ລາວ ຂາດດຸນການຄ້າ ອີກ 309 ລ້ານໂດລ້າຣ໌ສະຫະລັດ
2024.05.20

ສາມເດືອນຕົ້ນປີ 2024 ສປປ ລາວ ມີມູນຄ່າການຄ້າຕ່າງປະເທດ ທີ່ບໍ່ລວມການນໍາເຂົ້າ-ສົ່ງອອກ ໄຟຟ້າ ບັນລຸໄດ້ 3,680 ລ້ານໂດລ້າຣ໌ສະຫະລັດ ໃນນັ້ນມູນຄ່າການສົ່ງອອກບັນລຸ ໄດ້ 1,685 ລ້ານໂດລ້າຣ໌. ມູນຄ່າການນໍາເຂົ້າບັນລຸ 1,994 ລ້ານໂດລ້າຣ໌ ເຮັດໃຫ້ໄຕມາດທຳອິດຂອງ ສປປ ລາວ ຂາດດຸນການຄ້າຕ່າງປະເທດ 309 ລ້ານໂດລ້າຣ໌.
ຕໍ່ກັບມາດຕະການ ແກ້ໄຂການຂາດດຸນການຄ້າ ເຈົ້າໜ້າທີ່ທະນາຄານພັດທະນາເອເຊຍ ຫຼື ADB ປະຈຳລາວ ລະບຸວ່າທາງການລາວຕ້ອງເລັ່ງ ຊຸກຍູ້ສົ່ງເສີມ ໃຫ້ປະຊາຊົນລາວ ຜະລິດສິນຄ້າ ເປັນສະບຽງອາຫານ ເພື່ອຫຼຸດຜ່ອນການນໍາເຂົ້າ ບໍ່ແມ່ນຈະນໍາເຂົ້າສິນຄ້າເກືອບທຸກປະເພດ.
ດັ່ງເຈົ້າໜ້າທີ່ທະນາຄານ ພັດທະນາເອເຊຍ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 20 ພຶດສະພາ ນີ້ວ່າ:
“ພວກໝາກໄມ້ພວກຜັກ ຢາງພາລົມພາລານີ້ມາແຕ່ໄທພຸ້ນແຫຼະ. ສ່ວນໃຫຍ່ນ່າມັນມີແຕ່ນໍາເຂົ້າ ຈະມີຜົນກະທົບຕໍ່ລາຍຮັບ ໂດຍລວມແລ້ວເນາະເປັນຈັ່ງຊິທຸກຄົນກາຊິບໍ່ມາເຮການລົງທຶນ ລົງຫຍັງແລ້ວຄວາມໝັ້ນໃຈຕໍ່ສະຖຽນລະພາບ ມະຫາພາກຫັ້ນນ່າ ແລະພຶດຕິກຳ ຂອງຄົນຫັ້ນກາເປັນບັນຫາ ເພາະວ່າຢູ່ລາວມັນໃຊ້ 2-3 ສະກຸນເດ້ເນາະ.”
ທ່ານກ່າວຕື່ມວ່າປັດໄຈທີ່ເຮັດໃຫ້ ສປປ ລາວ ຍັງຂາດດຸນການຄ້າຕໍ່ເນື່ອງ ກໍ່ຍັງເປັນຍ້ອນອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນກີບທີ່ຍັງເໜັງຕິງ ຂາດສະຖຽນລະພາບ. ຖ້າທາງການລາວຍັງຄວບຄຸມອັດຕາ ແລກປ່ຽນ ແລະ ການອ່ອນຄ່າຂອງເງິນກີບ ບໍ່ໄດ້ເຊີ່ງຍັງເພີ່ງພາການນໍາເຂົ້າສິນຄ້າ ຈາກຕ່າງປະເທດກໍ່ຍິ່ງ ຈະເຮັດໃຫ້ເສດຖະກິດ ມະຫາພາກຂອງລາວຟື້ນໂຕຊ້າ ຈະໄປກະທົບຕໍ່ການໃຊ້ຈ່າຍຂອງປະຊາຊົນ, ກະທົບຕໍ່ການລົງທຶນ ໃນຂະແໜງການຕ່າງໆ ເພາະນັກລົງທຶນເລົ່ານັ້ນ ຂາດຄວາມເຊື່ອໝັ້ນ ຕໍ່ລະບົບເສດຖະກິດຂອງລາວ.
