ລາຄາຜັກສູງຂຶ້ນ 160,000 ກີບ ຕໍ່ກິໂລກະຣາມ
2024.05.20

ປັດຈຸບັນ ລາຄາພືດຜັກບາງຊະນິດ ຢູ່ຕາມທ້ອງຕະຫລາດ ຢູ່ປະເທດລາວ ເລີ່ມສູງຂຶ້ນ ເຊັ່ນ ຜັກຫອມປ້ອມ ແຕ່ກ່ອນ ລາຄາປະມານ 60,000 ກີບ ຕໍ່ກິໂລກຼາມ ແຕ່ ປັດຈຸບັນ ລາຄາສູງເຖິງ 160,000 ກີບ ຕໍ່ກິໂລກຼາມ.
ຊາວສວນຜັກຢູ່ເມືອງສີໂຄດຕະປອງ ນະຄອນຫລວງວຽງຈັນ ໄດ້ກ່່າວວ່າ:
“ມັນແພງຍ້ອນວ່າ ມັນເປັນຍາກ ຫອມປ້ອມຫັ້ນນ່າ ຄື ຝົນຕົກຈັ່ງຊີ້ແລ້ວ ມັນກໍຍຸບໝົດ ຫັ້ນນ່າ ມື້ຮ້ອນໝົດແລ້ວ ຝົນຕົກລາງເທື່ອ ຄັນຝົນຕົກມັນກໍຈະເນົ່າເລີຍ ຍຸບເນົ່າໝົດເລີຍ ຫັ້ນນ່າ ຊ້ວງນີ້ປູກຍາກຫັ້ນນ່າ ປູກ 2-3 ຮອບ ມັນກໍບໍ່ໄດ້ຫັ້ນນ່າ ປີກາຍນີ້ຫອມປ້ອມກໍບໍ່ໄດ້ຮອດແສນຫັ້ນນ່າ 50,000-60,000 ກີບ ກໍຖືວ່າແພງສຸດລະ ປີນີ້ວ່າແສນປາຍເດ້ ຫອມບົ່ວ ຄືກັນ.”
ສາເຫດທີ່ຜັກຫອມປ້ອມສູງຂຶ້ນ ກໍຍ້ອນວ່າ ສະພາບອາກາດ ໃນລະດູຝົນບໍ່ເໝາະສົມກັບການປູກຫອມປ້ອມ ແລະ ຫອມບົ່ວ ເຮັດໃຫ້ຜູ້ທີ່ຈະປູກຕ້ອງໄດ້ໃຊ້ທຶນຮອນ ຫຼາຍໃນການລົງທຶນເຮັດໂຮງເຮືອນຜັກ ແລະ ຍັງມີຄວາມສຽ່ງ ທີ່ຈະຂາດທຶນຫຼາຍ.
ຊາວເມືອງປາກລາຍ ແຂວງໄຊຍະບູລີ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຕາມລະດູການເນາະ ຄັ້ງຊ້ວງນີ້ ກໍຢາກແພງແດ່ ຜັກກໍແລ້ງ ມັນຮ້ອນຫຼາຍແລ້ວ ກໍປູກບໍ່ໄດ້ຫັ້ນນ່າ ເຮົາປູກແລ້ວ ມັນຕາມພື້ນບ້ານເຮົານີ້ຫັ້ນນ່າ. ມັນກະບໍ່ຍັງໄວອີ່ຫຍັງ ປະມານນີ້ແຫຼະ ຜັກກະລໍ່າ ກາດຫໍ່ ອີ່ຫຍັງກໍແພງໝົດແຫຼະ ຊ້ວງນີ້ຫັ້ນນ່າ. ເພິ່ນເອົາມາຈາກວຽງຈັນ ກໍແພງຂຶ້ນເທົ່າໂຕເລີຍ.”
