ຄົນລາວ ໄປເຮັດວຽກ ຢູ່ໄທຍ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ

ພອນ ພູມມີທອນ
2022.09.26
ຄົນລາວ ໄປເຮັດວຽກ ຢູ່ໄທຍ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຄົນງານລາວ ຊຸດທຳອິດ ທີ່ເດີນທາງເຂົ້າໄປເຮັດວຽກ ຢູ່ປະເທດໄທຍ ຕາມ MOU, ວັນທີ 28 ມີນາ 2022.
RFA

ປັຈຸບັນຄົນງານລາວ ຍັງສືບຕໍ່ໄປເຮັດວຽກຢູ່ປະເທດໄທຍ ເພີ່ມຂຶ້ນ ອີງຕາມຣາຍງານ ຂອງກົມການຈັດຫາງານ ກະຊວງແຮງງານ ຂອງປະເທດໄທຍ ໄດ້ແຈ້ງໃຫ້ທາງການລາວຊາບວ່າ ໃນເດືອນກັນຍາ 2022 ວ່າ ມີຄົນງານລາວ ທີ່ເຂົ້າມາເຮັດວຽກ ຢູ່ປະເທດໄທຍ ຕາມລະບົບ MOU ແລະມາຂຶ້ນທະບຽນທັງໝົດ 200,000 ປາຍຄົນ.

ກ່ຽວກັບເຣຶ່ອງດັ່ງກ່າວນີ້ ກໍ່ມີຫລາຍປັດໄຈ ທີ່ເຮັດໃຫ້ຄົນງານລາວພາກັນ ໄປເຮັດວຽກຢູ່ໄທຍ ສ່ວນນຶ່ງ ກໍຍ້ອນຢູ່ປະເທດລາວ, ຄົນງານລາວຍັງຊອກຫາ ວຽກເຮັດງານທຳຍາກ ຮວມເຖິງບັນດາໂຮງງານ ແລະ ຮ້ານອາຫານຕ່າງໆ ກໍມີຈຳນວນໜ້ອຍ ແລະ ຍັງບໍ່ຄ່ອຍເປີດຮັບສະມັກງານ ບວກກັບເງິນເດືອນ ກໍໜ້ອຍນຳດ້ວຍ ບໍ່ພໍຄ່າໃຊ້ຈ່າຍ ທີ່ໃນປັຈຸບັນຄ່າຄອງຊີພສູງຂຶ້ນ, ບັນຫາເງິນກີບອ່ອນຄ່າ ແລະ ທາງການກໍຍັງແກ້ໄຂບໍ່ທັນໄດ້ເທຶ່ອ ຈຶ່ງເຮັດໃຫ້ຫລາຍຄົນ ເລືອກທີ່ຈະໄປຊອກວຽກ ຢູ່ໄທຍ ທີ່ໄດ້ເງິນຫລາຍກວ່າ ແລະ ສາມາດລ້ຽງຄອບຄົວໄດ້.

ດັ່ງຄົນລາວ ທີ່ເຮັດວຽກຢູ່ໄທຍ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 26 ກັນຍານີ້ວ່າ:
“ຢູ່ລາວຫາວຽກຍາກ! ຍາກ, ຍາກຫລາຍ ກະເງິນເດືອນຖືກກວ່າໄທຍ ກະອັນດັບສອງ ກະຄືເງິນເຟິ້ຫລາຍ. ຕອນນີ້ຢູ່ລາວເຮົາ ມັນກໍບໍ່ຄ່ອຍມີໂຮງງານ, ເລີຍຕັດສິນໃຈມາເຮັດວຽກຢູ່ໄທຍ ເພາະວ່າມັນຂຶ້ນກັບສະພາບຄອບຄົວ ຂອງແຕ່ລະຄົນ, ສ່ວນຫລາຍກໍບໍ່ໄດ້ກ່ຽວວ່າ ແລ້ວໄຮ່ແລ້ວນາດອກ ບາງຄົນເຂົາ, ເຂົາຫວັງໄລຍະຍາວເນາະ ບໍ່ແມ່ນ 2-3 ເດືອນກັບບ້ານເດ່.”