ສໍາລັບສິນຄ້ານໍາເຂົ້າຫຼັກ ຂອງ ສປປ ລາວ ໃນໄລຍະໄຕມາດທໍາອິດ ປະກອບມີນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນໄຟຟ້າ, ເຫຼັກ, ເຄື່ອງຈັກທີ່ເຮັດດ້ວຍເຫຼັກ, ສີ້ນສ່ວນອາໄຫຼ່ລົດ, ນໍ້າມັນແອັດຊັງ, ນໍ້າມັນແອດຊັງພິເສດ ແລະ ອາລູມີນຽມ. ສ່ວນປະເທດທີ່ລາວສົ່ງສິນຄ້າສົ່ງອອກຫຼາຍທີ່ສຸດ 5 ອັນດັບຕົ້ນປະກອບມີ ຈີນ, ໄທ, ຫວຽດນາມ, ອິດຕາລີ້ ແລະ ສະຫະລັດອາເມຣິກາ. ສ່ວນປະເທດທີ່ ລາວນໍາເຂົ້າສິນຄ້າຫຼາຍທີ່ສຸດ 5 ອັນດັບຕົ້ນປະກອບມີ ໄທ, ຈີນ, ຫວຽດນາມ, ສະຫະລັດອາເມຣິກາ ແລະ ຢີ່ປຸ່ນ.
ຊາວກະສິກອນ ໃນແຂວງອຸດົມ ໄຊກ່າວວ່າດຽວນີ້ສິນຄ້າ ຂອງຄົນລາວເກືອບຈະບໍ່ມີຂາຍຕະຫຼາດ ເຖິງມີກາໜ້ອຍດຽວເຊັ່ນພືດ, ຜັກບາງຊະນິດເທົ່ານັ້ນແຕ່ສິນຄ້າສ່ວນຫຼາຍ ທີ່ຂາຍໃນຕະຫຼາດຍັງເປັນສິນຄ້າຈາກໄທ, ຈີນ ແລະ ຫວຽດນາມ. ສ່ວນການຜະລິດສິນຄ້າ ຂອງຄົນລາວເປັນຕົ້ນໝາກໄມ້, ພືດ, ຜັກ, ຢາງພາລາ ແລະ ມັນຕົ້ນ ສ່ວນຫຼາຍຈະເປັນສິນຄ້າ ຂອງຄົນຈີນທີ່ເຂົ້າມາລົງທຶນໃນລາວ ຫຼື ຈ້າງຄົນລາວເມື່ອເກັບຜົນຜະລິດແລ້ວ ກໍ່ສົ່ງອອກໄປຂາຍປະເທດຈີນໂດຍລວມແລ້ວ ທັງສິນຄ້າ ແລະ ລາຍຮັບກໍ່ຕົກເປັນຂອງນາຍທຶນຈີນ.
ດັ່ງຊາວກະສິກອນ ແຂວງອຸດົມໄຊ ນາງກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
“ຄັນວ່າຜະລິດໄດ້ເຮົາກມີແຕ່ຜັກທຽມ, ກັບຜັກບົ່ວ. ຜັກບົ່ວນ້ອຍເນາະ, ໝາກຖົ່ວ, ມັນຕົ້ນ, ໝາກໂມ. ຂະເຈົ້າກາສົ່ງອອກປະເທດຈີນ. ມັນຈະເປັນສິນຄ້າຂອງຈີນເດ້. ບ້ານເຮົາມັນບໍ່ມີໂຮງານແປຮູບເດ້ເນາະ.”
ຊາວແຂວງສະຫວັນນະເຂດ ຕ້ອງການສະໜັບສະໜູນໃຫ້ຄົນລາວຜະລິດສິນຄ້າ ເປັນຂອງຕົວເອງເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ຈາກຕ່າງປະເທດ ເພາະທີ່ຜ່ານມາກາເຄີຍໃຊ້ສິນຄ້າ ຂອງຄົນລາວຢູ່ໃນໄລຍະໜຶ່ງແຕ່ປັດຈຸບັນ ສິນຄ້າເລົ່ານັ້ນບໍ່ມີຂາຍໃນຕະຫຼາດແລ້ວ ກໍ່ຈຳເປັນຕ້ອງໃຊ້ສິນຄ້າຂອງຕ່າງປະເທດ.
ດັ່ງຊາວແຂວງສະຫວັນນເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄວາມຈິງກາດີໃດຂອງລາວນ່າ ມີແຟບນໍ້າຢາສະຜົນມີນໍ້າຢາລ້າງຖ້ວຍນີ້ ຫັ້ນນ່າ. ຄັກໃດຫາຊື້ກາຍາກເດີ້.”
ຜູ້ປະກອບການ ຂາຍເຄື່ອງຍ່ອຍເມືອງໄຊຍະບູລີ ທີ່ນໍາສິນຄ້າມາຂາຍໃນຮ້ານເກືອບ 100% ແມ່ນໍາເຂົ້າຈາກປະເທດໄທເປັນຫຼັກ ແລະ ຄົນລາວກໍ່ນິຍົມຊື້ສິນຄ້າ ຈາກໄທເພາະນໍາເຂົ້າສິນຄ້າ ມາຫຼາຍປານໃດກໍ່ຂາຍໄດ້ໝົດທຸກຢ່າງ, ສ່ວນສິນຄ້າຂອງຄົນລາວ ຜະລິດກາຍອມຮັບວ່າມີແຕ່ເກືອ, ພືດ-ຜັກ ບາງຊະນິດເທົ່ານັ້ນ.