ນອກຈາກນີ້ ຜັກຊີ ປັດຈຸບັນລາຄາ 80,000 ກີບ, ຜັກກາດ ກິໂລລະ 18,000-25,000 ກີບ, ແລະ ໝາກເລັ່ນລາຄາ 45,000 ກີບ ຕໍ່ກິໂລກຼາມ.
ສະພາບດິນຟ້າອກາດ ກໍເປັນປັດໃຈໜຶ່ງ ທີ່ເຮັດໃຫ້ຊາວກະສິກອນປູກຜັກຍາກ ສະນັ້ນລາຄາຜັກຈຶ່ງສູງຂຶ້ນ. ພໍ່ຄ້າຂາຍຜັກ ຢູ່ເມືອງສີໂຄດຕະບອງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ແພງມັນແພງໝົດທຸກອັນຫັ້ນແຫຼະ. ຢູ່ລາວ ມັນກໍບໍ່ກຸ້ມກິນແລ້ວ ມັນຫາກໍມາຂຶ້ນວ່າງປີໃໝ່ລາວ. ສົງການລາວນີ້ຫັ້ນນ່າ. ຂຶ້ນກ່ອນສົງການປະມານທິດໜຶ່ງ. ແລ້ວກໍຂຶ້ນມາເລີຍປູກຍາກ. ອາກາດມັນຮ້ອນ ມັນຮ້ອນຫຼາຍມັນຕາຍໝົດ ຜັກຫັ້ນ. ສ່ວນໜຶ່ງກໍນໍາເຂົາ ໂອນໍາເຂົ້າກໍປະມານ 70 ເປີເຊັນ.”
ຄາລາຜັກທີ່ສູງຂຶ້ນ ເຮັດໃຫ້ຕົ້ນທຶນໃນການຜະລິດໃນທຸລະກິດ ຮ້ານອາຫານສູງຂຶ້ນນໍາ ຜູ້ປະກອບການຮ້ານອາຫານຫຼາຍຄົນ ຕ້ອງໄດ້ຂຶ້ນລາຄາອາຫານ ແລະ ສິນຄ້າ ໃຫ້ສອດຄ່ອງກັບສະພາບເສດຖະກິດ.
ເຈົ້າຂອງຮ້ານເຝີ ຢູ່ນະຄອນຫລວງພະບາງ ນາງ ໜຶ່ງ ໄດ້ກ່າວວ່າ:
“ຕອນນີ້ທຸກຮ້ານກໍຂຶ້ນລະາຄາໝົດ ສ່ວນໃຫຍ່ຂຶ້ນ ກໍຂຶ້ນນໍາກັນ ເພາະວ່າ ຖ້າເຮົາຂຶ້ນ ຮ້ານດຽວກໍຈະບໍ່ຄ່ອຍມີລູກຄ້າຫຼາຍ ແຕ່ວ່າ ຕອນນີ້ ຂຶ້ນໝົດແລ້ວ ລາຄາເຝິຢູ່ຝັ່ງລາວທຸກໆ ຮ້ານກໍຂຶ້ນນໍາກັນ.”
ກ່ອນໜ້ານີ້ ໃນຊ້ວລະດູແລ້ງ ຫຼາຍເມືອງ ແລະ ຫຼາຍແຂວງ ໃນປະເທດລາວ ປະເຊີນກັບໄພທໍາມະຊາດຫຼາຍຮູບແບບ ເປັນຕົ້ນ ພະຍຸລະດູຮ້ອນ ເຮັດໃຫ້ເກີດນໍ້າຖ້ວມໃນຫຼາຍພື້ນທີ່ ມີໝາກເຫັບຕົກ ລວມເຖິງໄພແລ້ງ ເຮັດໃຫ້ຜົນຜະລິດດ້ານກະສິກໍາ ເປັນຕົ້ນ ເຂົ້າ ລວມເຖິງພືດຜັກຕ່າງໆ ໄດ້ຮັບຄວາມເສຍຫຼາຍ, ບໍ່ໄດ້ຮັບຜົນກະທົບ ຕາມຕ້ອງການ.