ເຣື້ອງທີ່ເກັບບັນທຶກໄວ້
2022-10-06
ປັດຈຸບັນ ອຸດສາຫະກັມ ຕັດຫຍິບໃນລາວ ຍັງພົບບັນຫາ ຂາດແຄນຄົນງານ ຈໍານວນຫຼາຍ ແຕ່ຄົນງານລາວ ສ່ວນຫຼາຍ ເລືອກໄປເຮັດວຽກຢູ່ໄທຍ ຍ້ອນໄດ້ເງິນເດືອນຫຼາຍກວ່າ ຂະນະທີ່ ໂຮງງານ ຕັດຫຍິບເອງ ກໍຕ້ອງການ ໃຫ້ພາກຣັຖ ຊ່ອຍຂຍາຍຕລາດ ແລະສົ່ງເສີມ ຜລິຕພັນໂຮງງານ ຕັດຫຍິບລາວ.
2022-10-05
ເງິນຢວນຂອງຈີນ ມີບົດບາດຫຼາຍຂຶ້ນ ໂດຍສະເພາະ ໃນແຂວງພາກເໜືອ ຂອງລາວ ເພາະວ່າ ຄົນຈີນ ເຂົ້າມາຢູ່ອາສັຍ ແລະເຮັດທຸຣະກິຈ ການຄ້າຫຼາຍຂຶ້ນ ໂດຍສະເພາະ ແຂວງທີ່ຕິດກັບ ຊາຍແດນຈີນ ທີ່ມີການພົວພັນ ທາງດ້ານເສຖກິຈ, ການຄ້າ ແລະ ການທ່ອງທ່ຽວ ລວມທັງ ທຸຣະກິຈຈີນ ທີ່ແຜ່ຂຍາຍເຂົ້າມາລາວຫຼາຍຂຶ້ນ.
2022-10-05
ການຈັດຕລາດນັດ ແຮງງານ ຢູ່ແຂວງອຸດົມໄຊ ແມ່ນເພື່ອສົ່ງເສີມ ໃຫ້ຊາວໜຸ່ມ ທີ່ຕ້ອງການ ວຽກເຮັດງານທຳ ແຕ່ໃນຂະນະທີ່ ຊາວໜຸ່ມລາວ ຈຳນວນຫຼາຍ ຕ້ອງການເຮັດວຽກ ນໍາບໍຣິສັດຈີນ ຫຼືເດີນທາງ ໄປເຮັດວຽກ ຢູ່ປະເທດໄທຍ ຍ້ອນໄດ້ຮັບ ຄ່າຈ້າງຫຼາຍກ່ວາ.
2022-10-04
ມີການພົບເຫັນສົບທີ່ຖືກຄາຕກັມ ແລ້ວຍັດໃສ່ກະເປົ໋າ ໄຫຼນ້ຳ ເຂດເຂື່ອນໄຟຟ້ານ້ຳລີກ 1 ເຈົ້າໜ້າທີ່ຕຳຣວດ ໄດ້ກວດກາ, ຊັນນະສູຕ ຊາກສົບດັງກ່າວ ຈຶ່ງຮູ້ວ່າ ແມ່ນທ້າວ ຕູຫາຍຢ໋າງ ເປັນນັກທຸຣະກິຈຊາວຈີນ, ສ່ວນສາຍເຫດ ການຄາຕກັມ ແລະ ຄາຕກອນນັ້ນ ຍັງບໍ່ຮູ້ເທື່ອ.
2022-10-03
ຣັຖວິສະຫະກິຈ ການບິນລາວ ຍົກເລີກ ຖ້ຽວບິນ ວຽງຈັນ-ອຸດົມໄຊ ແລະ ອຸດົມໄຊ-ວຽງຈັນ ໂດຍຖ້ຽວບິນສຸດທ້າຍ ຂອງການບິນລາວ ໝາຍເລກ QV502 ທີ່ບິນຈາກ ສນາມບິນສາກົລວັດໄຕ ໄປສນາມບິນອຸດົມໄຊ ຫຼັງຈາກ ບໍ່ມີຜູ້ໂດຍສານ ແຕ່ຣົຖໄຟລາວ-ຈີນ ເຣີ່ມເປີດ ຊຶ່ງປະຊາຊົນ ກໍ່ຮູ້ສຶກເສັຍດາຍ.
2022-10-03
ປະຊາຊົນ ຢູ່ແຂວງຫລວງນໍ້າທາ ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ສ່ວນໃຫຍ່ບໍ່ຕ້ອງການ ໂຍກຍ້າຍ ໄປຢູ່ບ້ານຈັດສັນ ນາເຕີຍ ຍ້ອນເຮືອນບໍ່ໄດ້ ມາດຕະຖານ ແລະຂາດ ສິ່ງອໍານວຍຄວາມສະດວກ ຫລາຍຢ່າງ.
2022-10-01
ປະຊາຊົນຄາດວ່າ ອາຈບໍໄດ້ເງິນຄືນ ຄະດີເຈ້ທິຍ ເພາະຜ່ານມາ ມີຫຼາຍຄະດີ ທີ່ຄ້າຍຄືກັນ ຜູ້ເສັຍເຄາະຮ້າຍ ທີ່ຫຼົງກົນເອົາເງິນ ໄປລົງທຶນ ຕ່າງກໍເສັຽເງິນໄປ ເຖິງແມ່ນວ່າ ມີການຕັດສິນຈຳຄຸກ ແລ້ວກໍຕາມ.
