ນັກທຸຣະກິຈຈີນ ຖືກຄາຕກັມ ຍັດກະເປົ໋າ ໄຫຼນ້ຳ

ພອນ ພູມມີທອນ
2022.10.04
ນັກທຸຣະກິຈຈີນ ຖືກຄາຕກັມ ຍັດກະເປົ໋າ ໄຫຼນ້ຳ ແຜນທີ່ ເມືອງໂພນໂຮງ ທີ່ຕັ້ງເຂື່ອນນ້ຳລີກ 1 ບ່ອນທີ່ພົບເຫັນ ຊາກສົບ ນັກທຸຣະກິຈຊາວຈີນ.
ຮູບພາບ: OpenStreetMap contributors/Datawrapper

ໃນວັນທີ 15 ກັນຍາ ທີ່ຜ່ານມາ, ມີຊາວບ້ານ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນ ພົບເຫັນຊາກສົບ ຄົນເສັຽຊີວິຕ ບັນຈຸໃສ່ໃນເປົ໋າ ຖີ້ມລົງເຂດເຂື່ອນໄຟຟ້າ ນໍ້າລີກ 1 ເຂດບ້ານຂາມ ເມືອງໂພນໂຮງ, ຫລັງຈາກນັ້ນ ຊາວບ້ານໄດ້ແຈ້ງ ເຈົ້າໜ້າທີ່ຕຳຣວດ ວິຊາສະເພາະ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ ຕຳຣວດ ນິຕິວິທຍາ ປກສ ເມືອງໂພນໂຮງ ລົງຊັນນະສູຕຊາກສົບ ແລະ ສະຖານທີ່ເກີດເຫດ ຈຶ່ງຮູ້ວ່າ ຊາກສົບຜູ້ເສັຽຊີວິຕ ຊື່ ທ້າວ ຕູຫາຍຢ໋າງ ອາຍຸ 37 ປີ ເຊື້ອຊາຕ ແລະສັນຊາຕຈີນ ເຊິ່ງຜູ້ກ່ຽວມາດຳເນີນທຸຣະກິຈ ຢູ່ໂຮງງານຫລອມເຫລັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ສ່ວນສາເຫດໂຕຈິງ ທີ່ນັກທຸຣກິຈຈີນ ຖືກພົບເປັນສົບນັ້ນ ຍັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ.

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ທີ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 4 ຕຸລາທີ່ຜ່ານມາ: 

“ເພາະວ່າ ເຮົາໄປເອົາຄຳໃຫ້ການ ຈາກເຈົ້າໜ້າທີ່ ຊັນນະສູຕ ເປັນຄົນຈີນ ແຕ່ເຮັດວຽກຢູ່ໂຮງງານເຫລັກ ເພິ່ນກຳລັງສືບສວນ-ສອບສວນຢູ່ເດ້ ແລ້ວກ້ອງວົງຈອນປິດ ກໍ່ບໍ່ຮູ້ທິດທາງ ມັນໄປທາງໃດ ບໍ່ມີກ້ອງວົງຈອນປິດ ບໍ່ຮູ້ຈະສັນນິຖານວ່າ ຜູ້ນັ້ນມາແຕ່ທາງໃດ ຮູ້ແຕ່ວ່າໂຮງງານເຫລັກ.”

ຊາກສົບຂອງ ທ້າວ ຕູຫາຍຢ໋າງ ທີ່ຖືກມັດມື, ມັດຕີນ ແລ້ວບັນຈຸໄສ່ເປົາ ໄດ້ຮັບການຢືນຢັນວ່າ ຖືກຄາຕກັມ, ແຕ່ຖ້າຈະເວົ້າເຖິງຣາຍລະອຽດ ກວ່ານີ້ແມ່ນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງ ບໍ່ສາມາດໃຫ້ໄດ້ ເນື່ອງຈາກ ຊາກສົບ ຂອງຜູ້ເສັຽຊີວິຕນັ້ນ ຖືກສົ່ງໄປ ນະຄອນຫລວງວຽງຈັນແລ້ວ.

ດັ່ງເຈົ້າໜ້າທີ່ ປກສ ເມືອງໂພນໂຮງກ່າວໃນມື້ດຽວກັນນີ້ວ່າ:

“ມີແຕ່ວ່າ ໂອ້ ມີຄົນມາຖືກຄາຕກັມ ມາຖີ້ມຢູ່ນີ້ຊື່ໆ ເພາະວ່າ ເຮົາກໍບໍ່ຮູ້ຈັກ ເພາະວ່າທາງແຂວງ ເພິ່ນເປັນຜູ້ມອບ. ໄທເຮົານີ້ເປັນເຈົ້າຂອງພື້ນທີ່ ເຂົ້າຮ່ວມນຳເພິ່ນຊື່ໆເດີ້. ເວລາຊັນນະສູຕ ເພິ່ນເອົາໄປພຸ້ນຊື່ໆ ອັນຊັນນະສູຕ ກໍ່ຊັນນະສູຕຢູ່ວຽງພຸ້ນແຫລະ.”

