ຄົນລາວ ໄປເຮັດວຽກ ຢູ່ເກົາຫລີໃຕ້ ຖືກຖິ້ມ ລະຫວ່າງທາງ

ສຸພັດຕາ
2022.09.28
ຄົນລາວ ໄປເຮັດວຽກ ຢູ່ເກົາຫລີໃຕ້ ຖືກຖິ້ມ ລະຫວ່າງທາງ ແຜນທີ່ ສນາມບິນ ດານັງ ບ່ອນທີ່ຄົນລາວ ຖືກລອຍແພ ຊຶ່ງພວກເຂົາເຈົ້າ ຖືກຕົວະໃຫ້ເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ແຕ່ໄປບໍ່ຮອດ.
ຮູບພາບ: OpenStreetMap contributors/Datawrapper

ຍັງມີບຸກຄົນອ້າງເປັນໂຕແທນ ບໍຣິສັດຈັດຫາງານຕົວະຄົນງານລາວ ຈໍານວນ 9 ຄົນ ໄປເຮັດວຽກດ້ານການກະເສຕ ໃນໄລຍະສັ້ນ 5-6 ເດືອນ ຢູ່ປະເທດເກົາຫຼີໃຕ້ ແຕ່ສຸດທ້າຍພັດຖືກ ເອົາຂຶ້ນເຮືອບິນ ໄປປະຖິ້ມຢູ່ແຂວງດານັງ ປະເທດວຽດນາມ ໂດຍບໍ່ສາມາດຕິດຕໍ່ຫາ ນາຍໜ້າດັ່ງກ່າວນີ້ໄດ້ອີກ ໃນຂະນະທີ່ ຊາວລາວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງນໍາຫາໂຕນາຍໜ້າ ຜູ້ກະທໍາຄວາມຜິດມາລົງໂທດ.

ດັ່ງຊາວນະຄອນຫຼວງວຽງຈັນ ທີ່ສົນໃຈເດີນທາງໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 26 ກັນຍາ 2022 ນີ້ວ່າ:

“ເຄີຍເຫັນເຂົາເຈົ້າຫັ້ນ ເຂົາໂພສຜ່ານເຟສບຸກຄ໌ຫັ້ນ ມີໝູ່ຜູ້ທີ່ຖືກຕົວະໄປຫັ້ນ ໂດຍກໍຢາກພວກຂະເຈົ້າກວດສອບຕື່ມ ຂະເຈົ້າໄດ້ເຮັດງານບໍ່ ບໍ່ໄດ້ເຮັດແລ້ວຫັ້ນແລ້ວກໍເຮັດໃຫ້ເຮົາ ສົມມຸດວ່າເປັນເຮົາ ເຮົາກໍເສັຍເງິນໄປແລ້ວກໍເສັຍດາຍເງິນ ວຽກໄລຍະສັ້ນນີ້ ເຂົາປະມານ 1,000 ປາຍໜ້ອຍນຶ່ງ 1,000 ໂດລ້າຣ໌ປາຍໜ້ອຍນຶ່ງ.”

ກະຊວງ ແຮງງານ ແລະສວັດດີການສັງຄົມ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຕິດຕາມຫານາຍໜ້າ ທີ່ຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ ຕາມກົດໝາຍ ອີກທັງ ຍັງຕົວະເອົາເງິນ ຈາກຄົນງານລາວ ເປັນຈໍານວນຫຼາຍ ແຕ່ຢ່າງໃດກໍຕາມ ການຕິດຕາມຫາໂຕຜູ້ກະທໍາຄວາມຜິດ ກຸ່ມດັ່ງກ່າວນີ້ ເປັນໄປໄດ້ຍາກ ຍ້ອນເປັນການຈັດສົ່ງ ໂດຍບໍ່ໄດ້ຜ່ານທາງການ.

ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນຊິຫຍຸ້ງຍາກແນ່ ເພາະວ່າເຮົາບໍ່ຮູ້ວ່າ ໃນນາມບໍຣິສັດໃດເນາະ ທີ່ວ່າຮັບຕົວະໄປຫັ້ນນ່າ ເປັນນາຍໜ້າເປັນບຸກຄົນ ທີ່ເອົາແຮງງານໄປ ເອົາໄປແບບເຮັດຕົວະຫັ້ນນ່າ ມັນນໍາຍາກບາດນີ້ ມັນບໍ່ຮູ້ວ່າບໍຣິສັດໃດ ມັນສະເພາະ ເປັນມີຜູ້ນຶ່ງເປັນນາຍໜ້ານໍາ ເຮັດ Passport ເຮັດຫຍັງ ເຮັດເອກສານອີ່ຫຍັງ ຕ່າງໆຫັ້ນ ໜ້າຈະຕົວະ ແຕ່ເອກສານເປັນຕົ້ນໄປ ຈັ່ງຊີ້ນ່າມັນຊິນໍາຍາກ.”

ສໍາລັບຄົນງານລາວ ທີ່ຖືກຕົວະໄປເຮັດວຽກ ແລະຖືກປະຖິ້ມຢູ່ປະເທດວຽດນາມ ກຸ່ມດັ່ງກ່າວນີ້ ໄດ້ຮັບການຊ່ອຍເຫຼືອ ກັບມາຍັງປະເທດລາວໄດ້ແລ້ວ ແຕ່ຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການກວດສອບຕື່ມວ່າ ມີຄົນງານລາວທີ່ຖືກຕົວະ ແລະຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ ອີກຫຼືບໍ່ ສ່ວນຣາຍລະອຽດອື່ນໆ ເປັນຕົ້ນຜູ້ຕົວະ ມາແຕ່ແຂວງໃດ ແລະມີຈັກຄົນ ທີ່ຍັງບໍ່ທັນໄດ້ຮັບ ຄວາມຊ່ອຍເຫຼືອນັ້ນ  ພັດຍັງບໍ່ມີຂໍ້ມູນເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຈັດສົ່ງ ຄົນງານລາວ ໄປເຮັດວຽກຢູ່ຕ່າງປະເທດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວວ່າ:

“ແມ່ນໆ ຕາມທີ່ເພິ່ນລົງຂ່າວເລີຍ ຈໍານວນນຶ່ງກໍກັບມາ ໂອ້ ເຮົາກໍບໍ່ອັນນັ້ນຄືກັນ ໂຕນີ້ຫັ້ນນ່າ ຍັງບໍ່ທັນໄດ້ອັນນັ້ນເທື່ອ ອ່າ ຕ້ອງໄດ້ລໍຖ້າກ່ອນເນາະ.”

ອີງຕາມຄໍາເວົ້າ ຂອງຄົນງານລາວ ຜູ້ເສັຍຫາຍຜູ້ນຶ່ງ ກ່າວຕໍ່ໜັງສືພິມລາວພັທນາ ເມື່ອວັນທີ່ 21 ກັນຍາ ທີ່ຜ່ານມານີ້ວ່າ ໄດ້ຈ່າຍເງິນຈໍານວນ 2,000 ໂດລ້າຣ໌ສະຫະຣັຖ ແລະ 8,000,000 ກີບຕໍ່ຄົນ ໃຫ້ແກ່ນາຍໜ້າ ບໍຣິສັດຈັດຫາງານແຫ່ງນຶ່ງ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕາມທີ່ຄົນໃກ້ຊິດແນະນໍາ ພ້ອມນັດໝາຍວັນອອກເດີນທາງ ໃນວັນທີ່ 30 ສິງຫາ 2022 ໃຫ້ໄປຂຶ້ນເຮືອບິນ ຢູ່ສນາມບິນ ວັດໄຕ ເພື່ອໄປລົງປະເທດວຽດນາມ ແລະຕໍ່ໄປຍັງປະເທດເກົາຫຼີໃຕ້ ເຊິ່ງຕ້ອງຈ່າຍເງິນຕື່ມອີກ ໃນວັນເດີນທາງ 175 ໂດລ້າຣ໌ສະຫະຣັຖຕໍ່ຄົນ ຍ້ອນນາຍໜ້າອ້າງວ່າ ປີ້ເຣືອບິນຂຶ້ນລາຄາ ຜູ້ເສັຍຫາຍທັງໝົດ ຖືກປະຖິ້ມຢູ່ປະເທດວຽດນາມ ເປັນເວລາປະມານ 1 ສັປດາ ຈຶ່ງຮູ້ວ່າຖືກນາຍໜ້າຕົວະ ແລະບໍ່ໄດ້ເດີນທາງ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ແທ້ ພວກເຂົາເຈົ້າ ໄດ້ເຊົ່າຣົຖເມ ຢູ່ເມືອງດານັງ ປະເທດວຽດນາມ ເພື່ອເດີນທາງກັບ ນະຄອນຫຼວງວຽງຈັນ ໃນວັນທີ່ 8 ກັນຍາ ທີ່ຜ່ານມາ.