2022-09-28
ຄົນງານລາວ ຈໍານວນ 9 ຄົນ ໄປເຮັດວຽກ ດ້ານການກະເສຕ ໃນໄລຍະສັ້ນ 5-6 ເດືອນ ຢູ່ປະເທດເກົາຫຼີໃຕ້ ແຕ່ສຸດທ້າຍ ຖືກຕົວະເອົາຂຶ້ນເຮືອບິນ ໄປປະຖິ້ມຢູ່ແຂວງດານັງ ປະເທດວຽດນາມ ແລະບໍ່ສາມາດຕິດຕໍ່ ຫານາຍໜ້າ ດັ່ງກ່າວນີ້ໄດ້ອີກເລີຍ.
2022-09-27
ປະເທດລາວ ຂາດດຸນການຄ້າ 166 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມູນຄ່າການສົ່ງອອກ ມີປະມານ 427 ລ້ານ ໂດລ້າຣ໌ ສະຫະຣັຖ ໃນຂະນະທີ່ການນຳເຂົ້າ ມີຈຳນວນ 593 ລ້ານ ໂດລ້າຣ໌ສະຫະຣັຖ ແລະສິນຄ້າ ທີ່ນຳເຂົ້າ ຈາກຕ່າງປະເທດ ຍິ່ງມີລາຄາສູງຂຶ້ນ ຢ່າງຕໍ່ເນື່ອງ.
2022-09-26
ຄົນງານຍັງ ເຂົ້າໄປເຮັດວຽກຢູ່ໄທຍ ຢ່າງຕໍ່ເນື່ອ ເພາະວ່າຢູ່ລາວ ຫາວຽກເຮັດ ງານທຳຍາກ ຈຶ່ງເປັນສາເຫດນຶ່ງ ທີ່ຄົນງານລາວ ສືບຕໍ່ໄປເຮັດວຽກ ຢູ່ປະເທດໄທຍ ເພີ່ມຂຶ້ນໃນປັຈຸບັນ ໂດຍຜ່ານ MOU ຈຳນວນ 200,000 ປາຍຄົນແລ້ວ.
2022-09-24
ຄວາມທຸກຍາກ, ບໍ່ສເມີພາບ ແລະ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສປປລາວ, ຊຶ່ງສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ບໍ່ໄດ້ເຖິງເຄິ່ງນຶ່ງ.
2022-09-23
ມີການເກັບຄ່າຣົຖ ເຂົ້າສນາມບິນສາກົລ ປາກເຊ ໃນແຂວງຈຳປາສັກ ຊຶ່ງຜູ້ຂັບຣົຖ ເຂົ້າໄປໃນສນາມແຫ່ງນີ້ ຈະຕ້ອງເສັຽເງິນ ຄ່າຜ່ານປະຕູ 5,000 ກີບຕໍ່ຄັນ ຕໍ່ຄັ້ງ, ຂະນະທີ່ປະຊາຊົນ ຜູ້ໃຊ້ບໍຣິການ ໄດ້ແຕ່ກົ້ມໜ້າ ປະຕິບັດຕາມ ເຖິງຈະບໍ່ເຫັນດີນຳ.
2022-09-23
ໂຄງການ ທາງຣົຖໄຟ ລາວ-ຈີນ ບໍ່ສາມາດ ສ້າງຜົລກຳໄລ ດ້ວຍໂຕມັນເອງ ເພື່ອມາໃຊ້ໜີ້ ທີ່ຣົຖບານລາວ ຢືມມາລົງທຶນ ຍິ່ງໄປກວ່ານັ້ນ ປະຊາຊົນ ທີ່ເສັຽດິນໃຫ້ກັບໂຄງການ ດັ່ງກ່າວ ມາເຖິງປັດຈຸບັນນີ້ ກໍຍັງມີບັນຫາ ແກ້ໄຂບໍ່ໄດ້.
2022-09-23
ເສຖກິຈຂອງລາວ ຟື້ນໂຕລ່າຊ້າ ຍ້ອນຫລາຍບັນຫາ ຮວມທັງການສນອງສິນຄ້າ, ລາຄາເຄື່ອງສິນຄ້າແພງຂຶ້ນ, ການຊົມໃຊ້ພາຍໃນຫລຸດລົງ, ເງິນກີບເຟີ້ ອີງຕາມ ທະນາຄານ ພັທນາເອເຊັຽ, ລວມຍອດມູນຄ່າ ຜລິຕພັນພາຍໃນ ສຳລັບປີນີ້ ຈະຫລຸດລົງມາຢູ່ທີ່ 2.5%.
2022-09-22
ທາງການຈີນ ອອກແຈ້ງການ ຈະເປີດບໍຣິການ ທ່າເຮືອກວນເຫລີ້ຍ ເພື່ອຮອງຮັບສິນຄ້າ ຜ່ານທາງແມ່ນໍ້າຂອງ ຈາກໄທຍ, ລາວ ແລະ ພະມ້າ ພາຍຫລັງປິດ 2 ປີປາຍ ຂະນະທີ່ທາງລາວ ຕ້ອງຖ້າຂໍ້ມູນຕື່ມ.