ທ້າວ ຕູຫາຍຢ໋າງ ເປັນນັກທຸຣະກິຈ ຕຳແໜ່ງຫົວໜ້າໃຫຍ່ ມາເຮັດວຽກຢູ່ໂຮງງານ ຫລອມເຫລັກ ເຂດເມືອງຫ້ວຍນໍ້າເຢັນ ໄດ້ປະມານ 3 ເດືອນ ປັຈຸບັນຊາກສົບ ຂອງ ທ້າວ ຕູຫາຍຢ໋າງ ຖືກເຜົາ (ສົ່ງສະການ) ເຫລືອແຕ່ກະດູກ ແລະ ຄາດວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາກະດູກ ຂອງຜູ້ກ່ຽວສົ່ງກັບປະເທດຈີນແລ້ວ ສ່ວນສາເຫດຂອງການ ຄາຕກັມນີ້ ສັນນິຖານວ່າ ອາດຂັດຜົລປໂຍດ ທາງດ້ານທຸຣກິຈ.

ດັ່ງເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:     

“ນັກທຸຣກິຈ ຫົວໜ້າໃຫຍ່ ຂັດຜົລປໂຍດກັນຈັ່ງຊີ້ບໍ່ ກໍບໍ່ເຂົ້າໃຈ, ເພິ່ນເຜົາຢູ່ວຽງຈັ່ງຊີ້ນ່າ ແລ້ວເພິ່ນເອົາກະດູກເມືອ. ເພິ່ນເຜົາແລ້ວ, ເພິ່ນເອົາເມືອແລ້ວນ່າ.”

ສະພາບສົບ ທ້າວ ຕູຫາຍຢ໋າງ ແຂນຂາ ຖືກມັດຕິດກັນ ແລ້ວເອົາໃສ່ກະເປົາ ສົບເບັງໃຫຍ່ ເຮັດໃຫ້ຜູ້ພົບເຫັນນັ້ນ ບໍ່ສາມາດຈື່ໄດ້ວ່າ ເປັນຜູ້ໃດ ແລະ ຮູ້ສຶກຢ້ານກົວ ພາຍຫລັງໄດ້ຍິນຂ່າວ ສົບຖືກຄາຕກັມ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈັດເວນຍາມ ກວດກາລາດຕະເວນ 24 ຊົ່ວໂມງ ຕາມແຕ່ລະບ້ານ ເນື່ອງຈາກ ເຂດບ້ານທາດ ແລະ ບ້ານຂາມ ເຊິ່ງເປັນເຂດທີ່ສົບ ຂອງທ້າວ ຕູຫາຍຢ໋າງ ລອຍຂຶ້ນມານັ້ນ ບໍ່ມີກ້ອງວົງຈອນປິດ ທີ່ຈະສາມາດຊ່ວຍຈັບໂຕ ກຸ່ມຄົນບໍ່ດີໄດ້ ຈຳເປັນຕ້ອງອາສັຍ ເຈົ້າໜ້າທີ່ ແລະ ປະຊາຊົນ ເປັນເຈົ້າການ ປົກປ້ອງບັນຫານີ້ນຳກັນ.

ດັ່ງຊາວບ້ານ ຢູ່ບ້ານຂາມ ເມືອງໂພນໂຮງ ກ່າວໃນມື້ດຽວກັນນີ້ວ່າ:

“ເຫດການເກີດຂຶ້ນ ປະຊາຊົນກໍ່ຢ້ານກົວແດ່ ຫັ້ນແຫລະເນາະ. ເອິ ກໍ່ມີແຕ່ເຈົ້າໜ້າທີ່ ຫັ້ນແຫລະ ຄວນເຮັດວຽກ ຫັ້ນແຫລະເນາະ ກວດລາດຕະເວນ ຢູ່ຕລອດເວລາຫັ້ນແຫລະເນາະ ປະຊາຊົນເຮົາເປັນສ່ວນນຶ່ງ ເປັນຫູເປັນຕາ ຊ່ວຍທາງຂັ້ນເທິງຫັ້ນແຫລະເນາະ ຊິອາສັຍແຕ່ຂັ້ນເທິງມັນກໍ່ບໍ່ໄດ້.”

