ເງິນຢວນຈີນ ເຂົ້າມາ ມີບົດບາດ ໃນລາວຫຼາຍຂຶ້ນ

ອາວະຣີ
2022.10.05
ເງິນຢວນຈີນ ເຂົ້າມາ ມີບົດບາດ ໃນລາວຫຼາຍຂຶ້ນ ທຸຣະກິຈຮ້ານຄ້າ ໃນແຂວງພາກເໜືອ ຂອງລາວ, ວັນທີ 30 ເດືອນສິງຫາ ປີ 2022.
Photo: RFA

ປັດຈຸບັນ ເງິນຢວນຂອງຈີນ ເຣີ່ມມີບົດບາດຫຼາຍຂຶ້ນ ໃນແຂວງພາກເໜືອ ຂອງປະເທດລາວ ເປັນຕົ້ນແຂວງຫຼວງນ້ຳທາ ແຂວງບໍ່ແກ້ວ ແຂວງອຸດົມໄຊ ແລະແຂວງຫຼວງພຣະບາງ. ສາເຫດສ່ວນໃຫຍ່ ກໍແມ່ນ ຄົນຈີນ ໄດ້ເຂົ້າມາຢູ່ອາສັຍ ແລະເຮັດທຸຣະກິຈ ການຄ້າຫຼາຍຂຶ້ນ; ອີກສາເຫດນຶ່ງ ຄົນລາວ ໂດຍສະເພາະນັກທຸຣະກິຈ ຄ້າຂາຍ ກໍມັກໃຊ້ເງິນສະກຸນ ຕ່າງປະເທດ ໃນນັ້ນລວມທັງເງິນຢວນ ຂອງຈີນ, ຕາມຄຳເວົ້າຂອງພໍ່ຄ້າ ແມ່ຄ້າ ແລະຊາວລາວຫຼາຍຄົນ ໃນພາກເໜືອຂອງລາວ.

ນັກທຸຣະກິຈຄ້າຂາຍ ຄົນລາວຜູ້ນຶ່ງ ຢູ່ແຂວງຫຼວງນ້ຳທາ ທີ່ມີຊາຍແດນຕິດກັບຈີນ ແລະກໍຄືກັບຄົນລາວຫຼາຍໆຄົນ ໃນບົດຣາຍງານນີ້ ຂໍສງວນຊື່ ໄດ້ກ່າວກັບນັກຂ່າວ ວິທະຍຸ ເອເຊັຽເສຣີ ໃນວັນທີ່ 28 ເດືອນກັນຍາ ປີ 2022 ນີ້ວ່າ ເງິນຢວນຂອງຈີນ ມີບົດບາດຫຼາຍ ຢູ່ແຂວງຫຼວງນ້ຳທາ ກໍເພາະມີຄົນຈີນ ໄດ້ເຂົ້າມາເປັນທຸຣະກິຈ ການຄ້າຢູ່ໃນແຂວງຫຼາຍຂຶ້ນ.

ມີບົດບາດຫຼາຍຂຶ້ນ ເງິນຢວນນີ່ນ່າ ຂຶ້ນຫຼາຍເຕີບ. ສົມມຸດ ເຈົ້າເອົາເງິນຢວນມາຈ່າຍ ເຂົາກໍຕີເປັນເງິນກີບເລີຍຫັ່ນນ່າ. ສະກຸນເງິນໃດ ເຂົາກໍໃຊ້ ຢວນກໍໃຊ້ ກີບກໍໃຊ້. ມາຢູ່ລາວຫຼາຍເຕີບແລ້ວ ຄົນຈີນນີ້.

ສ່ວນນັກທຸຣະກິຈລາວ ອີກຜູ້ນຶ່ງ ແຕ່ຢູ່ແຂວງບໍ່ແກ້ວ ພັດກ່າວວ່າ ເງິນຢວນຂອງຈີນ ສ່ວນຫຼາຍ ຖືກໃຊ້ຫຼາຍທີ່ສຸດ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ໃນແຂວງບໍ່ແກ້ວ ເພາະເຂດນີ້ ມີຄົນຈີນ ອາສັຍຢູ່ຫຼາຍ  ແຕ່ກໍມີການໃຊ້ເງິນບາທ ຂອງໄທນຳອີກ ເພາະຢູ່ໃກ້ຝັ່ງໄທຍ. ນັກທຸຣະກິຈລາວ ຈາກແຂວງບໍ່ແກ້ວ ທ່ານນີ້ ກ່າວໃຫ້ຣາຍລະອຽດຕື່ມວ່າ:

ໂອ້ໃຊ້ໆ ກະຢູ່ໃນເຂດກາສິໂນ ແຖວຕົ້ນເຜິ້ງ ຮູ້ສຶກວ່າ ເຂົາເຈົ້າໃຊ້ເງິນຢວນແດ່ ໂດລ່າບໍ່ປານໃດ ສ່ວນຫຼາຍຢວນກັບບາທ. ຖ້າວ່າ ນຶ່ງມາຢູ່ໃນເຂດໂຕນັ້ນ ແມ່ນຈີນຢູ່ເນາະ; ສອງມາ ມັນກໍມໍ່ໄທແດ່. ເງິນເຮົາກະໃຊ້ຢູ່ ຍັງປົກກະຕິຢູ່.

