ອີງຕາມການຣາຍງານ ຂອງທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມ ອຸດສາຫະກັມຕັດຫຍິບລາວ ໄດ້ໃຫ້ສັມພາດ ກັບສື່ມວນຊົນລາວ ຫວ່າງບໍ່ດົນມານີ້ວ່າ ປັດຈຸບັນ ອຸດສາຫະກັມ ຕັດຫຍິບໃນລາວ ຍັງພົບບັນຫາຂາດແຄນ ຄົນງານ ຈໍານວນຫຼາຍ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ຄົນງານລາວຫຼາຍຄົນເວົ້າວ່າ ບໍ່ຢາກມາເຮັດວຽກ ໃນໂຮງງານຕັດຫຍິບ ເພາະເງິນເດືອນໜ້ອຍ ບໍ່ຄຸ້ມຄ່າ ກັບຄ່າຄອງຊີພ ໃນປັດຈຸບັນ, ຫຼາຍຄົນ ຈຶ່ງໄປຊອກຫາວຽກເຮັດ, ງານທໍາ ໃນຕ່າງປະເທດ ໂດຍສະເພາະ ປະເທດໄທຍ ເພາະໄດ້ເງິນເດືອນຫຼາຍກວ່າ ການເຮັດວຽກ ໃນລາວ ຫຼາຍເທົ່າ.
ດັ່ງຄົນງານລາວ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ຕຸລາ ນີ້ວ່າ:
“ມັນບໍ່ພໍກິນ ເດືອນລະ 1,200,000 ນຶ່ງເນາະ ມັນເງິນເດືອນໜ້ອຍແຫຼະ ບໍ່ໄປດອກສໍ່ານັ້ນນ່າ ບໍ່ພໍກິນເວົ້າງ່າຍໆໂລດ ເຮົາມີພາຣະຫຼາຍນັ້ນນ່າ ພາຣະຂອງແຕ່ລະຄົນ ມັນກໍບໍ່ສໍ່າກັນເນາະ ອີກຢ່າງກະເຊົ່າຫ້ອງນໍາ ຊື້ເຂົ້າກິນນໍາ. ມັນກະຊິໄປພໍອີ່ຫຍັງ ກະສ່ວນຫຼາຍ ສ່ວນຫຼາຍກະໄປໄທຍພຸ້ນແຫຼະ ໂຮງງານຢູ່ໄທຍເດືອນລະໝື່ນສອງ, ເດືອນລະໝື່ນຫ້າ ປະມານນີ້.”
ຂະນະທີ່ ຄົນງານລາວ ອີກທ່ານນຶ່ງກໍກ່າວວ່າ ການເຮັດວຽກ ໃນໂຮງງານຕັດຫຍິບ ໃນລາວ ຖືວ່າໄດ້ເງິນເດືອນໜ້ອຍ ຄືໄດ້ປະມານ ເດືອນລະ 1 ລ້ານປາຍກີບ ເຮັດໃຫ້ບໍ່ພໍກັບຄ່າໃຊ້ຈ່າຍ ໃນແຕ່ລະມື້ ເພາະມີທັງຄ່າກິນ, ຄ່າທີ່ຢູ່ອາສັຍ ແລະຄ່າອື່ນໆອີກຫຼາຍຢ່າງ ບວກກັບປັດຈຸບັນ ລາຄາສິນຄ້າຕ່າງໆ ກໍແພງຂຶ້ນນໍາດ້ວຍ ເຊິ່ງຫຼາຍຄົນ ກໍຢາກເຮັດວຽກ ເຮັດການ ທີ່ໄດ້ເງິນເດືອນຫຼາຍ ແລະສາມາດເບິ່ງແຍງຄອບຄົວໄດ້ລະດັບນຶ່ງ.