ມາຮອດປັດຈຸບັນ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອຸມັດໃຫ້ບໍຣິສັດຈັດຫາງານ ແຕ່ພຽງ 2 ບໍຣິສັດ ຄື ບໍຣິສັດ ໄອຈ໊ອບ ບໍຣິການຈັດຫາງານ ແລະບໍຣິສັດ ສວັນບໍຣິການຈັດຫາງານ ໃຫ້ສາມາດດໍາເນີນການ ຄັດເລືອກຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກ ດ້ານການກະເສຕ ຕາມຣະດູການ ໃນໄລຍະສັ້ນ ຢູ່ປະເທດເກົາຫຼີໃຕ້ ເນື່ອງຈາກວຽກງານນີ້ ຍັງຢູ່ໃນໄລຍະທົດລອງ.

ດັ່ງພະນັກງານ ບໍຣິສັດຈັດຫາງານ ຈັດສົ່ງຄົນງານລາວ ໄປເຮັດວຽກແບບຖືກຕ້ອງ ຕາມກົດໝາຍ ທ່ານນຶ່ງ ກ່າວວ່າ:

“ປັດຈຸບັນນີ້ ທາງກະຊວງແຮງງານ ກໍຍັງອະນຸຍາດໃຫ້ 2 ບໍຣິສັດ ເຮັດການທົດລອງທີ່ນີ້ນິ່ ໃນການສົ່ງນີ້ ໃນນາມຣັຖກັບຣັຖ ແຕ່ວ່າ ບໍຣິສັດ 2 ບໍຣິສັດນີ້ ຈະເປັນຜູ້ຊ່ອຍກົມການຈັດຫາງານ ໃນການ Recruit ຄົນເບິ່ງແຍງແຮງງານ ເພາະວ່າທາງກະຊວງ ກໍມີບຸກຄະລາກອນທີ່ຈໍາກັດ.”

ທ່ານກ່າວຕື່ມວ່າ ການຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ແບ່ງອອກເປັນ 2 ປະເພດ ຄື ການເດີນທາງໄປເຮັດວຽກ ພາຍໃນໂຮງງານອຸດສາຫະກັມ ຂນາດນ້ອຍ ແລະຂນາດກາງ ເປັນໄລະຍະເວລາ 3-5 ປີ ຫຼື Employment Permission System (EPS) ເປັນການຈັດສົ່ງຄົນງານ ຕາມລະບົບ MOU ເຊິ່ງຜູ້ສມັກຈະຕ້ອງເສັງ ພາສາເກົາຫຼີ ກ່ອນອອກເດີນທາງ ສ່ວນການເດີນທາງ ໄປເຮັດວຽກໄລຍະສັ້ນ 5-6 ເດືອນ ໃນລະບົບ ວຽກຕາມຣະດູການ ຫຼື Seasonal Worker (SW) ນັ້ນ ພັດໄດ້ຮັບຄວາມນິຍົມຫຼາຍ ຍ້ອນບໍ່ຕ້ອງຜ່ານການສອບເສັງ ພາສາເກົາຫຼີ ແຕ່ເປັນການຈັດສົ່ງຄົນງານລາວໃນໄລຍະທົດລອງ ເຊິ່ງທາງການລາວ ແລະທາງການເກົາຫຼີໃຕ້ ຍັງບໍ່ທັນເຮັດ MOU ຮ່ວມກັນເທື່ອ.

ເຖິງແມ່ນວ່າ ກະຊວງແຮງງານ ແລະສວັດດີການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຈະກໍານົດໃຫ້ພຽງແຕ່ 2 ບໍຣິສັດ ທີ່ສາມາດດໍາເນີນການ ຄັດເລືອກຄົນງານລາວ ໃຫ້ເດີນທາງໄປເຮັດວຽກ ຢູ່ປະເທດເກົາຫຼີໃຕ້ໄດ້ນັ້ນ ແຕ່ຢ່າງໃດກໍຕາມ ພັດຍັງມີການເປີດ ຮັບສມັກຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີໃຕ້ ແບບບໍ່ຖືກຕ້ອງ ຜ່ານສື່ສັງຄົມອອນລາຍນ໌ ແລະມີຄົນງານລາວ ຫຼາຍຄົນຍັງຫຼົງເຊື່ອ ຍ້ອນບໍ່ທັນຮັບຮູ້ ຂ່າວສານທີ່ຖືກຕ້ອງ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.