ໃນຂະນະດຽວກັນ ຜູ້ປະກອບການ ຢູ່ແຂວງອຸດົມໄຊ ກໍກ່າວວ່າ ປັດຈຸບັນ ການໃຊ້ເງິນຢວນ ຢູ່ໃນແຂວງນີ້ ຖືວ່າ ເພີ່ມຂຶ້ນ ເພາະຄົນຈີນ ເຂົ້າມາອາສັຍຢູ່ຫຼາຍຂຶ້ນ ແລະກໍເຮັດທຸຣະກິຈ ຫຼາຍຂຶ້ນ ແນ່ນອນວ່າ ພວກເຂົາ ກໍຕ້ອງໃຊ້ເງິນຢວນ ຫຼາຍກວ່າເງິນກີບ.

ຈີນຫຼາຍຢູ່ອຸດົມໄຊ ອັນ 30 ເປີເຊັນນີ້ແຫຼະ ຮ້ານຄ້າ ສິນຄ້າຈີນຫຼາຍ. ຖ້າໄປຮ້ານສິນຄ້າຈີນເນາະ ເຮົາຈະໃຂ້ເງິນຢວນກະໄດ້ ເຂົາເຈົ້າຮັບຕລອດ. ເປັນຄົນຈີນນີ້ ແລ້ວເຂົາເຈົ້າໃຊ້ເງິນບ້ານເຂົາ ຈະມາຕີແລກປ່ຽນເປັນເງິນກີບ. ຜູ້ທີ່ວ່າມາດຳເນີນທຸຣະກິຈນີ້ ເຂົາເຈົ້າຮູ້ ເຂົາເຈົ້າກໍຈ່າຍໆເລີຍ.

ໃນແຂວງຫຼວງພະບາງ ບັນດາຜູ້ປະກອບການ ສ່ວນຫຼາຍ ຮັບເງິນຕຣາ ຕ່າງປະເທດຫຼາຍຊະນິດ ເປັນຕົ້ນຈະຮັບເງິນໂດລ້າຣ໌ສະຫະຣັຖ ແລະເງິນບາທຂອງໄທຍ ຫຼາຍທີ່ສຸດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ; ສ່ວນເງິນຢວນກໍຮັບ ແຕ່ນັກທ່ອງທ່ຽວຈີນ ຍັງບໍ່ມາຫຼາຍເທື່ອໃນໄລຍະນີ້. ຜູ້ໃຊ້ເງິນຢວນໃນແຂວງຫຼວງພະບາງ ສ່ວນຫຼາຍ ກໍແມ່ນຜູ້ທີ່ຄ້າຂາຍ ກັບຄົນຈີນ. ສ່ວນຄົນລາວໂດຍທົ່ວໄປ ກໍຍັງໃຊ້ເງິນກີບ ເປັນຫຼັກຄືເກົ່າ.

ດັ່ງຜູ້ປະກອບການ ຄົນນຶ່ງ ໃນນະຄອນຫຼວງພະບາງ ໄດ້ກ່າວກັບວິທະຍຸ ເອເຊັຽເສຣີ ເມື່ອວັນທີ່ 28 ເດືອນກັນຍາ ທີ່ຜ່ານມາວ່າ:

ທາງຄົນທີ່ຄ້າຂາຍກັບຈີນ ມັກຈະມີຢູ່ ຖ້າວ່າຢວນ ມັນຈະຈ່າຍຄືເຂດຊາຍແດນ ຄືຫຼວງນ້ຳທາ ອຸດົມໄຊ ແມ່ນຫຍັງພຸ່ນ. ຖ້າຫາກວ່ານິຍົມເນາະ ກະຄືທັງບາດ ທັງໂດລ້າຣ໌ ຈະງ່າຍກວ່າຢວນເນາະ ເພາະປະເທດຈີນ ບໍ່ເປີດເທື່ອເດ່. ຖ້າວ່າ ອຳນວຍຄວາມສະດວກ ໃຫ້ລູກຄ້າ ເຮົາກໍຈະສາມາດ ແລກເປັນກີບໃຫ້ໄດ້ ປົກກະຕິ ເຂົາເຈົ້າກະໃຊ້ເງິນກີບ.