 

ຂະນະທີ່ຄົນງານລາວ ເຮັດວຽກຢູ່ໄທຍ ອີກທ່ານນຶ່ງ ກໍ່ກ່າວວ່າ ທີ່ມາເຮັດວຽກຢູ່ໄທຍ ກໍຍ້ອນວ່າ ຢູ່ລາວຫາວຽກເຮັດ ງານທຳຍາກ ບັນດາໂຮງງານກໍໜ້ອຍ ບໍ່ເປີດຮັບສມັກງານ ຫລາຍຄືກັບປະເທດໄທຍ ທີ່ມີໂຮງງານ ອຸຕສາຫະກັມ ຈຳນວນຫລາຍ ແລະ ຍັງຕ້ອງການຄົນງານ ຫລາຍນຳດ້ວຍ ສ່ວນອີກປັດຈັຍນຶ່ງ ໄດ້ເງິນເດືອນຫລາຍກວ່າ ຢູ່ລາວນຳດ້ວຍ ຈຶ່ງເລືອກມາເຮັດວຽກຢູ່ໄທຍ.

“ຢູ່ລາວ ໂຮງງານໜ້ອຍ ບໍ່ຄ່ອຍຮັບ. ຢູ່ໄທຍໂຮງງານມັນຫລາຍນຳ ແລະ ຮ້ານອາຫານຫລາຍ ເງິນໄທຍຄ່າມັນຫລາຍກວ່າ ກະເງິນມັນໄດ້ຫລາຍກວ່າຢູ່ລາວ ມັນມີບໍ່ຄືກັນ.

ສ່ວນຫລາຍ ຄົນງານລາວ ທີ່ເຂົ້າໄປເຮັດວຽກຢູ່ໃນປະເທດໄທຍ ຜ່ານບໍຣິສັດຈັດຫາງານ ທີ່ຜ່ານລະບົບ MOU ຈະຖືກບໍຣິສັດ ຈັດສົ່ງໄປເຮັດວຽກ ຕາມໂຮງງານອຸຕສາຫະກັມ ຕ່າງໆໃນປະເທດໄທຍ ແຕ່ຕ້ອງລໍຖ້າດົນ ໄລຍະນຶ່ງພໍສົມຄວນ ເພາະຕ້ອງລໍຖ້າທາງໂຮງງານຝັ່ງໄທຍ ຕິດຕໍ່ມາວ່າ ຕ້ອງການຄົນງານລາວກ່ອນ ເພື່ອຮັບຮອງຢ່າງຖືກຕ້ອງ ທາງບໍຣິສັດຈັດຫາງານ ຈຶ່ງຈະດຳເນີນເອກສານ ສົ່ງຄົນງານລາວໄປເຮັດວຽກຢູ່ໄທຍໄດ້.

ສ່ວນກໍຣະນີ ທີ່ຄົນງານລາວ ມີນາຍຈ້າງຮອງຮັບ ໃນການເຮັດວຽກຢ່າງຖືກຕ້ອງຢູ່ແລ້ວ ບໍຣິສັດຈັດຫາງານ ກໍສາມາດດຳເນີນການ ສົ່ງໂຕໄປ ໂດຍບໍ່ຕ້ອງລໍຖ້າດົນ ເຊິ່ງໃນໄລຍະທີ່ມີການເປີດປະເທດ ກໍເຮັດໃຫ້ມີຄົນລາວເດີນທາງ ໄປເຮັດວຽກຢູ່ໄທຍ ຈຳນວນຫລາຍຂຶ້ນຢ່າງຕໍ່ເນື່ອງ.

