ບ້ານຈັດສັນ ນາເຕີຍ ຂາດສິ່ງອຳນວຍ ຄວາມສະດວກ
2022.10.03

ຊາວລາວ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ຢູ່ແຂວງຫລວງນໍ້າທາ ສ່ວນໃຫຍ່ບໍ່ຢາກໂຍກຍ້າຍ ໄປຢູ່ບ້ານຈັດສັນນາເຕີຍ ຍ້ອນເຮືອນບໍ່ໄດ້ມາດຕະຖານ ແລະຂາດສິ່ງອໍານວຍຄວາມສະດວກ ຫລາຍຢ່າງ.
ປະຊາຊົນ 23 ຄອບຄົວ ໃນຈໍານວນທັງໝົດ 159 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົຖໄຟ ລາວ-ຈີນ ຢູ່ເມືອງຫລວງນໍ້າທາ ໄດ້ຍ້າຍໄປຢູ່ບ້ານ ຈັດສັນນາເຕີຍ ແຕ່ວັນທີ 5 ກໍຣະກະດາ 2022 ນີ້ມາ ສ່ວນຫລາຍ ຍັງບໍ່ຢາກໂຍກຍ້າຍເທື່ອ ເພາະຕ້ອງການ ສິ່ງອໍານວຍຄວາມສະດວກ ຫລາຍຢ່າງ ເປັນຕົ້ນ ຕລາດສົດ, ທີ່ດິນເຮັດການຜລິຕ, ເຄື່ອງໃຊ້ຂອງສອຍ ແລະສິ່ງອໍານວຍຄວາມສະດວກ ຕ່າງໆ.
ດັ່ງຊາວບ້ານນາງນຶ່ງ ທີ່ໄດ້ເຂົ້າໄປຢູ່ບ້ານຈັດສັນ ນັ້ນແລ້ວ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 28 ກັນຍາຜ່ານມາວ່າ:
“ແມ່ນແຫລະ ຢູ່ບ້ານຈັດສັນນີ້ແຫລະ ບໍ່ເຮັດເທື່ອແຫລະ ບໍ່ມີໃຜເຮັດຕີ໋. ບໍ່ມີເງິນແຫລະ ເຂົາໃຫ້ເຂົ້າໄປຢູ່ ແຕ່ວ່າ ຄອບຄົວ ບໍ່ມີຜູ້ຢູ່ຫລາຍເທື່ອ ມີແຕ່ 20 ປາຍຄອບຄົວ.”
ປະຊາຊົນອີກນາງນຶ່ງ ທີ່ໄດ້ເຮືອນຫລັງນຶ່ງ ຢູ່ບ້ານຈັດສັນນັ້ນ ກໍເວົ້າວ່າ ຄອບຄົວຂອງນາງ ໄດ້ຮັບພຽງແຕ່ເຮືອນເທົ່ານັ້ນ, ບໍ່ໄດ້ຮັບທີ່ດິນທໍາກິນ ແລະສິ່ງ ອໍານວຍວາມສະດວກຕ່າງໆ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນ ໄດ້ຍ້າຍເຂົ້າໄປຢູ່ເທື່ອ, ຕັ້ງໃຈວ່າ ຈະເຂົ້າໄປຢູ່ ຫລັງຈາກແລ້ວບຸນ ອອກພັນສາແລ້ວ ເພື່ອຄວາມເປັນສີຣິມຸງຄຸນ.
“ອໍ! ດິນປູກຝັງບໍ່ມີ ມີແຕ່ດິນເຮືອນຫັ້ນແຫລະ ຍັງບໍ່ໄດ້ເຂົ້າໄປຢູ່ເທື່ອນ່າ ມີແຕ່ໄປອະນາມັຍ ບໍ່ທັນໄດ້ເຂົ້າໄປຢູ່ ອອກພັນສານີ້ຈະເຂົ້າໄປຢູ່ແລ້ວ.”
ສ່ວນຊາວບ້ານ ທີ່ຢູ່ໃກ້ກັບບ້ານຈັດສັນ ນາເຕີຍນາງນຶ່ງ ເວົ້າວ່າ ເຫັນຊາວບ້ານ ຫລາຍຄອບຄົວ ຍ້າຍເຂົ້າໄປຢູ່ ບ້ານຈັດສັນນັ້ນແລ້ວ, ແຕ່ກໍເຫັນວ່າ ຢູ່ບ້ານດັ່ງກ່າວ ຍັງຂາດສິ່ງ ອໍານວຍຄວາມສະດວກ ຫລາຍຢ່າງ ເປັນຕົ້ນ ຕລາດສົດ ແລະຮ້ານອາຫານ, ໄດ້ຍິນຂ່າວວ່າ ມີຫລາຍຄອບຄົວ ປະກາດຂາຍເຮືອນ ທີ່ໄດ້ຮັບນັ້ນ ຍ້ອນຂາດສິ່ງ ອໍານວຍຄວາມສະດວກ ແລະຢູ່ໄກທີ່ດິນ ບ່ອນທໍາການຜລິຕ.
“ເຂດບ້ານຈັດສັນນີ້ ຮ້ານອາຫານບໍ່ມີເທື່ອຕິ ແມ່ນແຫລະ ຊາວບ້ານໄປຢູ່ແລ້ວ ໄທບ້ານຫັ້ນກະຫລາຍຄົນແຫລະເຂົາເຈົ້າໄປຢູ່ນ່າ ຂາຍເຮືອນຈັດສັນຫັ້ນ ມີລະຫວາຫລາຍຄົນສິຂາຍຢູ່.”