“ເງິນເດືອນໜ້ອຍກະວ່າແມ່ນ ເຮົາກະມາຫາລ້ຽງຄອບຄົວແມ່ນບໍ່ ເຮົາກະຕ້ອງຢາກໄດ້ເງິນຫຼາຍໆ ທີ່ສາມາດລ້ຽງຄອບຄົວໄດ້ ເດືອນລະລ້ານນຶ່ງ ເອົ້າຄ່າຢູ່, ຄ່າກິນ, ຄ່ານໍ້າມັນ ໄປແຕ່ລະເດືອນ ກະໝົດແລ້ວ ເຂົ້າຂອງແຫ່ງແພງ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຜູ້ປະກອບການ ໂຮງງານຕັດຫຍິບ ແຫ່ງນຶ່ງ ກໍກ່າວວ່າ ໂຮງງານຂອງຕົນ ເປັນໂຮງງານຂນາດນ້ອຍ ມີຄົນງານບໍ່ຫຼາຍ ເຊິ່ງໃນໄລຍະນີ້ ກໍຖືວ່າຄົນງານລາວ ຊອກຫາຍາກຫຼາຍ ສ່ວນໃຫຍ່ທີ່ຮັບເຂົ້າມາເຮັດວຽກ ກໍເປັນຜູ້ທີ່ບໍ່ມີປະສົບການ ດ້ານຕັດຫຍິບ ຕ້ອງໄດ້ສອນໃຫ້ໃໝ່ໝົດ ຈຶ່ງເຮັດໃຫ້ການຈ່າຍເງິນຄ່າແຮງງານ ຕ້ອງໄດ້ອີງຕາມປະສົບການ ຂອງແຕ່ລະຄົນ ແຕ່ທາງໂຮງານ ຂອງຕົນກໍມີບ່ອນພັກ ແລະກິນຢູ່ຟຣີ ແຕ່ບໍ່ມີປະກັນສັງຄົມ ເພາະຄົນງານໜ້ອຍ ແລະບາງຄົນ ທີ່ເຂົາເຈົ້າ ມີປະສົບການ ຢູ່ແລ້ວ ກໍບໍ່ຢາກເຮັດວຽກ ໃນໂຮງງານຕັດຫຍິບ ກໍໄປເປີດຮ້ານຕັດຫຍິບ ຂອງເຂົາເຈົ້າເອງ:
“ແຮງງານມັນກໍຫາຍາກຢູ່ ສ່ວນຫຼາຍຄັນຄົນທີ່ມີປະສົບການ ອີ່ຫຍັງຈັ່ງຊີ້ ມັນກະບໍ່ຄ່ອຍມີແລ້ວຫັ້ນນ່າ ຊ່ວງທີ່ຍັງບໍ່ໄດ້ເປັນວຽກ ອີ່ຫຍັງຈັ່ງຊີ້ນ່າ ເຮົາກໍຈະມີເງິນເດືອນ ພື້ນຖານໃຫ້ ແຕ່ກໍບໍ່ຫຼາຍ ເພາະວ່າກິນຢູ່ອີ່ຫຍັງກັບເຮົາເລີຍ ພະນັກງານເຮົາເນາະ ບາງຄົນເປັນອີ່ຫຍັງຈັ່ງຊີ້ເນາະ ເຂົາເຈົ້າກະບໍ່ຢູ່ກະມີ ໄປເຮັດເອງແນ່.”