ດັ່ງເຈົ້າໜ້າທີ່ ບໍຣິສັດຈັດຫາງານ ແຫ່ງນຶ່ງກ່າວວ່າ:

“ໂຕນີ້ເນາະ ຜູ້ທີ່ມາສມັກ ເພີ່ນມີນາຍຈ້າງຢູ່ແລ້ວ ຝັ່ງໂນ້ນແຫລະເນາະ ລາວມາສມັກໃຫ້ເຮົາແລ່ນເອກສານໃຫ້ ມີບ່ອນເຮັດວຽກແລ້ວ ເພາະວ່າເຮົາຕ້ອງມີທາງໄທຍ ເພິ່ນຮັບປະກັນເອົາກ່ອນ ເຮົາຈຶ່ງດຳເນີນການໄດ້ ກໍຣະນີຖ້າຫາກບໍຣິສັດຈັດໃຫ້ ບໍຣິສັດຈະຈັດໃຫ້ເປັນໂຮງງານນ່າ ເພາະວ່ານາຍຈ້າງເພິ່ນອໍ່ເດີຣ໌ມາ.”

ດ້ານເຈົ້າໜ້າທີ່ ບໍຣິສັດ ຈັດຫາງານອີກແຫ່ງນຶ່ງ ກໍໄດ້ກ່າວວ່າ ປັຈຸບັນນີ້ກໍມີຄົນງານລາວ ມາຕິດຕໍ່ລົງທະບຽນຢື່ນເອກສານ ເພຶ່ອຂໍໄປເຮັດວຽກຢູ່ໄທຍຫລາຍຢູ່ ແຕ່ສ່ວນໃຫຍ່ໃນໄລຍະນີ້ ບໍຣິສັດຈັດຫາງານ ຍັງບໍ່ຄ່ອຍ ມີໂຮງງານຂອງໄທຍ ຫລື ບໍຣິສັດຂອງໄທຍ ຕິດຕໍ່ມາເພຶ່ອ ແຈ້ງເຈດຈຳນົງຕ້ອງການ ຄົນງານຫລາຍເທົ່າທີ່ຄວນ.

“ເຂົາກໍມາສມັກ ຕ້ອງການໄປເຮັດວຽກຫລາຍຢູ່ ແຕ່ວ່າເຮົາບໍ່ມີຕລາດລົງຢູ່ໄທຍຫັ້ນນ່າ ເປັນໂຮງງານ ໂຮງໃດ ກໍບໍ່ເຫັນຕິດຕໍ່ມາຫັ້ນນ່າ.”

ກ່ຽວກັບເຣຶ່ອງດັ່ງກ່າວນີ້ ເຈົ້າໜ້າທີ່ດ້ານແຮງງານ ແລະ ສວັດດີພາບສັງຄົມ ທ່ານນຶ່ງ ໃນແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະ ຕຳແຫນ່ງກໍ່ກ່າວວ່າ ປັຈຸບັນນີ້ມີຄົນງານລາວ ໃນແຂວງສວັນນະເຂດ ເຂົ້າໄປເຮັດວຽກຢູ່ໄທຍກັນ ຫລາຍຢູ່ ແຕ່ບໍ່ສາມາດລະບຸຈຳນວນໄດ້ ເຊິ່ງຫລາຍຄົນ ກໍມີຫລາຍເຫດຜົລ, ຫລາຍປັດໄຈ ໃນຍຸກເສຖກິຈ ທີ່ຄ່າຄອງຊີບສູງ.

“ເຣຶ່ອງຫລາຍນີ້ຫລາຍເນາະ ເຂົາໃຊ້ພາສປອຕນີ້ໄປ ຈຳນວນນຶ່ງແຫລະ ຄືບໍຣິສັດຈັດຫາງານ ນ່າສົ່ງໄປ ມັນກໍຫລາຍປັດໄຈເດ້ ຄ່າຄອງຊີບນີ້ແຫລະ.”

ເຈົ້າໜ້າທີ່ດ້ານແຮງງານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ກໍຖືວ່າຄົນລາວ ກັບໄປເຮັດວຽກຢູ່ຫລາຍຂຶ້ນໃນໄລຍະ ທີ່ມີການເປີດປະເທດ ສ່ວນໃຫຍ່ບໍຣິສັດຈັດຫາງານ ຈະສົ່ງໄປເຮັດວຽກໃນໂຮງງານອຸຕສາຫະກັມ ເຊິ່ງຫລາຍຄົນກໍມັກ ຍ້ອນໄດ້ຄ່າຕອບແທນຫລາຍ.