ກ່ຽວກັບເຣື່ອງເງິນນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງຫຼວງນ້ຳທາ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ອະທິບາຍວ່າ ປັດຈຸບັນ ເງິນຢວນຂອງຈີນ ມີບົດບາດຫຼາຍຂຶ້ນແທ້ ເພາະແຂວງຫຼວງນ້ຳທາ ມີຊາຍແດນຕິດກັບຈີນ ແລະກໍມີຈີນເຂົ້າມາ ລົງທຶນຫຼາຍເປັນພິເສດ.

ໃຊ້ເງິນຢວນ ເພິ່ມຫຼາຍເພິ້ມຂຶ້ນຫຼາຍ ຄັນທຽບໃສ່ແຕ່ກີ້ ເພີ່ມຂຶ້ນຫຼາຍຢູ່ນ້ຳທາ ໃຊ້ຫຼາຍ ຍອມຮັບ. ດຽວນີ້ ນັກທຸຣະກິຈນີ້ ສ່ວນຫຼາຍ ມັນແມ່ນຄົນຈີນເດ່ ເຂົ້າມາລົງທຶນຢູ່ນ້ຳທານ່າ. ສ່ວນຫຼາຍກໍໃຊ້ໄດ້ໝົດ ເງິນຢວນ ເງິນບາດ ເງິນກີບ ໃຊ້ໄດ້ຢູ່ນ້ຳທາເນາະ. ຊື້ຂາຍແລກປ່ຽນ ເຂົາກໍເອົາໝົດແຫຼະ ຕາມອັດຕຣາແລກປ່ຽນ.

ສ່ວນເຈົ້າໜ້າທີ່ ຢູ່ແຂວງບໍ່ແກ້ວ ກໍຍອມຮັບວ່າ ເງິນຢວນ ມີອິດທິພົລຫຼາຍແທ້ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ; ສ່ວນຢູ່ເຂດອື່ນໆພາຍໃນແຂວງ ຄົນລາວສ່ວນຫຼາຍ ກໍຍັງນິຍົມໃຊ້ເງິນກີບ ແລະເງິນບາດຢູ່.

ມີຢູ່ ມີຢູ່ ໃນເຂດນັ້ນແຫຼະ. ເງິນຢວນຢູ່ເຂດພິເສດ ກະຊິໃຊ້ສາມສະກຸນພຸ້ນເດ່ ຄືເງິນຢວນ ເງິນໄທແລະກໍເງິນລາວ. ຄັນແມ່ນສ່ວນຫຼາຍ ພວກເຮົາກະເອົາເງິນກີບແຫຼະ ເປັນຕົວສຳຄັນ ເປັນຕົວຫຼັກຫັ້ນແຫຼະ.

ເຖິງຢ່າງໃດກໍຕາມ ໃນປະເທດລາວຢູ່ແຂວງອື່ນໆ ໂດຍສະເພາະ ຢູ່ແຂວງທີ່ມີນັກທ່ອງທ່ຽວຫຼາຍ ຄົນລາວສ່ວນຫຼາຍ ກໍຍັງມັກໃຊ້ເງິນກີບ ເງິນໂດລ້າຣ໌ ແລະເງິນບາທຫຼາຍຢູ່, ເຖິງວ່າຣັຖບານລາວ ໄດ້ປະກາດຊຸກຍູ້ ສົ່ງເສີມໃຫ້ປະຊາຊົນລາວ ໃຊ້ແຕ່ເງິນກີບມາຫຼາຍປີ ແລ້ວກໍຕາມ.

ອີງຕາມໂຕເລກ ຂອງສະມາຄົມໂທຣະຄົມ ທາງການເງິນ ລະຫວ່າງທະນະຄານ ຫຼື SWIFT, ການໃຊ້ເງິນຢວນ ໃນຕລາດໂລກ ເພີ່ມຂຶ້ນປະມານ 2.7 ສ່ວນຮ້ອຍ ໃນໄລຍະນຶ່ງປີ ທີ່ຜ່ານມາ ແລະກໍກາຍເປັນເງິນ ທີ່ຖືກໃຊ້ຫຼາຍທີ່ສຸດ ອັນດັບສີ່ຂອງໂລກ ຮອງຈາກເງິນໂດລ້າຣ໌ສະຫະຣັຖ ເງິນຢູໂຣ ຂອງສະຫະພາບ ຢູ່ໂຣບ ແລະເງິນປອນຂອງອັງກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.