ພ້ອມດຽວກັນນີ້ ຜູ້ປະກອບການໂຮງງານຕັດຫຍິບ ອີກແຫ່ງນຶ່ງ ກໍກ່າວວ່າ ໃນໄລຍະນີ້ ທາງໂຮງງານຂອງຕົນ ຍັງບໍ່ໄດ້ເປີດຮັບສມັກ ຄົນງານເພີ່ມເທື່ອ ແຕ່ກໍມີແຜນຢູ່ ເຊິ່ງສ່ວນໃຫຍ່ ຈະຮັບແຕ່ຜູ້ທີ່ມີປະສົບການ ສ່ວນເງິນເດືອນ ກໍຕົກລົງຕາມປະສົບການ ແຕ່ຢູ່ໃນຄ່າແຮງງານຂັ້ນຕໍ່າ 1,200,000 ກີບ ສ່ວນສວັດດີການ ກໍມີປະກັນສັງຄົມ, ລ້ຽງເຂົ້າທ່ຽງ ແລະບາງເທື່ອ ກໍມີທີ່ພັກໃຫ້ ແຕ່ແມ່ຍິງລາວຫຼາຍຄົນ ກໍບໍ່ຄ່ອຍຢາກມາເຮັດວຽກ ໃນໂຮງງານຕັດຫຍິບ ເຂົາເຈົ້າມັກໄປຊອກຫາວຽກອື່ນເຮັດ ຫຼືໄປຊອກວຽກເຮັດໃນປະເທດໄທຍ ສ່ວນຄົນທີ່ມີປະສົບການ ກໍອອກໄປເປີດຮ້ານຕັດຫຍິບເອງ.
“ເພາະວ່າຄົນສ່ວນໃຫຍ່ ກະເປັນຜູ້ແສ້ຜູ້ສາວແທ້ ເຂົາກະຫັນໄປເຮັດຢ່າງອື່ນ ຢູ່ລາວແມ່ນ ຄົນເກັ່ງເຂົາກະອອກໄປເຮັດເອງຫັ້ນນ່າ ເຮົາຮັບແຕ່ຜູ້ທີ່ມີປະສົບການ ທີ່ເຮັດວຽກໄດ້ເລີຍ ເຮົາກະຊິມີ ລ້ຽງເຂົ້າກາງວັນຈັ່ງຊີ້ ບາງເທື່ອກໍມີທີ່ພັກ.”
ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ອຸດສາຫະກັມ ຕັດຫຍິບລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ອຸດສາຫະກັມ ຕັດຫຍິບລາວ ໃນປັດຈຸບັນ ກໍຍັງມີບັນຫາ ເຣື່ອງຄົນງານ ບໍ່ພຽງພໍ ຍ້ອນໄລຍະນີ້ ແຕ່ລະໂຮງງານ ເຣີ່ມມີລູກຄ້າ ມາສັ່ງຣາຍການຕັດຫຍິບເພີ່ມຂຶ້ນ ຫຼາຍໂຮງງານກໍຕ້ອງການ ຄົນງາເພີ່ມ.
ເບື້ອງຕົ້ນ ທາງສະມາຄົມຕັດຫຍິບລາວ ກໍຈະມີການແກ້ໄຂ ໂດຍການໂຄສະນາ ໄປໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໃນແຕ່ລະແຂວງ ສົ່ງເສີມໃຫ້ຄົນລາວ ສົນໃຈຕ້ອງການ ຢາກມາເຮັດວຽກ ຕັດຫຍິບໃນລາວເພີ່ມຂຶ້ນ.
“ແມ່ນແຫຼະ ມັນເຣີ່ມມີ ອໍເດີ້ຣ໌ເຂົ້າມາຫຼາຍແລ້ວ ແຕ່ລະໂຮງງານ ແຕ່ວ່າແຮງງານເຮົານີ້ ມັນຫຍິບບໍ່ທັນ ມີຢູ່ແຮງງານ ແຕ່ມັນບໍ່ພຽງພໍແຫຼະ ຕ້ອງການອີກດຽວນີ້ ເຮົາກະໂຄສະນາປະຊາສັມພັນ ໄປແຕ່ລະແຂວງ ປຸກຣະດົມຂົນຂວາຍຕື່ມເນາະ ຊຸກຍູ້ໃຫ້ມາເຮັດວຽກ ໃນຂແນງການຕັດຫຍິບນີ້ ສ້າງພາບພົດໃຫ້ດີແຫຼະ ໃຫ້ຄົນຢາກສົນໃຈ ມາເຮັດຫັ້ນແຫຼະ.”