“ແມ່ນແຫລະ ສ່ວນຫລາຍແຮງງານຫັ້ນເເຫລະ ມັກແບບວ່າຄ່າຕອບແທນ ຢູ່ໃນອຸຕສາຫະກັມ ຢູ່ໃນສາຍການຜລິຕ ຢູ່ໃນໂຮງງານ ຫົວໜ່ວຍທຸຣກິຈຢູ່ຫັ້ນຫັ້ນນ່າ.”

ອີງຕາມການຣາຍງານ ຂອງຍານາງ ອານຸສອນ ຄຳສິງສຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສວັດີການສັງຄົມ ແລະ ໜ່ວຍງານກ່ຽວຂ້ອງ ກໍໄດ້ມີການປະຊຸມ ກັບ ອະທິບໍດີ ກົມການຈັດງານ ກະຊວງແຮງງານຂອງໄທຍ ຫວ່າງບໍ່ດົນມານີ້ ເພື່ອແກ້ໄຂບັນຫາຄົນງານລາວ ທີ່ເຮັດວຽກແບບຜິດກົດໝາຍໃນໄທຍ.

ໂດຍຂໍຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ໃນເຣຶ່ອງການອອກແຈ້ງການ ປະຊາສັມພັນໃຫ້ນາຍຈ້າງ, ລູກຈ້າງ ຮັບຮູ້ເຂົ້າໃຈ ໃນການອຳນວຍ ຄວາມສດວກ ປະກອບເອກສານ ປ່ຽນໜັງສືຜ່ານແດນ ແລະ ອານຸມັດບັນຊີລາຍຊື່ ຄົນງານລາວ ຈາກເຈົ້າໜ້າທີ່ລາວ ພ້ອມທັງໃຫ້ຊຸກຍູ້ນາຍຈ້າງ ແລະ ຕົວແທນນາຍຈ້າງ ນຳເອົາຜູ້ທີ່ອອກແຮງງານ ໄປຂຶ້ນທະບຽນ ປະກອບເອກສານ ນັບແຕ່ນີ້ ຈົນເຖິງ ວັນທີ 4 ພິສຈິກາ 2022.

ທັງປະສານກັບ ຕມ (ສຳນັກງານ ຕຣວດຄົນ ເຂົ້າເມືອງ) ຂອງໄທຍ ເພຶ່ອແຈ້ງແບບຢ່າງ ໃບອະນຸຍາດຢັ້ງຢືນ ການເດີນທາງ ກັບຄືນປະເທດ ຂອງຜູ້ອອກແຮງງານລາວ ເພື່ອໄປດຳເນີນການ ຂໍໜັງສືຜ່ານເເດນ ຢູ່ປະເທດລາວ ແລະໃຫ້ເຈົ້າໜ້າທີ່ ຕມ ປະຈຳແຕ່ລະດ່ານ ລາວ-ໄທຍ ຊາບ, ເພຶ່ອອຳນວຍຄວາມສະດວກ ໃຫ້ແກ່ຄົນງານລາວ ໂດຍບໍ່ມີການປັບໃໝ ແລະເພາະໃນໄລຍະທີ່ຜ່ານມາ ແມ່ນໃຊ້ເວລາດົນຫລາຍ ເຊິ່ງມີຜົລກະທົບ ຕໍ່ນາຍຈ້າງໄທຍ ແລະຄົນງານລາວ ເຮັດໃຫ້ຄົນງານລາວ ກັບໄປນຳໃຊ້ຊ່ອງທາງ ໄປໄທຍແບບຜິດກົດໝາຍ.

ຕໍ່ການສເນີ ດັ່ງກ່າວນີ້ ທາງການໄທຍ ກໍຍິນດີ ໃຫ້ຄວາມຮ່ວມມື ແລະ ໃຫ້ທາງການລາວ ສົ່ງເນື້ອໃນລະອຽດ ເພື່ອໃຫ້ຝ່າຍໄທຍ ອອກແຈ້ງການ ໃຫ້ນາຍຈ້າງໄທຍ ແລະ ຄົນງານລາວຊາບໃຫ້ໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.