ດັ່ງຊາວນະຄອນຫຼວງວຽງຈັນ ທີ່ສົນໃຈເດີນທາງ ໄປເຮັດວຽກຕາມຣະດູການ ຢູ່ປະເທດເກົາຫຼີໃຕ້ ກ່າວວ່າ:

“ແຕ່ວ່າ ຂ້ອຍກະຢາກໄປເຮັດວຽກຫັ້ນນ່າ ມັນໄດ້ລາຍໄດ້ສູງກ່ອນຢູ່ລາວ ຫຼາຍໆເທົ່າຫັ້ນນ່າ ມີແຕ່ໄປຍື່ນເອກກະສານປະຊື່ໆຫັ້ນນ່າ ກໍເຫັນຫຼາຍຄົນຫັ້ນນ່າ ທີ່ເຂົາຖິ້ມຢູ່ວຽດນາມຫັ້ນນ່າ ເຂົາໄປແລ້ວເຂົາໄປຖິ້ມຢູ່ວຽດນາມ ກໍເຫັນຂ່າວມັນແຈ້ງເຕືອນຫັ້ນແຫຼະ ມັນຖືກກົດໝາຍ ມີແຕ່ 2 ບໍຣິສັດຫັ້ນ ມີແຕ່ຖືກຕົວະຫັ້ນນ່າ ເຂົາໄປຫັ້ນນ່າ ເຂົາໄປມີແຕ່ຖືກຕົວະ ເຂົາໄປຫັ້ນນ່າ ໄປມີແຕ່ 2 ບໍຣິສັດນີ້ ມັນຖືກກົດໝາຍຫັ້ນນ່າ ບໍຣິສັດອື່ນ ມີແຕ່ຖືກຕົວະຕລອດ.”

ກ່ອນໜ້ານີ້ ເມື່ອວັນທີ່ 29 ກໍຣະກະດາ ທີ່ຜ່ານມາ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອອກແຈ້ງການ ໄປຍັງບັນດາຫົວໜ່ວຍທຸຣະກິຈ ໃນຂອບເຂດທົ່ວປະເທດ ວ່າ ຫ້າມເຄື່ອນໄຫວ ບໍຣິການຈັດຫາຄົນງານໄປຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍສະເພາະ ປະເທດເກົາຫຼີໃຕ້ ເຊິ່ງໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ ແລະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ອົງການຄຸ້ມຄອງແຮງງານ ອີກທັງ ຍັງເຮັດໃຫ້ຄົນງານລາວ ທີ່ຖືກຈັດສົ່ງໄປຍັງຕ່າງປະເທດ ບໍ່ໄດ້ຮັບການຄຸ້ມຄອງ, ເສັຍຄ່າບໍຣິການສູງເກີນຈິງ, ບາງຄົນ ຈ່າຍເງິນແລ້ວ ແຕ່ບໍ່ໄດ້ໄປເຮັດວຽກ, ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ ສໍາລັບບຸກຄົນ ຫຼືນິຕິບຸກຄົນ ທີ່ເຄື່ອນໄຫວຈັດສົ່ງຄົນງານ ໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ ຈະມີຄວາມຜິດຕາມມາດຕຣາ 12 ທີ່ໄດ້ລະບຸໄວ້ ໃນດໍາຣັດເລຂທີ່ 245/ລບ ລົງວັນທີ່ 22 ພຶສພາ 2020 ແລະການກະທໍາດັ່ງກ່າວນີ້ ຍັງມີຄວາມຜິິດຕາມມາດຕຣາ 51 ຂອງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຣັຖວິສາຫະກິຈ ບໍຣິການຈັດຫາງານ ສບັບເລຂທີ 1050/ຮສສ ລົງວັນທີ່ 25 ມິນາ 2022 ເຊິ່ງຈະຖືກກ່າວເຕືອນ, ປັບໃໝ ແລະຖອນໃບອະນຸຍາດ ດໍາເນີນທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.