ດັ່ງຜູ້ປະກອບການ ຂາຍເຄື່ອງຫຍ່ອຍ ເມືອງໄຊຍະບູລີ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ແມ່ນແຫຼະສ່ວນຫຼາຍ ເຂົາກາເອົາຂອງໄທຫັ້ນແຫຼະ ເພິ່ນຊື້ແຕ່ຂອງໄທກໍ່ສ່ວນຂອງລາວ ກາຄືວ່າບໍ່ມີເວີ້ຍແບບສະບູ ແຊມພູ ຈັ້ງຊີ້. ເຮົາກາຊື້ຂອງໄທໝົດ ແມ່ນເບາະຂອງລາວເຮົາກາ ບໍ່ຊ່າງຊິວ່າເນາະ ສ່ວນຫຼາຍກາເກືອຂອງລາວເນາະ. ແປ້ງນົວ ເປັນຊິອີ້ວ ນໍ້າປູ-ນໍ້າປາ ນໍ້າຕານໝູ່ນັ້ນກາເປັນຂອງໄທໝົດເດ້.”
ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນກ່າວ ເຖິງຄົນລາວສ່ວນຫຼາຍກໍ່ນິຍົມຊົມຊອບສິນຄ້າ ອຸປະໂພກ-ບໍລິໂພກ ສິນຄ້າຂອງຄົນລາວຢູ່ແຕ່ສິນຄ້າ ທີ່ຜະລິດໂດຍຄົນລາວມີຈຳນວນໜ້ອຍບໍ່ພຽງພໍ ຕໍ່ການຊົມໃຊ້ຈຶ່ງຫັນໄປໃຊ້ສິນຄ້າ ຂອງຕ່າງປະເທດແທນ.
ສຳລັບພາກທຸລະກິດ ໃນລາວກໍ່ເຊື່ອໝັ້ນວ່າຄົນລາວ ມີຄວາມສາມາດພຽງພໍ ທີ່ຈະຜະລິດສິນຄ້າ ໃຫ້ມີຄຸນນະພາບຂາຍໄດ້ ທັງພາຍໃນ ແລະ ຕ່າງປະເທດດັ່ງສິນຄ້າກະສິກຳ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ. ແຕ່ໃນປັດຈຸບັນ ຕ້ອງຍອມຮັບວ່າ ພາກລັດຖະບານຍັງຊັກຊ້າຫຼາຍສົມຄວນ ທັງໃນເລື່ອງຂໍ້ມູນ, ການປະສານງານ, ການຕະຫຼາດ ແລະ ອື່ນໆ ເຊີ່ງສົ່ງຜົນຕໍ່ສິນຄ້າຂອງຄົນລາວ ບໍ່ໄດ້ຮັບການສົ່ງເສີມເມື່ອຜະລິດອອກມາແລ້ວ ກາບໍ່ເປັນທີ່ນິຍົມ, ລົງທຶນໄປກໍ່ບໍ່ມີຕະຫຼາດສົ່ງຂາຍ.
ດັ່ງຕາງໜ້າສະພາການຄ້າ ແລະ ອຸດສະຫະກຳ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໂຕໃດທີ່ມັນເຮັດດ້ວຍວັດຖຸດິບຢູ່ລາວເນາະ ແລ້ວແມ່ນຄົນລາວເປັນຜູ້ຜະລິດຫັ້ນນ່າ ຂະເຈົ້າກາສົນຈທຸກໂຕຫັ້ນແຫຼະເນາະ ແຕ່ວ່າເຮົາຍັງຂາດການຮ່ວມມື ການໃຫ້ຄວາມຮູ້ຈາກທາງສູງຫັ້ນແຫຼະເນາະ ຄືພາກທຸລະກິດ ຂະຈົ້າຂາດຂໍ້ມູນກາຍາກຫັ້ນແຫຼະ ທີ່ວ່າເຮົາຈະສົ່ງອອກໄປໄດ້ຫັ້ນນ່າ.”
ອີງຕາມສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ ລະບຸວ່າ ເດືອນມັງກອນລາວ ຂາດດຸນການຄ້າມູນຄ່າ 188 ລ້ານໂດລ້າຣ໌, ເດືອນກຸມພາ ລາວຂາດດຸນການຄ້າ 40 ລ້ານໂດລ້າຣ໌ ແລະ ເດືອນມີນາ ລາວຂາດດຸນການຄ້າ ມູນຄ່າ 81 ລ້ານໂດລ້າຣ໌.