ທ່ານກ່າວຕື່ມວ່າ ເຂດທີ່ພົບສົບຂອງ ທ້າວ ຕູຫາຍຢ໋າງ ນັ້ນ ເປັນເຂດເຂື່ອນໄຟຟ້າ ນໍ້າລີກ 1 ເຊິ່ງມີທະຫານ ກວດກາລາຕະເວນ 24 ຊົ່ວໂມງ ແຕ່ວ່າປ້ອມປະຈຳການ ຂອງທະຫານຢູ່ທາງລຸ່ມ ສ່ວນສົບນັ້ນ ລອຍ ຢູ່ທາງເທິງ ຈຶ່ງເຮັດໃຫ້ ບໍ່ສາມາດພົບ ຈຸດຜິດສັງເກດໃດໆໄດ້.

ສຳລັບສົບຂອງ ທ້າວ ຕູຫາຍຢ໋າງ ທີ່ີຖືກຄາຕກັມນັ້ນ ຖືເປັນສົບທຳອິດ ທີ່ເກີດຂຶ້ນ ພາຍໃນເຂດບ້ານຂາມ ແລະ ບ້ານທາດ ເມືອງໂພນໂຮງ ແລະ ສ້າງຄວາມຢ້ານ ໃຫ້ແກ່ປະຊາຊົນ, ທາງຄະນະບ້ານ ແລະ ກຸ່ມ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ ໄປລາດຕະເວນ ຕາມຂອບເຂດທີ່ເກີດເຫດ ເພື່ອປ້ອງກັນ ບໍ່ໃຫ້ເກີດເຫດການດັ່ງກ່າວຂື້ນອີກ.

ດັ່ງເຈົ້າໜ້າທີ່ ປະຈຳກຸ່ມ ຢູ່ບ້ານທາດ ເມືອງໂພນໂຮງ ກ່າວໃນມື້ດຽວກັນນີ້ວ່າ:

“ໄທເຮົາກໍ່ໄດ້ໄປແຕ່ງ ປກສ ກອງຫລອນຫັ້ນ ໄປລາດຕະເວນ ທີ່ວ່າຂອບເຂດ. ໄທເຮົາຫັ້ນແຫລະ ເພາະວ່າ ເຮົາກໍ່ຢ້ານຈະມີ ອັນນ່າ ພວກກຸ່ມຄົນທີ່ວ່າບໍ່ດີ ຊິລັກເຮັດແນວນັ້ນ ອີກຕໍ່ໄປຫັ້ນແຫລະ ເພາະວ່າເຮົາກໍ່ຮັກສາ ຂອບເຂດບ້ານເຮົາ ເຮົາກໍຢ້ານທີ່ຂັ້ນເທິງຫັ້ນ ຈະຕຳນິ ຕິຊົມໄທເຮົາແດ່ ຖ້າມັນມີອີກຕໍ່ໄປຫັ້ນ ມັນກໍ່ຊິສ້າງບັນຫາ ໃຫ້ບ້ານ ໃຫ້ເມືອງຫັ້ນນ່າ.”

ເມື່ອບໍ່ດົນທີ່ຜ່ານມາ ຫ້ອງວ່າການ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ແຈ້ງການເລກທີ 78/ຫວມ ລົງວັນທີ 26 ກັນຍາ 2022 ມາຍັງທຸກພາກສ່ວນ ທີ່ເປັນເຈົ້າການຈັດຕັ້ງ ແລະ ປ້ອງກັນເວນຍາມຕລອດ 24 ຊົ່ວໂມງ (ທັງກາງວັນ ແລະ ກາງຄືນ) ເພື່ອປ້ອງກັນ ປະກົດການພັຍສັງຄົມ ເຊັ່ນ ຂີ້ລັກ ງັດແງະ ປຸ້ນ-ຊິງຊັພ, ບັນຫາຢາເສບຕິດ, ຄາຕກັມ ແລະ ບັນຫາອື່ນໆ ທີ່ເຮັດໃຫ້ເປັນເຫດບໍ່ສງົບ ນັບຕັ້ງແຕ່ມື້ອອກແຈ້ງການສບັບນີ້ ຈົນເຖິງ ວັນທີ 31 ທັນວາ 2022.

ກ່ອນໜ້ານີ້ ໃນຫລາຍແຂວງ ກໍມີປະກົດການພັຍສັງຄົມ ຫລາຍຢ່າງ ເຊັ່ນ ໂຈນປຸ້ນຈີ້ ແລະ ຂີ້ລັກງັດແງະ ທີ່ພວມເກີດຂຶ້ນຫລາຍ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫລວງພຣະບາງ ແລະຫລ້າສຸດ ກໍເກີດເຫດພົບສົບແມ່ຍິງລາວ ຖືກຄາຕກັມອຳພາງໃສ່ກະເປົາ ແລ້ວລອຍນໍ້າຂອງ ຖຶກລະບຸວ່າມີຄວາມສັມພັນ ໃກ້ຊິດກັບຜູ້ນຳລາວ ທ່ານນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.