ໃນຂະນະດຽວກັນ ຊາວບ້ານໃກ້ຄຽງ ຜູ້ນຶ່ງ ທີ່ມີພີ່ນ້ອງໄດ້ຍ້າຍ ເຂົ້າໄປຢູ່ບ້ານຈັດສັນ ກໍໄດ້ຍິນຂ່າວວ່າ ຈະມີການສ້າງຕລາດສົດ ຂຶ້ນຢູ່ທີ່ນັ້ນ, ແຕ່ກໍຍັງບໍ່ຮູ້ເທື່ອວ່າ ຈະລົງມືສ້າງ ຮວມທັງສິ່ງ ອໍານວຍຄວາມສະດວກ ອື່ນໆນັ້ນເມື່ອໃດ.
ດັ່ງທີ່ທ່ານກ່າວວ່າ:
“ແມ່ນແຫລະ ເຂົາກະວ່າສິຕັ້ງຕລາດວ່າຈັ່ງຊັ້ນ ແຕ່ວ່າສ້າງຫລືວ່າ ສ້າງບໍ່ເສັດ ກະພຸ້ນແຫລະ ພີ່ນ້ອງໄປຢູ່ແລ້ວນ່າ ໃຫ້ພີ່ນ້ອງໄປຢູ່ແລ້ວນ່າ ເຂົາກະຍ້າຍໄປຫລາຍແລ້ວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸ ເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ໄປຫາຫ້ອງການປົກຄອງ ເມືອງຫລວງນໍ້າທາ ແລະອໍານາດ ການປົກຄອງ ບ້ານນາເຕີຍ ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ນາງ ໃສ ຈະເລິນສີ ນາຍບ້ານ ບ້ານນາເຕີຍ ກໍໄດ້ໃຫ້ສັມພາດ ວິທຍຸກະຈາຍສຽງແຫ່ງຊາຕລາວ ທີ່ເຜີຍແພ່ ໃນມື້ວັນທີ 27 ສິງຫາ ທີ່ຜ່ານມາວ່າ ຢູ່ບ້ານຈັດສັນ ນາເຕີຍ ນອກຈາກບໍ່ມີຕລາດສົດ ແລະສິ່ງອໍານວຍ ຄວາມສະດວກ ໃຫ້ຊາວບ້ານແລ້ວ ກໍຍັງຈະຕ້ອງໄດ້ສ້າງ ແລະປັບປຸງອີກຫລາຍຢ່າງ ເປັນຕົ້ນເສັ້ນທາງ ເຂົ້າ-ອອກ ບ້ານໃຫ້ໄດ້ມາດຕະຖານ ແລະເຮັດຮ່ອງ ລະບາຍນໍ້າ ເພື່ອບໍ່ໃຫ້ນໍ້າອັ່ງ, ນໍ້າຖ້ວມ.
“ຢາກໃຫ້ໂຄງການ ມາຊ່ວຍເຫລືອຕື່ມ ແລ້ວກໍແມ່ນເສັ້ນທາງ ກໍຢາກໃຫ້ມີທາງອອກເນາະ ມີທາງເຂົ້າແລ້ວບໍ່ມີທາງອອກ ແລ້ວບາດນີ້ໜ້າດິນທີ່ວ່າ ເດີ່ນບ້ານຫັ້ນນ່າ ກະບໍ່ມີຮ່ອງລະບາຍນໍ້າ ຢູ່ຂອບເສັ້ນທາງແຕ່ລະເສັ້ນຫັ້ນນ່າ ກະຖືວ່າຄັນເປັນຍາມຝົນຕົກ ແຮງລົງມາ ແລ້ວກໍນໍ້າອັ່ງເນາະ ແລະຢາກໃຫ້ທາງໂຄງການ ຫລືວ່າ ທາງຂັ້ນເທິງ ພັກ-ຣັຖຫັ້ນຊ່ວຍ.”
ບ້ານຈັດສັນນາເຕີຍ ມີເຮືອນທັງໝົດ 159 ຫລັງ ໃນເນື້ອທີ່ 17.5 ເຮັກຕ້າຣ໌. ໃນນັ້ນມີເຮືອນໃຫຍ່ 9x14 ແມັດ ຈຳນວນ 76 ຫລັງ, ເຮືອນຂນາດກາງ 8x11ແມັດ ຈຳນວນ 45 ຫລັງ ແລະເຮືອນນ້ອຍ 6x10 ແມັດ ຈຳນວນ 38 ຫລັງ, ແຕ່ລະຄອບຄົວ ທີ່ໄດ້ເຮືອນ ແມ່ນໄດ້ຕາມຂນາດ ແລະເງື່ອນໄຂ ຂອງຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົຖໄຟ. ນອກຈາກນັ້ນແລ້ວ ຢູ່ເຂດບ້ານຈັດສັນ ນາເຕີຍ ຍັງມີໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະສຸຂສາລາ.
ອີງຕາມການຣາຍງານ ຂອງວິທຍຸ ກະຈາຍສຽງ ແຫ່ງຊາຕລາວ, ນອກຈາກບ້ານຈັດສັນ ນາເຕີຍແລ້ວ ກໍຍັງມີບ້ານຈັດສັນ ທີ່ສ້າງໃຫ້ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນອີກ 3 ແຫ່ງ ຄືຢູ່ແຂວງອຸດົມໄຊ ແມ່ນບ້ານຈັດສັນ ນາຄົກ ເມືອງງາ 23 ຫລັງ ແລະບ້ານຈັດສັນ ນາໝໍ້ ເມືອງນາໝໍ້ 60 ຫລັງ ແລະຢູ່ແຂວງຫລວງພຣະບາງ ແມ່ນບ້ານຈັດສັນບວມອໍ້ ເມືອງຊຽງເງິນ 107 ຫລັງ.