊັນດັ່ງກ່າວ ບໍ່ມີໃບທະບຽນວິສາຫະກິຈ ຖືກຕ້ອງກາເປັນວຽກງານ ຂອງທາງການລາວທີ່ຈະຕ້ອງກວດກາ ແລະພິຈາລະນາໄປຕາມກົດໝາຍ ຂອງປະເທດລາວ.

ດັ່ງທ່ານໄດ້ກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ເພິ່ນກາເວົ້າຖືກຢູ່ວ່າແອັບ ມັນບໍ່ໄດ້ລົງທະບຽນບາງເທື່ອ ມັນມີກໍລະນີເນາະ. ຜູ້ຂັບເຮັດແນວບໍ່ດີຫັ້ນນ່າແລ້ວ ເຮົາບໍ່ສາມາດຮັບຮູ້ໄດ້ຈັ່ງຊິຜົນດີ ກາຄືລູກຄ້າສາມາດຕໍ່ລອດລາຄາໄດ້ ເພິ່ນກາຈະຕ້ອງມີການຄົ້ນຄ້ວາ ຄືນວ່າຊິເຮັດແນວໃດຫັ້ນແຫຼະ.”

ຊາວລາວ ໃນນະຄອນຫຼວງວຽງຈັນ ອີກທ່ານໜຶ່ງກ່າວວ່າ ເພື່ອຄວາມປອດໄພ ຂອງລູກຄ້າທີ່ໃຊ້ບໍຣິການແທັກຊີ້ອ໋ອນລາຍນ໌ ກາຄວນມີໃບທະບຽນວິສາຫະກິຈ, ໄດ້ຮັບການອະນຸຍາດ ຈາກທາງການລາວຢ່າງຖືກຕ້ອງກ່ອນ ແລະທີ່ສຳຄັນຕ້ອງມີຫ້ອງການຢ່າງ ຈະແຈ້ງເພື່ອໃຫ້ລູກຄ້າ ສາມາດຕິດຕໍ່ພົວພັນ ໄດ້ຫາກເກີດຫຍັງຂຶ້ນ.

ສ່ວນເຣື່ອງທີ່ມີການສເນີ ຢຸດຕິແອັບພລິເຄຊັນ SAM ແລະ Indrive ນັ້ນຫາກພົບວ່າ ບໍ່ມີໃບທະບຽນວິສາຫະກິຈ ຢ່າງຖືກຕ້ອງກໍເຫັນດີ ໃຫ້ຢຸດຕິໄປກ່ອນເພື່ອຄວາມປອດໄພ ຂອງລູກຄ້າ ຜູ້ໃຊ້ບໍລິການ.

ດັ່ງທ່ານໄດ້ກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:

“ທັມມະດາແອປນີ້ ມັນຕ້ອງຜ່ານການອະນຸຍາດ ຈາກກະຊວງໂຍທາ ແລ້ວອັນນີ້ພວກນີ້ຕັ້ງຂຶ້ນ ມາແລ້ວກາບໍລິການໂດຍສານເລີຍຫັ້ນນ່າ ຣົຖທີ່ມາຮັບໃຊ້ນັ້ນມັນເປັນສ່ວນໂຕ ສ່ວນບຸກຄົນມັນຜິດຫັ້ນແຫຼະເຈົ້າ.”

ອີງຕາມໜັງສືສເນີ ຂອງຜະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ລະບຸວ່າໃຫ້ກົມຂົນສົ່ງສເນີຫາກົມເທັກໂນໂລຈີ ດີຈີຕອລ ກະຊວງເຕັກໂນໂລຈີ ແລະ ການສື່ສານ ເພື່ອຢຸດຕິດແອັບພລິເຄຊັນ SAM ແລະ InDrive ດັ່ງກ່າວ ແລະສະເໜີໃຫ້ກົມຂົນສົ່ງ ພິຈາລະນາຄົ້ນຄ້ວາ ລະບຽບແລະນິຕິກັມເພື່ອຄຸ້ມຄອງ ການໃຫ້ບໍລິການດັ່ງກ່າວໂດຍໄວ.

ເມື່ອເດືອນທັນວາ 2023 ກໍມີຄົນຂັບຣົຖແທັກຊີ້ໄຟຟ້າ Xanh SM ຂອງບໍຣິສັດວຽດນາມທີ່ເຂົ້າມາລົງທຶນໃນລາວ ແລ້ວໄປຕົວະຍົວະເດັກນ້ອຍ ຍິງລາວ ຈຳນວນ 4 ຄົນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເປັນການແອບອ້າງເອົາຣົຖແທັກຊີ້ ໄຟຟ້າ Xanh SM ໄປໃຊ້ໃນທາງທີ່ບໍ່ດີ ແລ້ວກໍໃຫ້ເກີດຄວາມເສັຍຫາຍ ຕໍ່ພາບພົດຂອງບໍຣິສັດຜູ້ລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.