ທາງການ ຢືນຢັນການລົບລ້າງ ຄວາມທຸກຍາກ ຍັງທ້າທາຍ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.09.24
ທາງການ ຢືນຢັນການລົບລ້າງ ຄວາມທຸກຍາກ ຍັງທ້າທາຍ ຊາວບ້ານ ໃນເຂດຊົນນະບົດ ແຂວງຫຼວງພຣະບາງ, ເດືອນສິງຫາ 2022.
Photo: RFA

ຣາຍການ “ມາຟັງນຳກັນ” ປະຈຳສັປດາ ສເນີໂດຍ ໄມ​ຊູລີ ແລະ ໄຊຍາ. ໃນ​ສັ​ປ​ດາ​ນີ້ ຈະ​ໄດ້​ເວົ້າ​ເຖິງ​ສ​ປ​ປ​ລາວ ຢືນ​ຢັນ ການລົບລ້າງ ຄວາມທຸກຍາກ ຍັງທ້າທາຍ."

ວິຊາການ ທີ່ກ່ຽວຂ້ອງ ກັບໂຄງການ ຫຼຸດຜ່ອນຄວາມທຸກຍາກ ລະບຸວ່າ ຄວາມທຸກຍາກ ບໍ່ສເມີພາບ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສ​ປ​ປລາວ, ຊຶ່ງມັນສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ຍັງບໍ່ເຖິງເຄິ່ງນຶ່ງ ຂອງຈຳນວນທັງໝົດ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ຣາຍການ ມາຟັງນໍາກັນ. ສັປດານີ້ ຫົວຂໍ້ແມ່ນ ທາງການລາວ ຢືນຢັນ ການລົບລ້າງ ຄວາມທຸກຍາກ ໃນປະເທດລາວ ຍັງທ້າທາຍ. ຕໍ່ກັບຫົວຂໍ້ ໃນຣາຍການ ທ່ານມີຄວາມຄິດເຫັນແນວໃດ ກະຣຸນາ ອອກຄວາມເຫັນ ກັບພວກເຮົາດ້ວຍ. ທ່ານຜູ້ຟັງ ທ່ານໃດ ມີຄວາມສົນໃຈ ຈະເຂົ້າຮ່ວມກັບ ຣາຍການ ຂອງພວກເຮົາ ດ້ວຍຮູບແບບ ສັມພາດກະຣຸນາ ສົ່ງເບີ ໂທຣະສັບ ຂອງທ່ານ ລົງໃສ່ ຊ່ອງຄອມເມັ້ນ ທີ່ກຳລັງອອກ ຣາຍການຕອນນີ້ ແລ້ວພວກເຮົາ ຈະໂທສັມພາດ ມາອອກ ຣາຍການ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ກັບມາພົບກັບ ພວກເຮົາ ສອງຄົນ ກັບການສົນທະນາ ແລະ ແລກປ່ຽນຂ່າວສານ ປະຈຳສັປດາ ທີ່ຜ່ານມາ. ສັປດານີ້ ມາເວົ້າເຖິງ ໂຄງການຫຼຸດຜ່ອນ ຄວາມທຸກຍາກ ຂອງ ປະເທດລາວ ທີ່ກຳລັງເລັ່ງໃສ່ ແກ້ໄຂບັນຫາ ດັ່ງກ່າວ. ຫຼ້າສຸດ ທາງການລາວ ກໍອອກມາ ຣາຍງານໂຕເລຂ ທີ່ແກ້ໄຂໄດ້ ກໍປະກົດວ່າ ໂຕເລຂ ທີ່ແກ້ໄຂໄດ້ນັ້ນ ຍັງບໍ່ສູງປານໃດ ແລະ ກໍຍັງເປັນ ບັນຫາທ້າທາຍ ຕໍ່ກັບ ການປະຕິບັດໂຄງການ. ເນື່ອງດ້ວຍປັດຈັຍ ຂອງສະພາບ ເສຖກິຈ ທີ່ຫຼາຍຄູ່ ຮ່ວມພັທນາໄດ້ຖອນໂຄງການ ອອກໄປ. ພ້ອມນີ້ ລາວກໍຍັງ ປະເຊີນກັບ ພັຍພິບັດ ທາງທັມຊາດ ໜັກໜ່ວງຫຼາຍ ປີນີ້ ອັນເປັນປັດຈັຍນຶ່ງ ທີ່ເຮັດໃຫ້ ການແກ້ໄຂຄວາມທຸກຍາກ ພົບກັບຂໍ້ຫຍຸ້ງຍາກ ແລະ ອາຈແກ່ຍາວ ກວ່າຈະບັນລຸ ເປົ້າໝາຽ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.