ອີງຕາມການໃຫ້ສັມພາດ ຂອງທ່ານ ໄຊບັນດິດ ຣາຊພົນ ປະທານສະມາຄົມ ອຸດສາຫະກັມຕັດຫຍິບລາວ ກ່າວຕໍ່ ສື່ມວນຊົນລາວອີກວ່າ ທ່ານຢາກໃຫ້ພາກຣັຖ ແລະບັນດາໂຮງງານ ໃຫ້ພ້ອມກັນ ຊ່ອຍຊຸກຍູ້ສົ່ງເສີມຜລິຕພັນລາວ ນໍາດ້ວຍ. ໃນຕໍ່ໜ້າ ຂະນະທີ່ ສະມາຄົມອຸດສາຫະກັມ ຕັັດຫຍິບລາວ ກໍມີແຜນຫຼາຍຢ່າງ ໃນນັ້ນ ຮວມເຖິງການຊຸກຍູ້ ສົ່ງເສີມ ໃຫ້ 1 ກຸ່ມບ້ານ ມີ 1 ຮ້ານ ຫຼືຫຼາຍຮ້ານຕັດຫຍິບ ເພື່ອສ້າງໃຫ້ ມີຜູ້ປະກອບການ ຣາຍນ້ອຍແຕ່ລະກຸ່ມບ້ານ ເພື່ອສ້າງຣາຍຮັບ ເຂົ້າຄອບຄົວ ແລະຍັງມີແຜນເພີ່ມການຜລິຕ ເສື້ອຂາວ ທີ່ເປັນຊຸດນັກຮຽນ ຍີ່ຫໍ້ ຈໍາປາແດງ ເຊິ່ງຜ່ານມາຜລິຕໃຊ້ ໃນສັງຄົມແລ້ວ ແຕ່ປັດຈຸບັນ ຍັງຂາດຕົວແທນຈໍາໜ່າຍ ຮວມເຖິງຜູ້ສັ່ງຜລິຕ ຊຸດນັກຮຽນ ກາຈໍາປາແດງຢູ່.
ປັດຈຸບັນ ໃນທົ່ວປະເທດລາວ ມີໂຮງງານຕັດຫຍິບ 77 ແຫ່ງ, ໃນນີ້ ຢູ່ນະຄອນຫຼວງວຽງຈັນ 72 ແຫ່ງ, ແຂວງສວັນນະເຂດ 2 ແຫ່ງ, ແຂວງຈໍາປາສັກ 2 ແຫ່ງ ແລະແຂວງວຽງຈັນ 1 ແຫ່ງ, ມີຄົນງານຮວມທັງໝົດ 25,000 ຄົນ ໃນນັ້ນ 90% ແມ່ນເປັນຄົນງານເພດຍິງ, ມີ 50 ແຫ່ງ ຜລິຕເພື່ອສົ່ງອອກ ໂດຍຜລິຕເຄື່ອງແບບ (Uniform), ເສື້ອ ເສີຣ໌ຕ (Shirt), ເສື້ອ ທີເສີ້ຣ໌ຕ (T- Shirt), ເສື້ອໂປໂລ, ເຄື່ອງນຸ່ງເຮັດວຽກ, ແຈັກເກັດຢີນ, ຜ້າຫົ່ມ, ເສື່ອນອນ ແລະອື່ນໆ.
ສໍາລັບຕລາດສົ່ງອອກ ແມ່ນປະເທດ ໃນສະຫະພາບຢຸໂຣບ 80%, ຍີ່ປຸ່ນ 9%, ສະຫະຣັຖອາເມຣິກາ 4%, ການາດາ 2% ເຊິ່ງແຕ່ລະປີ ສາມາດສົ່ງອອກ ໄດ້ປະມານ 200 ປາຍລ້ານໂດລ້າຣ໌ສະຫະຣັຖ.